ນັກ​ຂ່າວໜຸ່ມ ແລະ ຊາວ​ໜຸ່ມ​ມີ​ບົດ​ບາ​ດ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ

(VOVWORLD) -    ໃນກອງປະຊຸມສົນທະນາ ດ້ວຍຫົວຂໍ້ “ບົດບາດຂອງບັນດານັກຂ່າວໜຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບ ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງຂຶ້ນຢູ່ນະຄອນ ໂຮ່ຈີມິນ, ໃນຂອບເຂດຂອງງານພົບປະແລກປ່ຽນລະຫວ່າງບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ ແລະ ກຳປູເຈຍ ປີ 2019”, ເຊິ່ງໄດ້ດຳເນີນຢູ່ແຂວງເຕິຍນິງ ແລະ ນະຄອນໂຮ່ຈີມິນ ຫວ່າງມໍ່ໆມານີ້, ບັນດານັກຂ່າວໜຸ່ມ ຕ່າງກໍເນັ້ນໜັກວ່າ: ເພື່ອຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ - ກຳປູເຈຍໃຫ້ນັບມື້ນັບພັດທະນາແບບຍືນຍົງນັ້ນ ບົດບາດຂອງບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາສອງປະເທດ ແມ່ນມີຄວາມສຳຄັນທີ່ສຸດ.

 

        ບັນດາບົດປະກອບຄຳເຫັນຢັ້ງຢືນບົດບາດຂອງນັກຂ່າວໃນການໂຄສະນາເຜີຍແຜ່ບັນດາເຫດການໃຫຍ່ ເພື່ອເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາທັງລວງກວ້າງ ແລະ ລວງເລິກ, ກາຍເປັນປັດໄຈສຳຄັນໃນການປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບແບບຍາວນານ ຢ່າງແທ້ຈິງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງແຮງ, ຍົກສູງສາຍພົວພັນທາງການທູດປະຊາຊົນລະຫວ່າງສອງປະເທດ. ໂດຍຕາງໜ້າໃຫ້ຄະນະນັກຂ່າວໜຸ່ມ ກຳປູເຈຍ, ນັກຂ່າວໜຸ່ມ Son Sok Dien ແບ່ງປັນວ່າ:

        “ສໍາລັບຂ່າວຄາວ ແລະ ເຫດການທີ່ພວມເກີດຂຶ້ນລະຫວ່າງສອງປະເທດ, ນັກຂ່າວໜຸ່ມພວກເຮົາຕ້ອງປຶກສາຫາລືນໍາກັນກ່ອນທີ່ຈະເອົາລົງທາງພາຫະນະສື່ມວນຊົນເພື່ອໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈບັນດາຂໍ້ມູນຂ່າວຊັດເຈນທີ່ສຸດ. ພວກເຮົາກໍຕ້ອງຄົ້ນຄວ້າ ແລະ ແນະນຳບັນດາຂໍ້ມູນກ່ຽວກັບຈຸດຄວາມງາມດ້ານວັດທະນະທຳ. ປະເທດກຳປູເຈຍພວກຂ້າພະເຈົ້າມີບັນດາບົດເພງກ່ຽວກັບນ້ຳໃຈສາມັກຄີລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມສັນຕິພາບລະຫວ່າງຊາວໜຸ່ມສອງປະເທດ”.

        ຕາມທ່ານ Ly Vann Hong, ທູດພິເສດລັດຖະບານລາຊະອານາຈັກກຳປູເຈຍ ທັງເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ລາຊະອານາຈັກ ກໍາປູເຈຍ ແລ້ວ: ຂ່າວສານ ແມ່ນປັດໄຈສຳຄັນ ສວມບົດບາດຮັກສາສະຖຽນລະພາບ, ຄວາມສະຫງົບປອດໄພໃນສັງຄົມ. ທ່ານ Ly Vann Hong ກໍຕີລາຄາສູງບົດບາດຂອງບັດນານັກຂ່າວໜຸ່ມ, ຊາວໜຸ່ມໃນການປະກອບສ່ວນເຮັດໃຫ້ປະຊາຊົນທຸກຊັ້ນວັນນະມີຄວາມຮັບຮູ້ເຂົ້າໃຈແຈ້ງກວ່າ, ຕ້ານ ແລະ ທຳລາຍບັນດາຖ້ອຍທຳນອງບໍ່ມີມູນຄວາມຈິງ ເພື່ອແນໃສ່ແບ່ງແຍກຄວາມສາມັກຄີ ກໍຄືການຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຂອງສອງປະເທດກວ່າອີກ. ຕາມທ່ານ Ly Vann Hong ແລ້ວ, ໃນຍຸກສະໄໝຂອງການການປະຕິວັດອຸດສາຫະກຳ 4.0, ເຂົາເຈົ້າໄດ້ນໍາໃຊ້ເຕັກນິກເຕັກໂນໂລຢີຂໍ້ມູນຂ່າວສານ, ລະບົບສື່ສັງຄົມອອນລາຍ ເພື່ອໂຄສະນາເຜີຍແຜ່ຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນກວ່າ. ເພາະສະນັ້ນ, ບັນດານັກຂ່າວໜຸ່ມຕ້ອງຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ວິຊາການ ແລະ ຄຸນທາດການເມືອງໃຫ້ໝັ້ນແກ່ນຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ.

“ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ນັບມື້ນັບມີຄວາມຮຽກຮ້ອງໃຫ້ບັນດານັກຂ່າວຕ້ອງຍົກສູງລະດັບຄວາມຮູ້ຂອງຕົນຂຶ້ນຫຼາຍກວ່າ ເພື່ອຮັບໃຊ້ວຽກງານຂອງຕົນ. ກອງປະຊຸມສົນທະນາ ແມ່ນໂອກາດເພື່ອໃຫ້ບັນດານັກຂ່າວສອງປະເທດ ພົບປະ, ເຊື່ອມຕໍ່, ຮຽນຮູ້ແລກປ່ຽນເຊິ່ງກັນແລະກັນ. ເມື່ອພວກເຮົາມີການພົວພັນອັນສະໜິດແໜ້ນນຳກັນແລ້ວ ເວລານັ້ນການແລກປ່ຽນຂໍ້ມູນຂ່າວສານ ແມ່ນມີຄວາມສະດວກ ແລະ ວ່ອງໄວທີ່ສຸດ”.

ນັກ​ຂ່າວໜຸ່ມ ແລະ ຊາວ​ໜຸ່ມ​ມີ​ບົດ​ບາ​ດ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ - ảnh 1 ທ່ານເລແທັງລຽມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Ly Vann Hong, ທູດພິເສດລັດຖະບານລາຊະອານາຈັກກຳປູເຈຍ ທັງເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ລາຊະອານາຈັກ ກໍາປູເຈຍ (ພາບ: TTXVN)

        ອາດເຫັນໄດ້ວ່າ ໃນອະດີດຕະການ ກໍຄື ປັດຈຸບັນ ແລະ ອະນາຄົດ, ດ້ວຍຄວາມຮັບຜິດຊອບ ແລະ ຄວາມໄຝ່ຝັນຂອງໄວໜຸ່ມສອງປະເທດ, ບັນດານັກຂ່າວໜຸ່ມ ຍາມໃດກໍແມ່ນກຳລັງປະຈັນບານຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບສວຍງາມ ແລະ ຍືນຍົງຂະໜົງແກ່ນກວ່າເກົ່າ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຮວ່າງຫວິງບ໋າວ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ໂດຍອີງໃສ່ທິດນຳທີ່ວ່າ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ສາຍພົວພັນລະຫວ່າງສອງປະເທດຫວຽດນາມ - ກຳປູເຈຍ ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ, ນັບມື້ນັບແທດຈິງ ແລະ ບັນລຸໝາກຜົນອັນດີງາມຫຼາຍຢ່າງ.  ທ່ານຖືວ່າ:

        “ໃນສະພາບການທີ່ການເຊື່ອມໂຍງເຂົ້າກັບສາກົນ ພວມດຳເນີນຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດນັ້ນ, ຫວຽດນາມ ແລະ ກຳປູເຈຍ ແມ່ນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ເພື່ອພ້ອມກັນກໍ່ສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ບົດບາດຂອງສື່ມວນຊົນ ແລະ ບັນດາການເຄື່ອນໄຫວພົບປະມິດຕະພາບລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ກໍາປູເຈຍ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍໃຫ້ນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ນີ້ກໍແມ່ນບົດບາດຂອງບັນດານັກຂ່າວໜຸ່ມ, ຂອງຊາວໜຸ່ມ ແລະ ນັກສຶກສາສອງປະເທດໃນການປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ”

        ເພື່ອໃຫ້ບັນດານັກຂ່າວໜຸ່ມ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການຊຸກຍູ້ການພົວພັນທີ່ເປັນມູນເຊື້ອຂອງສອງປະເທດນັ້ນ ແມ່ນວຽກງານທີ່ຈຳເປັນທີ່ສຸດ. ຢາກປະຕິບັດສິ່ງດັ່ງກ່າວໃຫ້ເປັນຢ່າງດີນັ້ນ, ນັກຂ່າວ ງອກມາຍ, ບັນນາທິການຮັບຜິດຊອບຂ່າວຕ່າງປະເທດ ສັງກັດໜັງສືພິມ ແທັງນຽນ (ຊາວໜຸ່ມ) ສະເໜີວ່າ: “ກະຊວງຖະແຫຼງຂ່າວ ແລະ ສື່ສານ ຕ້ອງສົມທົບກັບ ສູນກາງ ສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງບັນດາຊຸດຝຶກອົບຮົມຫົວຂໍ້ສະເພາະໄລຍະສັ້ນ ເພື່ອແນໃສ່ບຳລຸງສ້າງຄວາມຮູ້ ກ່ຽວກັບບັນດາບັນຫາດັ່ງກ່າວ ໃຫ້ແກ່ກຳລັງນັກຂ່າວ, ບັນນາທິການ ທີ່ຮັບຜິດຊອບກ່ຽວກັບບັນດາການເຄື່ອນໄຫວມິດຕະພາບ, ການຮ່ວມມືລະດັບມະຫາພາກລະຫວ່າງການນຳຂັ້ນຕ່າງໆ, ບັນດາກະຊວງ, ຂະແໜງການ ແລະ ລະຫວ່າງຊາວໜຸ່ມສອງປະເທດ”.

        ເມື່ອເຕື້ອງເຖິງບົດບາດຂອງນັກຂ່າວໜຸ່ມໃນການໂຄສະນາກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ກຳປູເຈຍ, ນັກຂ່າວ Chhy Sophal (ກຳປູເຈຍ) ຖືວ່າ: ບັນດານັກຂ່າວ ຄວນແບ່ງປັນຂໍ້ມູນເປັນທາງການໃຫ້ກັນ, ຫຼີກລ້ຽງບັນດາຂໍ້ມູນບໍ່ຊັດເຈນ, ກໍ່ຜົນສະທ້ອນເຖິງການພົວພັນທາງການທູດຂອງສອງປະເທດ. ພິເສດ, ຕ້ອງເພີ່ມທະວີການຂຽນຂ່າວ ແລະ ບົດ ກ່ຽວກັບສະພາບການຮ່ວມມືລົງທຶນຂອງສອງປະເທດໃນທຸກຂົງເຂດຄື: ການສຶກສາ, ເສດຖະກິດ, ສາທາລະນະສຸກ, ສິ່ງແວດລ້ອມ, ກະສິກຳ ເປັນຕົ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ