ປະ​ທານ ໂຮ່​ຈີ​ມິນ: ຜູ້​ສ້າງ​ພື້ນ​ຖານ​ແກ່ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ໃນ​ປັດ​ຈຸ​ບັນ”

(VOVWORLD) -ປະມວນປື້ມທີ່ຫາຍາກໄດ້ຮຽບຮຽງດ້ວຍ 3 ພາສາ ນັ້ນແມ່ນພາສາ ຫວຽດນາມ, ໄທ ແລະ ພາສາ ອັງກິດ ກ່ຽວກັບວິວັດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ນັບແຕ່ປີ 1928  1929 ຢູ່ ໄທ ທີ່ມີຊື່ວ່າ “ປະທານໂຮ່ຈີມິນ: ຜູ້ສ້າງພື້ນຖານແກ່ສາຍພົວພັນລະຫວ່າງ ຫວຽດນາມ - ໄທ ໃນປັດຈຸບັນ” ແລະ ໄດ້ຮຽບຮຽງ ແລະ ພິມຈຳໜ່າຍເມື່ອ ປີ 2018. ກິດຈະກຳຄົ້ນຄວ້າທີ່ໄດ້ຮັບການຕີລາຄາວ່າ ເຮັດດ້ວຍເຫື່ອດ້ວຍແຮງຢ່າງພິຖິພິຖັນ ແລະ ແມ່ນຄວາມສຸດຈິດສຸດໃຈຂອງທ່ານຮອງສາດສະດາຈານ, ປະລິນຍາເອກ ນາງ ເຈືອງທິຮັ່ງ  - ມະຫາວິທະຍາໄລ ຣາດຊະພັດ ລຳປາງ  ແລະ ທ່ານສາດສະດາຈານ ນາງ ຈວນ ເພັດແກ້ວ - ສັງກັດ ສະຖາບັນບັນດິດ ໄທ ໃນຕະຫຼອດເວລາ 2 ປີ. ໃນລາຍການຊາຍຄາ ອາຊຽນ ພາກນີ້, ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວ VOV ຊອກຮູ້ກ່ຽວກັບປື້ມອ່ານທີ່ມີຄວາມໝາຍນີ້.

                              

       “ໜຶ່ງໃນບັນດາເຫດຜົນສຳຄັນນັ້ນແມ່ນ ພວກຂ້າພະເຈົ້າເຫັນໄດ້ເຫັນເຖິງບົດບາດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ. ເພິ່ນບໍ່ພຽງແຕ່ແມ່ນສາຍໃຍຜູກພັນປະຊາຄົມຊາວ ຫວຽດນາມ ອາໄສຢູ່ບັນດາເຂດພາກຂອງໄທ ເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງປະຊາຄົມຊາວ ຫວຽດາມ ອາໄສ ຢູ່ ໄທ ກັບປະຊາຊົນຢູ່ພາຍໃນປະເທດອີກດ້ວຍ, ນັ້ນແມ່ນແຫຼ່ງແຮງໃຈອັນໃຫຍ່ຫຼວງ ຊ່ວຍໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໄທ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ລັດຖະບານ ແລະ ປະຊາຊົນ ໄທ, ພ້ອມທັງປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນຜົນສຳເລັດຂອງການປະຕິວັດລວມຂອງປະຊາຊົນ ຫວຽດນາມ.”

ປະ​ທານ ໂຮ່​ຈີ​ມິນ: ຜູ້​ສ້າງ​ພື້ນ​ຖານ​ແກ່ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ໃນ​ປັດ​ຈຸ​ບັນ” - ảnh 1ປະມວນປຶ້ມ “ປະທານໂຮ່ຈີມິນ: ຜູ້ສ້າງພື້ນຖານແກ່ສາຍພົວພັນລະຫວ່າງ ຫວຽດນາມ - ໄທ ໃນປັດຈຸບັນ” 
ທ່ານ ປອ. ນາງ ເຈືອງທິຮັ່ງ ແບ່ງປັນວ່າ ແຮງບັນດານໃຈອັນໃຫຍ່ຫຼວງທີ່ສຸດ ທີ່ເຮັດໃຫ້ເພິ່ນພ້ອມດ້ວຍທ່ານສາດສະດາຈານ ນາງ ຈວນ ເພັດແກ້ວ ຂຽນປື້ມຫົວນີ້ອອກມາ ແມ່ນເພື່ອໃຫ້ຜູ້ອ່ານຊາວ ຫວຽດນາມ ມີຂໍ້ມູນເພີ່ມເຕີມກ່ຽວກັບໄລຍະເວລາເກືອບ 2 ປີ ທີ່ປະທານໂຮ່ຈີມິນ ໄດ້ເຜີຍແຜ່ລັດທິຮັກຊາດໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ, ໂດຍສະເພາະແມ່ນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອຂອງ ໄທ.

ໂດຍມີ 387 ໜ້າສຳລັບສະບັບພາສາ ຫວຽດ ແລະ 507 ໜ້າ ສຳລັບສະບັບພາສາ ໄທ, ປະມວນປຶ້ມດັ່ງກ່າວ ລວມມີ 5 ພາກ: ພາກທີໜຶ່ງມີຫົວຂໍ້: ປະທານໂຮ່ຈີມິນ - ລູກຜູ້ດີເດັ່ນຂອງຊາດ ຫວຽດນາມ. ພາກທີ 2 ມີຫົວຂໍ້: ແນວຄິດປະທານ ໂຮ່ຈີມິນ ກ່ຽວກັບຄວາມສາມັກຄີສາກົນ. ພາກທີ 3 ດ້ວຍຫົວຂໍ້: ປະທານ ໂຮ່ຈີມິນ ແລະ ຂະບວນວິວັດແຫ່ງການໂຄສະນາເຜີຍແຜ່ລັດທິຮັກຊາດຢູ່ປະເທດ ໄທ. ພາກທີ 4: ປະທານ ໂຮ່ຈີມິນ - ຜູ້ສ້າງພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ - ໄທ ໃນປັດຈຸບັນ ແລະ ຈົບລົງດ້ວຍພາກທີ 5: ປະທານໂຮ່ຈີມິນ ຢູ່ໃນໃຈຂອງປະຊາຊົນ ຫວຽດນາມ, ປະຊາຊົນ ໄທ ແລະ ທົ່ວມວນມະນຸດຜູ້ກ້າວໜ້າຕະຫຼອດໄປ. ທ່ານ ປອ. ນາງ ເຈືອງທິຮັ່ງ ແບ່ງປັນຕື່ມອີກວ່າ:

“ເນື້ອໃນທີ່ຂ້າພະເຈົ້າຈັບໃຈທີ່ສຸດ ແມ່ນພາກທີ 3 “ປະທານ ໂຮ່ຈີມິນ ແລະ ຂະບວນວິວັດແຫ່ງການໂຄສະນາເຜີຍແຜ່ລັດທິຮັກຊາດຢູ່ປະເທດ ໄທ”. ພາກນີ້ ໄດ້ຊ່ວຍໃຫ້ພວກເຮົາເຫັນໄດ້ເຖິງຮູບພາບກ່ຽວກັບຂະບວນວິວັດທີ່ປະທານ ໂຮ່ຈີມິນ ເຄື່ອນໄຫວຢູ່ ໄທ ຂ້ອນຂ້າງຮອບດ້ານພໍສົມຄວນ, ໂດຍມີຫຼາຍຂໍ້ມູນ ເຊິ່ງບັນດາກິດຈະກຳຄົ້ນຄວ້າອື່ນໆຍັງບໍ່ທັນໄດ້ເວົ້າເຖິງ, ອາດຈະຍ້ອນມີຮົ້ວກີດຂວາງກ່ຽວກັບດ້ານພາສາ ຫຼື ການສຳຜັດກັບແຫຼ່ງຂໍ້ມູນເອກະສານ. ເນື້ອໃນຂອງພາກນີ້ ຍັງຊ່ວຍໃຫ້ຜູ້ອ່ານຊາວ ໄທ ແລະ ຊາວ ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບອາລົມຈິດຄວາມຮັກແພງເຊິ່ງ ຊາວ ຫວຽດນາມ ອາໄສ ຢູ່ ໄທ ກໍຄືປະຊາຊົນຊາວ ໄທ ທີ່ມີຕໍ່ປະທານ ໂຮ່ຈີມິນ ອີກດ້ວຍ. ພ້ອມກັນນັ້ນ ກໍຍັງມີບັນດາຄວາມປະທັບໃຈ ແລະ ອາລົມຈິດຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ປະເທດ ແລະ ຊາວ ໄທ. ນີ້ກໍ່ແມ່ນໜຶ່ງໃນບັນດາພື້ນຖານອັນສຳຄັນ ປະກອບສ່ວນເຂົ້າໃນການເພີິ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນດີງາມ ລະຫວ່າງ ຫວຽດນາມ - ໄທ ໃນປັດຈຸບັນ”.

ປະ​ທານ ໂຮ່​ຈີ​ມິນ: ຜູ້​ສ້າງ​ພື້ນ​ຖານ​ແກ່ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ໃນ​ປັດ​ຈຸ​ບັນ” - ảnh 2ທ່ານຮອງສາດສະດາຈານ, ປະລິນຍາເອກ ນາງ ເຈືອງທິຮັ່ງ  - ມະຫາວິທະຍາໄລ ຣາດຊະພັດ ລຳປາງ  
ຕາມທ່ານ ປອ. ນາງ ເຈືອງທິຮັ່ງ ແລ້ວ, ປະມວນປຶ້ມນີ້ ໄດ້ຄັດເລືອກມານຳໃຊ້ເອກະສານຫຼາຍຢ່າງຂອງຜູ້ຂຽນຊາວ ໄທ ແລະ ແນ່ນອນວ່າ ບັນດາເອກະສານດັ່ງກ່າວ ແມ່ນຍັງໃໝ່ອ່ຽມສຳລັບຜູ້ອ່ານຊາວ ຫວຽດນາມ. ຍ້ອນວ່າ ມີໜ້ອຍເອກະສານທີ່ຂຽນດ້ວຍພາສາ ຫວຽດນາມ, ພາສາ ໄທ ແລະ ພາສາ ອັງກິດ ຂຽນກ່ຽວກັບຂະບວນວິວັດແຫ່ງການເຄື່ອນໄຫວ ປະຕິວັດ ຂອງປະທານ ໂຮ່ຈີມິນ ຢູ່ ໄທ. ເພາະສະນັ້ນ, ນອກຈາກຄວາມພະຍາຍາມເກັບທ້ອນ, ຄັດເລືອກ ແລະ ຄົ້ນຄວ້າບັນດາເອກະສານທີ່ກ່ຽວຂ້ອງຢ່າງລະອຽດຖີ່ຖ້ວນແລ້ວ, ພວກຂ້າພະເຈົ້າຍັງຂໍຄວາມຊ່ວຍເຫຼືອນຳບັນດານັກຊ່ຽວຊານຄົ້ນຄວ້າຂອງ ໄທ ອີກດ້ວຍ.

ໂດຍຕີລາຄາສູງເນື້ອໃນຂອງປື້ມ, ທ່ານອະດີດເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ໄທ ຫງວຽນຫາຍບັ່ງ ຖືວ່າ: ນີ້ແມ່ນໜຶ່ງໃນບັນດາຜົນງານທີ່ມີຄຸນຄ່າສັງລວມຢ່າງຮອບດ້ານ ແລະ ເປັນລະບົບທີ່ສຸດ ກ່ຽວກັບ ໄລຍະເວລາ 18  ເດືອນ ເຊິ່ງປະທານໂຮ່ຈີມິນ ເຄື່ອນໄຫວ ຢູ່ ໄທ. ປະມວນປຶ້ມດັ່ງກ່າວ ຍິ່ງມີຄວາມໝາຍ ເມື່ອໄດ້ຈຳໜ່າຍທັງເປັນພາສາ ຫວຽດ ແລະ ພາສາ ໄທ.

ປັດຈຸບັນ, ປະມວນປຶ້ມນີ້ ໄດ້ສົ່ງໄປຍັງລະບົບຫໍສະໝຸດຂອງມະຫາວິທະຍາໄລ ແລະ ສະຖາບັນບັນດິດ ໄທ 100 ແຫ່ງ ແລະ ກາຍເປັນເອກະສານຄົ້ນຄວ້າສະເພາະກ່ຽວກັບປະທານ ໂຮ່ຈີມິນ, ຊື່ງໄດ້ຊ່ວຍໃຫ້ບັນດານັກຄົ້ນຄວ້າ ກໍຄືຜູ້ອ່ານ ໄທ ມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ແຈ້ງກວ່າກ່ຽວກັບບຸກຄະລິກກະພາບຂອງ ປະທານ ໂຮ່ຈີມິນ, ບົດບາດຂອງປະທານ ໂຮ່ຈີມິນ ໃນການສ້າງຕັ້ງສາຍພົວພັນໄມຕີຈິດມິດຕະພາບອັນດີງາມຄືໃນປັດຈຸບັນລະຫວ່າງສອງປະເທດ. ທ່ານ ສົມພອນ ເລກອຸໄທພານິກ, ຜູ້ອຳນວຍການຫໍພິພິທະພັນ ບ້ານດົງ ໂຮ່ຈີມິນ ຢູ່ ແຂວງ ພິຈິດ ແລະ ທ່ານ ພູຣິນ ສີອຸດົມພົງ - ຜູ້ບັນລະຍາຍຂອງຫໍພິພິທະພັນ ແມ່ນໜຶ່ງໃນບັນດາຜູ້ອ່ານຊາວ ໄທ ທີ່ໄດ້ຮັບປື້ມຫົວນີ້ ເພື່ອຮັບໃຊ້ວຽກງານຂອງຕົນ. ເພິ່ນທັງສອງຕ່າງກໍມີຄວາມເຄົາລົບນັບຖືບັນດາຄວາມຮູ້ທີ່ເປັນປະໂຫຍດ ແລະ ມີຄວາມໝາຍ ເຊິ່ງປຶ້ມດັ່ງກ່າວນຳມາໃຫ້:

 (ສຽງຂອງທ່ານສົມພອນ ເລກອຸໄທພານິກ, ຜູ້ອຳນວຍການຫໍພິພິທະພັນ ບ້ານດົງ ໂຮ່ຈີມິນ ຢູ່ ແຂວງ ພິຈິດ ແລະ ທ່ານ ພູຣິນ ສີອຸດົມພົງ - ຜູ້ບັນລະຍາຍຂອງຫໍພິພິທະພັນ)

ເມື່ອແບ່ງປັນກ່ຽວກັບແຜນການຂອງໄລຍະຈະມາເຖິງ, ທ່ານ  ປອ. ນາງ ເຈືອງທິຮັ່ງ ໃຫ້ຮູ້ວ່າ ຈະສືບຕໍ່ຄົ້ນຄວ້າກ່ຽວກັບຂະບວນວິວັດແຫ່ງການເຄື່ອນໄຫວ ກໍຄືການສະທ້ອນຂອງປະທານ ໂຮ່ຈີມິນ ສຳລັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ອື່ນໆ ຄື ມຽນມາ… ເພາະວ່າ ພາຍຫຼັງໄລຍະເວລາ ຫວຽດນາມ ຍາດໄດ້ເອກະລາດ ເມື່ອປີ 1946, ນອກຈາກ ປະເທດ ໄທ ແລ້ວ, ມຽນມາ ກໍແມ່ນໜຶ່ງໃນບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ສະໜັບສະໜູນຕໍ່ການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ ຂອງປະຊາຊົນ ຫວຽດນາມ ຢ່າງສຸດຈິດສຸດໃຈ./. 

ຕອບກັບ

ຂ່າວ/ບົດ​ອື່ນ