ປະ​ສິດ​ທິ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ ຈາກ​ຮ​ູບ​ແບບ Homestay

(VOVWORLD) - ໂດຍໄດ້ສ້າງຕັ້ງຂຶ້ນກ່ອນນີ້ກວ່າ 60 ປີ, ໂຮງຮຽນມິດຕະພາບ T78 ຕັ້ງຢູ່ຕາແສງເຖາະລົກ, ເມືອງ ຟຸກເທາະ, ຮ່າໂນ້ຍ ເຊິ່ງເປັນໂຮງຮຽນບໍາລຸງສ້າງນັກຮຽນລາວ ທີ່ມາຮຽນກຽມພາສາຫວຽດ ຢູ່ຫວຽດນາມ ມາໄດ້ຫຼາຍລຸ້ນຄົນ. ເພື່ອແນໃສ່ຍົກສູງລະດັບຄວາມຮູ້ກ່ຽວກັບພາສາຫວຽດ ໃຫ້ແກ່ບັນດານັກຮຽນລາວ, ທາງໂຮງຮຽນໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ຊ່ວຍບັນດານັກສຶກສາລາວ ເຂົ້າຮ່ວມການລົງທັດສະນະຕົວຈິງ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ນັກຮຽນໄດ້ຝຶກແອບທັກສະການຮຽນພາສາຫວຽດ, ສາມາດຮຽນດ້ວຍຕົນເອງ... ໃນນັ້ນ, ພົ້ນເດັ່ນແມ່ນການເຄື່ອນໄຫວ “ພານັກຮຽນລາວໄປຮ່ວມຊີວິດຕົວຈິງຢູ່ເຮືອນປະຊາຊົນ” (Homestay).

 ໂຮງຮຽນມິດຕະພາບ T78 ເລີ່ມຜັນຂະຫຍາຍລາຍການ Homestay ນັບແຕ່ສົກຮຽນ 2014 -2015 ເປັນຕົ້ນມາ, ໄລ່ມາຮອດປັດຈຸບັນ ແມ່ນຄົບຮອບ 5 ປີ ແຫ່ງການດຳເນີນປະຕິບັດ. ໃນໄລຍະ 5 ປີ ນັ້ນ, ມີນັກຮຽນເກືອບ 500 ເທື່ອຄົນໄດ້ເຂົ້າຮ່ວມລາຍການດັ່ງກ່າວ, ດ້ວຍຂອບຂະໜາດນັບມື້ນັບໄດ້ຮັບການເປີດກວ້າງໃນບໍລິເວນຕາແສງເຖາະລົກ. ເລີ່ມຈາກມີນັກຮຽນ 19 ຄົນໄປຢູ່ກັບ 10 ຄອບຄົວໃນບ້ານດຽວ ໃນສົກຮຽນ 2014 – 2015 ນັ້ນ, ຮອດສົກຮຽນ 2018 – 2019, ຈໍານວນນັກຮຽນ ໄດ້ເພີ່ມຂຶ້ນ 166 ຄົນ ເຊິ່ງໄປຢູ່ກັບກວ່າ 100 ຄອບຄົວ,  ໃນ 4 ບ້ານ. ທ່ານ ຫງວຽນຫາຍແທັງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ:

        “ນີ້ແມ່ນຮູບແບບໜຶ່ງທີ່ມີຄວາມກ້າວໜ້າ ເຊິ່ງ ຫຼາຍປະເທດທີ່ທັນສະໄໝໃນໂລກພວມໝູນໃຊ້. ພວກຂ້າພະເຈົ້າ ຕີລາຄາສູງວິທີການຈັດຕັ້ງປະຕິບັດຂອງໂຮງຮຽນ, ນີ້ແມ່ນການເຄື່ອນໄຫວທີ່ມີປະສິດທິຜົນໃນຫຼາຍດ້ານຢ່າງແທ້ຈິງ. ລາຍການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບດ້້ານວິຊາສະເພາະຄື ຊ່ວຍໃຫ້ນັກຮຽນມີໂອກາດໄດ້ແອບເວົ້າພາສາຫວຽດ, ຮູ້ຄຳສັບໃໝ່ຫຼາຍຂຶ້ນ ແລະ ເປີດກວ້າງລະດັບຄວາມຮູ້ເທົ່ານັ້ນ ຫາກຍັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບຊີວິດວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມ ອີກດ້ວຍ”.

ປະ​ສິດ​ທິ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ ຈາກ​ຮ​ູບ​ແບບ Homestay - ảnh 1 ບັນດາຜູ້ແທນລົງຢ້ຽມຢາມເຮືອນຂອງປະຊາຊົນ ເຊິ່ງນັກຮຽນລາວດໍາລົງຊີວິດ

        ເຂົ້າຮ່ວມລາຍການໄປຮ່ວມຊີວິດຕົວຈິງຢູ່ເຮືອນປະຊາຊົນ, ພາສາຫວຽດ ແມ່ນພາສາດຽວທີ່ສາມາດນໍາໃຊ້ເພື່ອຕິດຕໍ່ພົວພັນກັນໄດ້, ດັ່ງນັ້ນ ນັກຮຽນຕ້ອງຊອກຫາວິທີເວົ້າເປັນປະຈຳ, ອອກສຽງຢ່າງຊັດເຈນ, ໃຊ້ຄໍາສັບໃຫ້ເໝາະສົມກັບກາລະເທສະ ເພື່ອໃຫ້ຜູ້ຟັງສາມາດເຂົ້າໃຈໄດ້... ສຳລັບເລື່ອງກິນຢູ່, ການດໍາເນີນຊີວິດ ແລະ ໄດ້ສຳຜັດກັບວັດຖຸສິ່ງຂອງ, ວຽກງານປະຈຳວັນນັ້ນ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນປັບປຸງທັກສະການຟັງ, ເວົ້າ, ອ່ານ, ຂຽນ. ເພື່ອນ ສຸທັດ ຕະວອນ, ນັກຮຽນລາວ ທີ່ເຂົ້າຮ່ວມລາຍການດັ່ງກ່າວໃນສົກຮຽນ 2018 – 2019 ໃຫ້ຮູ້ວ່າ:

 ເຖິງວ່າຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບ ວັດຖຸດິບ, ວິທີເຮັດເຂົ້າໜົມແລ້ວກໍຕາມ ແຕ່ເມື່ອຢືນຢູ່ຕໍ່ໜ້າຫຼາຍຄົນ ສຸດທິ ຍັງຕ້ອງຫາຄວາມຊ່ວຍເຫຼືອຈາກບັນດາສະມາຊິກໃນຄອບຄົວລຸງບຸດ ເພື່ອແນະນຳເຂົ້າໜົມບັນໂຈຍ ທີ່ ສຸດທິ ໄດ້ເຮັດມາແລ້ວນັ້ນ ດ້ວຍພາສາຫວຽດ. ແລະ ນີ້ກໍແມ່ນຈຸດປະສົງຂອງລາຍການ: ບັນດານັກຮຽນ ບໍ່ພຽງແຕ່ໄດ້ຮຽນພາສາຫວຽດເທົ່ານັ້ນ ຫາກຍັງຮຽນຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ອີກດ້ວຍ. ທ່ານ ຫງວຽນທິຢິງ ຄູສອນພາສາຫວຽດ ຢູ່ໂຮງຮຽນມິດຕະພາບ T78 ໃຫ້ຮູ້ວ່າ:

        “ຜ່ານການຕິດຕາມ, ຕີລາຄາ ແລະ ສອນໂດຍກົງ, ຂ້າພະເຈົ້າເຫັນວ່າ ພວກເພື່ອນມີຄວາມກ້າວໜ້າຫຼາຍ, ພິເສດແມ່ນບັນດາທັກສະການເວົ້າ, ຄວາມເຂົ້າໃຈກ່ຽວກັບວັດທະນະທຳທ້ອງຖິ່ນ ແລະ ພິເສດແມ່ນມີຄວາມຮັກແພງຕໍ່ບັນດາຄອບຄົວປະຊາຊົນຫຼາຍ”.

ປະ​ສິດ​ທິ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ ຈາກ​ຮ​ູບ​ແບບ Homestay - ảnh 2 ທ່ານ ອຳພາວັນ ກວ້າງມະນີວັນ, ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດລາວປະຈຳຫວຽດນາມ

        ເລື່ອງນັກຮຽນລາວ ເຊື່ອມຕົວຢ່າງຮອບດ້ານເຂົ້າກັບການດຳລົງຊີວິດ, ການອອກແຮງງານ, ການຜະລິດຂອງປະຊາຊົນ ແລະ ແລກປ່ຽນວັດທະນະທຳເຊິ່ງກັນແລະກັນ ໄດ້ປະກອບສ່ວນປັບປຸງ ແລະ ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ. ທ່ານ ອຳພາວັນ ກວ້າງມະນີວັນ, ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດລາວປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        ໃນໄລຍະຈະມາເຖິງ, ທາງໂຮງຮຽນ ກໍພວມສະເໜີອຳນາດການປົກຄອງຂັ້ນຕ່າງໆ ອະນຸຍາດໃຫ້ເພີ່ມຈຳນວນນັກຮຽນເຂົ້າຮ່ວມລາຍການ Homestay, ກໍຄືແກ່ຍາວເວລາປະຕິບັດລາຍການນີ້ຂຶ້ນເປັນ 2 – 3 ເດືອນແທນການປະຕິບັດໃນເວລາກວ່າ 20 ວັນ ຄືໃນປັດຈຸບັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ