ຜາດອນ ອີນສະແຫວງ -ຜູ້ນຳເອົາຜະລິດຕະພັນເຄື່ອງເງິນເອ້ຢ້ອງຂອງລາວ, ໄທ ມາຮັບໃຊ້ແມ່ຍິງ ຮ່າໂນ້ຍ

(vovworld)- ຜາດ​ອນ ອີນສະ​ແຫວ​ງ ປີ​ນີ້ອາຍຸ 32 ປີ, ລາວ​ໄດ້ຮຽນຈົບ​ປະລິຍາ​ໂທ​ຢູ່ ມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ ​ແລະ ປະຈຸ​ບັນ​ພວມ​ສືບ​ຕໍ່​ຄົ້ນ​ຄ້ວາປະລິຍາ​ເອກ. ​ເພື່ອນ​ຜາດອນ ຍັງ​ເປັນ​ລູກ​ເຂີຍ​ຂອງຄອບຄົວຊາວຫວຽດນາມ ​ມາ​ເປັນ​ເວລາ 5 ປີ​ແລ້ວ, ​ລາວ​​ເວົ້າ​ພາສາ​ຫວຽດນາມ ຄື​ພາສາ​ແມ່. ​ ​ໂດຍ​ໄດ້​​ດຳລົງ​ຊີວິດ ​ແລະ  ​ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ​​ເປັນເວລາ​ຫລາຍ​ປີ, ຜາດ​ອນ ​ໄດ້​ມີ​ໂອກາດ​ພົບ​ປະ​ກັບ​ໝູ່​ເພື່ອນ​ຢູ່ ຮ່າ​ໂນ້ຍ ຫລາຍ​ຄົນ ​ແລະ ຮູ້​ໄດ້​ວ່າ ​​ແມ່ຍິງ​ ຮ່າ​ໂນ້ຍ ນິຍົມ​ເຄື່ອງ​ເງິນ​ເ​ອ້ຢ້ອງຂອງ​ລາວ​,ໄທ. ສະ​ນັ້ນ ລາວ​ໄດ້​ປຶກສາ​ຫາລື​ກັບ​ຄອບຄົວ ​ແລະ ຕັດສິນ​ໃຈ​ນຳ​ ເຄື່ອງ​ເງິນ​ມາ​ຈາກ​ລາວ​, ​ໄທ​ເພື່ອ​ເອົາ​ໄປ​ຂາຍ​ຢູ່ ຮ່າ​ໂນ້ຍ ​ຈຸ​ດປະສົງກໍຢາກ​ແນະນຳ​ສິລະ​ປະ​ຜະລິດ​ເຄື່ອງ​ເງິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ລາວ​ ​ແລະ ​ໄທມາ​ໃຫ້​ໝູ່​ເພື່ອນຫວຽດນາມ.

ຜາດອນ ອີນສະແຫວງ -ຜູ້ນຳເອົາຜະລິດຕະພັນເຄື່ອງເງິນເອ້ຢ້ອງຂອງລາວ, ໄທ ມາຮັບໃຊ້ແມ່ຍິງ ຮ່າໂນ້ຍ - ảnh 1

        ຮ້ານ​ຂາຍ​ຜະລິດ​ຕະພັນ​ລາວ, ​ໄທ ຂອງ​ ​​ເພື່ອນ​ຜາດ​ອນ ຖືກ​ຕັ້ງ​ຢູ່ ຕາ​ແສງ ຟູ​​ເທ້ືອງ, ​ເມືອງ​ ​ໄຕ​ໂຮ່ - ຮ່າ​ໂນ້ຍ. ດ້ວຍ​ເນື້ອ​ທີ່ 50 ຕາລາງ​ແມັດ, ​ເພື່ອນ​ ຜາດ​ອນ ​ໄດ້​ວາງສະແດງສິນຄ້າ​ຢ່າງ​ງາມ​ຕາ ​ແລະ ​ສ້າງ​ຄວາມ​ສະດວກ​ໃຫ້​ລູກ​ຄ້າ​​ໃນ​ການ​ຊອກ​ຊື້​ເຄື່ອງ​ຂອງ. ​ເຄື່ອງ​ເງິນ​ຂອງ​ລາວ, ​ໄທ ​ວາງ​ຂາຍ​ຢູ່​ທີ່​ນີ້ ມີ​ຫລາຍ​ປະ​ເພດ​ຄື: ​ແຫວນ,ຕຸ້ມຫູ, ສາຍ​ຄໍ, ກີ້​ສາຍ​ຄໍ, ປອກ​ແຂນ, ​ໂມງ ...​ເພື່ອນ ຜາດ​ອນ ​ໃຫ້​ຮູ້​ວ່າ: ເມື່ອ​​ເປີດ​ຮ້ານ​ຄ້າຂ້າພະ​ເຈົ້າ​ພຽງມີຈຸດປະສົງ​ແມ່ນ​ຢາກຂາຍ​ເຄ່ືອງ​ເງິນ​ຂອງ​ລາວ, ​ໄທ ​ເທົ່າ​ນັ້ນ, ​ແຕ່​ໄລຍະ​ທຳ​ອິດ ລູກ​ຄ້າ​ບໍ່​ທັນ​ຮູ້ຈັກ​ຫລາຍປານ​​ໃດ​ແລະ​​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ຕະຫລາດ​ຫວຽດນາມ ພວມ​ນິຍົມ​ຜະລິດ​ຕະພັນທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ​ລາວ, ​ໄທ,  ສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງ​​ເອົາ​ເຄື່ອງ​ໃຊ້​​ໃນ​ຄອບຄົວ​ມາຂາຍ​​ນຳອີກ. ​ເຖິງ​ວ່າ ​ຮ້ານ​ຄ້າ​ຂອງຜາດອນແມ່ນໃຫຍ່​ໂຕພໍ​ສົມຄວນ​ກໍຕາມ ​ແຕ່​ວິທີ​ຂາຍ​ເຄື່ອງ​ຂອງ ​ເຈົ້າຂອງ​ຮ້ານ​ຄ້າ​ສ່ວນ​ຫລາຍ​​ແມ່ນຕິດຕໍ່ຄ້າຂາຍຜ່ານ​​ອິນ​ເຕີ​ແນັດ.  ​ເພື່ອນ ຜາດ​ອນ ​ໃຫ້​ຮູ້​ວ່າ:

ສຽງ ຜາດ​ອນ

​        ຜະລິດ​ຕະພັນ​ເຄື່ອງ​ເງິ​ນລາວ, ​ໄທ ມີ​ຈຸດ​ທີ່​ແຕກ​ຕ່າງ​ກັບ​ເຄື່ອງ​ເງິນຢູ່ ຫວຽດນາມ ນັ້ນ​ແມ່ນ ​ສີ​ຂອງ​ມັນ​ຢາກ​ດຳຫນ້ອຍ​ຫນຶ່ງ ​ແລະ ​ສ້າງ​ຄວາມ​ປະ​ທັບ​ໃຈ.  ​ເມື່ອ​ຜະລິດ​ສິນຄ້າ​ປະ​ເພດ​ນີ້, ຈຸດ​ທີ່​ຍາກ​ກວ່າ​ໝູ່ ນັ້ນ​ແມ່ນຂັ້ນ​ຕອນຕິດ​ເມັດ​​ແກ້ວ​ເພື່ອ​ສ້າງ​ຄວາ​ມດູດ​ດື່ມ​​ໃຫ້​ຜະລິດ​ຕະພັນ. ​ເພື່ອນ ຜາດ​ອນ ບໍ່​ແມ່ນ​ຊ່າງ​ຕີ​ເງິນ-​ຄຳ ​ແລະ ກໍ​ບໍ່​ທັນ​ຮຽນ​ຂ​ະ​ແຫນງ​ໃດ​ກ່ຽວຂ້ອ​ງ​ເຖິງ​ຜະລິດ​ຕະພັນປະ​ເພດ​ນີ້ ສະ​ນັ້ນ ​ເມື່ອ​ເລີ່​ມດຳ​ເນີນ​ທຸລະ​ກິດ ຜາດ​ອນກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ.

ສຽງ ຜາດ​ອນ

        ​ເມື່ອລູກ​ຄ້າ​ເຂົ້າ​ຊື້​ເຄື່ອງ​​ໃຊ້​ໃນ​ຄອບຄົວຢູ່ຮ້ານ​ຄ້າ​ຂອງ​ເພື່ອ​ນຜາດ​ອນ ສ່ວນ​ຫລາຍ​ເອື້​ອຍນ້ອງ​ຢາກຊື້​ເຄື່ອງ​ເງິນເ​ອ້ຢ້ອງອີກ ​ເພາະ​ຄວາມ​ງາມ ​ແລະ ຈຸດ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຜະລິດ​ຕະພັນເຄື່ອງ​ເງິ​ນລາວ, ​ໄທ. ​ເພື່ອນ ຕ້າ​ທູ​ຮ່າ, ຜູ້​ເຄີຍ​ຊື້​ເຄື່ອງ​ຢູ່ ຮ້ານ​ຄ້າ​ຂອງ​​ ຜາດ​ອນ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຮູ້​ຈັກ​ຮ້ານ​ຄ້າ​ນີ້​ຜ່ານ​ໝູ່​ເພື່ອນ. ຂ້າພະ​ເຈົ້າ​ມາ​ຊື້​ຫລາຍ​ເທື່ອ​ແລ້ວ ​ແລະ ມື້​ນີ້ ພາ​ເພື່ອນ​ມາ​ຊື້​ເຄື່ອງ​ເງິນ ​ເພາະ​ເຫັນ​ວ່າ ຜະລິດ​ຕະພັນ​ເຄື່ອງ​ເງິນ​ຂອງ​ລາວ, ​ໄທ ​ແມ່ນ​ງາມ​ຫລາຍ, ຄຸນ​ນະພາ​ບດີ, ມີ​ຫລາຍ​ຮູບ​ຫລາຍ​​ແບບ, ລາຄາ​ເໝາະ​ສົມ.”

ຜາດອນ ອີນສະແຫວງ -ຜູ້ນຳເອົາຜະລິດຕະພັນເຄື່ອງເງິນເອ້ຢ້ອງຂອງລາວ, ໄທ ມາຮັບໃຊ້ແມ່ຍິງ ຮ່າໂນ້ຍ - ảnh 2

        ສຳລັບ​​ເພື່ອນ​ຜາດ​ອນ​ແລ້ວ, ​ເລື່ອງ​ດຳ​ເນີນ​ທຸລະ​ກິດຄ້າຂາຍ​ຜະລິດ​ຕະພັນ​ຂອງ​ລາວ, ​ໄທ​ບໍ່​ນຳ​ມາ​ເຊິ່ງຜົນກຳ​ໄລ​ຫລາຍ​ປານ​ໃດ, ​ແຕ່​ເພື່ອນ​ດີ​ໃຈ​ຫລາຍ ​​ເພາະ​ຕົນ​ເອງໄດ້​ແນະນຳ​ສິລະ​ປະການ​ຜະລິດ​ເຄື່ອງ​ເງິນ​ຂອງ​ລາວ, ​ໄທ ມາ​ໃຫ້​ໝູ່​ເພື່ອນ​ຫວຽດນາມ. ວຽກ​ງານ​ສຳຄັນ​ຂອງ​ເພີ່​ອນ ຜາດ​ອນປະຈຸ​ບັນ ​ແມ່ນ​ຊຸກຍູ້​ການໂຄສະນາຜ່ານ​ອິນ​ເຕີ​ແນ​ດ ​ເພື່ອ​ໃຫ້​​ເອື້ອຍນ້ອງ​ແມ່ຍິງ​ຫວຽດນາມ ຫລາຍ​ຄົນຮູ້​ຈັກ​ເຖິງຜະລິດ​ຕະພັນປະ​ເພດ​ນີ້. ​ເພື່ອນ ຜາດ​ອນ ປາດ​ຖະຫນາ​ວ່າ ທ້າຍ​ປີ 2014, ຕົ້ນ​ປີ 2015 ຈະ​ມີ​​ແຫ​ລ່ງທຶນຮອນຢ່າງ​ພຽງພໍ​ເພື່ອ​​ເປີດ​​ຮ້ານ​ຄ້າ​ຕື່ມ​ອີກ ແຫ່ງ​ຫນຶ່ງ​ຢູ່ ​ໃຈກາງ​ນະຄອນຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ