ຟ້ອນ Apsara ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ

(vovworld)-ມີນາ​ງສາວ​ຫລາຍ​ຄົນ​ຢູ່ ກຳປູ​ເຈຍ ພວມ​ຮຽນ​ວາດ​ຟ້ອນ​ພື້ນ​ເມືອງ Apsara ຄື​ດັ່ງ​ວິທີ​ຫນ່ຶງເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ອາດ​ຖື​ວ່າ Apsara ​ແມ່ນ​​ຕົວຢ່າງ​​ທີ່ພົ້ນ​ເດັ່ນໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ກໍ​ຄື​ວິ​ທີ​ຂຸດ​ຄົ້ນ​ບັນດາ​ຄຸນຄ່າ​ນີ້​ເພື່ອ​ຮັບ​ໃຊ້​ຊີວິດ​ຂອງ​ປະຊາຊົນ.

ຟ້ອນ Apsara ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ - ảnh 1

         “ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ນ​ັບ​ແຕ່​ເມື​່ອຂ້າພະ​ເຈົ້າ​ເລີ່​ມຮຽນ​ວາດ​ຟ້ອນ Apsara ​ແລະ ກາຍ​ເປັນ​ນັກ​ຟ້ອນ​ອາຊີບ. ຂ້າພະ​ເຈົ້າ​ໄດ້​ຮັບ​ການກຳ​ເນີ​ດໃນ​ຄອບຄົວ​ທຳ​ມະ​ດາສາມັນ. ​ແຕ່​ເມື່ອ​ຮູ້​ຟ້ອນ Apsara​ ແລ້ວ, ຂ້າພະ​ເຈົ້າ​​ກໍ່​ໄດ້​ຮັບເຊີນ​ໄປສະ​ແດງ​ຢູ່​ຕ່າງປະ​ເທດ. ຂ້າພະ​ເຈົ້າ​ສາມາດ​ຫາ​ເງິນ​ໄດ້​ຫລາຍ​ພໍ​ສົມຄວນ​​ຈາກ​ການ​ຟ້ອນ Apsara ເພື່ອ​ຊ່ວຍ​ເຫລືອ​ຄອບຄົວກໍ​ຄື​ສືບ​ຕໍ່​ການ​ຮຽນ​ຂອງ​ຕົນ.”

          ນັ້ນ​ແມ່ນ​ຄຳ​ແບ່ງປັນ​ຂອງ​ນາງ Srey Senh ຊື່​ງ​ແມ່ນຫນຶ່ງ​ໃນ​ຈຳນວນ​ນັກ​ຟ້ອນອາຊີບ Apsara  ນັບ​ພັນ​ຄົນ ຢູ່ ກຳປູ​ເຈຍ. Srey Senh ​ໃຫ້​ຮູ້​ວ່າ: ​ເພື່ອ​ກາຍ​ເປັນ​ນັກ​ຟ້ອນອາຊີບ, ນາງ​​ຕ້ອງ​ຮຽນ​ຟ້ອນ Apsara ນັບ​ແຕ່​ເມື່ອ​ອາຍຸ 14 ປີ ​ແລະ ​ແອບ​ຟ້ອນ​ຢ່າງ​ລຳ​ບາກໃນ​​ຕະຫຼອດໄລຍະ 8 ປີ ​ຈຶ່ງ​ສາ​ມາດ​ຟ້ອນຢ່າງ​ອ່ອນ​ຊ້ອຍ​ໄດ້.

        ຕາມ​ເລື່ອ​ງລາວທີ່​ເລົ່າ​ສື​ບມາ​ແຕ່​ບຸ​ຮານ​ນະ​ການ, Apsara ​​ແມ່ນ​ນາງ​ເທວະ​ດາ​ເມກ ​ແລະ ນຳ້. ​ເມື່ອ​ບັນດາ​ນາງ​​ເທວະ​ດາ​ ຢອກ​ຫລິ້ນ​, ຟ້ອນ​ລຳ​ທຳ​ເພງ, ຕົ້ມ​ໄມ້​​ໃບ​ຫຍ້າກໍ່​​ເກີດ​ດອກອອກ​ຫນໍ່ ແລະ ສັດສາ​ວາ​ສິ່ງກໍ່ແຜ່​ຜາຍ​ອອກ, ສະ​ນັ້ນ ປະຊາຊົນ ກຳປູ​ເຈຍ ​ໄດ້​ເຊີດ​ຊູ Apsara ​ແມ່ນ​ນາງ​ເທວະ​ດາ​ວັດທະນາ​ຖາວອນ ​ແລະ ສ້າງ​ເປັນ​ວາດ​ຟ້ອນ​ Apsara ເພື່ອສະ​ແດງ​ໃນ​ມື້​ຍ້ອງຍໍ​ສັນລະ​ເສີ​ນຄຸນງາມຄວາມດີ​ຂອງ​ບັນດາ​​ເທວະ​ດາ ​ແລະ ລາຊະ​ວົງ. ວາດ​ຟ້ອນ Apsara ​​ເຄີຍ​ປະກົດ​ໃນ​ພາບແຕ​້ມ ​ແລະ ຮູບຄວັດ​ແກະສະຫລັກທີ່​ປະດັບ​ຢູ່​ບັນດາ​ວິຫານ​ບູຮານ ຂອງ​ກຳປູ​ເຈຍຄື: ກຸ່ມ​ ອັງ​ກໍ​ວັດ ກໍ​ຄືບັນດາ​ກິດຈະກຳ​ສາສະໜາ​​ໃນ​ທົ່ວ​ປະ​ເທດ. ​ໃນ​ຫລາຍ​ສັດຕະວັດຜ່ານ​ມາ, Apsara ​ໄດ້​ກາຍ​ເປັນ​ວາດ​ຟ້ອນ​ລາຊະ​ວັງ ​ແລະ ບັນດາ​ນາງ​ສາວ​ກຳປູ​ເຈ​ຍເຄີຍ​ສະ​ແດງ​ວາດ​ຟ້ອນ​ນີ້ໃນ​ໂອກາດ​ວັນ​ບຸນ​ຕ່າງໆ ​ແລະ ງານ​ດອງ. ປີ 2003, UNESCO ​ໄດ້​ຮັບຮອງ​ວາດ​ຟ້ອນ Apsara ​​ເປັນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​. ປະຈຸ​ບັນ, ບັນດາ​ເຮືອນ​ຮ້ານ, ​ໂຮງ​ແຮມ​ໃຫຍ່ ຢູ່ ກຳປູ​ເຈຍ ​​ເຄີຍ​ຈັດ​ລາຍການ​​ຟ້ອນ Apsara ​ເພື່ອຮັບ​ໃຊ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ມີຫລາຍ​ເວັບ​​​​ໄຊທ່ອງທ່ຽວ​​ຖື​ວ່າ: ​ເມື່ອມາ​ຢ້ຽມຢາມ ກຳປູ​ເຈຍ ຖ້າ​ບໍ່​ໄດ້​​ຊົມ​ວາດ​ຟ້ອນ Apsara, ໝາຍ​ຄວາມ​ວ່າ ​ນັກ​ທ່ອງ​ທ່ຽວບໍ່​ທັນ​ຮູ້​​​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊາວ ກຳປູ​ເຈຍ .

ຟ້ອນ Apsara ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ - ảnh 2

           ຍ້ອນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ກຳປູ​ເຈ​ຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​​​​ເຮັດ​ໃຫ້ຄວາມ​ຕ​້ອງ​ການ​ຮັບ​ຊົມ​ວາດ​ຟ້ອນ Apsara ກໍ່​ເພີ່ມ​ຂຶ້ນ​ເຊັ່ນດຽວ​ກັນ​, ຍ້ອນ​ເຫດ​ນັ້ນກາ​ນຮຽນ​ວາດ​ຟ້ອນ Apsara ​ຈຶ່ງ​ກາຍ​ເປັນ​ວິທີ​ຫນຶ່ງ​ເພື່ອ​ໃຫ້ນາງ​ສາວ​ກຳປູ​ເຈຍ ຫລາຍ​ຄົນ​ຫລຸ​ດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​.​ ມີ​ສູນ​ສອນ​ຟ້ອນ Apsara ​​ໂດຍ​ບໍ່​ເສຍ​ຄ່າ​ຫລາຍ​ແຫ່ງ​​ໄດ້​ຮັບ​ການ​ສ້າງ​ຂຶ້ນ. ອ້າ​ຍ Waan Sithen, ຄູ​ສອນ​ຢູ່ ສະ​ຖາ​ບັນ​ສິລະ​ປະ Cham pay ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ບໍ່​ຮອດ​ປີ​ຫນຶ່ງ, ຈຳນວນ​ຜູ້ມາ​ຮຽນ​ວາດ​ຟ້ອນ Apsara ​​ໄດ້​ເພີ່ມ​ຂຶ້ນ​ເຖິງ 200 ຄົນ.

        “​ດ້ວຍທັກ​ສະ​ຟ້ອນ Apsara ຂອງ​ຕົນ, ພວກ​ນ້ອງ​ສາມາດ​ຫາ​ເງິນ ​ລ້ຽງ​ຊີບ ​ໃນ​ກໍລະນີບໍ່​ທັນ​ບັນລຸ​ໄດ້​ຄວາມໄຝ່ຝັນ​ຂອງຕົນຄື​ຢາກ​ກາຍ​ເປັນ​ທະນາຍຄວາມ, ທ່ານໝໍ. ​ ບັນດາ​ວາດ​ຟ້ອນ​ນີ້ ​ໄດ້​ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ຊີວິດ​ດີກ​ວ່າ.”

      ຕາມ​ການ​ສະຖິຕິ​ໃຫ້​ເຫັນ​ວ່າ: ລາຍ​ຮັບ​ສະ​ເລ່ຍ ຂອງ​ຄົນ​ງານ​ຜູ້​ຫນຶ່ງ​ຢູ່ ກຳປູ​ເຈຍ ​ແມ່ນ 100-150 USD/ເດືອນ. ​ແຕ່​ລາຍ​ຮັບ​ຂອງ​ນັກ​ຟ້ອນ Apsara ອາຊີບ ຄົນ​ຫນຶ່ງ​ແມ່ນ 300 USD/ເດືອນ. ສະ​ນັ້ນ ຜູ້ສາວ ກຳປູ​ເຈຍ ຫລາຍ​ຄົນ​ຈຶ່ງ​​ຮຽນ​​ຟ້ອນ Apsara ຄື​ດັ່ງ​ວິທີ​ຫນຶ່ງ​ເພື່ອ​ຫລຸ​ດພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ສືບ​ຕໍ່​ການ​ຮຳ່ຮຽນ, ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ​ຕົນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, Apsara ​ແມ່ນ​ແບບຢ່າງ​ທີ່​ພົ້ນ​ເດັ່ນໃນ​ການ​ອະນຸ​ລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ, ​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ນີ້​ກາຍ​ເປັນ​ເຄື່ອງມື​ຊ່ວຍ​ປະຊາຊົນ​ມີ​ຊີວິດ​ດີກ​ວ່າ.

 

ຕອບກັບ

ຂ່າວ/ບົດ​ອື່ນ