ລາວ ​ປະສົບຜົນສຳເລັດໃນການນຳ​ຢາ​ພື້​ນ​ເມືອ​ງ​ເຂົ້າໃນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19

(VOVWORLD) - ຕໍ່ໜ້າການແຜ່ລະບາດ ຂອງ ເຊື້ອໄວຣັດສາຍພັນ Omicron ໃນທົ່ວໂລກຢ່າງສັບສົນປະເທດລາວໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນເມື່ອມີຈຳນວນຜູ້ຕິດເຊື້ອແລະເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ລະດັບຕ່ຳທີ່ສຸດໃນພາກພື້ນອາຊຽນເຖິງວ່າພວມຜ່ານຜ່າໄລຍະເວລາທີ່ມີຈຳນວນຜູ້ຕິດເຊື້ອໃໝ່ປະມານ 1000 ຄົນຕໍ່ວັນກໍ່ຕາມເພື່ອຈຳກັດຈຳນວນຜູ້ຕິດເຊື້ອ ກໍ່ຄືຜູ້ເສຍຊີວິດຫຼາຍເທົ່າທີ່ຈະເຮັດໄດ້ທ້າຍປີ 2021 ຜ່ານມາລາວໄດ້ປະຕິບັດໃນການນຳຢາພື້ນເມືອງເຂົ້າການປິ່ນປົວພະຍາດໂຄວິດ - 19 ຢ່າງສຳເລັດຜົນຢາສະໝູນໄພທີ່ໄດ້ນຳໃຊ້ໃນການປິ່ນປົວລວມມີລາຊາບີຜັກຄາວທອງ ແລະ ກະຊາຍຂາວ ເພື່ອແນໃສ່ໜູນຊ່ວຍແລະຫຼຸດຜ່ອນຄ່າປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ລາວ.

ລາວ ​ປະສົບຜົນສຳເລັດໃນການນຳ​ຢາ​ພື້​ນ​ເມືອ​ງ​ເຂົ້າໃນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 - ảnh 1ຢາພື້ນເມືອງປິ່ນປົວພະຍາດໂຄວິດ - 19 (ພາບ: VOV)

ຕາມກະຊວງສາທາລະນະສຸກລາວ ແລ້ວ, ໝາກຜົນຂອງການຄົ້ນຄ້ວາສະແດງໃຫ້ເຫັນວ່າ ຢາສະໝູນໄພ 3 ຊະນິດນີ້ ໄດ້ຊ່ວຍສ້າງລະບົບພູມຕ້ານທານໃຫ້ຮ່າງກາຍໄດ້ ແລະ ຊ່ວຍຫຼຸດຜ່ອນອາການໄຂ້ຮ້ອນ, ເປັນຫວັດ, ໄອ, ເຈັບຄໍ, ເຈັບອາມີດານ, ຊ່ວຍໃຫ້ຮູ້ສຶກລົດຊາດອາຫານໄດ້ໄວ. ພາຍຫລັງຜະລິດຢາແບບເມັດ, ບັນດາອົງການທີ່ກ່ຽວຂ້ອງຂອງລາວ ໄດ້ນຳໃຊ້ວິທີການປິ່ນປົວປະສົມກັບຢາຫຼວງ ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ທີ່ມີອາການເບົາ ແລະ ປານກາງ ໃນບັນດາສູນແຍກຕົວຢູ່ແຂວງສະຫວັນນາເຂດ, ສາລະວັນ, ຈຳປາສັກ.

     ໝາກຜົນຂອງການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ 425 ຄົນສະແດງໃຫ້ເຫັນວ່າ ມີ 86 – 100% ຜູ້ຕິດເຊື້ອ ມີອາການດີຂຶ້ນພາຍຫຼັງນຳໃຊ້ ລາຊາບີ ແລະ ຜັກຄາວທອງ, ສ່ວນຜູ້ນຳໃຊ້ ກະຊາຍຂາວ ແມ່ນດີ 93 – 100%. ອ້າຍ ບຸນທອງ ແລະ ເອື້ອຍ ຈັນສີດາ ຜູ້ຕິດເຊື້ອ 2 ຄົນທີ່ໄດ້ນຳໃຊ້ວິທີການດັ່ງກ່າວແບ່ງປັນວ່າ:

ຂ້າພະເຈົ້າໄດ້ຮັບຄໍາແນະນໍາຈາກທ່ານໝໍໃຫ້ໃຊ້ຢາຫຼວງປະສົມກັບຢາພື້ນເມືອງຂອງລາວ. ເມື່ອທຽບໃສ່ຄົນເຈັບອື່ນໆ, ຜົນຂອງຢາຕໍ່ກັບຂ້າພະເຈົ້າແມ່ນດີໄວຫຼາຍ, ຫຼັງຈາກກິນຢາພຽງແຕ່ສອງມື້, ສຸຂະພາບດີຂື້ນຢ່າງເຫັນໄດ້ຊັດ, ອາການຕິດເຊື້ອຂອງຂ້າພະເຈົ້າກໍ່ຫາຍຂາດ.

ພາຍຫຼັງໄດ້ຕິດໂຄວິດ - 19, ຂ້າພະເຈົ້າໄດ້ປິ່ນປົວຕາມຄຳແນະນຳຂອງທ່ານໝໍດ້ວຍຢາສະໝູນໄພ ໂດຍລາວ ຜະລິດເອງ. ພາຍຫຼັງນຳໃຊ້ຢາຊະນິດນີ້ ຂ້າພະເຈົ້າເຫັນວ່າ ອາການໄອ, ຈາມ, ນ້ຳໂມກອອກ, ເປັນຫວັດ, ອາການເຈັບຄໍ, ອາມີດານອັກເສບກໍ່ດີຂຶ້ນພໍສົມຄວນ, ອາການຖອກທ້ອງກໍ່ຫາຍໄປ. ຫຼັງຈາກນັ້ນ, ຂ້າພະເຈົ້າສືບຕໍ່ກິນຢາໄປອີກປະມານ ມື້ ທຸກອາຫານກໍ່ເຊົາໝົດ, ບໍ່ມີອາການຕິດເຊື້ອໂຄວິດອີກ.

ຕາມທ່ານ ປອ.ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງແລ້ວ,  ຂໍ້ລິເລີ່ມນຳໃຊ້ຢາພື້ນເມືອງເຂົ້າໃນການປົວພະຍາດໂຄວິດ - 19 ແມ່ນສ່ວນໜຶ່ງໃນແຜນການພັດທະນາຂະແໜງສາທາລະນະສຸກ ໄລຍະ 2016 – 2020 ກ່ຽວກັບການເສີມຂະຫຍາຍ, ນຳໃຊ້ ແລະ ອະນຸລັກຮັກສາບັນດາແຫຼ່ງຢາພື້ນເມືອງທຳມະຊາດ. ຜ່ານການຕິດຕາມສະແດງໃຫ້ເຫັນວ່າ: ລາຊາບີ ມີຜົນປະໂຫຍດໃນການຫຼຸດອາການໄຂ້, ເຈັບຄໍ, ອັກເສບປອດ, ມີປະໂຫຍດສຳລັບຜູ້ຕິດເຊື້ອທີ່ມີອາການເບົາ, ຜັກຄາວທອງຊ່ວຍສ້າງລະບົບສ້າງພູມຕ້ານທານໃຫ້ຮ່າງກາຍ ແລະ ເຮັດໃຫ້ໄວຣັດຍາກທີ່ຈະພັດທະນາໃນຮ່າງກາຍໄດ້, ສ່ວນກະຊາຍຂາວ ມີປະໂຫຍດສະກັດກັ້ນໄວຣັດແຜ່ລາມ, ຂະຫຍາຍ. ທ່ານ ປອ.ດຣ ບຸນເລື່ອນ ດວງເດືອນ ໃຫ້ຮູ້ວ່າ:

ຈາກບັນດາຄວາມຮູ້ທາງການແພດທີ່ທັນສະໄໝ ສົມທົບກັບຢາພື້ນເມືອງໂດຍປູຍ່າຕາຍາຍປະໄວ້ໃຫ້, ພວກຂ້າພະເຈົ້າໄດ້ຄົ້ນຄ້ວາ ແລະ ຜະລິດຢາໜູນຊ່ວຍການປິ່ນປົວໂຄວິດ - 19 ຈາກຢາພື້ນເມືອງຄື: ລາຊາບີ ແລະ ຜັກຄາວທອງ ແລະ ກາຊາຍາວສຳເລັດຜົນ. ພາຍຫຼັດຳເນີນການທົລອງຕໍ່ຄົນ, ຢາຊະນິດນີ້ ໄດ້ພິສູດໃຫ້ເຫັນປະສິດທິຜົນ ແລະ ສັບພະຄຸນທີ່ດີ, ພິເສດໃນການປິ່ນປົວຜູ້ເປັນຫວັດ ແລະ ມີບັນດາພະຍາດກ່ຽວກັບລະບົບຫາຍໃຈ. ການຄົ້ນຄ້ວາ, ປຸງແຕ່ງຢາກໍ່ມີຫຼາຍຂັ້ນຕອນ ແລະ ອີງໃສ່ບັນດາໝາກຜົນຂອງການຄົ້ນຄ້ວາຕົວຈິງທີ່ ມາຈາກຫຼາຍປະເທດໃນໂລກ.

          ເຖິງຢ່າງໃດກໍ່ຕາມ, ບັນດານັກວິທະຍາສາດລາວ ກໍ່ໄດ້ຍົກອອກຂໍ້ສະເໜີວ່າ: ບໍ່ນຳໃຊ້ລາຊາບີ ສຳລັບແມ່ຍິງຖືພາ, ແມ່ຍິງທີ່ພວມໃຫ້ລູກກິນນົມ ຫຼື ເດັກນ້ອຍ, ຜູ້ເຄີຍເປັນພະຍາດອັກເສບໝາກໄຂ່ຫຼັງ, ແພ້ຢາ ຫຼືເປັນພະຍາດກ່ຽວກັບກະເພາະ. ພ້ອມກັນນັ້ນ ກໍ່ກ່າວເຕືອນວ່າ ປະຊາຊົນບໍ່ນຳໃຊ້ຢາພື້ນເມືອງຊະນິດນີ້ດ້ວຍຕົນເອງ ຍ້ອນບັນດາຜົນຕາມຫຼັງ ແລະ ການນຳໃຊ້ຕ້ອງຕາມວິທີການສົມທົບກັບຢາຫຼວງ ກໍ່ຄືພາຍໃຕ້ຄຳເເນະນຳຂອງທ່ານໝໍທີ່ມີວິຊາສະເພາະ. ປັດຈຸບັນ, ຢູໃນໂລກ, ມີບາງປະເທດ ໄດ້ ແລະ ພວມຄົ້ນຄ້ວາການປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ໂດຍໄດ້ນຳໃຊ້ວິທີສົມທົບການແພດພື້ນເມືອງ ແລະ ການແພດທັນສະໄໝ. ສຳລັບປະເທດລາວ, ນີ້ກໍ່ແມ່ນບາດກ້າວສຳເລັດໃນເບື້ອງຕົ້ນ ໃນວຽກງານຄົ້ນຄ້ວາ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ