ສປປ ເກົາຫລີ ລົບລ້າງຂໍ້ຕົກລົງກັບ ອາເມລິກາ.

ສປປ ເກົາຫລີ ລົບລ້າງຂໍ້ຕົກລົງກັບ ອາເມລິກາ. - ảnh 1
ສະພາຄວາມໝັ້ນຄົງຈັດກອງປະຊຸມພາຍຫລັງ ສປປ ເກົາຫລີ ຍິງດາວທຽມ
ພາບປະກອບ:internet

(vovworld) -​ ຕາມ​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫລີ KCNA ​ແລ້ວ, ວັນ​ທີ 17/4 ກະຊວງ​ການ​ຕ່າງປ​ະ​ເທດ ປະ​ເທດ​ນີ້ ​ໃຫ້​ຮູ້​ວ່າ: ສປປ ​ເກົາຫລີ ບໍ່​ບັງຄັບ​ຕ້ອງ​ປະຕິບັດ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກັບ​ ອາ​ເມ​ລິ​ກາ ​ໃນ​ທ້າຍ​ເດືອນ 2 ຜ່ານ​ມາ ​ແລະ ສປປ ​ເກົາຫລີ ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຍິງ​ດາວ​ທຽ​ມ. ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກັບ ອ​າ​ເມ​ລິ​ກາ ​ເມື່ອ​ວັນ​ທີ 29/2, ສປປ ​ເກົາຫລີ ຈະ​ຢຸດຕິ​ການ​ເສີມ​ທາດ urani ກໍ​ຄື​ບັນດາ​ກໍລະນີ​ທົດ​ລອງ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ, ອະນຸຍາດ​ໃຫ້​ຜູ້​ສັງ​ເກດ​ການ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ກັບ​ຄືນ​ພຽງ​ຢາງ, ​ສ່ວນ ອາ​ເມ​ລິ​ກາ ຈະ​ສະຫນອງ​​ເຂົ້າສານ 240.000 ​ໂຕນໃຫ້​ແກ່ ສປປ ​ເກົາຫລີ. ຄຳ​ຖະ​ແຫລ​ງຂອງ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ຖື​ວ່າ: ອາ​ເມ​ລິ​ກາ ​ໄດ້​ລະ​ເມີດ​ຂໍ້​ຕົກລົງ​ດັ່ງກ່າວ​ດ້ວຍ​ການ​ປະຕິບັດ​ບັນດາ​ການ​ກະທຳ​ຕ້ານ​ຢັນ​ກັບ ສປປ ​ເກົາຫລີ. ​ໃນ​ຂະນະ​ນັ້ນ, ວັນ​ທີ 17/04 ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Mark Tone ​ໃຫ້​ຮູ້​ວ່າ: ສປປ ​ເກົາຫລີ ຈະ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ຄຳ​ສັ່ງ​ລົງ​​ໂທດ​ໃຫມ່​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ຖ້າ​ຫາກ​ປະ​ເທດ​ນີ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 3.

ຂ່າວ/ບົດ​ອື່ນ