ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ບັນ​ລຸ​​ວົງ​ເງິນ​ການ​ຄ້າ​ໄດ້ 10 ຕື​້ USD

(VOVWORLD) -ວັນທີ 30 ທັນວາ 2021 ແມ່ນວັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 66 ປີ. ເຖິງວ່າໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ ຫວຽດນາມ ແລະ ອິນໂດເນເຊຍ ຍັງມີການຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ສືບຕໍ່ຮັບຮູ້ການພັດທະນາຢ່າງແຮງຂອງການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ. ພິເສດ, ໃນປີ 2021 ນີ້, ອິນໂດເນເຊຍ ແລະ ຫວຽດນາມ ໄດ້ບັນລຸຄາດໝາຍວົງເງິນການຄ້າສອງຝ່າຍໄດ້ 10 ຕື້ USD. ຕໍ່ໄປເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “ຫວຽດນາມ  ແລະ ອິນໂດເນຊຍ ບັນລຸວົງເງິນການຄ້າໄດ້ 10 ຕື້ USD”.

ປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Soekarno ເປັນຜູ້ທຳອິດໄດ້ກໍ່ຕັ້ງພື້ນຖານແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. 66 ປີ ໄດ້ຜ່ານພົ້ນໄປ, ສາຍພົວພັນອັນດີງາມນັ້ນ ນັບມື້ນັບແທດຈິງ ແລະ ກວມລວມໃນຫຼາຍຂົງເຂດນັບແຕ່ດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການເມືອງ, ການປ້ອງກັນຄວາມສະຫງົບ… ໃນນັ້ນ, ການພົວພັນທາງການຄ້າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນສາຍພົວພັນລະຫວ່າງສອງປະເທດ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ອັນດັບທີ 4 ຂອງ ອິນໂດເນເຊຍ ໃນ ອາຊຽນ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 9 ຂອງ ອິນໂດເນເຊຍ ໃນໂລກ.

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ບັນ​ລຸ​​ວົງ​ເງິນ​ການ​ຄ້າ​ໄດ້ 10 ຕື​້ USD - ảnh 1ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ  ປະຈຳ ຫວຽດນາມ Denny Abdi ຕອບສຳພາດແກ່ນັກຂ່າວ VOV 

ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດກໍຖືກຜົນກະທົບໄປຕາມ ແຕ່ໂດຍລວມແລ້ວ ແມ່ນຍັງເຕີບໂຕເປັນຢ່າງດີ ແລະ ບັນລຸເປົ້າໝາຍທີ່ໄດ້ວາງອອກ. ປີ 2020, ວົງເງິນການຄ້າບັນລຸ 8,2 ຕື້ USD, ຕ່ຳກວ່າຕົວເລກ 9,1 ຕື້ USD ໃນປີ 2019 ກ່ອນທີ່ໂລກລະບາດແຜ່ລະບາດ ແລະ ໄລ່ຮອດເດືອນ ພະຈິກ ປີ 2021, ວົງເງິນການຄ້າສອງຝ່າຍບັນລຸລະດັບ 10 ຕື້ USD. ຖ້າທຽບໃສ່ຕົວເລກ ຂອງໄລຍະດຽວກັນຂອງ 10 ປີກ່ອນ ຄືປີ 2010 ເມື່ອວົງເງິນການຄ້າສອງສົ້ນບັນລຸ ພຽງແຕ່ 3,4 ຕື້ USD ນັ້ນ, ນີ້ແມ່ນບາດກ້າວກະໂດດຂັ້ນຢ່າງແທ້ຈິງ.

ຕາມທ່ານເອກອັກຄະລັດຖະທູດ Denny Abdi ແລ້ວ, ເພື່ອບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງສົ້ນບັນລຸ 10 ຕື້ USD ນັ້ນ,  ສອງປະເທດໄດ້ຊອກຫາວິທີຜ່ານຜ່າຮົ້ວກີດຂວາງດ້ານການຄ້າ ເພື່ອແນໃສ່ຊ່ວຍ ວິສາຫະກິດ ອິນໂດເນເຊຍ ແລະ ຫວຽດນາມ ບໍ່ປະສົບກັບສິ່ງກີດຂວາງ ໃນການທຳທຸລະກຳການຄ້າ. ໄປຄຽງຄູ່ກັນນັ້ນ, ທ່ານກໍຖືວ່າ  ສອງປະເທດໄດ້ບັນລຸຜົນສຳເລັດໃນການຊອກຫຂະແໜງການຍຸດທະສາດ ທີ່ສາມາດສ້າງບາດກ້າວກະໂດດຂັ້ນ:

        “ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ທຳອິດແມ່ນຂົງເຂດອຸດສາຫະກຳປຸງແຕ່ງ, ຈັບຫາສິນທະເລ. ພວກເຮົາມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືໃນຂົງເຂດນີ້ ເພາະວ່າ ທັງ ອິນໂດເນຊຍ ແລະ ຫວຽດນາມ ລ້ວນແຕ່ມີແຫຼ່ງຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ. ຂົງເຂດທີສອງແມ່ນ ເສດະກິດດີຈີຕອນ. ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດ, ມີຫຼາຍໂອກາດເພື່ອໝູນໃຊ້ພື້ນຖານດີຈີຕອນ. ພື້ນຖານດີຈີຕອນແມ່ນໜຶ່ງໃນບັນດາເຄື່ອງມືທີ່ຊ່ວຍໃຫ້ສອງປະເທດເພີ່ມທະວີການຮ່ວມມື. ຂົງເຂດທີ 3 ແມ່ນອຸດສາຫະກຳເຕັກໂນໂລຢີສູງ “hitech”. ນອກຈາການຮ່ວມມືສອງຝ່າຍແລ້ວ, ສອງປະເທດກໍຕ້ອງຮ່ວມມືກັບບັນດາປະເທດທີ່ມີພື້ນຖານອຸດສາຫະກຳພັດທະນາກວ່າ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ຖ້າຫາກພວກເຮົາຮ່ວມມືກັນໃນສາມຂົງເຂດນີ້, ພວກເຮົາອາດຈະບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ USD ໃນໄລຍະຈະມາເຖິງ”.

        ອິນໂດເນເຊຍ ແລະ ຫວຽດນາມ ແມ່ນສອງປະເທດທີ່ມີຈຳນວນປະຊາກອນຫຼາຍໃນພາກພື້ນ. ອິນໂດເນເຊຍ ຢືນອັນດັບທີ 1 ໃນອາຊຽນ, ໃນຂະນະທີ່ ຫວຽດນາມ ຢືນອັນດັບທີ 3, ຖັດຈາກ ຟີລິບປິນ. ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມື. ຍິ່ງໄປກວ່ານັ້ນ, ອິນໂດເນເຊຍ ແລະ ຫວຽດນາມ ລ້ວນແຕ່ມີອັດຕາປະຊາກອນໜຸ່ມຢູ່ໃນລະດັບສູງ. ສິ່ງດັ່ງກ່າວມີຄວາມສຳຄັນຍິ່ງ ເພາະວ່າອະນາຄົດຂອງສາຍພົວພັນ ແລະ ການພັດທະນາຂອງສອງປະເທດແມ່ນຂຶ້ນກັບຄົນລຸ້ນໜຸ່ມ. ໄປຄຽງຄູ່ກັນນັ້ນ, ຕາມທ່ານເອກອັກຄະລັດຖະທູດ Denny Abdi ແລ້ວ, ສາຍພົວພັນລະຫວ່າງສອງປະເທດຄວນໄດ້ຮັບການເອົາໃຈໃສ່ກ່ຽວກັບຄຸນນະພາບຫຼາຍກວ່າອີກ, ບໍ່ພຽງແຕ່ຜ່ານສາຍພົວພັນລະຫວ່າງລັດຖະບານເທົ່ານັ້ນ ຫາກຍັງລະຫວ່າງປະຊາຊົນສອງປະເທດ “People to People” ອີກດ້ວຍ.

“ອິນໂດເນເຊຍ ແລະ ຫວຽດນາມ ໄດ້ມີສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ ແລະ ຈາກາຕາ, ນະຄອນ ໂຮ່ຈີມິນ - ຈາກາຕາ, ນະຄອນໂຮ່ຈີມິນ - Denpasar (Bali). ຍ້ອນໂລກລະບາດໂຄວິດ - 19, ບັນດາຖ້ຽວບິນດັ່ງກ່າວຖືກຢຸດສະງັກຊົ່ວຄາວ. ແຕ່ສິ່ງສຳຄັນແມ່ນ ພວກເຮົາມີການເຊື່ອມຕໍ່ຢູ່ແລ້ວ. ນີ້ແມ່ນຮູບແບບຕົ້ນຕໍເພື່ອໃຫ້ ອິນໂດເນເຊຍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມື “People to People” ແລະ ແລກປ່ຽນເຊິ່ງກັນແລະກັນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນໄມຕີຈິດມິດຕະພາບລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ສືບຕໍ່ພັດທະນາກາຍເປັນສາຍພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ວ່າໃນໄລຍະປັດຈຸບັນ ກໍຄືໃນອະນາຄົດ”.

ໃນປະຫວັດສາດການພົວພັນສອງຝ່າຍ ສອງປະເທດໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ນ້ຳໃຈນັ້ນ ຍາມໃດກໍສະແດງອອກບໍ່ພຽງແຕ່ລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງກັບບັນດາປະເທດອື່ນໃນອາຊຽນ ອີກດ້ວຍ… ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ອິນໂດເນເຊຍ ແລະ ຫວຽດນາມ ລ້ວນແຕ່ສວມບົດບາດສຳຄັນໃນການຮັກສາສະຖຽນລະພາບດ້ານການເມືອງ, ສັນຕິພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກ. ກ່ຽວກັບບັນຫານີ້, ທ່ານເອກອັກຄະລັດຖະທູດ Denny Abbi ແບ່ງປັນວ່າ:

“ພວກເຮົາຮູ້ແລ້ວວ່າ ເມື່ອ ອາຊຽນ ຕົກລົງບັນຫາໃດໜຶ່ງ ກໍລ້ວນແຕ່ອີງໃສ່ຫຼັກການຂອງຄວາມເປັນເອກະພາບ. ນັ້ນແມ່ນຈຸດທີ່ຄ້າຍຄືກັນກ່ຽວກັບທັດສະນະ ແລະ ການກະທຳໃນທຸກບັນຫາ. ອິນໂດເນເຊຍ ແລະ ຫວຽດນາມ ໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນກ່ຽວກັບບັນຫາ ມຽນມາ ຢ່າງເປັນປະຈຳ. ເຖິງຢ່າງໃດກໍຕາມ, ປະເທດອື່ນອາດຈະມີທັດສະນະທີ່ແຕກຕ່າງກັນ. ເພາະສະນັ້ນ, ດ້ວຍທີ່ຕັ້ງບົດບາດຂອງຕົນ, ອິນໂດເນເຊຍ ແລະ ຫວຽດນາມ ຄວນຍົກສູງການພົວພັນແລກປ່ຽນກັບປະເທດອື່ນໃນ ອາຊຽນ ໃຫ້ຫຼາຍກວ່າອີກ ເພື່ອໃຫ້ ອາຊຽນ ນັບມື້ນັບນັບມີຄວາມສາມັກຄີດ້ວຍທັດສະນະ ແລະ ມູມມອງສັງເກດບັນຫາທີ່ຄ້າຍຄືກັນ.”

ໂດຍກວມເອົາ 60% ຈຳນວນປະຊາກອນຂອງ ອາຊຽນ, ພ້ອມດຽວກັນນັ້ນ, ພື້ນຖານເສດຖະກິດລະຫວ່າງສອງປະເທດກໍໄດ້ກວມເອົາ 45% ພື້ນຖານເສດຖະກິດຂອງພາກພື້ນ, ຫວຽດນາມ ແລະ ອິນໂດເນເຊຍໄດ້ກາຍເປັນກຳລັງໜູນເຕີບໂຕຂອງພາກພື້ນພາຍຫຼັງໂລກລະບາດ. ດັ່ງນັ້ນ, ສອງປະເທດຄວນຍາດແຍ່ງກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບຂອງຕົນ, ສຸມໃສ່ບັນດານະໂຍບາຍໃໝ່, ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນພາກພື້ນ ແລະ ໃນໂລກ, ຊຸກຍູ້ການຮ່ວມມືສອງຝ່າຍ ເພື່ອແນໃສ່ບັນລຸເປົ້າໝາຍທີ່ໄດ້ວາງອອກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ