ຫວຽດນາມບົນເສັ້ນທາງເຊື່ອມໂຍງກັບອາຊຽນ


(vovworld)- ເລື່ອງ​ຕັດ​ສິນ​ເຂົ້າ​ຮ່ວມ ອາ​ຊຽນ ມີ​ຄວາມ​ສຳ​ຄັນ​ທີ່​ສຸດທັງ​ລະ​ດັບ​ຊາດ ແລະ ພາກ​ພື້ນ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເມື່ອ​ເວົ້າ​ເຖິງ​ເລື່ອງ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ໃນ​ວັນ​ທີ 28/7/1995. ກາຍ​ເປັນ​ສະ​ມາ​ຊີກ ອາ​ຊຽນ ຢ່າງເປັນ​ທາງ​ການ, ຫວຽດ​ນາມ ໄດ້​ເຊື່ອມ​ໂຍງ​ຢ່າງວ່ອງ​ໄວ ແລະ ມີ​ກາ​ນ​ປະ​ກອບ​ສ່ວນ​ຕັ້ງ​ຫ​ນ້າ​​ເຂົ້າໃນ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ຄວາມເປັນ​ເອກ​ະ​ພາບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊີກ ກໍ​ຄື ອາ​ຊຽນ ກັບ​ບັນ​ດາ​ຄູ່​ເຈ​ລະ​ຈາ​ພາຍ​ນອກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ແລະສາ​ກົນ.

ຫວຽດນາມບົນເສັ້ນທາງເຊື່ອມໂຍງກັບອາຊຽນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ທີ່​ວາ​ລະ​ປຶກ​ສາ​ຫາ​ລື
ກ່ຽວ​ກັບ​ການ​ກຳ​ນົດ​ທິດ ​ອາ​ຊຽນ ໃນ​ຂອບ​ເຂດກອງ​ປະ​ຊຸມ
WEF
ພາບ:VGP

ຜ່ານ​ 20 ປີ​ທີ່​ເຂົ້າ​ເປັນ​ສະ​ມາ​ຊີກ​ອາ​ຊຽນ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊີກ ອາ​ຊຽນ ປະ​ຕິ​ບັດ​ຄາດ​ໝາຍ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ບົນ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳນັ້ນ​ແມ່ນ ກົດ​ບັດ​ອາ​ຊຽນ​. ຄາດ​ໝາຍລວມ ນັ້ນ​ແມ່ນ ນຳ​ອາ​ຊຽນ ກາຍ​ເປັນ​ອົງ​ການ​ຮ່ວມ​ມືບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຮ່ວມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ, ​ກວ້າງ​ຂວາງ ແລະ ເຂັ້ມ​ແຂງກວ່າ, ມູ່ງ​ໄປ​ເຖິງ ປະ​ຊາ​ຊົນ, ຮັບ​ໃຊ້ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ. ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

          “ບັນ​ດາ​ການ​ນຳ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ສ້າງ​ປະ​ຊາ​ຄົມ ໂດຍ​ອີງ​ໃສ່ 3 ເສົ​າ​ຄ້ຳ​ຕົ້ນ​ຕໍ: ເສດ​ຖະ​ກິດ, ການ​ເມືອງ​, ຄວາມ​ໝັ້​ນ​ຄົງ ແລະ ວັດ​ທະ​ນະ​ທຳ. ພ້ອມ​ກັນ​ນັ້ນ​ຍັງ​ຢືນ​ຢັນ​ວ່າ ບັນ​ດາ​ປະ​ເທດ​ຄວນ​ມາ​ນະ​ພະ​ຍາ​ຍາມ​ນຳ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ປະ​ຊາ​ຄົມ​ເຂົ້າ​ບັນ​ດາ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ແຕ່​ລະ​ປະ​ເທດ, ໃຫ້ຄຳໝັ້ນ​ສັ​ນ​ຍາ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ເຊື່ອມ​ຈອດ​ອາ​ຊຽນ ກໍ​ຄື ບັນ​ດາ​ໂຄງ​ການ​ສັງ​ລວມ​ເພື່ອ​ນັບ​ມື້​ນັບ​ພັດ​ທະ​ນາ.”

ປະ​ຊາ​ຄົມ​ການ​ເມືອງ​ ຄວາມ​ໝັ້ນ​ຄົງ ອາ​ຊຽນ ມູ່ງ​ໄປ​ເຖິງ​ຄາດ​ໝາຍ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​​​ເພື່ອ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ການ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍ​ໃນ​ ແລະ ນອກ​ ກຸ່ມ​ອາ​ຊຽນຄື: ການ​ຮ່ວມ​ມື ອາ​ຊຽນ +1, ອາ​ຊຽ​ນ +3, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ… ​ຫວຽດ​ນາ​ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ໂລກ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການຮ່ວມ​ມື ແລະ ພັດ​ທະ​ນາ.

ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ( AEC) , ເພື່ອ​ສ້າງ​ຕະ​ຫລາດ​ລວມ​ຫ​ນຶ່ງ​ດຽວ ແລະ ຮາກ​ຖານ​ຜະ​ລິດ​ທີ່​ໝັ້​ນ​ຄົງ​ກວ່າ​ໝູ່, ໃນ​ນັ້ນ ມີ​ການ​​ແລກປ່ຽນ​ສິນ​ຄ້າ, ການບໍ​ລິ​ການ​ລົງ​ທຶນ, ທຶນ​ຮອນ ແລະ ແຮງ​ງານ. ຢ່າງ​ເສ​ລີ​, ຈາກນັ້ນ ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ້ງ ແລະ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ໃຫ້​ທັງ​ພາກ​ພື້ນ, ສ້າງ​ຄວາມ​ດຶງດູດ​​ການ​ລົງ​ທຶນ, ການ​ດຳ​ເນີນ​ທຸ​ລະ​ກິດ​ຈາກ​ພາຍນອກ. ເລື່ອງ​ຍູ້​ໄວ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ມີ​ຢູ່​ແລ້ວ​ໃນປະ​ຈຸ​ບັນ​ຄື: ເຂດ​ການ​ຄ້າ​ເສ​ລີ APTA, ສັນ​ຍາ​ແມ່​ກ່ຽວ​ກັບ​ການບໍ​ລິ​ການ​ພາກ​ພື້ນ​ລົງ​ທຶນ  AIA, ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການເຊື່ອມ​ຕໍ່​ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ ແລະ ຂໍ້​ມູນ​ຂ່າວ​ສານ ແມ່ນ​ບັນ​ດາ​ບາດ​ກ້າວ​ທຳ​ອິດ​ເພື່ອ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽ​ນ.

ພ້ອມ​ກັນ​ນັ້ນ ບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ພວມ​ຍູ້​ແຮງ ແລະ ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ​ສັງ​ຄົມ ອາ​ຊຽນ ດ້ວຍ​ຄາດ​ໝາຍ​ສັງ​ລວມ​ແມ່ນ​ຮັບ​ໃຊ້ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ອາ​ຊຽນ, ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະ​ເຫມີ​ພາບ ແລະ ທີ່​ຕັ້ງ​ໃນ​ສັງ​ຄົມ, ສີ​ສັນ​ວັດ​ທະ​ນະ​ທຳ, ການກະ​ທົບ​ຂອງ​​ໂລ​ກາ​ພິ​ວັດ ແລະ ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ຕີ​ລາ​ຄາ​ກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ທ່ານ​ເລ​ເລືອງ​ມີງ, ເລ​ຂາ​ທິ​ການ​ໃຫ​ຍ່ ອາ​ຊຽນ ໃຫ້​ຮູ້​ວ່າ:

 “ມາ​ຮອດ​ປະ​ຈຸ​ບັນ ການ​ປະ​ຕິ​ບັດ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ມີ​ສັນ​ຍານ​ດີ​ສົມ​ຄວນ. ກ່ຽວ​ກັບ​ປະ​ຊາ​ຄົມ​ເສດ​ຖະ​ກິດ, ປະ​ຈຸ​ບັນ ອາ​ຊຽນ ປະ​ຕິ​ບັດໄດ້​ປະ​ມານ 82,7% ມາດ​ຕະ​ການ, ການ​ເມືອງ​ຄວາມ​ໝັ້ນ​ຄົງ ແມ່ນ 85%, ວັດ​ທະ​ນະ​ທຳ​ສັງ​ຄົມ​ແມ່ນ 95%, ທັງ​ໝົດ​ບັນ​ລຸ​ໄດ້ 86% ແລະ ຍັງ​ເຫລືອ​ພຽງ 14% ​ແມ່ນຕ້ອງ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2015.”

ຫວຽດນາມບົນເສັ້ນທາງເຊື່ອມໂຍງກັບອາຊຽນ - ảnh 2
ທ່ານ PITONO PURNOMO ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ
ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ

ພາບ:vov

ດ້ວຍ​ທິດ​ນຳ​ເປັນ​ເຈົ້າ​ການ, ຕັ້ງ​ຫ​ນ້າ, ມີ​ຄວາ​ມ​ຮັບ​ຜິດ​ຊອບ, ຫວຽດ​ນາມ ໄດ້ ແລະ ພວມ​ສົມ​ທົບ​ກັນ​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊີກ​ຂອງ ອາ​ຊຽນ ສຸມ​ໃສ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຖືກ​ກັບ​ວິ​ວັດ​ການ, ແຜນ​ການ ທີ່​ໄດ້​ວາງ​ອອກ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ພາບ​ພົດ​ຂອງ​ຫວຽດ​ນາມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ. ທ່ານ PITONO PURNOMO ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ

 ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ, ນັບແຕ່​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ໃຫ​ຍ່​ຄື ກອງ​ປະ​ຊ​ຸມ​ສຸດຍອດ ອາ​ຊຽນ ຢູ່ ຮ່າ​ໂນ້ຍ ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ກ​ໍ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ພວກ​ຂ້າ​ພະ​ເຈົ້າ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຖອດ​ຖອ​ນ​ບົດ​ຮຽນ​ຈາກ​ຫວຽດ​ນາມ.”

          ຫວຽດ​ນາມ ແມ່ນ​ປະ​ເທດ​ຫ​ນຶ່ງ​ທີ່ມີ​ປະ​ຫວັດ​ຄວາມ​ເປັນມາ​ໃນ​ຫລາຍ​ປີ​ແລ້ວ, ມີ​ຄວາມ​ມຸ້​ງ​ຫວັງ​ເອ​ກະ​ລາດ​ເສ​ລີ​ພາບ ແລະ ຮັກ​ຫອມ​ສັນ​ຕິ​ພາບ ຈະ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ເພື່ອນ​ມິດ​ໃນ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ ພວມ​ຮ່ວມ​ມື​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ​ເພື່ອ ​ພ້ອມ​ກັນ​ພັດ​ທະ​ນາ ເພື່ອ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພື່ອ​ຊີ​ວິ​ດອ​ີ່ມ​ໜຳ​ສຳ​ລານ, ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ