ອາຊຽນ - 2 ປີແຫ່ງການສ້າງຕັ້ງປະຊາຄົມ

(VOVWORLD) -ພາຍຫລັງ 2 ປີໄດ້ຮັບການສ້າງຕັ້ງຂຶ້ນ, ປະຊາຄົມ ລວມອາຊຽນ ໄດ້ພັດທະນາເທື່ອລະກ້າວ ແລະ ບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນ 3 ເສົາຄ້ຳ: ຄວາມໝັ້ນຄົງການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ. ໃນລາຍການຊາຍຄາອາຊຽນພາກນີ້ ພວກເຮົາຂໍທົບທວນຄືນບາງໝາກຜົນຂອງປະຊາຄົມລວມ ອາຊຽນທີ່ບັນລຸໄດ້ໃນ 2 ປີຜ່ານມາ.
ອາຊຽນ - 2 ປີແຫ່ງການສ້າງຕັ້ງປະຊາຄົມ - ảnh 1

ອາດຈະເວົ້າໄດ້ວ່າ ພາຍຫລັງ 2 ປີແຫ່ງການສ້າງຕັ້ງ, ປະຊາຄົມ ອາຊຽນ ບັນລຸໄດ້ຫລາຍຜົນງານສຳຄັນໃນ 3 ເສົາຄ້ຳ: ຄວາມໝັ້ນຄົງການເມືອງ , ເສດຖະກິດ ແລະ ວັດທະນະທຳ ສັງຄົມ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕຮກະຊວງການຕ່າງປະເທດ, ຫົວຫນ້າ SOM ASEAN ຫວຽດນາມ. ລະອຽດຄື: ກ່ຽວກັບການຮ່ວມມືດ້ານການເມືອງ ຄວາມໝັ້ນຄົງ: ດ້ວຍເປົ້າໝາຍແຫ່ງການສ້າງປະຊາຄົມໂດຍອີງໃສ່ກົດໝາຍແມ່ນມຸ້ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ, ບັນດາການເຄື່ອນໄຫວໃນແຜນການສັງລວມປີ 2025 ໄດ້ຮັບການຜັນຂະຫຍາຍຢ່າງສະຫມ່ຳສະເຫມີ ແລະ ມີປະສິດທິຜົນສົມຄວນ, ເພີ່ມລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ເພີ່ມທະວີບັນດາການພົວພັນການຕ່າງປະເທດກໍ່ຄືເພີ່ມທະວີກຳລັງຄວາມສາມາດກ່ຽວກັບລະບອບນະໂຍບາຍຂອງອາຊຽນ.

        “ບັນດາກົນໄກໂດຍ ອາຊຽນ ສ້າງຕັ້ງ, ຊັກຈູງ  ຄື: ຂໍ້ລິເລີ່ມຮ່ວມມືຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ ອາຊຽນ ເປີດກວ້າງ (ADMM+) .. ໄດ້ຮັບການເປີດກວ້າງນັບທັງຂອບຂະຫນາດ ແລະ ເນື້ອໃນສ້າງຕັ້ງ ສະນັ້ນ ຄວາມຊີນເຄີຍການເຈລະຈາ, ການຮ່ວມມື, ມຸ່ງໄປເຖິງການສ້າງໂຄງສ້າງພາກພື້ນແບບຍືນຍົງ, ໂປ່ງໃສ ແລະ ມີໄຫວພິບ, ເສີມຂະຫຍາຍໄດ້ບົດບາດໃຈກາງຂອງ ອາຊຽນ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ ອາຊຽນ ຍັງຄົງຮັກສາໄດ້ຄວາມສາມັກຄີ ແລະ ຫລັກໝັ້ນລວມກ່ຽວກັບຫລາຍບັນຫາຂອງພາກພື້ນ ແລະ ສາກົນຄື: ສະພາບການຢູ່ທະເລຕາເວັນອອກ, ສະພາບການໃນແຫລມເກົາຫລີ, ສະພາບການການເມືອງພາຍໃນ ມຽນມາ. ການປຶກສາຫາລືກ່ຽວກັບ ທະເລຕາເວັນອອກໄດ້ຮັບການຮັກສາ ແລະ ສະແດງໃຫ້ເຫັນໃນເອກະສານຂອງອາຊຽນ ເປັນສ່ວນຫລາຍ, ພິເສດ ແມ່ນໃນປີ 2017, ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງແມ່ COC ເພື່ອເລີ່ມຕົ້ນໄລຍະໃຫມ່ກ້າວເຂົ້າສູ່ການເຈລະຈາແທດຈິງ ກ່ຽວກັບເອກະສານນີ້ໃນປີ 2018.”

        ເລື່ອງຮັບຮອງເອົາຂໍ້ຕົກລົງແມ່ໃຫ້ແກ່ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໄດ້ຮັບການຕີລາຄາວ່າແມ່ນພື້ນຖານດ້ານກົດໝາຍໃຫ້ແກ່ບັນດາບາດກ້າວເຈລະຈາຕໍ່ໄປລະຫວ່າງທຸກຝ່າຍກ່ຽວກັບບັນດາເນື້ອໃນລະອຽດໃນ COC, ຂໍ້ກຳນົດກ່ຽວກັບວິທີປະພຶດຂອງບັນດາປະເທດບົນທະເລຕາເວັນອອກ ແລະ ບັນດາເຂດທະເລຂັດແຍ້ງກັນ.

        ໃນຂົງເຂດເສດຖະກິດ, ການຮ່ວມມືຂອງອາຊຽນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກວ້າງຂວາງ, ນຳໃຊ້ຫລາຍມາດຕະການການຄ້າເສລີ. ອາຊຽນ ສືບຕໍ່ເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຄູ່ຮ່ວມມືຜ່ານການດັດປັບ, ຍົກລະດັບບັນດາສັນຍາການຄ້າເສລີ  FTA ທີ່ໄດ້ມີຢູ່ແລ້ວ ແລະ ລົງນາມໃນບັນດາສັນຍາ FTA ໃຫມ່ຄື: ກັບຮົ່ງກົງ, ເຈລະຈາ FTA ກັບສະຫະພາບເອີລົບ (EU) ແລະ ພິຈາລະນາເຈລະຈາກັບບັນດາຄູ່ຮ່ວມມືອື່ນ. ຄວາມຈິງ ໃນ 2 ປີຜ່ານມາ, ກະແສການລົງທຶນ ຈາກ 6 ປະເທດຄູ່ຮ່ວມມືມີພື້ນຖານເສດຖະກິດທີ່ຄວາມສາມາດບົ່ມຊ້ອນ ແລະ ພັດທະນາ ນັ້ນແມ່ນ ສເກົາຫລີ, ຈີນ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ແລະ ນິວເຊີແລນ ໄດ້ເພີ່ມຂຶ້ນ 11%, ບັນລຸກວ່າ 40 ຕື້ USD. ເສດຖະກິດບັນດາປະເທດ ອາຊຽນ ສືບຕໍ່ເຕີບໂຕເປັນປົກກະຕິ ດ້ວຍລະດັບເພີ່ມຂຶ້ນສະເລ່ຍແມ່ນ 4,8%/ປີ. ເປັນຫນ້າສົນໃຈໃນຂົງເຂດພາສີ, ບັນດາປະເທດ ອາຊຽນ ໄດ້ວາງຄາດໝາຍລົບລ້າງຮົ້ວພາສີ ແລະ ປອດພາສີລະຫວ່າງບັນດາປະເທດສະມາຊິກລົງຢູ່ໃນລະດັບ 0%-5% ຜ່ານເຂດການຄ້າເສລີ ອາຊຽນ (AFTA) ແລະ ສັນຍາການຄ້າສິນຄ້າ ອາຊຽນ (ATIGA). ທ່ານມະນົບໃຈ ວົງພັກດີ

ເອກອັກຄະລັດຖະທູດ ໄທ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

       ສຽງທ່ານມະນົບໃຈ ວົງພັກດີ

        ໂດຍອີງໃສ່ຄຳຂວັນທີ່ວ່າ: ປະຊາຄົມມຸ່ງໄປສູ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ຮ່ວມມືດ້ານວັດທະນະທຳສັງຄົມ ໄດ້ມີຄວາມເອົາໃຈໃສ່ເຖິງບັນດາຊັ້ນຄົນໃນສັງຄົມ, ພິເສດແມ່ນຜູ້ເຖົ້າຜູ້ແກ່, ເດັກພິການ..ໄດ້ຮັບການຍູ້ແຮງ. ການຮ່ວມມືປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງໄພທຳມະຊາດ ແລະ ຫນູນຊ່ວຍມະນຸດສະທຳໄດ້ຮັບການເພີ່ມທະວີ. ພົ້ນເດັ່ນ ໃນນັ້ນ ມີການຫນູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ Marawi ຢູ່ ຟີລີບປີນ ແລະ ປະຊາຊົນ Royka ຂອງ ມຽນມາ. ນອກນັ້ນ ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳໃນປະຊາຄົມ ອາຊຽນ ກໍ່ໄດ້ຮັບການຍູ້ແຮງ. ຕົວຢ່າງຄື ງານມະໂຫລານເດັກນ້ອຍ ອາຊຽນ + Childeren Festival 2017 ໄດ້ສ້າງກາລະໂອກາດຊອກຮູ້, ພົວພັນແລກປ່ຽນໃຫ້ແກ່ເດັກນ້ອຍ. ນ້ອງ Alexsa Ledistira -  ມາຈາກ ອິນໂດເນເຊຍ ໃຫ້ຮູ້ວ່າ:

        “ນ້ອງມານີ້ໄດ້ພົບປະກັບເພື່ອນມິດ ແລະ ໄດ້ແລກປ່ຽນ, ຊອກຮູ້ຫລາຍສິ່ງຫລາຍຢ່າງຈາກພວກເພື່ອນ ແລະ ບັນດາປະເທດໃນອາຊຽນ ຊື່ງແມ່ນອົງການມີການຮ່ວມມື, ເປັນເອກະພາບ ແລະ ຄວາມສາມັກຄີສູງ, ແລະສາມາດຮຽກຮ້ອງການເຂົ້າຮ່ວມຂອງບັນດາສະມາຊິກໃນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບດ້ານວັດທະນະທຳຂອງແຕ່ລະປະເທດ.”

        ບັນດາຜົນງານດັ່ງກ່າວໄດ້ສະແດງໃຫ້ເຫັນການຮ່ວມມື ອາຊຽນ ມີຫລາຍແງ່ຫວັງ, ສະແດງໃຫ້ເຫັນການສະຫນິດຕິດພັນເຊື່ອມໂຍງ ຍັງຄົງແມ່ນການບຸລິມະສິດລວມ. ເລື່ອງສຸມກຳລັງແຮງບືນຕົວຂຶ້ນຍັງຄົງແມ່ນເຄື່ອງມືຕົ້ນຕໍເພື່ອບັນລຸຄາດໝາຍຂອງ ອາຊຽນ ແລະ ອາຊຽນ ສືບຕໍ່ມີທີ່ຕັ້ງສຳຄັນໃນນະໂຍບາຍຂອງບັນດາຄູ່ຮ່ວມມື ເປັນຕົ້ນແມ່ນບັນດາປະເທດໃຫຍ່. 

ຕອບກັບ

ທ​ ບຸນທອງ​ ພົມວິໃຊມຸນຕຣີສີ່ພັນແດນ​ທ

ເຫັນດີນຳ​ທຸກ​ທ່ານ​

ຂ່າວ/ບົດ​ອື່ນ