ອາຊຽນ-ຈີນຮ່ວມມືປະຕິບັດບັນດາເປົ້າໝາຍສະຫັດສະວັດ

ອາຊຽນ-ຈີນຮ່ວມມືປະຕິບັດບັນດາເປົ້າໝາຍສະຫັດສະວັດ - ảnh 1
ພັດ​ທະ​ນາ​ການ​ລ້ຽງ​ສັດ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ
ພາບ:TTX

(vovworld)- ວັນ​ທີ 19/9 ຢູ່ ຈາ​ກາ​ຕາ ໄດ​້​ດຳ​ເນີນກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ໂດຍ​ຄະ​ນະ​ຜູ້​ແທນ​ຂອງ​ຈີນ ປະ​ຈຳ ອາ​ຊຽນ ສົມ​ທົບ​ກັບ​ຄະ​ນະ​ເລ​ຂາ ອາ​ຊຽນ ແລະ ໂຄງ​ການ​ພັດ​ທະ​ນາ​ຂອງ ສ​ປ​ຊ UNDP ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ຮາວ​ລຽງ​ຊູ, ຜູ້​ອຳ​ນວຍ​ການ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຂອງ UNDP ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ  ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ໝາຍ​ຂອງ​ໂຄງ​ການ​ດຳ​ເນີນ​ງານ 2030. ສ່ວນ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນານີ້​ໄດ້​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ, ຈີນ ແລະ UNDP ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ມຸ້ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ວິ​ໄສ​ທັດ ອາ​ຊຽນ ໃນ​ປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ