ອາຫານການກິນ ໄທ ຢູ່ ນະຄອນຫລວງ ຮ່າໂນ້ຍ

(vovworld)- Thai Express, Sawasdee, Baan Thai, Vijit Thai, Thai Elephant, Gusto Thai.. ​ແມ່ນ​ບັນດາ​ຮ້ານ​ອາ​ຫານ​ໄທ​ໃນຈຳນວນສີບໆແຫ່ງຢູ່ ຮ່າ​ໂນ້ຍ ຊື່​ງຜູ້ມັກ​ອາຫານ​ໄທ ​ເຄີຍ​ເວົ້າ​ເຖິງ. ຮ້ານ​ອາ​ຫານ​ແຕ່ລະ​ແຫ່ງ ລ້ວນ​ແຕ່​ມີ​ຈຸດພິເສດສະ​ເພາະ, ​ແຕ່​ໄດ້ສ້າງຄວາມປະທັບໃຈໃຫ້​ແກ່ຜູ້ຮັບ​ປະທານ​, ດ້ວຍລົດຊາດທີ່ແຊບນົວຂອງ​ອາຫານ​ໄທ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​ເຊີນ​ທ່ານພ້ອມກັບບັນນາທິການ ວິທະຍຸ ກະຈາຍສຽງ​ຫວຽດນາມ ຄົ້ນ​ຫາ​ເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໄທ ຢູ່ ຮ້ານ ອາຫານ Sawasdee.

ອາຫານການກິນ ໄທ ຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 1
ຮ້ານ​ອາຫານ Sawasdee

        ​ໂດຍ​ຕັ້ງ​ຢູ່ເຮືອນ​ເລກທີ 52 ຖ​ະຫນົນ ຫລີ​ເທືອງ​ກຽດ, ຊື່​ງ​ແມ່ນ​ຖະຫນົນຢູ່ໃຈກາງ​​ນະຄອນຫລວງ ຮ່າ​ໂນ້ຍ, ຮ້ານ​ອາຫານ Sawasdee ໄດ້ຮັບການຮູ້ຈັກຈາກຜູ້ນິຍົມອາຫານໄທຫລາຍ​ຄົນ, ຍ້ອນ​​​ວີວງາມ, ສະອາດ, ດ້ວຍ ສະຖາປັດຕະຍະກຳ​ທີ່ເປັນ​ເອກະລັກ​ສະ​ເພາະ, ພິເສດແມ່ນອາຫານແຊບເຕັມ​ໄປ​ດ້ວຍ​ລົດ​ຊາດ​ໄທ​.
  ເມື່ອມາຮ້ານ​ອາຫານ Sawasdee ​​ທ່ານຈະຮູ້​ສຶກປະ​ທັບ​ໃຈ​ເມື່ອເຫັນດອກ ກ້ວຍໄມ້ຫຼາຍເຕົ້າທີ່ຫອ້ຍເທິງຕົ້ນໄມ້ຕໍ່ຫນ້າຮ້ານ  ພ້ອມກັບ ຮູບປັ້ນສິລະປະໃນວາດ ຟ້ອນພື້ນເມືອງໄທ. ເມື່ອຂ້າມປະຕູເຂົ້າຮ້ານ, ​ທ່ານຈະໄດ້ຕ້ອນຮັບດ້ວຍການ ຄຳນັບເປັນພາສາໄທທີ່​​ອ່ອນ​ຫວານຂອງຜູ້ບໍລິການ​ໃນຊຸດອາພອນພື້ນເມືອງໄທ. ໃນ​ຮ້ານໄດ້ຮັບ​ການ​ປະດັບ​ປະດາ​ດ້ວຍ​ວັດ​ຖຸທີ່​ເປັນ​ສັນຍາ​ລັກ​​ໃຫ້ແກ່ພື້ນຖານ​ວັດທະນະທຳ​ໄທ. ພິ​ເສດ, ໃນ​ຫ້ອງກິນ ​ທ່ານຈະ​ເຫັນ​ຮູບ​ຄວັດແກະສະຫຼັກທີ່​ເປັນ​ເອກະລັກ​ສະ​ເພາະຂອງໄທ, ເທິງ​​ໂຕະວາງ​ໂຖດອກ​ກ້ວຍ​ໄມ້​ທີ່​ສວຍ​ງາມ. ​ເພື່ອ​​ປະດັບ​ປະດາ​ຮ້ານ​ອາຫານ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ໄທ, ແລະ ສວຍ​ງາມ​ເພື່ອ​ຮັບ​ໃຊ້​​ແຂກ​ມາ​ຮັບ​ປະທານ​ອາຫານ​ໄທ, ​ເອື້ອຍ ບີ​ກ​ຖູ​ຍ, ຜູ້​ຄຸ້ມ​ຄອງ​ຮ້ານ​ອາຫານ Sawasdee ​ໃຫ້​ຮູ້​ວ່າ:

        “ບັນດາ​ຮູບ​ແກະສະຫຼັກ, ຮູບ​ພາບ, ​ນັບທັງລວດລາຍທີ່ປະດັບປະດາໃນຮ້ານ ອາຫານ Sawasdee. ພວກ​ຂ້າພະ​ເຈົ້າລ້ວນ​ແຕ່​ເອົາມາ​ຈາກ​ໄທ ​ສ່ວນ ໂຕະ, ​ຕັ່ງ, ​ປະຕູ, …. ລ້ວນ​ແຕ່​ເຮັດ​ຕາມ​ແບບ​​ໄທ. ໂດຍ​ບັນດາ​ນັກ​ຈິດ​ຕະການ​ທີ່ມີ​ຄວາມ​ຮູ້​ກ່ຽວ​ກັບ​​ສະຖາປັດຕະຍະກຳ​ໄທ​ເຮັດເອງ.”

ອາຫານການກິນ ໄທ ຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 2

        ບັນດາ​ເຍື່ອງ​ອາຫານ​ຢູ່ຮ້ານ Sawasdee ລ້ວນ​ແຕ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ໃຫ້ເໝາະກັບລົດຊາດຂອງ​ແຂ​ກ, ​ແຕ່​ຍັງ​ຄົງ​ຮັກສາ​ລົດຊາດພິເສດສະ​ເພາະ​ຂອງ​ອາຫານ​ໄທໄວ້ໄດ້​. ຕາມ​ເອື້ອຍ ບີ​ກຖູ​ຍ ​ແລ້ວ, ເຄື່ອງປຸງ​​ອາຫານ​ລ້ວນ​ແຕ່​ນຳ​ເຂົ້າ​ຈາກ​ໄທ.

        “ຖ້າ​ຫາກ​ໃຊ້ເຄື່ອງປຸງອາຫານຂອງ ຫວຽດນາມ, ອາຫານຈະບໍ່ມີລົດ​ຊາດ​ຂອງ​ໄທ. ​ເຖິງວ່ານຳ​ເຂົ້າ​ຈາກ​ໄທ​ລາຄາ​ແພງ​ກວ່າ, ​ແຕ່​ພວກ​ຂ້າພະ​ເຈົ້າ​ກໍ່ພະຍາຍາມຊື້​ມາ​ເພື່ອ​​ຮັບປະກັນໃຫ້ອາຫານທັງແຊບທັງມີລົດຊາດຂອງ​ໄທ​. ພໍ່ຄົວ​ຂອງຮ້ານ​ກໍ​ແມ່ນ​ຄົນໄທ.”

        ດ້ວຍສະບຽງອາຫານສົດ, ເຄື່ອງເທດ, ຢາສະໝຸນໄພ, ແຕ່ຜ່ານສີມືທີ່ຄ່ອງແຄ້ວ ຂອງພໍ່ຄົວ, ​ໄດ້ປຸງ​ແຕ່ງ​​ເປັນ​ອາຫານ​ຫຼາຍເຍື່ອງທີ່​ພົ້ນ​ເດັ່ນ​ຂອງ​​ໄທ​ຄື: ຊີ້ນ​ຈຸ່ມ, ຕົ້ມ​ຢຳ​ກຸ້ງ, ທັງມີ​ລົດຫອມ​​ຂອງ​​ຫົວ​ຂີງ ແລະ ​ຜັກ​ກະຣຸດ, ທັງເຜັດອີກ ​. ​ເຍື່ອງ​ອາຫານ ກາຣີ ​ທັງມີລົດຊາດມັນ​ແລະຫວານຂອງກະທິ​. ສ່ວນລາບ​ ​ແລະ ຕຳ່​ສົ້ມ ມີ​ລົດ​ຊາດ​ຂອງ​ຜັກ​ຫອມ​ປະ​ເພດ​ຕ່າງໆ. ພາຍຫລັງຄາ​ບອາຫານ​, ​ແຂກ​​ເຄີຍ​​ກິນ​ນຳ້​ຫວານ​ໄທ, ຊື່​ງ​ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​​ແປ້ງມັນຕົ້ນປຽກ, ກະທິ ​ແລະ ໝາກ​ໄມ້​ຫລາຍ​ຊະນີ​ດ. ​ເພ່ືອນ ຈູງ​ຢູງ, ​ຊື່​ງ​ແມ່ນ​ຜູ້​ທີ່ເຄີຍ​ຮັບ​ປະທານ​ອາຫານ​ຢູ່ ຮ້ານ Sawasdee ​ແບ່ງປັນ​ວ່າ:

        “​ເຍື່ອງ​ອາຫານ​ທັງ​ໝົດ​ຂອງ​ໄທ ບໍ່​ພຽງ​ແຕ່​ແຊບນົວ, ມີ​ລົດ​ຊາດ​ຕ່າງ​ກັບ​ອາຫານ​ຂອງ​ປະ​ເທດ​ອື່ນ​ເທົ່າ​ນັ້ນ ຫາກ​ຍັງມີທາດ​ບຳລຸງ​ລ້ຽງຫຼາຍອີກ​ຄື: protein ຈາກ​ສິນ​ທະ​ເລ, …. ຈາກ​ໃບ​ໄມ້ ​ແລະ ໝາກ​ໄມ້, vitamin ​ແລະ ຫົວນຳ້ມັນຈາກ​ບັນດາ​ເຄື່ອງ​ເທດ. ​ພິ​ເສດ​ ອາຫານໄທບໍ່​ມັນ​ປານ​ໃດ,  ສະ​ນັ້ນ ​ມັນ​ຈະດີ​ທີ່​ສຸດ​ຕໍ່ສຸຂະພາບ.”

    ມາ​ຮັບປະທານ​ອາຫານ​ຢູ່ ຮ້ານ Sawasdee ບໍ່​ພຽງ​ແຕ່​ມີ​​ຊາວ​ຫວຽດນາມ​ເທົ່າ​ນັ້ນ ຫາກ​​ຍັງ​ມີ​ຊາວຕ່າງປະເທດອີກ​ດ້ວຍ​ຄື​: ລາວ, ​ໄທ ​ແລະ ປະ​ເທດ​ຈຳນວນ​ຫນື່ງ. ​ ​ມາ​ແຫ່ງນີ້ເຂົາເຈົ້າທັງ​ໄດ້ຮັບ​ປະທານ​ອາຫານ​ທີ່​ແຊບນົວ, ​ທັງແມ່ນ​ໂອກາດ​ເພື່ອ​ພົບ​ປະ​ກັບເພື່ອນມິດ ​ແລະ ຊອກ​ຮູ້ກ່ຽວກັບ​​ວັດທະນະທຳຂອງ​ໄທອີກດ້ວຍ. ​ແຂກ​​ລາວຜູ້ໜຶ່ງມາຮັບປະທານອາຫານຢູ່ທີ່ນີ້ ​ໃຫ້​ຮູ້​ວ່າ:

ອາຫານການກິນ ໄທ ຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 3
ອາຫານຢູ່ Sawasdee

ສຽງແຂກລາວ

ອາຫານ​ການ​ກິນ ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ໂຄສະນາ​​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ. ​ບັນດາ​ເຍື່ອງ​ອາ​ຫານ​ໄທມີໜ້າຢູ່ ຮ່າ​ໂນ້ຍ ບໍ່​ພຽ​ງ​ແຕ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ ຮູ້ຈັກ​ເຖິງ​​ວັດທະນະທຳ​ຂອງ​​ໄທ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຮັດໃຫ້ອາຫານ​ການ​ກິນ​ຢູ່ຮ່າ​ໂນ້ຍນັບ​ມື້​ນັບ​ອຸດົມສົມບູນ​ກວ່າ​ອີກ​ດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ