ໄປ ໄທ ຊີມ “ຊາຊັກ”

(VOVWORLD) -ຊາຊັກ ໃນພາສາໄທ ແມ່ນຊື່ເອີ້ນຂອງເຄື່ອງດື່ມດັ້ງເດີມຊະນິດໜຶ່ງຂອງ ມາເລເຊຍ, ເຊິ່ງມັກໄດ້ພົບເຫັນຢູ່ພາກໃຕ້ຂອງປະເທດ ໄທ. ແຕ່ວ່າ, ໃນຊຸມປີມໍ່ໆມານີ້, ຊາຊັກ ຢູ່ ບາງກອກ ແລະ ຫຼາຍແຂວງ, ນະຄອນອື່ນໆຂອງ ໄທ ນັບມື້ນັບມີຫຼາຍ ແລະ ມີຫຼາຍຄົນຮູ້ຈັກເຖິງ, ໂດຍສະເພາະແມ່ນວົງການພະນັກງານ, ພາລະກອນ, ຜູ້ເຮັດວຽກງານຫ້ອງການ ແລະ ໄວໜຸ່ມ ໄທ ແມ່ນມີຄວາມນິຍົມຊົມຊອບທີ່ສຸດ.

ໄປ ໄທ ຊີມ “ຊາຊັກ” - ảnh 1 ຊາຊັກ ແລະ ໂຣຕີ ຢູ່ຮ້ານ ຊາຊັກ Curoti  ຫົວຫີນ


3 ໂມງແລງ, ພວກຂ້າພະເຈົ້າໄດ້ເຂົ້າໄປຮ້ານ ຊາຊັກ Curoti  ຫົວຫີນ. ກິ່ນຫອມຂອງ ຊາ ປົນກັບກິ່ນຫອມຂອງ ໂຣຕີ ໄດ້ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກຫິວຂຶ້ນມາທັນທີ. ໃນຂະນະທີ່ນັ່ງຖ້າ ຊາຊັກ ແລະ ເຂົ້າໜົມໂຣຕີ ຂຶ້ນໂຕະ, ເອື້ອຍ ແອນ, ເຊິ່ງເປັນເຈົ້າຂອງຮ້ານ ໄດ້ອະທິບາຍແກ່ພວກຂ້າພະເຈົ້າກ່ຽວກັບເຄື່ອງດື່ມທີ່ໜ້າຈັບໃຈໃນຮ້ານອາຫານແຫ່ງນີ້.

  
ໄປ ໄທ ຊີມ “ຊາຊັກ” - ảnh 2ເອື້ອຍ ແອນ, ເຈົ້າຂອງຮ້ານ 

ທ່ານຈະຮູ້ສຶກປະຫຼາດໃຈ ເມື່ອຮູ້ວ່າ ເຄື່ອງດື່ມທີ່ມີນ້ຳສີສົ້ມນີ້ ປະກອບດ້ວຍວັດຖຸດິບທີ່ຫາໄດ້ງ່າຍໆເຊັ່ນ ຊາດຳ, ນົມຂຸ້ນ ແລະ ຫົວນ້ຳໝາກນາວໜ້ອຍໜຶ່ງ. ຕອນທຳອິດ, ທ່ານຈະເຫັນວ່າ ຊາຊະນິດນີ້ເບິ່ງຄ້າຍຄືກັນກັບຊານົມທຳມະດາຂອງ ໄທ ແຕ່ຈຸດທີ່ແຕກຕ່າງກັນພັດແມ່ນຢູ່ນຳຊັ້ນຝອດຢູ່ທາງເທິງ ເໝືອນດັ່ງຄືກຸຸ່ມເມກນ້ອຍ ແລະ ນັ້ນກໍແມ່ນປັດໄຈທີ່ສະແດງໃຫ້ຮູ້ວ່າ ຊາຊັກຈອກໜຶ່ງທີ່ໄດ້ປຸງຢ່າງພິຖີພິຖັນ ແມ່ນຈະຍິ່ງແຊບ ຍ້ອນມີຝອດຢູ່ເທິງຈອກຫຼາຍ. ເຖິງຢ່າງໃດກໍຕາມ, ຂັ້ນຕອນກະກຽມວັດຖຸດິບ, ພິເສດແມ່ນ ຊາດຳ ກໍມີຄວາມສຳຄັນທີ່ສຸດ.

 

        ເປັນຫຍັງ ໄດ້ເອີ້ນວ່າ “ຊັກ” ຊາ? ນັ້ນກໍແມ່ນວິທີຊົງຊາ ໂດຍເອົາມືທັງສອງເບື້ອງຈັບຈອກນ້ຳຊາຮ້ອນ ແລ້ວຖອກນ້ຳຊາຮ້ອນນັ້ນໄປມາແຕ່ຈອກນີ້ໃສ່ຈອກນັ້ນຢ່າງລຽນຕິດ ເພື່ອໃຫ້ປົນເຂົ້າກັບນົມຂຸ້ນ ດ້ວຍລະດັບຄວາມສູງພໍສົມຄວນ, ອາດຈະຂຶ້ນເຖິງ 1 ແມັດ ເພື່ອໃຫ້ຊາ ແລະ ນົມໄດ້ປົນເຂົ້າກັນ. ສຳລັບຫຼາຍຄົນ, ການ “ຊັກ” ຊາ ຈຶ່ງແມ່ນຈຸດທີ່ດຶງດູດໃຈທີ່ສຸດ, ນີ້ແມ່ນສິລະປະທີ່ມີໜຶ່ງບໍ່ມີສອງ. ກໍມີຫຼາຍຄົນມາຊື້ຊາ ເພື່ອໄດ້ຊົມສິລະປະຊັກຊາທີ່ຍາກ ແລະ ຄ່ອງແຄວ້ຂອງຜູ້ຊົງຊາ.

“ຊາຊັກ ແມ່ນຈຸດວັດທະນະທຳທາງດ້ານອາຫານການກິນທີ່ເປັນເອກະລັກສະເພາະຂອງ ໄທ ໂດຍມີຢູ່ສອງຊະນິດ ຊາແດງ ແລະ ຊາຂຽວ. ຢູ່ເຂດຕະຫຼາດນັດ ເຊິ່ງເປັນສັນຍະລັກຂອງການທ່ອງທ່ຽວ ໄທ, ທ່ານຈະເຫັນຜູ້ສະແດງສິລະປະ ຊາຊັກ, ສ່ວນຫຼາຍເຂົາເຈົ້າເປັນຄົນມີຜິວດຳ ແລະ ໃສ່ໝວກຂອງຜູ້ຖືສາສະໜາອິດສະລາມ. ການ ຊັກຊາ ຈະຊ່ວຍໃຫ້ນົມປົນເຂົ້າກັບຊາ ແລະ ຊານົມ ເບິ່ງເປັນຕາແຊບຫຼາຍ”.

“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການຊົງຊາຊັກ ຂອງ ໄທ. ເມື່ອເວົ້າເຖິງການຊົງຊາ, ທ່ານອາດຈະມະໂນພາບເຖິງການຊົງບັນດາເຄື່ອງດື່ມຄື ຊີໂຣ ຫຼື ຊະນິດອື່ນໆ ແຕ່ອັນນີ້ບໍ່ແມ່ນ, ການຊົງ ຊາຊັກ ແມ່ນສິລະປະອັນໜຶ່ງ. ເຂົາເຈົ້າໄດ້ໃຊ້ຈອກສອງໜ່ວຍແລ້ວຖອກນ້ຳແຕ່ຈອກນີ້ໄປຈອກນັ້ນ, ໂດຍມີຄວາມສູງເປັນວາແຂນ ແຕ່ບໍ່ຍ້ອຍອອກຈັກໜ້ອຍເລີຍ. ເຄື່ອງດື່ມຊະນິດນີ້ ແຊບຫຼາຍ, ມີລົດຊາຂຽວ ແລະ ມັນໆຫວານໆຂອງນົມ, ຝອດຊານຸ້ມດີຄືກະແລມ”.

        ສຳລັບຊາວ ໄທ ຫຼາຍຄົນແລ້ວ,  ຊາຊັກ ບໍ່ເປັນພຽງແຕ່ແມ່ນເຄື່ອງດື່ມເທົ່ານັ້ນ ຫາກຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກອີກດ້ວຍ. ຊາຊັກ ໃນສາຍຕາຂອງພໍ່ແມ່ພີ່ນ້ອງຊາວ ໄທ ເບິ່ງຄືວ່າຄ້າຍຄືກັນກັບ ກາເຟ ໃນສາຍຕາຂອງຊາວ ຫວຽດນາມ. ຖ້າຫາກມີໂອກາດໄປຢ້ຽມຢາມປະເທດ ໄທ ທີ່ສວຍງາມ, ທ່ານຢ່າລືມແວ່ຄົ້ນຫາຈຸດຄວາມງາມທີ່ເປັນເອກະລັກທາງດ້ານອາຫານການກິນຂອງປະເທດນີ້ແດ່ເດີ./.

ຕອບກັບ

ຂ່າວ/ບົດ​ອື່ນ