ໄປຢ້ຽມຢາມຄຸ້ມເມືອງເກົ່າ Malacca


(vovworld)- ນັກ​ທ່ອງ​ທ່ຽວ​ເມື່ອໄປ​ຢ້ຽມ​ຢາມ ປະ​ເທດມາ​ເລ​ເຊຍ, ນອກ​ຈາກ​ໄດ້ໄປ​​ຊື້​ເຄື່ອງ​ຂອງ​ຢູ່​ສູນ​ການ​ຄ​້າ​ໃຫຍ່ຫລາຍ​ແຫ່ງ​ຢູ່​ນະ​ຄອນ​ຫລວງ ກົ​ວ​ລາ​ລຳ​ເປີ​ ແລະ ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ບັນ​ເທິງ ຢູ່ Genting “ນະ​ຄອນ​ຕັ້ງ​ຢູ່​ເນີນພູ” ຫລື ໄປ​ອາບ​ນ້ຳ​ທະ​ເລ ຊົມ​ທິວ​ທັດ​ທຳມະ​ຊາດທີ່​ສວຍ​ງາມ ຢູ່ ເກາະ Langkawi ແລ້ວ, ຍັງ​​ໄດ້​ໄປທ່ອງ​ທ່ຽວ​ສະ​ຖານ​ທີ່ແຫ່ງ​ຫນຶ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ອີກ ນັ້ນ​ແມ່ນ ຄຸ້ມ​ເມືອງ​ເກົ່າ Malacca ທີ່​ສ​ະ​ຫງົບ​ສຸກ ແລະ ສວຍ​ງາມ​ ຊື່ງ​ໄດ້​ຮັບ​ຖື​ວ່າ ແມ່ນ “Venice ຂອງ ອາ​ຊີ”.

ໄປຢ້ຽມຢາມຄຸ້ມເມືອງເກົ່າ Malacca - ảnh 1
ໃຈ​ກາງ ນະ​ຄອ​ນ Malacca
(
vnexpress.net)

         ເວ​ລາ 2 ໂມງ​ແລງ, ຈາກ​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ພາຍ​ຫລັງນັ່ງ​ລົດ​ເມ​ມາ​ເປັນ​ເວ​ລາ 3 ຊົ່ວ​ໂມງ  ​ຜ່ານ​ໄລ​ຍະ​ທາງກວ່າ 150 ກິ​ໂລ​ແມັດ ທ່ານຈະ​ໄປ​ຮອດຄຸ້​ມ​ເມືອງ​ເກົ່າ Malacca ທີ່​ສວຍງ​າມ. ​ເມື່ອ​ເຫັນ​ຄຸ້​ມ​ເມືອງ​​ທີ່ເກົ່າ​ແກ່ກວ່າ​ໝູ່​ຢູ່​ປະ​ເທດ ມາ​ເລ​ເຊຍແລ້ວ ​, ຄວາມ​ອິດ​ເມື່ອຍ​​ໃນ​ການ​ເດີນ​ທາງຂອງກຸ່ມ​​ເພື່ອນຫນຸ່ມ ທັງ, ຮ​ວ່າ ແລະ ຈາງ ມາ​ຈາກ​ຮ່າ​ໂນ້ຍ ກໍ​ຫາຍ​ໄປ​ໝົດ​.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ, ແມ່ນນະ​ຄອນ​ມໍ​ລະ​ດົກ​ແຫ່ງ​ຫນ​ຶ່ງ​ຂອງ ມາ​ເລ​ເຊຍ.”

        “ຂ້າ​ພະ​ຈົ້າ​ໄດ້​ຮູ້​​ວ່າ ຢູ່ Malacca ມີ​ຫລາຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ ແລະ ແຕ່​ລະ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ນັ້ນ​ລ້ວນ​ແຕ່ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ.”

        Malacca ​ເປັນ​ຫນ້າຮູ້​ຈັກ​ເຖ​ິງ​ຄື​ດັ່ງ​ສະ​ຖານ​ທີ່​ເລີ່ມ​ຕົ້ນ​ປະ​ຫວັດ​ສາດ​ຂອງ ມາ​ເລ​ເຊຍ . ປີ 1936, ລາ​ຊະ​ກຸມ​ມານ Parameswara ຖືກ​ເນ​ລະ​ເທດຈາກ Sumatra ໄດ້​ສ້າງ​ຕັ້ງ​ນະ​ຄອນນີ້ ແລະ ພັດ​ທະ​ນາ​​​ກາຍເປັນ​ທ່າ​ກຳ​ປັ່ນ​ເພື່ອ​ຕ້ອນ​ຮັບ​ບັນ​ດາ​ກຳ​ປັ່ນ, ​ພໍ່​ຄ​້າ​ຊາວ​ຂາຍ​​ທີ່ມາ​ຈາກ ຈີນ, ອິນ​ເດຍ, ອາ​ຣັບ ແລະ ເອີ​ລົບ. ການ​​ແລກ​ປ່ຽນ​ດ້ານການ​ຄ້າ​ຂາຍສິ​ນ​ຄ້າ​ກັບສາ​ກົນ​ກໍ​ຄື​ວິ​ວັດ​ການ​ຢືດ​ຄອງ​ຂອງ​ບັນ​ດາ​​ປະ​ເທດມະ​ຫາ​ອຳ​ນາດ​ຝ່າຍ​ຕາ​ເວັນ​ຕົກ​ຄື: ປອກ​ຕຸຍການ, ໂຮນ​ລັງ ແລະ ອັງ​ກິດ ໄດ້​ເຮັດ​ໃຫ້ Malacca ເຕົ້າ​ໂຮມ​ຫລາຍ​ຊົນ​ເຜົ່າ ແລະ ສາດ​ສະ​ຫນາ​ແຕກ​ຕ່າງ​ກັນ​ ຊື່ງ​ສະ​ແດງ​​ອອກ​ໃນ​ດຳ​ລົງ​ຊີ​ວິດ, ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ສາດ​ສະ​ຫນາ.

        ວິ​ວັດ​ການ​ຄົ້ນ​ຫາ Malacca ຂອງກ​ຸ່ມ​ເພື່ອນ​ຫນຸ່ມ ແມ່ນ​ເລີ່ມ​ຈາກ ແມ່​ນ້ຳ​ລຳ​ຫນຶ່ງ​ທີ່​ມີ​ຊື່​ເຊັ່ນ​ດ​ຽວ​ກັນ​​ກັບ​ນະ​ຄອນ ​ທີ່​ໄຫລ​ຜ່ານ​ນະ​ຄອນ Malacca ແລະ​ແບ່ງ​ນະ​ຄອນເປັ​ນ 2 ເຂດ​ຄື: ​ເຂດຕາ​ເວັນ​ອອກ ແລະ ​ເຂດຕາ​ເວັນ​ຕົກ​​ຢ່າງ​ຈະ​ແຈ້ງ. ຢູ່​ລຽບ​ຕ​າມ​ແຄມ​ແມ່​ນ້ຳ ມີບັນ​ດາ​ທ່າ​ເຮືອ. ເພື່ອ​ປະ​ຢັດ​ເວ​ລາ, ກຸ່ມ​​ເພື່ອນ​ຫນຸ່ມ​ສາມ​ຄົນ​ດັ່ງ​ກ່າວ ໄດ້​ຕັດ​ສິນ​ຊື້​ປີ້ຂີ່​ເຮືອ​ໄປ​ຄົ້ນ​ຫາ “Venice ຂອງ ອາ​ຊີ”.  ຜູ້​ໃດ​ກໍຮູ້​ສຶກ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ​ເມື່ອ​ທັງ​ຂີ່​ເຮືອ​ທັງ​ໄດ້​ຮັບ​ຟັງ​ສຽງ​ດົນ​ຕີ Malay ​ທີ່ມ່ວນອ​່ອນ​ຊອຍ ແລະ ໄດ້​ເຫັນ​ປະ​ຈັກ​ຕາບັນ​ດາແຖວ​ເຮືອນ​ບູ​ຮານ​ຢູ່​ລຽບ​ຕາມ​ສອງ​ຟາກ​ຝັ່ງ​ແມ່​ນ້ຳ, ​ຟາກຫນຶ່ງໄດ້​ຮັບ​ການກໍ່​ສ້າງ​ຕາມສະ​ຖາ​ປັດ​ຕະ​ຍະ​ກຳ​ຝ່າຍ​ຕາ​ເວັນ​ອອກ ແລະ​​ອີກ​ຟາກຫນຶ່ງແມ່ນ​ກໍ່​ສ້າງຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ ຝ່າຍ​ຕາ​ເວັນ​ຕົກ ພິ​ເສດ ​​ບັນ​ດາ​ຮູບແຕ້ມ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍຖືກ​ແຕ້ມ​ເທິງ​ຝາ​ຜະ​ນັງ ໄດ້​ເຮັດ​ໃຫ້ ນາງ​ຈາງ ມີ​ຄວາມຮູ້​ສຶກວ່າ ເຈົ້າ​ຂອງ​ເຮ​ືອນ​ແຕ່​ລະ​ຫລັງ​ ພວມ​ເລົ່າ​ເລື່ອງລາວ​ໃດຫນຶ່ງ​ດ້ວຍ​ພາບ​ແຕ້ມ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ. ​ອາດ​ຈະ​ເປັນ​ຄວາມ​ຝັນ​​ກ່ຽວ​ກັບ​ທົ່ງ​ຫຍ້າ​ທີ່​ຂຽວ​ສົດ,  ​ບຸນ​ຟ້ອນ​ສິງ​ໂຕ ຫລືແມ່ນ​ຄວາມ​ຊົງ​ຈຳ​ໃນ​ເມື່ອ​ກ່ອນ.

        “ຢູ່​ລຽບ​ຕາມ​ສອງຟາກ​ຝັ່ງ​ແມ່​ນ້ຳ, ຂ້າ​ພະ​ເຈົ້າ​ໄດ້​ຊົມ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ Malacca ກໍ​ຄື​ສິ​ລະ​ປະ​ແຕ້ມ​ພາບ “graffiti” ຢູ່ ທ້ອງຖະ​ຫນົນ. ບັນ​ດາ​ພາບ​ແຕ້ມ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ກໍ​ຄື​ຊີ​ວິດ​ປະ​ຈຳ​ວັນ​ຂອງ ປະ​ຊາ​ຊົນ​ຢູ່​ທີ່ນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າ​ໄດ້​ແຕ້ມ​ບັນ​ດາ​ຮູບ​ພາບນີ້​ເພື່ອ​ຈຸດ​ປະ​ສົງ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ, ຊີ​ວິດ​ປະ​ຈຳ​ວັນ ​ໂດຍຜ່ານ​ບັນ​ດາ​ການ​​ທ່ອງ​ທ່ຽວຕາມ​ແຄມ​ແມ່​ນ້ຳ, ນັກ​ທ່ອງ​ທ່ຽວ​ສາ​ມາດເຂົ້າ​ໃຈ​ໄດ້ຈຸດ​ວັດ​ທະ​ນະ​ທຳ​​ຂອງ​ມາ​ເລ​ເຊຍ.”

ໄປຢ້ຽມຢາມຄຸ້ມເມືອງເກົ່າ Malacca - ảnh 2
ຄຸ້ມ​ເມືອງ​ເກົ່າ Malacca ໃນ​ມື້​ທ້າຍ​ສັບ​ປະ​ດາ
(vnexpress.net)

            ສິ້ນ​ສຸດ​ການ​ໄປ​ທ່ອງ​ທ່ຽວ​ດ້ວຍ​ການ​ຂີ່ເຮືອແລ້ວ, ສະ​ຖານ​ທີ່​ທ່ອງ​ທ່ຽວຕໍ່​ໄປ​ຂອງ​ກຸ່ມ​ເພື່ອ​ນຫນຸ່ມ​ສາມ​ຄົນ​ດັ່ງ​ກ່າວ ນັ້ນ​ແມ່ນ ບັນ​ດາ​ຄຸ​້​ມ​ຖະ​ຫນົນ​ເກົ່າ​​​ຢູ່ໃຈ​ກາງ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ ຊື່ງ​​ໄດ້​ຮັບ​​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ເອີ​ລົບ. ຢູ່​ທີ່ນີ້ ມີ​ສະ​ຫນາມ​ຫລວງ ໂຮນ​ລັງ ດ້ວຍ​ບັນ​ດາ​ເສັ້ນ​ທາງ​ປູ​ດິນ​ຈ​ີ່​ສີ​ແດງ ແລະ ມີ​ຮົ່ມ​ໄມ້​ຂຽວ​ອຸ່ມ​ທຸ່ມ. ມີ​ສຽງ​ດົນ​ຕີ​ມ່ວນ​ອ່ອນ​ຊອນ​ຂອງ​ນັກ​ສິ​ລະ​ປິນ​ສະ​ແດງ​ຕາມ​ທ້ອງຖະ​ຫນົນ. ມີ​ໂບດ Malacca ທ່າ​ສີ​ແດງຕັ້ງ​​ຢູ່ກົງ​ກັນ​ຂ້າມ​ກັບ​ຮູບ​ແບບ​ກັງ​ຫັນ​ລົມຢູ່​ໃຈ​ກາງ​ສວນ​ສາ​ທາ​ລະ​ນະ, ອ້ອມ​ຂ້າງ​ແມ່ນ​ບັນ​ດາ​ສວນດອກ​ໄມ້​ເບັ່ງ​ບານ​ນາໆ​ສີ. ​ຕໍ່​ຫນ້າ​ຄວາມ​ງາມ​ທີ່​ຈັບ​ອົກ​ຈັບ​ໃຈ​ດັ່ງ​ກ່າວ, ກຸ່ມ ​ເພື່ອນຫນຸ່ມ ທັງ, ຮ​ວ່າ, ຈາງ ໄດ້​ຍາດ​ເວ​ລາ​ເພື່ອຖ່າຍ​ຮູບທີ່​​ເປັນ​ລະ​ນຶກ. ອ້າຍ Wiliem ແມ່ນ​ ​ນັກ​ທ່ອງ​ທ່ຽວມາ​ຈາກ ໂຮນ​ລັງ ຖືກ​ດຶງ​ດູດ​ໃຈ​ດ້ວຍບັນ​ດາ​ຄຸນ​ຄ່າ, ມໍ​ລະ​ດົກ ຊຶ່ງ​ຊາວ​ໂຮນ​ລັງ​ ລຸ້ນ​​ກ່ອນນີ້​ໄດ້ ປະ​ໄວ້ ​ຢູ່ Malacca ພາ​ຍ​ຫລັງ 150 ປີ​ຄອບ​ຄອງ​ຢູ່​ທີ່ນີ້.

        “ ຂ້າ​ພະ​ເຈົ້າ​ມີ​ຄວາມປະ​ທັບໃຈ​ທີ່​ສຸດ​ຕໍ່​ບັນ​ດາ​ກິດ​ຈະ​ກຳ​ຊື່ງ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ໂຮນ​ລັງ ຢູ່ Malacca. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ​ຫາກການ​ພົວ​ພັນ​ຂອງ​ຫລາຍພື້ນ​ຖານ​ວັດ​ທະ​ນະ​ທຳ ອາ​ຊີ  ແລະ ເອີ​ລົບ ຢູ່ ນະ​ຄອນ ນີ້​ໄດ້​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ໂດຍ​ສະ​ເພາະ​ແມ່ນ​ຜູ້​ນິ​ຍົມ​ການ​ຄົ້ນ​ຫາຄື​ຂ້າ​ພະ​ເຈົ້າ.”

        ອອກ​ຈາກ​ເຂດ​ໃຈ​ກາງ​ນະ​ຄອນ, ກ​ຸ່​ມ​ເພື່ອ​ນ​ຫນຸ່ມ​ສືບ​ຕໍ່​ໄປ​ຕ​າມ​ເສັ້ນ​ທາງ​ນ້ອຍ​ຂຶ້ນ​ໂນນ​ພູ St. Pauls. ຈາກ​ໂນນ​ພູ​ດ້ວຍ​ທົ່ງ​ຫຍ້າຂຽ​ວ​ສົດ​ງົດ​ງາມ ແລະ ສວນດອກ​ໄມ້​ເບັ່ງ​ບານ​ສີ​ສັນ​ຫລາກ​ຫລາຍ, ທັງ, ຮ່​ວາ ແລະ ຈາງ ​ກໍ​ໄດ້​ຮັບ​ຟັງ​ສຽງ​ນົກ​ຮ້ອງ ແລະ ​ດົມ​ກີ່ນ​​ນ້ຳ​ເຜິ້ງ​ໃນ​ຂະ​ນະ​​ນັ່ງຊົມ​ເຮືອ​ກຳ​ປັ່ນ​ໄປ​ມາ​ຢູ່​ທ່າ​ກຳ​ປັ່ນ​ທະ​ເລ.

        ພາ​ຍ​ຫລັງ​ໄປ​ທັດ​ສະ​ນະ​ສຶກ​ສາໃນ​ຕອນ​ເຊົ້າ, ​ເວ​ລາ 6 ໂມງ​ແລງ ກຸ່ມ​ເພື່ອນ​ຫນຸ່ມກໍ​ຮູ້​ສຶກ​ຫິວ​ ແລະ ເຂົາ​ເຈົ້າຕັດ​ສິນ​ໃຈ​ໄປ​​ສູ່ທິດ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ, ​ເຊິ່ງແມ່ນ​ເຂດ​ທີ່​ຊາວ​ຈີນ​ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນ​ວນ​ຫລວງ​ຫລາຍ​ດ້ວຍ​​ບັນ​ດາຮ້ານ​ອາ​ຫານ ຢ່າງ​ຄັບ​ຄາ​ຫນາ​ແຫນ້ນ. ​ກຸ່ມ​ເພື່ອນ​ຫນຸ່ມ​ ຜູ້​ໃດ​ກໍ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ​ເມື່ອໄດ້​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ເຍື່ອງ​ຕ່າງໆ​ທີ່​ແຊບ​ນົວ​​ໂດຍ​ຊາວ​ຈີນ​ປຸງ​ແຕ່ງ, ໄດ້​ຍິນ​ສຽງ​ທັກ​ທາຍ​​ເຊີນ​ແຂກ​​ຄົນ​ທີ່ນີ້ມ​ນວນອ່ອນ​ຫວານ​ຂອງ​ນາງ​ສາວ​ຈີນ, ໄດ້​ດື່ມ​ເບຍ, ໂອ້​ລົມ​ກັນກ່ຽວ​ກັບ​ບັນ​ດາສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ໃນ​ລາຍ​ການ​ທ່ອງ​ທ່ຽມ​ມື້​ຕໍ່​ໄປ​ໃນ​ຍາມ​ຄ່ຳ​ຄຶນ​ຢູ່ Malacca.

ຕອບກັບ

ຂ່າວ/ບົດ​ອື່ນ