ການທ່ອງທ່ຽວໃນລະດູຮ້ອນ

ການທ່ອງທ່ຽວ​ໃນ​ລະດູ​ຮ້ອນຈະ​ແມ່ນ​ຫົວ​ຂໍ້​ທີ່​ເວົ້າ​ເຖິງ​ຫຼາຍ​ທີ່​ສຸດ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອ​ນລາວ” ​ມື້​ນີ້. ​ເຊີນ​ທ່ານ​ຜູ້​ຟັງຕິດຕາມ​ຮັບ​ຟັງ.

​        ໃນ​ອາທິດ, ທ່ານ ບົວທອງ, ​ແຂວງ ຊຽງ​ຂວາງ, ທ່ານ ວັນ​ແສງ, ​ແຂວງ ບໍລິ​ຄຳ​ໄຊ ​ໄດ້​ສົ່ງ ອີ​ແມວ ​ແລະ ​ໂທລະສັບ​ມາ​ຍັງ​ລາຍການ​ໂດຍ​ຝາກ​ຄຳ​ອວຍພອນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ 30/4 ຂອງ ຫວຽດນາມ. ​ໃນ​ນັ້ນ, ທ່ານ ບົວທອງ ​ໄດ້​ຂຽນ​ວ່າ: “​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975), ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ ຫວຽດນາມ ​ເວົ້າ​ລວມນັບ​ມື້​ນັບ​ພັດທະນາ, ຮັ່ງ​ມີ, ສວຍ​ງາ​ມກ່ວາ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຢາກ​​ໄດ້​ຮັບ​ຟັງ​ບາງ​ບົ​ດ​ເພງ​ຍ້ອງຍໍ​ປະທານ ​ໂຮ່ຈີ​ມິນ ​ແລະ ກ່ຽວ​ກັບ​ການ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາ​ບ​​ແດ່.”

        ທ່ານ ບົວທອງ ​ແລະ ທ່ານ ວັນ​ແສງ ທີ່​ຮັກ​ແພງ, ພວກ​ຂ້າພະ​ເຈົ້າ​ຂໍ​​ຂອບ​ໃຈ​ບັນດາ​ຄຳ​ອວຍພອນ​ອັນ​ດີງາມ​ຂອງ​ພວກ​ທ່ານທີ່​ສະຫງວນ​​ໃຫ້​ແກ່​ປະຊາຊົນ ຫວຽດນາມ. ທ່ານສາມາດ​ຮັບ​ຟັງ​ລາຍການ​ເພງ​ຂອງ​ພວກ​ເຮົາ​ທີ່​ໄດ້​ອອກ​ອາກາດ​​ເວລາ 18 ​ໂມງ 30 ນາທີ ​ໃນ​ຂຶ້ນ 7285 KHz ​ແລະ ​ເວລາ 21 ​ໂມງ ​ໃນ​ຂຶ້ນ 1242 KHz ​ແຕ່​ວັນ​ທີ 25/4 – 1/5 ​ເພື່ອ​ຮັບ​ຟັງ​ບັນດາ​ບົດ​ເພງ​ຍ້ອງຍໍ​ຊົມ​​ເຊີຍ ປະ​ທານ ​ໂຮ່ຈີມ​ິນ ​ແລະ ປົດ​ປ່ອຍພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ນອກຈາກ​ນັ້ນ, ​ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ​ກໍ່​ອັບ​​ເດັດ​ບັນດາ​ລາຍການ​ເພງທີ່​ໄດ້​ອອກ​ອາກາດ​​ໃນ​ອາທິດ​. ​ເຊີນ​ທ່ານ ບົວທອງ, ທ່ານ ວັນ​ແສງ ​ແລະຜູ້​ຟັງ​ທຸກ​ທ່ານ​ຕິດຕາມ​ຮັບ​ຟັງ.

ການທ່ອງທ່ຽວໃນລະດູຮ້ອນ - ảnh 1

ປະພາຄານຢູ່ເກາະ ໂກໂຕ

        ສ່ວນ​ເພື​່ອນ ​ປານ​ອມ, ​ແຂວງ ຫົວພັນ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: “ກ່ອນ​ນີ້​ໜຶ່ງ​ປີ, ມີ​ເພື່ອນ​ລາວບາງ​ຄົນທີ່​ເຄີຍ​ຮຽນ​ຢູ່ ຫວຽດນາມ ​​ໄດ້​ຊວນຂ້າພະ​ເຈົ້າ​ໄປ​ທ່ຽວ​ຢູ່ ​ເກາະ ​​ໂກ​​ໂຕ. ສ່ວນ​ໜຶ່ງ​​ແມ່ນຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ, ສ່ວນ​ໜຶ່ງ​​ແມ່ນ​ບໍ່​ທັນມີ​ຂໍ້​ມູນ​ໃດ​ກ່ຽວກັບສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ບໍ່​ທັນ​ມາ​​ທ່ອງ​ທ່ຽວ​ເກາະ​ແຫ່ງ​ນີ້​ເທື່ອ. ປີ​ນີ້, ພວກ​ເພື່ອນ​ຜູ້​ອື່ນ​ກໍ່​ເຊີນ​ຂ້າພະ​ເຈົ້າໄປ​ທ່ອງ​ທ່ຽວ​ຢູ່​ເກາະ​ແຫ່ງ​ນີ້ອີກ ​ແລະ ​ເວົ້າ​ວ່າ​ທະ​ເລ​ຢູ່​ນີ້​ງາມ​ຫຼາຍ. ກ່ອນ​ທີ່​ຈະ​ໄປ, ຂ​​້າພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​​ໄດ້​ບໍ່?”

        ​ເພື່ອນ ປານ​ອມ ທີ່​ຮັກ​ແພງ, ​​ໂກ​ໂຕ ​ແມ່ນ​ໝູ່​ເກາະ​ແຫ່ງ​ໜຶ່ງ​​ຊຶ່ງ​ນອນ​ໃນ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເກາະ ​ເວີນ​​ໂດ່​ນ, ​ແຂວງ ກວາງ​ນີງ (ທາງ​ພາກ​ເໜືອ ຫວຽດນາມ). ໝູ່​ເກາະ ​​ໂກ​ໂຕ ລວມມີ​​ເກາະ​​ໃຫຍ່​ນ້ອຍ 50 ​ແຫ່ງ. ​​ໂກ​ໂຕ ມີ​ພູມ​ສັນຖານ​ແມ່ນ​ເຂດ​ພູ​ພຽງ, ຢູ່​ກາງ​ມີ​ພື້ນ​ທີ່​ສູງ, ອ້ອມ​ແອ້ມ​ແມ່ນ​​​ໂນນ​ພູ​ຕຳ່, ຢູ່​ແຄມ​ເກາະ​ແມ່ນ​ຫາດ​ຊາຍ​ທະ​ເລ​ ​ແລະ ອ່າວ​ນ້ອຍໆ. ລະບົບ​ພືດ​ຢູ່​ໃນ​ເກາະ​​ແມ່ນອຸດົມສົມບູນ​ພໍ​ສົ​ມຄວນ. ປ່າ​ທຳ​ມະ​ຊາດ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ປະກອບ​ດ້ວຍໄມ້​ທີ່​ມີຄ່າ​ຫຼາຍຊະນິດ. ສັດປ່າ​ກໍ່​ມີຫຼາຍຊະນິດ​ພໍ​ສົມຄວນ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ຝູງ​ລີງ​ຂົນ​ເຫຼືອງ​ປະມານ 100 ​ໂຕ. ​ການ​ບໍລິການ​ກິນ​ດື່ມ​ໃນ​ເກາະ​ບໍ່ທັນ​ມີ​ຫຼາຍ​, ດັ່ງ​ນັ້ນ​ເພື່ອນ​ຄວນ​ຈ່ອງ​ກ່ອນ ຫຼື ຖື​ອາ​ຫານ​ໄປ​ນຳ. ​ເພື່ອນ​ກໍ່​ສາມາດ​ໄປ​ຊື້​ເຄື່ອງກິນ​ຢູ່​ຕະຫຼາດ​ໃກ້​ກັບ​ເຂດ​ຊຸມ​ຊົນ​ເຊິ່ງ​ໄດ້ເປີດ​ໃນ​ຕອນ​ເຊົ້າ​ກໍ​ໄດ້. ​ໃນ​ເກາະ​ກໍ່​ມີ​ເຮືອນ​ພັກ, ​ໂຮງ​ແຮມ​ຫຼາຍ​ຫຼັງ, ​ເພື່ອນ​ສາມາດ​ເຊົ່າ​ຫ້ອງ​ດ້ວຍ​ລາຄາ​ແຕ່ 200.000 – 500.000 ດົ່ງ/ມື້. ​​ເພື່ອນ​ກໍ່​ສາມາດ​ອາບ​ນຳ້​ທະ​ເລ​ຢູ່​ຫາດ​ຊາຍທະ​ເລ ບັກ​ວ່າ​ນ. ຫາດ​ທະ​ເລ​ນີ້​ມີ​ຄວາມ​ຍາວ​ເກືອບ 15 ກມ. ມີ​ຄື້ນຟອງ​ແຮງ ​ແລະ ມີ​ຕົ້ນ​ຕະຊົນ​ງາມ​ອີ​ຫຼີ. ຫຼືຫາດ​ຊາຍທະ​ເລ ຮົ່ງວ່ານ, ວ່າ​ນຈ໋າຍ ກໍ່​ງາມ​ຫຼາຍ. ປະພາຄານກ່ໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດດື່ມ. ນອກຈາກ​ນັ້ນ, ​ເພື່ອ​ນສາມາດ​ຄົ້ນ​ຫາ​ເກາະ ​ແທງ​ເລີ​ນ, ​ເກາະ​ແຫ່ງ​ນີ້​ຢູ່​ໃກ​້ກັບ​ເກາະ ​ໂກ​ໂຕ, ມີ​ເຮືອ​ຂົນ​ສົ່ງ​ແຂກໄປ​ຫາ​ເກາະ​ແຫ່ງ​ນີ້​ໃນ​ຕອນ​ເຊົ້າ. ​ເກາະ ​ແທງ​ເລີ​ນ ມີ​ຫາດຊາຍ​ທ​ະ​ເລ​ນ້ອຍ​ແຕ່​ງາມ, ​ເພື່ອນ​ສາມາດ​ໄປ - ມາ​ໃນ​ມື້. ຫາດ​ຫິນ​ໂກ​ໂຕ, ​ແມ່ນໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ງາມ​ທີ່​ສຸດຢູ່​ໃນ​ເກາະ, ບ່ອນ​​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ເລືອກ​ເຟັ້ນ​​ເພື່ອ​​ຖ່າຍຮູບ​ເປັນ​ທີ່​ລະ​ນຶກ.

        ​ເພື່ອນ​ຈັນ​ດອນ, ຢູ່​ແຂວງ ຫຼວງ​ພະ​ບາງ ​ໄດ້​ຝາກ​ອີ​ແມວ​ເຖິງ​ລາຍການ, ​ໃນ​ນັ້ນ​ມີ​ຕອນ​ຂຽນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ ຫວຽດນາມ 2016 ຈະ​ສຸມ​ໃສ່​ເຂົ້າ​​ ຟູ໋ກວກ - ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​, ຂ້າພະ​ເຈົ້າ​ຢາກ​ຖານ​ວ່າ: ມີ​​ເຫດການ​ໃດ​ແດ່​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016”

        ປີ​ທ່ອງທ່ຽວ​ແຫ່ງ​ຊາດ 2016 ມີ​ຫົວ​ຂໍ້​ວ່າ: “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ຟູ໋ກວກ - ​ເຂດທົ່ງພຽງ​ແມ່​ນຳ​້ຂອງ” ດ້ວຍ​ຫົວ​ຂໍ້​ວ່າ: “ຄົ້ນ​ຫາ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້”. ນີ້​ແມ່ນ​ເຫດການ​ວັດທະນະທຳ - ​ເສດຖະກິດ - ສັງຄົມ​ທີ່ພົ້ນ​ເດັ່ນ, ລະດັບ​ຊາດ ​ແລະ ສາກົນ, ​​ຈະ​ຈັດ​ຕັ້ງ​ຢູ່​ແຂວງ ກຽນ​ຢາງ ​ເປັນ​ຕົ້ນ. ນອກ​ຈາ​ກນັ້ນ, ​ໃນ​ຂອບ​ເຂດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ​ຍັງ​ຈັດ​ຕັ້ງຫຼາຍ​ເຫດການ​ຢູ່ 18 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດອີກ. ​ບັນດາເຫດການ​​ກ່ຽວ​ຂ້ອງ​​ເຖິງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ຈະ​​ເລີ່​ມ​ດຳ​​ເນີນ​ແຕ່ວັນ​ທີ 9/4/2016 ​ແລະ ອັດ​ລົງ​ໃນ​ວັນ​ທີ 24/12/2016 ຢູ່​ເມືອງ​ເກາະ ຟູ໋ກວກ, ​ແຂວງ ກຽນ​ຢາງ. ​ໃນ​ນັ້ນ​​ແຂວງ ກຽນ​ຢາງ ຈັດ​ຕັ້ງ​ 11 ​ເຫດການ. ນອກ​​ນັ້ນ, ຍັງ​ມີ​ 13 ເຫດການ​ໂດຍ​ກະ​ຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຈັດ​ຕັ້ງອີກ. ພວກ​ຂ້າພະ​ເຈົ້າ​ຈະ​ອັບ​ເດັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​​ກ່ຽວຂ​້ອງ​ເຖິງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ​​ໃນ​ຂ່າວ​ປະຈຳ​ວັນ, ​ເຊີ​ນ​ເພື່ອນ ຈັນ​ດອນ ຕິດຕາມ​ຮັບ​ຟັງ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບມື​້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຂ່າວ/ບົດ​ອື່ນ