ແນະ​ນຳສະຖານທີ່​ປະ​ຫວັດ​ສາດ ໂນນພູ A1

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 415 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງ.

          ເພື່ອນ Eugene Kornykhin, ຜູ້ຟັງຊາວລັດເຊຍ, ຝາກອີມວເຖິງລາຍການພາສາ ຝລັ່ງ, ດ້ວຍເນື້ອໃນວ່າ: “ຂໍຂອບໃຈພວກເພື່ອນທີ່ໄດ້ໃຫ້ຂ່າວ ບົດກ່ຽວກັບບັນດາເຫດການຢູ່ ລັດເຊຍ. ຫວ່າງແລ້ວນີ້, ລັດເຊຍ ໄດ້ຈັດການເລືອກຕັ້ງປະທານາທິບໍດີ. ພວກເພື່ອນໄດ້ໃຫ້ຂ່າວຢ່າງຈະແຈ້ງ, ພາວະວິໄສທີ່ສຸດ. ປະຈຸບັນ, ປະເທດ ລັດເຊຍ ພວມມານະພະຍາຍາມເພື່ອຜ່ານຜ່າບັນດາຜົນກະທົບທັງດ້ານການທະຫານ ແລະ ເສດຖະກິດຂອງຝ່າຍຕາເວັນຕົກ. ໜຶ່ງໃນບັນດາບັ້ນຮົບເຊິ່ງພວກຂ້າພະເຈົ້າພວມຕ້ອງປະເຊີນໜ້ານັ້ນແມ່ນສົງຄາມດ້ານຂໍ້ມູນຂ່າວສານ. ບາງປະເທດໄດ້ໂຄສະນາບັນດາບັນຫາທີ່ບໍ່ດີກ່ຽວກັບລັດເຊຍ ຜ່ານສື່ມວນຊົນ. ແຕ່ບໍ່ຄືກັບເຂົາເຈົ້າ, ວິທະຍຸກະຈາຍສຽງ ຫວຽດນາມ ບໍ່ໄດ້ໂຄສະນາ ຫາກເປັນການໃຫ້ຂ່າວທົ່ວໄປເທົ່ານັ້ນ. ຂໍຂອບໃຈ”.

          ສ່ວນເພື່ອນຜູ້ຟັງ Johnny Antonio Ramirez Lopez, ຢູ່ Lima, Peru ໄດ້ແບ່ງປັນວ່າ: “ໃນເວລາຫົດນ້ຳ, ປູກຝັງ ຫຼື ເກັບກ່ຽວໝາກໄມ້, ຂ້າພະເຈົ້າໄດ້ຮັບຟັງບັນດາບົດເພງທີ່ມ່ວນໆຂອງ ຫວຽດນາມ. ຂໍຂອບໃຈວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຈັດບັນດາລາຍການເພງໃນວັນອາທິດມ່ວນໆຄືແນວນີ້. ພວກຂ້າພະເຈົ້າຮັກແພງພວກເພື່ອນ ຫວຽດນາມ ຫຼາຍ”.

          ທ່ານຜູ້ຟັງ Juan Diez, ຢູ່ Santander, ຢູ່ແອັດສະປາຍ, ໄດ້ໃຫ້ຂໍ້ສັງເກດວ່າ: “ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ສະພາກາແດງ ຫວຽດນາມ ແມ່ນໜຶ່ງໃນບັນດາຄຳຕັດສິນທີ່ມີລັກສະນະມະນຸດສະທຳຢ່າງເລິກເຊິ່ງ, ຍ້ອນວ່າ VOV ອາດສາມາດຮ່ວມມື ແລະ ໜູນຊ່ວຍປະຊາຊົນຫຼາຍຄົນທີ່ພວມຕ້ອງການຊ່ວຍເຫຼືອຍ້ອນໄພທຳມະຊາດ ຫຼື ເກີດຈາກບັນດາໄພພິບັດອື່ນ. ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ຊ່ວຍເຫຼືອທຸກຄົນທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ດ້ວຍຄື້ນວິທະຍຸທີ່ມີຄວາມວ່ອງໄວ, ຈະແກ້ໄຂໄດ້ບັນດາບັນຫາຂອງຫຼາຍຄົນທີ່ຖືກຜົນສະທ້ອນຍ້ອນບັນດາສະພາບການຮ້າຍແຮງ. ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ຢືດໝັ້ນປະຕິບັດນະໂຍບາຍມະນຸດສະທຳຂອງພັກກອມມູນິດ ຫວຽດນາມ”.

ແນະ​ນຳສະຖານທີ່​ປະ​ຫວັດ​ສາດ ໂນນພູ A1 - ảnh 1ໂນນພູ A1

ອາທິດຜ່ານມາ, ເພື່ອນ ມະໄລວັນ, ຢູ່ແຂວງ ບໍ່ແກ້ວ, ໄດ້ຝາກອີມວເຖິງລາຍການ ໂດຍແບ່ງປັນວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ໃນພາບສາລະຄະດີກ່ຽວກັບ ດ້ຽນບຽນຝູ ທີ່ເອົາລົງຫວ່າງແລ້ວນີ້, ມີສະຖານທີ່ ໂນນພູ A1, ຫວັງວ່າ ບັນນາທິການຈະສະໜອງຂໍ້ມູນຂ່າວລະອຽດກ່ວາ ກ່ຽວກັບສະຖານທີ່ດັ່ງກ່າວ, ໄດ້ບໍ່?

ເພື່ອນ ມະໄລວັນ ທີ່ຮັກແພງ, ດ້ຽນບຽນຝູ ແມ່ນຊື່ທີ່ມີຄວາມເອກອ້າງທະນົງໃຈຕິດພັນກັບບັນດາສະຖານທີ່ປະຫວັດສາດ ຄື: ເມື່ອງແທັງ, ເຂດໃຈກາງຕ້ານ ຮິມລາມ, ຮົ່ງກຸ໋ມ, ຖານທີ່ໝັ້ນ ເມືອງຟັງ… ແລະ ພິເສດທີ່ສຸດແມ່ນໂນນພູ A1 - ສະຖານທີ່ດຳເນີນບັ້ນຮົບປະຫວັດສາດ ທີ່ແກ່ຍາວເປັນເວລາ 39 ວັນ ແລະ ຄືນ. ໂນນພູ A1 ຕັ້ງຢູ່ໃນເມືອງ ເມື່ອງແທັງ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ໂນນພູ A1 ແມ່ນຖານທີ່ໝັ້ນສຳຄັນທີ່ສຸດໃນບັນດາຖານທີ່ໝັ້ນຂອງລ່າເມືອງຂຶ້ນ ຝລັ່ງ ຢູ່ ດ້ຽນບຽນຝູ, ໂດຍຍາວຢຽດໄປຕາມທິດ ຕາເວັນຕົກສ່ຽງເໜືອ - ຕາເວັນອອກສ່ຽງໃຕ້, ເຊິ່ງມີ 2 ຈອມພູ: ຕາເວັນຕົກສ່ຽງເໜືອ ມີຄວາມສູງກ່ວາ 490 ແມັດ, ຕາເວັນອອກສ່ຽງໃຕ້ ມີຄວາມສູງ ກ່ວາ 493 ແມັດ. A1 ແມ່ນສັນຍາລັກເຊິ່ງກອງທັບ ຫວຽດນາມ ຕັ້ງໃຫ້ໂນນພູນີ້. ພາຍຫຼັງບັ້ນຮົບຄັ້ງຕ່າງໆທີ່ນອງເລືອດເກີດຂຶ້ນຢູ່ແຫ່ງນີ້, ຮອດເວລາ 4 ໂມງເຊົ້າຂອງວັນທີ 7 ພືດສະພາ ປີ 1954, ກອງທັບ ຫວຽດນາມ ໄດ້ຢຶດຄອງຄືນໂນນພູ A1. ສະຖານທີ່ແຫ່ງນີ້ມີຄວາມສູງ 32 ແມັດ ເມື່ອທຽບໃສ່ໜ້າທາງ ດ້ວຍເນື້ອທີ່ 83.000 ຕາແມັດ. ປະຈຸບັນ, ໂນນພູແຫ່ງນີ້ໄດ້ກາຍເປັນສຸສານໄຫວ້ອາໄລບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍຊີວິດໃນບັ້ນຮົບ ດ້ຽນບຽນຝູ. ຖ້າມີໂອກາດ, ເພື່ອນ ມະໄລວັນ ຈົ່ງໄປຢ້ຽມຢາມສະຖານທີ່ປະຫວັດສາດແຫ່ງນີ້ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກນຳພວກຂ້າພະເຈົ້າແດ່ເດີ.

ແນະ​ນຳສະຖານທີ່​ປະ​ຫວັດ​ສາດ ໂນນພູ A1 - ảnh 2ນະຄອນ ໂຮ່ຈີມິນ ຍາມຄ່ຳ

ໃນອາທິດ, ເພື່ອນ ຈັນທິມາ ດວງບຸດດີ, ນະຄອນຫຼວງ ວຽງຈັນ ໄດ້ຖາມວ່າ: ຫວຽດນາມ ມີຈັກນະຄອນຂຶ້ນກັບສູນກາງ ແລະ ມາດຖານໃດເພື່ອຈັດບັນດານະຄອນເຂົ້າບັນຊີລາຍຊື່ນະຄອນຂຶ້ນກັບສູນກາງ?

ເພື່ອນ ຈັນທິມາ ທີ່ຮັກແພງ, ປະຈຸບັນ, ຫວຽດນາມ ມີ 5 ນະຄອນຂຶ້ນກັບສູນກາງ, ເຊິ່ງລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຫາຍຟ່ອງ, ດານັ້ງ, ເກີນເທີ. ນອກຈາກ 5 ນະຄອນນີ້, ປະຈຸບັນ, ມີຫຼາຍແຂວງທີ່ສູນກາງພວມໄດ້ກຳນົດທິດໃຫ້ກາຍເປັນນະຄອນຂຶ້ນກັບສູນກາງໃນໄລຍະຈະມາເຖິງ (ຄື: ແຄ໋ງຮ່ວາ, ເທື່ອທຽນເຫວະ, …). ເປົ້າໝາຍຮອດປີ 2030, ແຂວງ ແຄ໋ງຮ່ວາ ຈະແມ່ນນະຄອນຂຶ້ນກັບສູນກາງ ບົນພື້ນຖານຜັນຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບກ່ຽວກັບທາງທະເລຢ່າງສູງສຸດ, ແມ່ນຕົວເມືອງອັດສະລິຍະ, ຍືນຍົງ, ມີສີສັນ ແລະ ເຊື່ອມຕໍ່ກັບສາກົນ.

ມາດຖານເພື່ອຕີລາຄານະຄອນຂຶ້ນກັບສູນກາງແມ່ນມີປະຊາກອນແຕ່ 1 ລ້ານຄົນຂຶ້ນໄປ, ໃນນັ້ນ, ນະຄອນໂຮ່ຈີມິນ ມີປະຊາກອນຫຼາຍທີ່ສຸດ (ເກືອບ 9 ລ້ານຄົນ) ແລະ ນະຄອນທີ່ມີປະຊາກອນໜ້ອຍທີ່ສຸດແມ່ນ ດານັ້ງ (ປະມານ 1,2 ລ້ານຄົນ). ນອກຈາກນັ້ນ, ເນື້ອທີ່ຂອງບັນດານະຄອນຂຶ້ນກັບສູນກາງຕ້ອງແມ່ນແຕ່ 1.500 ຕາລາງກີໂລແມັດ ຂຶ້ນໄປ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະເປັນປະໂຫຍດສຳລັບເພື່ອນ ຈັນທິມາ ແລະ ທ່ານຜູ້ຟັງທີ່ມີຄວາມສົນໃຈ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ