ຂໍຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ


(vovworld)ໃນ​ອາ​ທິດ​ຜ່ານ​ມາ, ​ລາຍ​ການ ພາກພາສາລາວໄດ້ຮັບຈົດໝາຍ​, email ຫລາຍ​ສະ​ບັບ ​ ແລະໂທລະສັບ​​ ຈາກຜູ້ຟັງລາວ​. ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ, ບັນດາທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງ ລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະຄໍ​ລຳ ກໍ່ຄືປະກອບຄຳຄິດຄຳເຫັນ​, ຢາກຊອກ​ຮູ້​ບາງບັນຫາທີ່​ຜູ້​ຟັງ​ມີ​ຄວາມສົນ​ໃຈ. ​ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າ​ຂໍຄັດ​ສະ​ເຫ​ນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການ​ໃນ​ອາ​ທິດຜ່ານ​ມາ. ​​

        ​ໃນ​ຈົດໝາຍ​ຝາກ​ມາລາຍການ, ​ເພື່ອນ ບົວ​ໄລ ຢູ່ ​ເມືອງ​​ໂພ​ນ​ຮົ່ງ ແຂວງ ວຽງ​ຈັນ  ​ເວົ້າ​ວ່າ: ຍ້ອນ​ມີຫນ້າ​ເວັບ vovworld.vn ​ຂ້າພະ​ເຈົ້າສາມາດຕິດຕາມຂ່າວ​, ບົດ ກ່ຽວ​ກັບ​ເຫດການ​ຕ່າງໆ ຢູ່ ຫວຽດນາມ ກໍ​ຄືຢູ່ໃນ​ໂລກ​ຢ່າງ​ສະດວກ​ ​ແລະ ທັນ​ການ, ນອກນັ້ນ ບັນ​ດາ​ຄໍ​ລຳ​ໃນລາຍການ ກໍ​ສ້າງ​ຄວາມ​ປ​ະ​ທັບ​ໃຈ​ທີ່​ສຸດ, ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊີ​ວິດ, ເສດ​ຖະ​ກິດ ສັງ​ຄົມ​ຢູ່ ຫວຽດ​ນາມ ກວ່າ. ​

ຂໍຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1
ພາບ​ປະ​ກອບ:internet

ເພື່ອນ ທອງ​ບັນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ​ໄດ້​ຝາກຈົດໝາຍ​ມາ​ລາຍການ​​ໂດ​ຍ​ແບ່ງປັນ​ວ່າ : ນ້ອງ​​ເປັນ​ຄົນ​ມັກ​ຄົ້ນ​ຫາ​​ພື້ນຖານ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແຕ່​ນ້ອງຍັງ​ຄາ​ຮຽນ, ສະ​ນັ້ນ​ພຽງ​ແຕ່​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຈຳ​ນວນ​ຫນຶ່ງ. ເພາະ​ສະ​ນັ້ນ,  ລາຍການ​ຊາຍ​ຄາ​ອາ​ຊຽນ ໄດ້​ຊ່ວຍ​ໃຫ້ ນ້ອງ​​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ພື​້ນຖານ​ວັດທະນະທຳ ​ຂອງ​ຫລາຍ​ປະ​ເທດ ໃນອາ​ຊຽນກວ່າ. ​ໃນ​​ອາ​ທິດ​ຜ່ານ​ມາ,  ລາຍການພາກ​ພາ​ສາ​ລາວ​ໄດ້​ແນະ​ນຳ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ : « ວັດ​ພະ​ນົມ- ຊື່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ພຸດ​ຢູ່ ກຳ​ປູ​ເຈຍ" ຜ່ານ​ແວບ​ໄຊ vovworld.vn. ຜ່ານ​ນັ້ນ ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງກ່ຽວ​ກັບ​ຄວາມ​ເປັນ​ມາ​ ກໍ​ຄື​ໄດ້​ຮັບ​ຊົມ​ຮູບ​ພາບ​ສວຍ​ງາມ​ຂອງວັດ​ເກົ່າ​ແກ່​ແຫ່ງນີ້ . ຫວັງ​ວ່າ ໄລ​ຍະ​ຈະ​ມາ​ເຖິງ, ລາຍ​ການ​ພາກ​ພາ​ສາ​ລາວ​ຈະ​ມີ​ບົດ​ຂຽນ​ຫລາຍ​ບົດ​ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ.

​​ເພື່ອນ ບຸນ​ເລີດ ຢູ່ ​ແຂວງ ອຸດົມ​ໄຊ ຝາກຈົດໝາຍ​ມາລາຍການໂດຍ​ເວົ້າ​ວ່າ : ​

ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່ ຄໍ​ລຳ « ອາ​ຫານ​ຫວຽດ​ນາມ » ​ຊື່ງ​ລາຍ​ການ​ພາກ​ພາ​ສາ​ລາວ ໄດ້​ແນະ​ນຳ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ກ່ອນນີ້ 2 ປີ ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ໝູ່​ເພື່ອນ​ຫວຽດ​ນາມ ໄດ້​ເຊີນ​ຂ້າ​ພະ​ເຈົ້າ​ຮັບ​ປະ​ທານ​ອາ​ຫານ​ຫວຽດ​ນາມ ຫລາຍ​ເຍື່ອງ​ທີ່​ແຊບ​ນົວ. ເມື່ອ​ກັບ​ເມືອ​ບ້ານ, ຂ້າ​ພ​ະ​ເຈົ້າ​ເລົ່າ​ໃຫ້​ຍາດ​ຕິ​ພີ່​ນ້ອງ​ຊາບ, ຜູ້​ໃດ​ກໍ​ມັກ​ໄດ້​ຊີມ​ອາ​ຫານ​ຫວຽດ​ນາມ ແຕ່​ພວກ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ວິ​ທີ​ປຸງ​ແຕ່ງ. ສະ​ນັ້ນ  ​ຄໍ​ລຳ « ອາ​ຫານ​ຫວຽດ​ນາມ » ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ ​ມີ​ໂອ​ກາດໄດ້​ຮັບ​ປະ​ທານ​ອາ​ຫານ​ຫວຽດ​ນາມ ຢູ່​ຄອບ​ຄົວ​ຂອງ​ຕົນ.

​ເພ່ືອນ ທອງ​ມີ  ຢູ່ ​ແຂວງ ບໍ່​ແກ້ວ ຝາກຈົດໝາ​ຍມາ​ຫາ​ລາຍການ​ໂດຍ​ແບ່ງປັນ​ວ່າ : ຂ້າພະ​ເຈົ້າ​ເຄີຍ​ຕິດຕາມ​ລາຍການ​ພາກ​ພາສາ​ລາວ ​ເປັນ​ປະຈຳ,  ລາຍການ​ໄດ້​ນຳ​ມາ​ໃຫ້​ຂ້າພະ​ເຈົ້າ​ ຂໍ້​ມູນ​ຂ່າວສານ​ທີ່​ມີ​ປະ​ໂຫຍ​ດ, ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ​ໂອ້​ລົມ​ກັບ​ເພື່ອ​ນລາວ​ທີ່​ສຸດ. ຜ່ານ​ລາຍການ​ນີ້, ຂ້າພະ​ເຈົ້າ​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ຫລາຍ​ຢ່າງ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ. ພິ​ເສດ ບາງ​ບັນຫາ​ຊື່​ງຂ້າພະ​ເຈົ້າ​ເອງ ກໍ​ຄື​ຜູ້​ຟັງ​ຫລາຍ​ທ່ານ​ມີ​ຄວາມສົນ​ໃຈ ກໍລ້ວນ​ແຕ່​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ຈະ​ແຈ້ງ ​ແລະ ທັນ​ການ​ຈາກ​ບັນນາທິການ​ພາກ​ພາສາ​ລາວ.     

ໃນ ອິ​ແມວ ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ, ເພື່ອນ ຄຳ​ຫລ້າ ຢູ່ ແຂວງ ເຊກອງ ເວົ້າ​ວ່າ:  ນ້ອງ​ຕິດ​ຕາມ​ລາຍ​ການ​ພາກ​ສາ​ລາວ ເປັນ​ປະ​ຈຳ, ພິ​ເສດ ແມ່ນ​ລາຍ​ການ​ເພງ. ນ້ອງ​ເຄີຍ​ຮັບ​ຟັງ​ບັນ​ດາ​ບົດ​ເພງ​ຫວຽດ​ນາມ ຊື່ງ​ລາຍ​ການ​ພາກ​ສາ​ລາວ​ແນະ​ນຳ​ພາຍ​ຫລັງ ພາກ​ຂ່າວ ແລະ ຜ່ານ​ຫນ້າ​ເວັບ vov5.vn. ເຖິງວ່າ ນ້ອງບໍ່​ເຂົ້າ​ໃຈ​ເນື້ອ​ໃນ​ຂອງ​ບົດ​ເພງ​ທັງ​ໝົດ ແຕ່​ເມື່ອ​ຮັບ​ຟັງ​ເພງ​ຫວຽດ​ນາມ ນ້ອງ​ຮູ້​ສຶກ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ ພາຍ​ຫລັງ​ມື້​ຫນຶ່ງ​ທີ່ເຮັດ​ວຽກ​ງານຢ່າງ​ອິດ​ເມື່ອຍ.                                                                                                                                                                      ທີ່ກ່າວ​ມາ​ຂ້າງ​ເທິງ ​ແມ່ນ​ບາງ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍການ​ຂອງ​ພວກ​ເຮົາ​ໃນ​ອາ​ທິດຜ່ານມາ. ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮັບ​ຟັງ​ ແລະ ຝາກຈົດໝາຍ​​ມາຍັງ​ລາຍ​ການ. ບັນດາ​ຄຳ​ເຫັນປະກອບ​ຂອງ​ພວກ​ທ່ານ ​ແມ່ນ

ແຫ​ລ່ງລະດົມ​ກຳລັງ​ໃຈ​​ເພື່ອ​​ໃຫ້​ນັກ​ຂ່າວ, ບັນນາທິການ ​ແລະ ​ໂຄສົກ​ໃນ​ພາກ​ພາສາ​ລາວ​​ປະຕິບັດ​​ສຳ​ເລັດ​ວຽກ​ງານຂອງຕົນ​ໃຫ້​ດີກ​ວ່າ.

​ສຸດ​ທ້າຍ ​ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ພວກ​ທ່ານ​ສາມາດ​ຮັບ​ຟັງ​ລາຍການພາກ​ພາສາ​ລາວ ຄືນ ຜ່ານ​​ເວັບ​ໄຊ : vov5, vovworld.vn

ທ່ານຢ່າລືມຂຽນຈົດໝາຍມາ​​ຍັງລາຍການເດີ!

ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວເຮືອເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. Email: laovov5@gmail.com,

  ຂໍຂອບໃຈລ່ວງຫນ້າ​.

 

  

 

 

ຕອບກັບ

ຂ່າວ/ບົດ​ອື່ນ