ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

   ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

   ເພື່ອນ ສີສະ​ມຸດ ຢູ່​ແຂວງ ຈຳ​ປະ​ສັກ ​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຕິດຕາມລາຍການ​ຕອບຈົດໝາຍ​ຂອງ​ທ່ານ​ຜູ່​ຟັງ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ, ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ້ ກໍ່​ຄື​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ຫວຽດນາມ ຫຼາຍ​ກວ່າ​ອີກ. ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ລາຍການ​ນັບ​ມື້​ນັບ​ພັດທະນາ.

​       ເພື່ອນ ມາລີ​ວົງ, ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ຫວຽດນາມ ສົ່ງ​ອີ​​ແມວ​ມາ​ຍັງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ຂ້າພະ​ເຂົ້າ​ໄດ້​ອ່ານ, ຟັງ​ຂ່າວ​ຜ່ານ​​ເວັບ​ໄຊ​ຂອງ VOV ​ເປັນ​ປະຈຳ, ພິ​ເສດ​ແມ່ນ​​ເວັບ​ໄຊ ພາສາ​ລາວ, ຜ່ານ​ບັນດາ​ບົດ​ຂຽນ, ພາບ​ສາລະ​ຄະດີ ​ແລະ ວິ​ດີ​ໂອ​ໃນ​ເວັບ​ໄຊ​ນີ້ ຂ້າ​ພະ​ເຈ​ົ້າ​ໄດ້​ເຂົ້າ​ໃຈກວ່າກ່ຽວ​ກັບຊີວິດ​ການ​ເປັນ​ຢູ່ຂອງ​ຊາວ​ຫວຽດນາມ​. ຂໍ​ອວຍພອນ​ໃຫ້​ VOV ນັບ​ມື້​ນັບ​ພັດທະນາ​ກວ່າອີກ. 
ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ດ່າ​ລາດ ​ແມ່ນສະຖານທີ່​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ດູດ​ດື່ມ)


    ເພື່ອນ ພອນ​ໄຊ, ​ແຂວງ​ວຽງ​ຈັນ ​ໄດ້​ສົ່ງ​ອີ​ແມວ ​ໂດຍ​​​ໃຫ້​ຮູ້ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງຂ້າພະ​ເຈົ້າ​ຈະ​ໄປທ່ອງ​ທ່ຽວນະຄອນ​ໂຮ່ຈິ​ມິນ ​ແລະ ດ່າ​ລາດ ​ສະ​ເພາະນະຄອນ​ໂຮ່ຈິ​ມິນ ຂ້າພະ​ເຈົ້າ​ເຄີຍ​ໄປ​​ແລ້ວ, ສ່ວນ​ດ່າ​ລາດ ຂ້າພະ​ເຈົ້າ​ບໍ່​ທັນ​ໄດ້​ໄປຈັກ​ເທື່ອ. ດັ່ງ​ນັ້ນຢາກ​ຖາມ​ວ່າ ​ໃນ​ເດືອນ 08 ນີ້, ຢູ່​ດ່າ​ລາດ ​ມີ​ງານ​ບຸນ​​ໃດບໍ່, ຖ້າ​ມີ​ຂ້າພະ​ເຈົ້າ​ຢາກ​ຮູ້​​ນັ້ນແມ່ນ​ງານ​ບຸນ​​ໃດ ​ແລະ ຈະ​ຈັດ​ຕັ້ງ​ໃນເວລາ​ໃດ?

     ເພື່ອນ ພອນ​ໄຊ ທີ່​ຮັກ​ແພງ, ​ໃນ​ເດືອນ 8 ນີ້ ດ່າ​ລາດ ຈະ​ຈັດ​ງານ​ບຸນ ຝົນຕົກ​ດ່າ​ລາດ ດ້ວຍ​ຫົວ​ຂໍ້ “​ຝົນຕົກ​ທີ່​ດູດ​ດື່ມຢູ່​ດາລາ​ດ”, ​​ແຕ່​ວັນ​ທີ 07 – 10/08. ນີ້​ແມ່ນ​ລາຍ​ການ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ “ລະດູ​ຮ້ອນ​ທີ່​ຟົດ​ຟື້ນ​ໃນ​ເຂດ ​ໄຕ​ງວຽນ” ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ໄຕ​ງວຽນ - ດາລາດ. ດ້ວຍ​ຈຸດປະສົງຫັນຝົນຕົກ​ຢູ່ດ່າ​ລາດ ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ດູດ​ດື່ມ, ງານ​ບຸນຈະ​​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ດີໃຫ້​ແກ່ນັກ​ທ່ອງ​ທ່ຽວ. ​ເປີດ​ສາກ​ງານບຸນ​ແມ່ນລາຍການ “ລໍຖ້າ​ຝົນຕົກ” ​ເຊິ່ງ​ໄດ​້ຮັບ​ການຈັດ​ຕັ້ງ​ຢູ່​ສະໜາມ​ຫຼວງ ​ເລີມ​ວຽນ ​ແລະ ​ຮ້ານ​ອາ​ຮານບາງ​ແຫ່ງ. ສື​ບຕໍ່​ລາຍການ “ລໍຖ້າ​ຝົນຕົກ” ​ແມ່ນ​ງານ​ວາງສະ​ແດງ​ພາບ​ແຕ້ມ ​ແລະ ຮູບ​ຖ່າຍ​ສິລະ​ປະ ດ້ວຍ​ຫົວ​ຂໍ້ “​ເພີນ​ຈິດ​ໃນຝົນຕົກ​ດ່າ​ລາດ” ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕະຫຼອດ​ເວລາດຳ​ເນີນ​ງານ​ບຸນ. ນອກ​ນັ້ນ, ​ໃນ​ງານ​ບຸນ​ຄັ້ງ​ນີ້ ຍັງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ອຸດົມສົມ​ບຸນ ​ແລະ ຟົດ​ຟື້ນ​ຄື ການ​ລະ​ຫຼິ້ນ​ໃນ​ຍາມ​ຝົນຕົກ, ​ເຂົ້າ​ຮ່ວມ​ການ​ຖີບເຮືອ​ຫົງ…


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
Festival ກຳ​ປັ່ນທ່ອງ​ທ່ຽວສາກົນ ຍາ​ຈາງ
(ພາບປະກອບ)

      ເພື່ອນ ວົງ​ຄຳ ອຸ​ບັນ, ຢູ່​ແຂວງ ຊຽງ​ຂວາງ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ໃຫ້​ຮູ້​ວ່າ: ມີ​ເພື່ອ​ນຜູ້​ໜຶ່ງ​ອາ​ໄສ​ຢູ່ ຍາ​ຈາງ ​ຢາກ​ເຊີນ​ຂ້າພະ​ເຈົ້າ​ມາ​ທ່ຽວ ​ແລະ ​ເຂົ້າ​ຮ່ວມ​ Festival ຍາ​ຈາງ ​ໃນ​ເດືອນ 8 ນີ້. ​ຂ້າພະ​ເຈົ້າ​ຢາກ​ຖາມ​ວ່າ ​Festival ຍາ​ຈາງ  ຈະ​ຈັດ​ຂຶ້ນ​ໃນ​ເວລາ​ໃດ? ​ແລະ ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ Festival ຍາ​ຈາງ ມີ​ຫຍັງ​ແດ່?

       ເພື່ອນ ວົງ​ຄຳ ອຸ​ບັນ ທີ່​ຮັກ​ແພງ. ​ຄາດ​ວ່າ, ໃນ​ລະຫວ່າງ​ວັນ​ທີ 02 – 04/08/2014, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງ​ຮ່ວາ ຈະ​ຈັດ​ຕັ້ງ Festival ກຳ​ປັ່ນທ່ອງ​ທ່ຽວສາກົນ ຍາ​ຈາງ - ຫວຽດນາມ ຢູ່​ນະຄອນ​ທະ​ເລ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ Festival ​ຈະ​ດຳ​ເນີນ​ຢູ່​ອ່າວ ຍາ​ຈາງ ດ້ວຍພິທີ​ໄຂ Festival, ງານ​ວາງສະ​ແດງ ​ການ​ເດີນ​ກຳ​ປັ່ນທ່ອງ​ທ່ຽວ; ງານ​ບຸນ​ເຫຼົ້າ ​ແລະ ອາຫານ​ສາກົນ. ນອກຈາກນັ້ນ, ​ຍັງມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ອຸດົມສົມ​ບຸນ ​ແລະ ຈັບ​ອົກ​ຈັບ​ໃຈ​ອື່ນໆກໍ່​ຈະ​ສ້າງ​​ຄວາມສົນ​ໃຈ​​ໃຫ້ນັກ​ທ່​ອງທ່ຽວ​​ເປັນ​ສຳນວນ​ຫຼວງ​ຫຼາຍ ກໍ່​ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ Festival ຄັ້ງ​ນີ້ຄື, ລາຍການດົນຕີ​ເພື່ອ​ເຈ​ື່ອງຊາທີ່ ຮັກ​ແພງ; ວັນ​ເພື່ອ​ສິ່ງ​ແວດ​ລ້ອມ​ທະ​ເລ; ງານ​ວາງສະ​ແດງ ​ແລະ ​ເດີນ​ຂະ​ບວນລົດ​ໂອ​ໂຕທັນ​ສະ​ໄໝ; ລາຍກາ​ນສະ​ແດງ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ Festival, ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ດຳ​ເນີນ​ທຸລະ​ກິດ, ​ເຈົ້າ​ຂອງ​ກຳ​ປັ່ນ​ບົນ​ທະ​ເລ​ຍາ​ຈາງ ນຳ​ກັນ.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ