ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

            ວັນ​ທີ 30/06 ຈະ​ມາ​ເຖິງ, ​ແມ່ນ​ວັນ​ສຸດ​ທ້າຍ​ທີ່ VOV ຮັບ​ບົດ​ເສ​ງ “​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດນາມ” (​ໄລ​ຕາມ​ກາ​ໃປ​ສະ​ນີບ່ອນ​ຝາກ). ບັນດາ​ບົດ​ຂຽນ​ທີ່​ກ່ຽວຂ້ອງ​ເຖິງ​ຄຳ​ຖາມ​ຂອງ​ການ​ເສັງ, ພວກ​ເຮົາ​ໄດ້​ອອກ​ອາກາດ ​ແລະ ອັບ​ເດັດ​ທາງ​ອິນ​ເຕີ​ແນ​ດໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອ​ລາວ” ​ແລະ ຕິດ​ຕໍ່​ພົວພັນ​ກັບ​ຜູ້​ຟັງ. ບັນດາ​ຂໍ້​ມູນ​ທີ່​ແນະນຳ​​ໃນລາຍການ​ນີ້ ​ບໍ່ພຽງ​ແຕ່​ຊ່ວຍ​ໃຫ້ຜູ້​ຟັງສຳ​ເລັດ​ບົດ​ເສ​ັງຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ຄວາມ​ຮູ້​ຕື່ມ​ອີກ​ໃຫ້​ທ່ານ​ຜູ້​ຟັງ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ເວົ້າ​ລວມ ​ແລະ VOV ​ເວົ້າ​ສະ​ເພາະອີກ​​ດ້ວຍ. ຫວັງ​ວ່າ, ທ່ານ​ຜູ້​ຟັງ​ຈະ​ຝາກ​ບົດ​ເສ​ງມາ​ຍັງ​ລາຍການ​ຖືກ​ຕາມ​ກຳນົດ​ເວລາ. 


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ
ກ່າວຄຳເຫັນທີ່ພິທີ)

​     ເພື່ອນ ​ເພດ​ມະ​ລີ ດວງ​ດີ, ຢູ່​ແຂວງ​ຫຼວງ​ພະ​ບາງ ​ໄດ້​ສົ່ງອີ​ແມວ​ມາລາ​ຍການ​​ໃຫ້​ຮູ້​ວ່າ: ຫວ່າງ​ແລ້ວ​ນີ້, ຂ້າພະ​ເຈົ້າ​ໄດ້​ຮັບ​ຝັງ​ຂ່າວ​ທາງ​ວິທະຍຸ​ກະຈາຍສຽງກ່ຽວ​ກັບພິທີ​ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ປູຊະ​ນີຍະສະ​ຖານ ຊຽງ​ວາງ, ​​ເຊິ່ງ​ແມ່ນ​ສະຖານ​ທິ່ລຸ່ງ​ໂຮ່ ​ເຄີຍ​ດຳ​ລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ປະຕິວັດ, ​ເນື່ອງ​ໃນ​ໂອກາດ​ວັດ​ຄ້າຍ​ວັນ​ເກີດຂອງ​ເພີ່ນ ຄົບຮອບ 125 ປີ (19/05/1890 18/05/2015), ຜ່ານ​ລາຍການ ​ຂ້າພະ​ເຈົ້າ​ຢາກຮູ້​ຕື່ມກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີ້ .                                                     
     ເພື່ອນ ​ເພດ​ມະ​ລີ ດວງ​ດີ ທີ່​ຮັກ​​ແພງ, ວັນ​ທີ 16/05 ຜ່ານ​ມາ, ສະຖານທູດ​ຫວຽດນາມ ປະຈຳ​ລາວ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ພິທີຖະຫວາຍ​ທູບ​ທຽນ​ຢູ່​ເຂດປູຊະ​ນີຍະສະ​ຖານ ຊຽງ​ວາງ, ​​ເຊິ່ງ​ແມ່ນ​ສະຖານ​ທີລຸ່ງ​ໂຮ່ ​ເຄີຍ​ດຳ​ລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ປະຕິວັດ. ພິທີ​ຖະຫວາຍ​ທູບ​ທຽນ ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ທຸກ​ຊັ້ນ​ວັນນະ ຈັດ​ພິ​ທີ​ສະ​ເຫີມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢັ້ງຢືນ​ວ່າ, ​ໃນຄາວ​ຍັງ​ມີ​ຊີວິດ​ຢູ່, ຍາມ​ໃດປະທານ​ໂຮ່ຈິ​ມິນ ກໍ່​ເອົາ​ໃຈ​ໃສ່​ເພີ່​ມພູນ​ຄູນ​ສ້າງສາຍ​ພົວ​ພັບ​ແບບ​ພິ​ເສດ, ຮ່ວມສຳພັນສູ້ຮົບ​ຫວຽດນາມ - ລາວ, ​ເພີ່ນ​ໄດ້ພ້ອມ​ກັບ​ບັນ​ດາ​ການ​ນຳ​ພັກ ​ແລະ ລັດ​ລາວ ກໍ່​ຕັ້ງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​​ອບບພິ​ເສດ​ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ. ກໍ່​ທີ່​ພິທີ, ທ່ານ ສາຍ​ຂອງ ສາຍ​ນາ​ສິນ, ​ເລຂາທິການ​ໃຫຍ່​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ​ - ຫວຽດນາມ ​ໃຫ້​ຮູ້​ວ່າ.

(ທ່ານ ສາຍ​ຂອງ ສາຍ​ນາ​ສິນ)

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
(ສູນ​ສອນ​ພາສາ​ຫວຽດ ຢູ່​ເມືອງ​ວຽງ​ໄຊ, ແຂວງ​ຫົວ​ພັນ)

     ເພື່ອນ​ ສຸກ​ມະ​ລີ​ວົງ ຢູ່​ແຂວງ ​ໄຊ​ຍະ​ບຸລີ ໄດ້​ສົ່ງອີ​ແມວ​ມາລາ​ຍການ​​​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ, ​ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ລາວ ກໍ່ສ້າງ​ສູນ​ສອນ​ພາສາ​ຫວຽດ ຢູ່​ແຂວງ ຫົວພັນ, ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ, ກິດຈະກຳ​ນີ້ມີ​ຄວາມ​ໝາຍ​ຄື​ແນວ​ໃດ​ສຳລັບ 2 ປະ​ເທດຫວຽດນາມ ​ແລະ ລາວ?

     ເພື່ອນ​ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ​​ໃນ​ເດືອ​ນ 05 ຜ່ານ​ມາ, ຢູ່​ເມືອງ​ວຽງ​ໄຊ, ແຂວງ​ຫົວ​ພັນ, ປະ​ເທດ​ລາວ ​ໄດ້​ຈັດ​ພິທີ​ມອບ​ສົ່ງ​ສູນ​ສອນ​ພາສາ​ຫວຽດ ​ໃຫ້​ລາວ. ນີ້​ແມ່ນຂອງ​ຂວັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່​ມອບ​ໃຫ້​ປະຊາຊົນ​ແຂວງ​ຫົວພັນ. ກິດຈະກຳ​ດັ່ງກ່າວ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ຂອງການ​ນຳ 2 ປະ​ເທດ ກໍ່​ຄື​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ເອງ ສຳລັບ​ການ​ຊຸກຍູ​້ການ​ຮ່ວມ​ມື​ບຳລຸງ​ສ້າງ​ຢູ່​ແຂວງ​ຫົວພັນ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ລາວ ​ເວົ້າ​ລວມ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ກິດຈະກຳ, ທ່ານຮອງ​ປະ​ທານ​ອະ​ນຸ​ກຳ​ມະ​ການ​ຮ່ວມ​ມື ລາວ - ຫວຽດ​ນາມ ຄຳ​ເຜີຍ ແກ້ວ​ກິນ​ນາ​ລ​ີ ຢືນຢັນ​ວ່າ.

(ທ່ານຄຳ​ເຜີຍ ແກ້ວ​ກິນ​ນາ​ລີ)

   ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຍັງລາຍການເພື່ອ​ປະກອບ​ຄຳ​ເຫັນ​ ຊ່ວຍ​ລາຍການ​ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼືສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ຕາມ​ຄວາມ​ປະສົງ​ຂອງ​ທຸກໆ​ທ່ານ.

ຂ່າວ/ບົດ​ອື່ນ