ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1

     ໃນ​ອາທິດ​ຜ່ານ​ມາ, ລາຍການພາກ​ພາສາ ລາວ, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ ຫວຽດນາມ ສືບ​ຕໍ່ໄດ້​ຮັບ​ ໂທລະສັບ, ອີ​ແມວ, ຈົດໝາຍ​ຈາກ​ຜູ້​ຟັງຝາກ​ມາລາຍການ​ດ້ວຍ​ເນື້ອ​ໃນ​ອວຍພອນປີ​ໃໝ່, ບຸນ​ເຕັດ​ປະຈຳ​ຊາດຂອງ​ຊາວ ຫວຽດນາມ. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****

     ​ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ​ເບັ້ນ ພິມ​ມະ​ສອນ ຢູ່ນະຄອນຫລວງ ວຽງຈັນ, ​ເພື່ອ​ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ ​ແລະ ​ເພື່ອນ ວົງ​ໄຊ ທິບ​ພະວົງ ຢູ່​ແຂວງ ຫລວງ​ນ້ຳທາ​ ໄດ້​ສົ່ງ​ອີ​ແມວມາລາ​ຍການ ​ດ້ວຍ​ເນື້ອ​ໃນ​ວ່າ: ອວຍພອນ​ປີ​ໃໝ່, ​ຂອບ​ໃຈທາງ​ລາຍການ​ພາກ​ພາສາ ລາວ ມີ​ບັນດາ​ບົດ​ຂຽນທີ່​ມ່ວນ, ມີຂ່າວ​ຢ່າງອຸດົມສົ​ມບູນ, ສ້າງ​ຄວາມ​ດຶງ​ດູດ ​ເຊິ່ງ​ໄດ້​ອອກ​ອາກາດ​ໃນ​ຕະຫລອດ​ປີ 2016 ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ ລາວ. ພິ​ເສດ ​ເພື່ອນ ​ເບັ້ນ ພິມ​ມະ​ສອນ ​ໄດ້ຂອບ​ໃຈ​ລາຍການ​ທີ່ໄດ້​ສົ່ງປະຕິທິນ​ປີ​ໃໝ່​ໃຫ້, ລາວ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຂອງຂວັນ​ນ້ອຍ​ກໍ່ຕາມ ​ແຕ່​ມັນ​ພັດ​ມີ​ຄວາມ​ໝາຍຢ່າງ​​ໃຫຍ່​ຫລວງ​ສຳລັບຕົວ​ລາວ​ເອງ​​ໃນ​ໂອກາດ​ບຸນປີ​ໃໝ່​ນີ້.

​     ເພື່ອນ ​ເບັ້ນ ພິມ​ມະ​ສອນ, ​ເພື່ອນ​ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ຫວັນ ​ແລະ ​ເພື່ອນ ວົງ​ໄຊ ທິບ​ພະວົງ ທີ່​ຮັກ​ແພງ: ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ບັນດາ​ຄຳ​ອວຍພອນ​ປີ​ໃໝ່ຂອງ​ທ່ານທີ່​ສະຫງວນ​ໃຫ້​ແກ່ລາ​ຍການ. ພວກ​ຂ້າພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດວຽກ​ງາ​ນ​ໃຫ້​ດີກ່ວາ​ເກົ່າ ເພື່ອ​​ມີ​ບັນ​ດາ​ລາຍ​ການຄໍ​ລຳ​ມ່ວນໆ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງທັງ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ, ພິ​​ເສດ​ແມ່ນ​ທ່ານ​ຜູ້​ຟັງ ລາວ. ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ພວກ​ເພື່ອນຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົມ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ, ສືບ​ຕໍ່​ປະກອບ​ຄຳ​ຄິດຄຳ​ເຫັນ ​ເພື່ອ​ເຮັດ​ໃຫ້​​ລາຍການພາກ​ພາສາ ລາວ ​ນັບ​ມື້​ນັບ​ມີ​ເນື້ອ​ໃນອຸດົມ​ສົນ​ບູນ, ສ້າງຄວາມດູດ​ດຶ່ມ ​ໃຫ້​ແກ່​ຜູ້​ຟັງ ຜູ້​ອ່ານ​ກ່ວາ ຂໍ​ຂອບ​ໃຈ.

***

     ເພື່ອນ ພັນ​ນີ ຢູ່​ແຂວງ ວຽງ​ຈັນ ​ໄດ້ສົ່ງ​ອີ​ແມວ​ມາຍັງລາ​ຍການ​ດ້ວຍ​ເນື້ອ​ໃນ​ວ່າ: ຂ້າ ພ​ະເຈົ້າ​​ຮູ້​ວ່າ ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ ຫວຽດນາມ ​ໃກ້​ຈະ​ມາ​ຮອດ​ແລ້ວ ​ແຕ່ ຂ້າພະ​ເຈົ້າ​ຢາກ​ຮູ້​ລະອຽດວ່າ ປີ​ນີ້ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ ຈະເລີ່​ມ ຕົ້ນ​ແຕ່ມື້ໃດ​ຮອດ​ມື້​ໃດ ​ແລະ ຢາກ​ຮູ້ບາງຈຸດ​ກ່ຽວ​ກັບ​ບຸ​ນປີ​ໃໝ່​ປະຈຳ​ຊາດ​ຂອງ​ ຫວຽດນາມ ໄດ້​ບໍ ?

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
(ພາບປະກອບ)

        ​ເພື່ອນ ພັນ​ນີ ທີ່​ຮັກ​ແພງ! ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາວ ຫວຽດນາມ (ຫຼື​ເອີ້ນ​ວ່າ ​ບຸນເຕັດ) ​ແມ່ນ​​ບຸນ​ສຳ​ຄັນທີ່​ສຸດ​ໃນ​, ບຸນ​ເຕັດ​ໄດ້​ຮັບຜົນ​ສະທ້ອນ​ຈາກ​ວັດທະນະທຳ​ຂອງ​ບຸນ​ກຸດ ຈີນ ​ແລະ ວັດທະນະທຳ ອາຊີ​ຕາ​ເວັນ​ອອກ. ​ບຸນ​ປີ​ໃໝ່ປະຈຳ​ຊາດ​ຂອງ​ຊາວ ຫວຽດນາມ ​ເຄີຍ​ເລີ່​ມຕົ້ນ​ແຕ່​ວັນ​ທີ 30 ​ເດືອນ 12 ຫາ​ວັນ​ທີ 3 ​ເດືອນ​ຈຽງ ​ໄລ່​ຕາມ​ຈັນທະປະຕິທິນ. ​ແຕ່ປີ​ນີ້ ​ພະນັກງານ, ພາລະ​ກອນພັກ​ບຸນປີ​ໃໝ່​ເລີ່​ມແຕ່​ວັນ​ທີ 29 ​ເດືອນ​ 12​ ຂອງ​ປີວ​ອກ ຫາວັນ​ທີ 5 ​ເດືອນ​ຈຽງປີລະກາ (​ເຊິ່ງກົງ​ກັບ​ວັນ​ທີ 26 ມັງກອນ ຫາ​ວັນ​ທີ 01 ​ກຸມພາຕາມ​ສຸລິຍະປະຕິທິນ​). ​ໃນ​ຊຸມ​ວັນ​ບຸນ​ເຕັດ, ບັນດາ​ສະມາຊິກ​ໃນຄອບຄົວ​​ເຄີຍ​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ໜ້າ​ພໍ​ຕາ, ພ້​ອມກັນ​ຢື້ຢາມ​ຖາມ​ຂ່າວ​ເພື່ອນ​ມິດຍາດຕິພີ່​ນ້ອງ, ອວຍພອນ​​ເຊິ່ງກັນ ​ແລະ ກັນ ແລະ ​ບູຊາ​ບັນພະບຸລຸດ…ຕາມ​ຮີດຄອງ​ປະ​ເພນີ, ​ໃນບຸນ​ເຕັດ​ເຄີຍ​ມີການຄະລຳ. ​ເພື່ອຢາກ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ ກ່ຽວ​ກັບບຸນ​ເຕັດ​ຂອງ​ຊາວ ຫວຽດນາມ, ​ເຊີນ​ທ່ານ​ຕິດຕາມ​ບັນດາ​ບົດ​ຂຽນ​ກ່ຽວ​ກັບ​ບຸນ​ເຕັດ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ເວັບ​ໄຊ vovworld.vn. ​​​​ເພາະວ່າ ຕາມ​ປົກກະຕິ​ແລ້ວ ​ເນື່ອງໃນໂອກາດ​ບຸນເຕັດ ພວກ​ຂ້າພະ​ເຈົ້າ​ຈະ​ມີ​ບົດ​ຂຽນ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາດ ຫວຽດນາມ ​​.

***

     ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ປີ 2017 ລາຍການກະຈາຍສຽງ​ພາກ​ພາສາ​ລາວ ສືບ​ຕໍ່ອອກ​ອາກາດ​​ໃນລະບົບ AM ຄື້ນ 7285 KHz ​ເວລາ 18 ໂມງ - 19​ ໂມງ; ​ແລະ ຄື້ນ 1242 KHz ​ໃນ​ເວລາ 20 ​ໂມງ 30 - 21 ​ໂມງ 30. ນອກ​ນັ້ນ ລາຍການ​ຍັງ​ໄດ້ອອກ​ອາກາດ​ລະບົບ FM ຄື້ນ 105,5 MHz ​ໃນ​ເວລາ 14​ ໂມງ - 14 ​ໂມງ 30 ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວົງ​ຄະນາ​ຍາດ​ຊາວ​ລາວ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນຢູ່​ຫວຽດນາມ ​ແລະ​ຊາວຫວຽດນາມ​ຮູ້​ພາສາ​ລາວ. ບັນດາ​ທ່ານສາມາດ​ຮັບ​ຟັງ​ໄດ້​ຢູ່ຮ່າ​ໂນ້ຍ, ກວາງ​ນິງ, ນະຄອນໂຮ່ຈີ​ມິນ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ. ​ເພື່ອ​ຢາກ​ຮູ້​ລາຍລະອຽດ​  ​ເຊີນ​ທ່ານ​ ເຂົ້າ​ເບິ່ງ​ໃນ​ເວັບ​ໄຊ vovworld - ​ດ້ວຍ​ພາສາ ລາວ.

*****

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ