ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

ໃນ​ອາ​ທິດ​ຜ່ານ​ມາ, ເພື່ອ​ນ ດວງ​ມາ​ລາ, ຢູ່​ແຂວງ ຈຳ​ປ​າສັກ ໄດ​້​ໂທ​ລະ​ສັບ​ມາ​ຫາ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ໃນ​ອາ​ທິ​ດ​ຜ່ານ​ມາ, ແມ່ນ​ກົງ​ກັ​ບ​ໂອກ​າດ​ບຸນ​ປີ​ໃໝ່​ປະ​ເພ​ນີຂອງ​ລາວ, ເຖິງວ່າ​ແມ່ນ​ບຸນ​ປີ​ໃໝ່​ກໍ່​ຕາມ ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຕິດ​ຕາມ​ຮັບ​ຟັງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ, VOV. ​ຢູ່ໃນ​ລາຍ​ການ​ເພງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ລາຍ​ບົດ​ເພງ​ກ່ຽວ​ກັບ​ບຸນ​ປີ​ໃໝ່​ຂອງ​ລ​າວ. ຂໍ​ຂອບ​ໃຈ​ພ​ວກ​ເພື່ອນ​ທີ່​ໄດ້​ມອບ​ບັນ​ດາ​ບົດ​ເພງນັ້ນ​ໃຫ້​ທຸກ​ຄົນ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
​ປະ​ທານ​ໂຮ່ຈິ​ມິນ
(ພາບເອ​ກະ​ສານ: TTXVN)

ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ ທິດາ ກິດຈະ​ເລີ​ນ, ພວມ​ດຳລົງ​ຊີວິດ​ຢູ່​ແຂວງ​ຄຳ​ມ່ວນ, ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​​ເວົ້າ​ວ່າ: ຂ້າພະ​ເຈົ້າ​ຮູ້​ວ່າ ວັນ​ຄ້າຍ​ວັນເກີດ​ຂອງ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ໃນ​ເດືອນ 5 ​ຈະ​ມາ​ເຖິງ, ​ແຕ່​ບໍ່​ຮູ້​ວ່າ​ແມ່ນ​ມື້​ໃດ? ທ່ານ​ປະທານ​ໂຮ່ຈິ​ມິນ ຍັງ​ມີ​ຊື່​ໃດ​ອີກ​ບໍ່? ​ແລະ ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ​ມີ​ຫຼາຍ​ບົດ​ເພງມ່ວນໆ​ ກ່ຽວ​ກັບ​ທ່ານ​ປະທານ​ໂຮ່ຈິ​ມິນ, ດັ່ງ​ນັ້ນຂໍ້​​ໃຫ້ທາງ​ວິທະຍຸ​ກະຈາຍສຽງ​ແນະນຳ​ຊື່​ຂອງ​ບາງ​ບົດ​ເພງ​ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ທ່ານ​ຜູ້​ຟັງ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ເພື່ອນ ທິດາ ກິດຈະ​ເລີ​ນ ທີ່​ຮັກ​ແພງ, ​ປະ​ທານ​ໂຮ່ຈິ​ມິນ (​​ເວລາ​ຍັງ​ນ້ອຍ​ເພີ່ນ​ມີຊື່ວ່າ ຫງວຽນ​ຊິງ​ກຸງ, ​ເມື່ອ​ໄປ​ຮຽນ​ມີ​ຊື່ວ່າ ຫງວຽນ​ເຕີ​ດ​ແທ່ງ, ​​ເວ​ລາ​ເຄື່ອນ​ໄຫວ​ປະຕິວັດ​ເພີ່ນ​​ໄດ້​ໃສ່​ຊື່ວ່າ ຫງວຽນ​ອ໋າຍກ໋ວກ (ໝາຍ​ຄວາມ​ວ່າ​ຮັກ​ຊາດ), ​ເພີ່ນ​​ເກີດ​ເມື່ອວັນ​ທີ 19/05/1890, ຢູ່​ບ້ານ​ກິນ​ລຽນ, ​ເມືອງ​ນາມ​ດ່ານ, ​ແຂວງ ​ເຫງະອານ ​ແລະ ​ ເພີ່ນ​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 02/09/1969 ຢູ່​ຮ່າ​ໂນ້ຍ. ​ໂດຍ​ໄດ້​ຮັບ​ການ​​ກຳ​ເນີດ​​ໃນຄວບ​ຄົວ​ຮັກ​ຊາ​ດ ແລະ ​ເຕີບ​ໃຫຍ່ຢູ່​ທ້ອງ​ຖິ່ນ​ທີ່​ມີມູນ​ເຊື້ອປະ​ຕິ​ວັດ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ຍ້ອນ​ດຳລົງ​ຊີວິດ​ໃນ​ສະພາບປະ​ເທດ​ຊາດ​ພວມຕົກ​ຢູ່ໃຕ້​ແອກ​ປົກ​​ຄອງ​ຂອງ​ລ່າ​ເມືອງ​ຂຶ້ນ​ຝລັ່ງ, ເພີ່ນໄດ້​​ເຫັນ​ປະຈັກ​ຕາ​ຄວາມ​ລຳ​ບາກ​ກາກ​ກຳຂອງ​ປະຊາຊົນ ​ແລະ ບັນດາ​ຂະ​ບວນການ​ຕໍ່ສູ້ຕ້ານ​ລ່າ​ເມືອງ​ຂຶ້ນ. ​ສິ່ງ​ດັ່ງ​ໄດ​້ກ່າວ​ພາ​ໃຫ້​ເພີ່ນ​ມີ​ຄວາມ​ຕັດ​ສິນ​ໃຈ​ຕໍ່ສູ້​ຕ້ານ​ພວກລ່າ​ເມືອງ​ຂຶ້ນ, ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ ນຳ​ມາ​ເຊິ່ງຄວາມ​ເສລີພາບ, ຄວາມຜາ​ສຸກ​ໃຫ້​ແກ່​ປະຊາຊົນ. ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ນັກ​ກອມ​ມູນິດ​ຜູ້ຍິ່ງ​ໃຫຍ່, ​ເປັນ​ນັກ​ວິລະ​ຊົນ​ທີ່​ດີ​ເລີດຂ​ອງ​ຊາດ, ​ເປັນ​ນັກຮົບ​ສາກົນ​ທີ່ປີ​ຊາ​ສາມາດ, ເພີ່ນ​ໄດ້​ຕໍ່ສູ້​ຢ່າງ​ບໍ່​ຮູ້​ອິດ​ບໍ່ຮູ້​ເມື່ອ​ຍ ​ແລະ ອຸທິດ​ຕະຫຼອດຊີວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ, ​ເພື່ອ​ອຸດົມ​ຄະຕິ​ກອມ​ມູນິດ, ​ເພື່ອ​ຄວາມ​ເອກະລາດ, ​ອິດ​ສະລະ​ພາບຂອງ​ປະ​ເທດ​ຊາດ, ​ເພື່ອ​ສັນຕິພາບ ​ແລ​ະ ຄວາມຍຸດຕິ​ທຳ​ໃນ​ໂລກ. ປີ 2016 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດຂອງ​ເພີ່​ນ. ​ຢູ່​ຫວຽດນາມ ​ເກືອບ​ຄື​ວ່າ​ນັກ​ດົນຕີ​ຜູ້​ໃດ​ກໍແຕ່ງ​ບົດ​ເພງ​ກ່ຽວ​ກັບ​ເພີ່ນ, ບັນ​ດາບົດ​ເພງ​​ເຫຼົ່​ານັ້ນ​ລ້ວ​ນ​ແຕ່ມ່ວນ ​ແລະ ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​ໃຫ້​ແກ່​ຜູ້​ຟັງ​​ທີ່​ສຸດຄື​ບົດ​ເພງ: ລຸງ​ໂຮ່ຄວາມ​ຮັກ​ທີ່​ກວ້າງ​ໃຫຍ່​ໄພສານ, ຈາກ​ບ້ານ​​ແຊນ, ພາກ​ກາງ​ຄິດ​ຮອດ​ລຸງ​ໂຮ່... ​

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ - VITM 2016
(ພາບ: baomoi)

ເພື່ອ​ນ ບົວ​ລີ ແສງ​ຄຳ, ຢູ່​ແຂວງ​ຫົວ​ພັນ ໄດ້​ສົ່ງ​ຂໍ​ຄວາມ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ຫວຽດ​ນາມ ຫາ​ກໍ​ຈັດ​ງານ​ຕ​ະ​ຫຼາດ​ບັດ​ທ່ອງ​ທ່ຽວ​ສາ​ກົນ - ຮ່າ​ໂນ້ຍ 2016 (VITM 2016) ສຳ​ເລັດ​ຜົນ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮ​ູ້​ບາງ​ຂໍ້​ມູນ​ພື້ນ​ຖານ​ກ່ຽວ​ກັບ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນ​ີ້​ໄດ້​ບໍ່?

        ເພື່ອ​ນ ບົວ​ລີ ແສງ​ຄຳ ທີ່​ຮັກ​ແພງ, ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ - VITM 2016 ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ລະ​ຫວ່າງວັນ​ທີ 14 – 17/04. ງານ​ຕະ​ຫຼ​າດ​ນັດ VITM 2016 ມີ​ຫົວ​ຂໍ້​ວ່າ “ຫວຽດ​ນາມ - ແ​ດນ​ສະ​ຫວັນ​ການ​ທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ” ເຊິ່​ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ງານ​ຕະ​ຫຼາດ​ນັດ​ລະ​ດັບ​ພາກ​ພື້​ນ. VITM 2016 ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫ​ະ​ກິ​ດ​ທີ່​ມາ​ຈາກ 24 ປະ​ເທດ ແລະ ເຂດ​ແຄ້ວນ ແລະ 60 ອົງ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. ຈຸດ​ໃໝ່​ຂອງ VITM 2016 ແມ່ນ​ສ້າງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2016, ນັ້ນ​ແມ່ນ ເຂດ ໄຕ​ບັກ (ເຂດ​ຕາ​ເວັນ​ຕົກ​ສ​່ຽງ​ເໜືອ) ແລະ ໄຕ​ງວຽນ - ທິດ​ໃຕ້​ພາກ​ກາງ. ຄຽງ​ຂ້າງນັ້ນ, VITM 2016 ຍັງ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ 7 ຄັ້ງ ແລະ ການ​ປະ​ຊຸ​ມຂ່າວ​ເປັນ 10 ຄັ້ງ​ເພື່ອ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​. ມີ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໃຫຍ່​ຄື “ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂ​ດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ” ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດນັບ​ຮ້ອຍ​ແຫ່ງ, ການ​ນຳ​ຂອງ 14 ແຂວງ ແລະ ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ VITM ແມ່ນ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ. ພ້ອມ​ກັບ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ທ່ອງ​ທ່ຽ​ວ​ເຂດ​ທະ​ເລ, ໝູ່​ເກາະ, VITM ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ, ລັກ​ສະ​ນະ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ ຫວຽດ​ນ​າມ, ​ປະ​ກອບ​ສ່ວນ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ ນັບ​ມື້​ນັບ​ຫຼາຍ.

ເພື່ອນ ລັດ​ດາ​ພອນ ພົມມາ​ຈັນ, ​ແຂວງ​ວຽງ​ຈັນ ​​ໄດ້​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​ໂດຍຖາມ​ວ່າ. ຂ້າພະ​ເຈົ້າ​ໄດ້ຮັບ​ຂ່າວ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້​ທີ່​ຮັບ​ຟັງ​ລາຍການ​​ເປັນ​ປະຈຳ. ​​ຢາກໄດ້​ຮັບ​​ລາງວັນ​ນັ້ນ​ຜູ້​ຟັງ​ຕ້ອງ​ມີ​​ເງື່ອນ​ໄຂຄື​ແນວ​ໃດ​?

ກ່ອນອື່ນ​ໝົດ​ພວກ​ຂ້າພະ​ເຈົ້າ​ຂໍຂອບ​ໃຈ​​ເພື່ອນ ລັດ​ດາ​ພອນ ພົມມາ​ຈັນ ທີ່​ໄດ້​ມີ​ຄວາມສົນໃຈ ​ແລະ ຕິດຕາມຮັບ​ຟັງລາຍການຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ເພື່ອນ ລັດ​ດາ​ພອນ ທີ່​ຮັກ​ແພງ, ​ແຕ່ລະ​ປີ ລະບົບ​ກະຈາຍສຽງ​ພາກ​ພາສາຕ່າງປະ​ເທ​ດ (VOV5) ​ເຄີຍ​ມອບ​ໃບ​ຢັ້ງ​ຢືນ ແລະ ຂອງຂວັນ​​ໃຫ້ຜູ້​ຟັງ​​ວິ​ທະ​ຍຸເປັນ​ປະຈຳ ໄລຍະ​ 3 ປີ, 5 ປີ ​ແລະ 10 ປີ. ​ດັ່ງ​ນັ້ນ, ຫວັງ​ວ່າໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອນ​ຈະ​ສືບ​ຕໍ່​ຮັບ​ຟັງ​ລາຍການ​ຂອງ VOV 5 ທາງ​ວິທະຍຸ​ກະຈາຍສຽງ​ ຫຼື ອິນ​ເຕີ​ແນ​ດ ​ແລະ ສົ່ງ​ຈົດໝາຍ, ​ໂທລະສັບ ມາ​ຍັງ​ລາຍການເປັນ​ປະຈຳ, ​ເພື່ອ​ໄດ້​ຮັບ​ຂອງຂວັນ​ເປັນ​ທີ່​ລະນຶກ​ຂອງ​ວິ​ທະ​ຍຸ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ VOV5.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຂ່າວ/ບົດ​ອື່ນ