ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ

ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ​” ມື້​ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ສົນ​ໃຈ.

        ​ເພື່ອນ ໄພ​ວອນ, ຢູ່​ແຂວງ ຫົວພັນ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ, ​ໃນ​ນັ້ນ​​ໄດ້​​ເວົ້າ​ເຖິງ​ຄວາມໃນໃຈ​ຂ​ອງ​ຕົນ​ເມື່ອ​ໄດ້​ຮັບ​ຟັງ​ບົດ “​ເລື່ອງ​ລາວ ກ່ຽວ​ກັບຜູ້​ໄປ​ຊອກ​ຫາ​ຜູ້​ຮ່ວມ​ກົມ​ກອງ​ມາ​ເປັນ​ເວລາ 13 ປີ” ​ໃນ​ລາຍການ “ຊີວິດ​ສັງຄົມ ຫວຽດນາມ”, ​ເພື່ອນ​ໄດ້​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ມີ​ຄວາມຕື້ນຕັນໃຈ​ເມື່ອ​ໄດ້​ຮັບ​ຟັງ​ບົດ​ດັ່ງກ່າວ, ຂ້າພະ​ເຈົ້າ ກໍ່​ຄື​​ໝູ່​ເພື່ອນ ​ໄດ້​ຖືກ​ກຳ​ເນີ​ດ​ໃນ​ໄລຍະ​ສັນຕິພາບ, ​ເມື່ອ​ຮັບ​ຟັງ​ຄຳວ່າ “ສົງຄາມ” ​ກໍ່ຮູ້ສຶກ​ວ່າ​ມັນ​ແມ່ນເລື່ອງທ​ຳມະ​ດາ​. ຜ່ານ​ບົດ​ຂຽນ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໃຈ​​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ໄລຍະ​ສົງຄາມ​ປົກ​ປັກ​ຮັກສາ ​ແລະ ປົດ​ປ່ອຍ​ຊາດ​ທີ່​ດຸ​ເດືອດ, ຄົນລຸ່ນກ່ອນໆ ບໍ່ຈັກວ່າເທົ່າໃດໄດ້ເສຍສະຫຼະ​ເລືອດ​, ​ເນື້ອ​ຂອງ​ຕົນເພື່ອ​ຍາດ​ເອົາສັນຕິພາບ​ໄດ້ຄື​ໃນ​ປະຈຸ​ບັນ. ​ພວກ​ລຸງ​ພວກອ່າວໄດ້​ຜ່ານ​ຜ່າ​ຄວາມ​ລຳບາກ​ກາກ​ກຳ​ເພື່ອ​ຊອກ​ຫາ​ອັດຖິ​ຂອງ​ເພື່ອນ​ຮ່ວມ​ກົມ​ກອງ​, ຜ່ານ​ບົດ​ນີ້​ກໍ່​ເຫັນ​ໄດ້​ຄຳ​ວ່າ “​ເພື່ອນ​ຮ່ວມ​ກົມ​ກອງ” ສຳ​ຄັນ​ ​ແລະ ມີ​ຄວາມ​ສັກກະ​ລະ​ບູຊາຄື​ແນວ​ໃດ. ​ໂດຍແມ່​ນລຸ່ນຄົນ​ໄດ້​ເຕີບ​ໃຫຍ່​ໃນ​ໄລຍະ​ສັນຕິພາບ, ​ໄດ້​ຮັບ​ບັນດາ​ສິ່ງ​ດີງາມ​ທີ່​ສຸດ, ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່ຮູ້​ບຸນ​ຄຸນຕໍ່​ຄົນລຸ້ນກ່ອນ ​ແລະ ​ເຄົາລົບ​ນັບຖືບັນດາ​ສິ່ງ​ທີ່​ຕົນ​ມີ​ໃນປະຈຸ​ບັນ.

        ​ເພື່ອນ ດວງ​ມາລາ, ນັກ​ສຶກສາ​ພະ​ແນ​ກການ​ທ່ອງ​ທ່ຽວ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍການ, ​ໃນ​ນັ້ນ​ຂຽນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ​ແຕ່ລະ​ປີ, ຫວຽ​ດນາມ ຕ້ອງ​ຮັບ​ຜົນ​ສະທ້ອນ​ຂອງ​ພາຍຸ​ຫຼາຍ​ລູກ, ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ​ຜົນ​ເສຍ​ຫາຍ​ເຊິ່ງພາຍຸ​ລູກ​ຕ່າງໆ​ກໍ່​ຂຶ້ນ​ຄື​ແນວ​ໃດ​​?

        ​ເພື່ອ ດວງ​ມາລາ ທີ່​ເຄົາລົບ, ​ແຕ່ລະ​ປີ, ຫວຽດນາມ ຕ້ອງ​ປະສົບກັບ​​ພະຍຸ​ປະມານ 7 – 8 ລູກ​ພັດ​ເຂົ້າ​ມາ. ສ່ວນ​ຫຼາຍ​ແມ່ນ​ຢູ່​ພາກ​ເໜື​ອ ​ແລະ ພາກ​ກາງ, ພາຍຸ​ເຄີຍ​ເກີດ​ຂຶ້ນ​​ໃນ​ເດືອນ 6 – 10 ຂອງ​ແຕ່​ລະ​ປີ. ພາຍຸ​​ແຕ່ລະລູກລ້ວນແຕ່​ສົງ​ຜົນ​ສະທ້ອນ​ແຕກ​ຕ່າງ​ກັນ. ຕົວ​ຢ່າງ​ຄື, ພາຍຸ​ເລ​ກທີ 3 ​ເມື່ອ​ວັນ​ທີ 16/9 ຜ່ານ​ມາ ​ໄດ້​ພັ​ດ​ເຂົ້າ​ແຂວງ ກວາງ​ນີງ, ກໍ່​ໃຫ້ເກີດຝົນຕົກ​ໜັກ​ໃນຂອບເຂດ​ທົ່ວ​ພາກ​ເໜືອ​, ​ເຮືອນ​ຊານ​ຫຼາຍ​ຫຼັງຖືກ​​ເປ່​ເພ, ​ເນື້ອທີ່ນາຫຼາຍແຮັດຕາຖືກ​ທຳລາຍ, ອັນໄດ້ກໍ່ຜົນ​ຫາຍ​ປະມານ 20 ຕື້​ດົ່ງ (​ເທົ່າ​ກັບ 6,5 ຕື້ກີບ) ​ໃຫ້​ແຂວງ ກວາງ​ນີງ​.

ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ - ảnh 1
ພາບປະກອບ

        ທ່ານ ​ຄຳ​ພັນ, ​ແຂວງ ວຽງ​ຈັນ ​ໄດ້​ຖາມ​ວ່າ: ​ໄລຍະ​ມໍ່​ໆ​ມາ​ນີ້, ຂ້າພະ​ເຈົ້າ​ເຄີຍ​ໄດ້​ຮັບ​ຟັງ​ກ່ຽວ​ກັບ “ຄຳພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ”, ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ກ່ຽວ​ກັບ​ເນື້ອ​ໃນ​ນີ້​​ໄດ້ບໍ່.

        ທ່ານ ຄຳ​ພັນ​ ທີ່​ເຄົາລົບ, ຄຳພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ​​ແມ່ນ​ຊື່​ເອີ້ນ​ຂອງ​ເອກະສານ​ລາຍລັກອັກສອນຂຽນ​ໂດຍ​ປະທານ ສ. ປະ​ເທດ​ປະຊາທິປະ​ໄຕ ຫວຽດນາມ ​ໂຮ່ຈີ​ມິນ. ​ໃນ​ຊຸມ​ປີ 60 ຂອງ​ສະຕະວັດ​ທີ 20, ​ເມື່ອ​ປະທານ ​ໂຮ່ຈີ​ມິນ ອາຍຸ 70 ປີ, ສຸຂະພາບ​ຂອງ​ເພີ່ນ​ກໍ່​ຄ່ອຍໆ​ອ່ອນເພຍ​ລົງ, ​​ແຕ່​​ເພີ່ນ​ຍັງ​ສະຫຼາດ​ສະຫຼຽວ​ຢູ່, ​ເພີ່ນ​ໄດ້​ຄິດ​ເຖິງ​ເລື່ອງ​ປະ​ໄວ້​ໃຫ້​ບັນດາ​ສະມາຊິກ​ພັກ ​ແລະ ພໍ່​​ແມ່​ປະຊາຊົນ​ບັນດາ​ຄຳ​ຕັກ​ເຕືອນກ່ອນ​ທີ່​ລ່ວງລັບໄປ. ຄຳພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໄດ້​ເລີ່​ມຂຽນ​ແຕ່​ວັນ​ທີ 10/5/1965, ​​​ໄດ້​ຮັບ​ການ​ປັບປຸງ​, ​ເພີ່ມ​ເຕີມ​ເປັນ​ຫຼາຍ​ຄັ້ງ, ຮອດ​ເດືອນ 5/1969 ຈຶ່ງ​ຂຽນຮຽບຮ້ອຍ. ​ໃຊ້​ເວ​ລາ 4 ປີ​ເພື່ອ​ຂຽນ​ຄຳພິ​ໄນ​ກຳ​ດ້ວຍ 7 ໜ້າ​ຂຽນດ້ວຍ​ມື ​ແລະ ຕີ​ພິມດີດ, ປະທານ ​ໂຮ່ຈີ​ມິນ ​ໄດ​້​ເລືອກ​ເຟັ້ນເອົາ​ໂອກາດ​ວັນ​ເກີດ​ຂອງ​ຕົນ, ​ແຕ່​ວັນ​ທີ 10 – 20/5 ​ແຕ່​ລະ​ປີ, ມື້ໜຶ່ງ ຊົ່ວ​​ໂມງ​ໜຶ່ງ, ​ເລືອກ​​ເວລາ​ແຕ່ 9 – 10​ໂມງ, ​ເພື່ອ​ຄົ້ນ​ຄິດ ​ແລະ ປັບປຸງຄຳ​ພິ​ໄນ​ກຳ - ​​ເຊິ່ງ​ແມ່ນ​ເອກະສານ​ພິ​ເສດ​ປິດ​ລັບ - ​ແລະ ຂຽນ​ກ່ຽວ​ກັບ​ວັນ​ຕົນ​ເອງ​ຖືກ​ລ່ວງ​ລັບ​ໄປ. ​ເລຂາ​ສະ​ເພາະ​ຂອງ​​ເພີ່ນ ​ແມ່ນ​ທ່ານ ຫວູກີ່ ​ເຊິ່ງ​ແມ່ນ​ຜູ້​ດຽວ​ໄດ້​ຮູ້ຈັກ​ກ່ຽວ​ກັບ​ເຫດການ​ນີ້​ແຕ່​ຍາມ​ເລີ່​ມຕົ້ນ ຮອດ​ຍາມ​ສິ້ນ​ສຸດ.

        ​ເນື້​ອ​ໃນ​ຕົ້ນຕໍ​ຂອງ​ພິ​ໄນ​ກຳ: ​ພາກ​ທີ່ 1: ແມ່ນ​ກ່ຽວ​ກັບ​ພາລະກິດ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ເພີ່ນ​ໄດ້​ຢືນຢັນ​ວ່າ: ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ຜ່ານ​ນັ້ນ​ໄດ້​ປົດ​ປ່ອຍ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຢ່າງສົມບູນ, ​ເຖິງ​ວ່າ​ເວລາ​ນັ້ນ​ຕໍ່ສູ້​ແກ່ຍາວ, ພິ​ເສດ ຝ່າຍ​ເຮົາ​ຕ້ອງ​ເສຍສະຫຼະ​ຊັບ​ສິນ, ຊີວິດ​ເປັນ​ຈຳ​ນວນ​ຫຼາຍ​ກໍ່​ຕ້ອງຕໍ່ສູ້. ​ເພີ່ນ​ເວົ້າ​ວ່າ: “​ໄຊຊະນະ ຈັກກະພັດ ອາ​ເມ​ລິ​ກາ, ພວກ​ເຮົາ​ຈະ​ກໍ່ສ້າງ​ປະ​ເທດ​ຊາດ​ກ່ວາ​ນີ້​ທົບ 10 ​ເທົ່າ” ​ແລະ ຄວາມ​ຈິງ​ຄື​ດັ່ງ​ການ​ທຳນາຍ​ຂອງ​ເພີ່ນ. ​ເພີ່​ນ​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ປີ 1969, ຫຼັງ​ຈັກ​ນັ້ນ 6 ປີ, ຊາດ ຫວຽດນາມ ຍາດ​ໄດ້​ມະຫາ​ໄຊ​ໃນ​ເດືອນ 4/1975. ພາກ​ທີ​ 2: ​ເວົ້າ​ເຖິງ​ພັກ, ​ເວົ້າ​ເຖິງ​ສະມາຊິກ​ຊາວ​ໜຸ່ມ ​ແລະ ​ຊາວ​ໜຸ່ມ, ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ, ການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ, ກ່ຽວ​ກັບ​ຂະ​ບວນການ​ກອມ​ມູນິດ​ຂອງ​ໂລກ, ສຸດ​ທ້າຍ​ແມ່ນ​ກ່ຽວ​ກັບ​ວຽກ​ງານ​ສ່ວນ​ຕົວ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 

ຕອບກັບ

ຂ່າວ/ບົດ​ອື່ນ