ບັນດາຜົນງານພົ້ນເດັ່ນໃນປີທຳອິດທີ່ ຫວຽດນາມກາຍເປັນສະມາຊິກ ສະພາສິດທິມະນຸດ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​


ບັນດາຜົນງານພົ້ນເດັ່ນໃນປີທຳອິດທີ່ ຫວຽດນາມກາຍເປັນສະມາຊິກ ສະພາສິດທິມະນຸດ - ảnh 1
(ພາບປະກອບ: ທະເລດ່ານັ້ງ)

    ເພື່ອນ​ພອນ​ໄຊ, ນັກ​ສຶກສາ​ມະຫາວິທະຍາ​​​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ຖາມ​ວ່າ: ຂ້າພະ​ເຈົ້າ​ຮູ້​ວ່າ ຫວຽດນາມ ມີ​ຝັ່ງ​ທະ​ເລ​​ແຕ່​ເໜືອ​ຮອດ​ໃຕ້, ດິນ​ດອນ​ອຸດົມສົມບູນ ​ແລະ ຈະ​ເລີນ. ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ລວງຍາວເທົ່າ​​​​ໃດ​ກ​.ມ, ມີ​ເກາະ​ໃຫຍ່​ນ້ອຍຈັກ​ແຫ່ງ ​ແລະ ​ເກາະ​ແຫ່ງ​​​​ໃດ​ແມ່ນ​ເກາະ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ?

​  ເພື່ອນພອນ​ໄຊ ທີ່​ຮັກ​ແພງ, ຕາມ​ຕົວ​ເລກ​ທີ່​ໄດ້​ປະກາດ​ໃນ​ແວບ​ໄຊ​ຂອງ​ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລ້ວ, ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ມີ​ລວງ​ຍາວກວ່າ 3.000 ກມ. ປະຈຸ​ບັນ ຫວຽດນາມ ມີ​ເກາະ, ຫາດ​ຫີ​ນ​​ໃຕ້​ນ້ຳໃຫຍ່​ນ້ອຍກວ່າ 4.000 ​ແຫ່ງ. ​ໃນ​ນັ້ນ​ເກາະ​​ໃຫຍ່​ກວ່າ​ໝູ່​ຂ​ອງຫວຽດນາມ ​ແມ່ນ​ເກາະ ຟຸ໋ກ໋ວກ ​ເຊິ່ງ​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ ​ເກາະ​ເພັດ, ​ເກາະ​ຟຸ໋ກ໋ວກ ພ້ອມ​ກັບ​ບັນດາ​ເກາະ​ແຫ່ງ​ອື່ນ​ໄດ້​ສ້າງ​ເປັນ​ເມືອງ​ເກາະ​ຟຸ໋ກ໋ວກ ຂຶ້ນ​ກັບ​ແຂວງ​ກຽນ​ຢາງ, ​ເນື້ອ​ທີ່​ຂອງ​ເກາະ​ແຫ່ງ​ນີ້​ແມ່ນ 589,23 ກ.ມ.


ບັນດາຜົນງານພົ້ນເດັ່ນໃນປີທຳອິດທີ່ ຫວຽດນາມກາຍເປັນສະມາຊິກ ສະພາສິດທິມະນຸດ - ảnh 2
ສະພາ​ສິດທິ​ມະນຸດ, ສະ​ຫະປະຊາ​ຊາດ​
(ພາບ: TTXVN)

  ເພື່ອນ​ມີນາ ​ແກ້ວ​ມາລີ, ​ຢູ່​ແຂວງ ບໍ່​ແກ້ວ, ​ໄດ້​ສົ່ງອີ​ແມວ​ມາ​ຍັງ​ລາຍ​ການ​​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ຮູ້​ວ່າ ຫວຽດນາມ ​ໄດ້​ກາຍ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ສະ​ຫະປະຊາ​ຊາດ​ໄລຍະ​ປີ 2014 2016. ສະ​ນັ້ນ, ​ໃນ​ປີ​ທຳ​ອິດ​ທີ່​ຫວຽດນາມ ກາຍ​ເປັນ​ສະມາຊິກສະພາ​ສິດທິ​ມະນຸດ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​​ພົ້ນ​ເດັ່ນ​ໃດ​ແດ່?

    ເພື່ອນ​ມີນາ ​ແກ້ວ​ມາລີ ທີ່​ຮັກ​ແພງ, ຫວຽດ​ນາມ ຫາກໍ່​ສິ້ນ​ສຸດ​ປີ​ທຳ​ອິດ​ໃນ​ອາ​ຍຸ​ການ ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ໄລ​ຍະ 2014-2016. ເຖິງວ່າ​ເປັນ​ສະ​ມາ​ຊິກ​ໃຫມ່​ກໍ​ຕາມ ແຕ່​ຍາມ​ໃດ ຫວຽດ​ນາມ ກໍ​ສະ​ແດງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ບັນ​ດາວຽ​ກ​ງານ​ລວມ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສິດ​ຂອງ​ບັນ​ດາ​ກຸ່ມ​ຄົນຖືກ​ສ່ຽງໄພ​ສູງ​ກວ່າ​ເພື່ອນ, ​ບັນ​ຫາສະ​ບຽງ​ອາ​ຫານ, ສຸ​ຂະ​ພາບ, ນ້ຳ​ສະ​ອາດ.. ເຄີຍ​ແມ່ນ​ບັນ​ດາ​ບັນ​ຫາ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.    ​ຈຸດເວ​ລາເລີ່​ມ​ອາ​ຍຸ​ການເປັນ​ສະ​ມາ​ຊິກ ສະ​ພາ​ສິດ​ທິ​ມະ​ນຸດ ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ຫວຽດ​ນາມ ກະ​ກຽມ​ລາຍ​ງານ​ກ່ຽວ​ກັບ​ກົນ​ໄກ​ທົບ​ທວນ​ຄືນ​ປະ​ຈຳ​ໄລ​ຍະ​ດ້ານ​ສິດ​ທິ​ມະ​ນຸດ (UPR) ຄັ້ງ​ທີ 2. ຫວຽດ​ນາມ ຍັງ​ເປັນ​ເຈົ້າ​ການເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ​ຄື: ກອງ​ປະ​ຊຸມ​​ສະ​ມັດ​ຊາໃຫຍ່ ສ​ປ​ຊ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ສັງ​ຄົມ ແລະ ຄະ​ນະ​ກຳ​ມະ​ການ​ຕຳ​ແຫນ່ງແມ່​ຍິງ (ຂຶ້ນ​ກັບ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ ສ​ປ​ຊ), ອົງ​ການ​ແຮງ​ງານ​ສາ​ກົນ… ຢູ່​​ລະ​ດັບພາກ​ພື້ນ, ຫວຽດ​ນາມ ກໍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຕັ້ງ​ຫນ້າ​ໃນ​ອົງ​ການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ ອາ​ຊຽນ (AICHR) ເມື່ອ​ເປັນ​ປະ​ທານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ AICHR ຢູ່ ຮ່າ​ໂນ້ຍ. ພ້ອມ​ກັບ​ບັນ​ດາ​ກົນ​ໄກ​ຫລາຍ​ຝ່າຍ, ໃນ​ປີ​ຜ່ານ​ມາ ຫວຽດ​ນາມ ສືບ​ຕໍ່​​ຜັນ​ຂະ​ຫຍາຍກົນ​ໄກ​​ເຈ​ລະ​ຈາ​ສອງ​ຝ່າຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​, ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ສະ​ວິດ. ເຖິງວ່າ​ຍັງ​ມີ​ຈຸ​ດ​ທີ່​ແຕກ​ຕ່າງ​ກັນ, ແຕ່​ບັນ​ດາ​​ການ​ເຈ​ລະ​ຈາລ້ວນ​ແຕ່​ດຳ​ເນີນ​ໄປ​ບົນ​ຈິດ​ໃຈ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ, ສ້າງ​ສັນ, ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ຫນູນ​ຊ່ວຍ​ວິ​ວັດ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ຕ່າງ​ໆທີ່ມີ​ຄວາມ​ສົນ​ໃຈ. ໄປ​ຄຽງ​ຄູ່​ກັບ​ເລື່ອງ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ສະ​ມາ​ ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​, ນະ​ໂຍ​ບາຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດໃຫ້​ສົມ​ບູນ​ແບບ ກໍ​ຄື​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ໃນ​ຕົວ​ຈິງ. ປີ 2014, ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ຜັນ​ຂະ​ຫຍາຍ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍ​ລາຍ​ການ​ສະ​ເພາະ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ປີ 2014 ກໍ​ເປັນ​ຂີດ​ໝາຍ​ສຳ​ຄັນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ, ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ເມື່ອ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໃຫ້​ສັດ​ຕະ​ຍາ​ບັນ​ເລື່ອງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຕ້ານ​ການ​ທໍ​ລະ​ມານ ແລະ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແລະ ຫວຽດ​ນາມ ປ້ອງ​ກັນບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ ກັບ​ບັນ​ດາ​ສິດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ເມື່ອ​ເດືອນ 11/2014 ສຳ​ເລັດ​ຜົນ. ເປັນ​ຫນ້າ​ສົນ​ໃຈ​ແມ່ນບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ພາ​ວະ​ວິ​ໄສ​ ດ້ານເສດ​ຖະ​ກິດ ສັງ​ຄົມ, ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ກ່ຽວ​ກັບ​ການ​ຮັບ​ປະ​ກັນສິດ​ທິ​ ມະ​ນຸດ​ໃນ​ທຸກ​ແງ່​ມູມ, ຈາ​ກ​ການ​ລົບ​ລ້າງ​ຄ​ວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງວຽກ​ເຮັດ​ງານ​ທຳ​, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມຕະ​ຫລອດ​ຮອດ​ການ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ ນະ​ທຳ, ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ. ຕາມນັ້ນ​ແລ້ວ, ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ສາ​ສະ​ຫນາ, ການ​ເຫລື້ອ​ມ​ໃສ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຢ່າງ​ຟົດ​ຟື້ນ ແລະ ເປັນ​ຫລາຍ​ຮູບ​ຫລາຍ​ແບບ ຜ່ານ​ບັນ​ດາ​ເຫດ​ການ​ຄື: ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາສາ​ກົນ- Vesak ສ​ປ​ຊ, ວັ​ນ​ບຸນ ຄຼິດ​ສະ​ມາດ ກໍ​ຄື​ບັນ​ດາ​ງານ​ບຸນ​​ທີ່​ເປັນ​ມູນ​ເຊື້ອ​ໃນ​ທົ່ວ​ເຂດ​ພາກ​ຂອງ​ທັງ​ປະ​ເທດ. ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ຂອງ​ຫວຽດ​ນາມ ໃນ​ຕົວ​ຈິງກ​ໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ. ບັນ​ດາ​ໝາກ​ຜົນ​​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ຊ່ວຍ​ໃຫ້​ຫວຽດ​ນາມ ສ້າງ​ພາບ​ພົດ​ອັນ​ດີ​ງາມ​ກ່ຽວ​ກັບ​ປະ​ເທດ​ທີ່​ສຳ​ເລັດ​ຜົນ​ໃນ​ການ​ປະ​ຕິ​ບັດ ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ບັນ​ຫາ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິ​ງ​ຊາຍ, ແຮງ​ງານ, ການ​ຫນູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ.

  ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ ຊ່ວຍ​ລາຍການ​ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼືສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com ຫຼື laovov5@gmail.com.

ຂ່າວ/ບົດ​ອື່ນ