ວັນຄູແຫ່ງຊາດຂອງຫວຽດນາມ

ອາ​ທິດ​ຜ່ານ​ມາ, ພາກ​ພາ​ສ​າ​ລາວ, ວ​ິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ນັ້ນ​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​ພິ​ເສດ​ເຖິງ “ວັນ​ຄູ​ແຫ່ງ​ຊາດຂອງຫວຽດ​ນາມ”. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຕອບບາງ​​ຄຳ​ຖາມ​ເຊິ່ງ​ທ່ານ​ຜ​ູ້​ຟັງ​ຝາກ​ມາ​ໃນ​ອາ​ທິດ​ຜ່າ​ນ​ມາ.

        ເພື່ອນ ອິນ​ທະ​ວົງ ວິ​ໄລ​ສຸກ, ນັກ​ສຶ​ກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ໄດ້​ຝາກ​ຈົດ​ໝາຍ​ເຖິງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ຂ້າ​ພະ​ເຈົ້າ​ມີ​ເພື່ອນ ຫວຽດ​ນາມ ຜູ້​ໜຶ່ງ, ແມ່​ຂອງ​ລາວ​ແມ່ນ​ຄູ​ສອນ. ລາວ​ຢາ​ກ​ໄດ້​ຂອງ​ຂ​ວັນ​ມາ​ຈາກ​ລາວ​ເພື່ອມອ​ບ​ໃຫ້​ແມ່​ເນື່ອງ​ໃນ​ໂອ​ກາດ​ວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ປະ​ຈຸ​ບັນ​ຂອງ​ຂວັນ​ນີ້​ໄດ້​ສົ່ງ​ເຖິງ​ແມ່​ຂອງ​ລາວ​ແລ້ວ. ຜ່ານ​ລາວ ຂ້າ​ພະ​ເຈົ້າ​ກໍ່​ຮູ້​ວ່າ: ຫວຽດ​ນາມ ກໍ່​ມີ​ວັນ​ຄູ​ແຫ່ງ​ຊາດ​ ແຕ່ຂ້າ​ພະ​ເຈົ້າ​ຢາ​ກ​ຮູ້​: ວ​ັນ​ຄູ ຫວຽດ​ນາມ ຖືກຈັດ​ຕັ້ງ​ໃນ​ມື້​ໃດ ແລະ ​ໂອ​ກາດນີ້ຈະ​ມີ​ກາ​ນ​ເຄື່ອ​ນ​ໄຫວ​ໃດ​ແດ່?

        ເພື່ອນ ອິນ​ທະ​ວົງ ວິ​ໄລ​ສຸກ ທີ່​ຮັກ​ແພງ, ວັນ​ທີ 28/9/1982, ສະ​ພາ​ລັດ​ຖະ​ມົນ​ຕີ (ປະ​ຈຸ​ບັນ​ແມ່ນ​ລັດ​ຖະ​ບານ ຫວຽດ​ນາມ) ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 167 ​ຖື​ວັນ​ທີ 20/11 ປະ​ຈຳ​ປີ​ແມ່ນ​ວັນ​ຄູ​ແຫ່ງ​ຊາດ. ນີ້​ແມ່ນ​ວັນ​ບຸນ​ຂອງ​ຂະ​ແໜງ​ສຶກ​ສາ ແລະ ແມ່ນ​ວັນ​ເພື່ອ “ເຄົາ​ລົບ​ຄູ​, ເຄົາ​ລົບ​ຄຸນ​ນະ​ທາດ” ເພື່ອ​ແນ​ໃສ່​​ຈຸດ​ໝາຍເຊີດ​ຊູ​ບັນ​ດາ​ຜູ້​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ສຶກ​ສາ. ໃນ​ວັນ​ນີ້, ບັນ​ດາ​ນັກ​ຮຽນ​ເຄີຍ​ມອບດອກ​ໄມ້ ແລະ ຂອງ​ຂວັນ​ໃຫ້ຄູ​ອາ​ຈານ ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ຜູ້​ທີ່​ໄດ້​ສິດ​ສອນ​ຕົນ​ໃນ​ໄລ​ຍະ​ຜ່ານ​ມາ. ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ຂະ​ແໜງ​ສຶກ​ສາ​ກໍ່​ສະ​ຫລຸບ​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ສຶກ​ສາ ​ວາງທິດ​ທາງ​​ເຄື່ອນ​ໄຫວ​ແນ​ໃສ່ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ກໍ່​ຄື​ມອບ​ລາງວັນ, ຍ້ອງຍ​ໍ​ບັນ​ດາ​ຄູ​ດີ​ເດັ່ນ.

ວັນຄູແຫ່ງຊາດຂອງຫວຽດນາມ - ảnh 1
ພາບ​ປະ​ກອບ

        ກໍ​ໃນ​ອາ​ທິດ, ພວກ​ເຮົາ​ໄດ້​ຮັບ ອີ​ແມວ​ຈາກ​ທ່ານ ຫງວຽນ​ວັນ​ແຕ້ວ, ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ, ເຊິ່ງ​ແມ່ນ​​ຜູ້​ຟັງ, ຜູ້​ອ່ານ​ທີ່​ສະ​ໜິດ​ສະ​ໜົມ​ຂອງ​ລາຍ​ການ, ເນື້ອໃນ​ອີ​ແມວ​ຂຽນ​ວ່າ: ເນື່ອງ​ໃນ​ໂອ​ກາດ​ວັນ​ຄູ​ແຫ່ງ​ຊາດ, ຂ້າ​ພະ​ເຈົ້າ​ອວຍ​ພອນ​ໃຫ້​ບັນ​ດາ​ຄູ​ອາ​ຈານ ຈົ່ງ​ມີ​ສຸ​ຂະ​ພາບ​ເຂ​ັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ບັນ​ລຸ​ຜົນ​ງານຫຼ​າຍ​ຢ່າງ​ໃນ​ພາ​ລະ​ກິດ​ສິດ​ສອນ​ຂອງ​ຕົນ. ຂໍ​ອວ​ຍ​ພອນ​ບັນ​ດາຄູ​ອາ​ຈານ​ທີ່ໄດ້​ຮັບ​ນາມ​ມະ​ຍົດ​ຄູ​ປະ​ຊາ​ຊົນ ແລະ ຄູ​ດີ​ເດັ່ນ ​ໃນ​ປີ 2014 ນີ້ ແລະ ຫວັງ​ວ່າ​ບັນ​ດາ​ຄູ ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ​ຫຼາຍ​ຢ່າງໃນ​ຊຸມ​ປີ​ຕໍ່​ໄປ…

        ຂໍ​ຂອບ​ໃຈ​​ທ່ານ ແຕ້ວ ທີ່​ໄດ້​ຝາກ​ຄຳ​ອວຍ​ພອນ​ອັນ​ດີ​ງາມ ເຖິງ​​ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ, ພາ​ລະ​ກອນ​ຂະ​ແໜງ​ສຶກ​ສານັ້ນ, ເຖິງວ່າ​ທ່ານ​ຢູ່​ຫ່າງ​ໄກ​ກັບ​ບ້ານ​ເກີດ​ເມືອງນອນກໍ່​ຕາມ​ແຕ່​ວັນ​ບຸນ​ໃດ​ຂອງ​ປະ​ເທດ​ຊາດ ທ່ານກໍ່​ໄດ້​ຜ່ານ VOV ຝາກ​ຄຳ​ອວຍ​ພອນ​ອັນ​ດ​ີ​ງາມ​ທີ່​ສຸດ​ໃຫ້​ວັນ​ບຸນ​ເຫຼົ່າ​ນັ້ນ. ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ, ບັນ​ດາ​ຄຳ​ອວຍ​ພອນ​ຂອງ​ທ່ານ​ມີ​ຄວາມ​ໝາຍຫຼາຍທີ່​ສຸດ, ​ເພາະ​ວ່າ​ມັນ​ສະ​ແດງ​ໃຫ້​ເຫັນ​​​ຄວາມ​ສະ​ໜິດ​ຕິດ​ພັນ​ຂອງ​ທ່ານ​ທີ່​ມີ​ຕໍ່​ລາຍ​ການ.

        ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄູ​ແຫ່ງ​ຊາດ ຫວຽດ​ນາມ, ​ຕອນ​ຄ່ຳ​ວັນ​ທີ 13/11 ຜ່ານ​ມາ, ຢູ່​ຮ່າ​ໂນ​້ຍ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ຈັ້​ດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄູ​ແຫ່ງ​ຊາດ ແລະ ​ມອບ​ນາມ​ມະ​ຍົດຄູ​ອາ​ຈານ​ປະ​ຊາ​ຊົນ​ໃຫ້ 39 ຄົນ​ ແລະ ​ນາມ​ມະ​ຍົດ​ຄູ​​ດີ​ເດັ່ນໃຫ້ 680 ຄົນ​.

       

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ​້​ຝາກ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ເຖິງ​ຄູ​ອາ​ຈານ, ພະ​ນັກ​ງານ, ພາ​ລະ​ກອນ​… ຄຸ້​ມ​ຄອງ​ການ​ສຶກ​ສາ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ ແລະ ອວຍ​ພອນ​ໃຫ້​ບັນ​ດາ​ຄູ​ອາ​ຈານ​ໄດ້​ຮັບ​ນາມ​ມະ​ຍົດ​ຄູ​ປະ​ຊາ​ຊົນ ແລະ ຄູ​ດີ​ເດັ່ນ​ໃນ​ປີ 2014 ນີ້. ນີ້​ແມ່ນ​ບັນ​ດາ​ຜູ້​ດີ​ເດັ່ນ​ໃນ​ຖັນ​ແຖວ​ຄູ​ອາ​ຈານ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ອາ​ຊີບ, ຮັກ​ແພງ​ນັກ​ຮຽນ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ວິ​ຊາ​ຊີບ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ສິດ​ສອນ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ມີການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ຂອງ​ປະ​ເທດ​ຊາດ ​ແລະ ​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ນັກ​ຮຽນ, ເພື່ອນ​ຮ່ວມ​ງານ ກໍ່​ຄື​ຮັບ​ຄຳ​ເຊື່ອ​ໝັ້ນ​ຈາກປະ​ຊາ​ຊົນ​. ໃນ​ຈຳ​ນວນ​ຄູ​ດີ​ເດັ່ນ 680 ຄົນ​ນັ້ນ, ໃນ​ນັ້ນ​ມີ​ຄູ​ທີ່​ເປັນ​ແມ່​ຍິງ 288 ຄົນ, ຄູ​ແມ່ນ​ຊາວ​ຊົນ​ເຜົ່າ 19 ຄົນ.

        ນອກ​ຈາກນັ້ນ, ພວກ​ເຮົາ​ກ​ໍ່​ໄດ້​ຮັບ​ອີ​ແມວອວຍ​ພອນ​ວັນ​ຄູ​ແຫ່ງ​ຊາດ​ຈາກ​ທ່ານ ພອ​ນ​ມະ​ລີ, ລັດ​ດາ​ພອນ, ຄຳ​ພັນ… ຢູ່​ແຂວງ ໄຊ​ຍະ​ບູ​ລີ, ຄຳ​ມ່ວນ ແລະ ວຽງ​ຈັນ ອີກ​ດ້ວຍ.

        ວັນ​ນີ້, ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະຫຼອງ​ເຫດ​ການ​ສຳ​ຄັນ​ນີ້. ພວກ​ເພື່ອນ​ຈົ່ງ​ຕິດ​ຕາມ​ລາຍ​ການ​ຂ່າວ​ຂອງ​ພວກ​ເຮົາ​ເພື່ອ​ກຳ​ໄດ້​ບັນ​ດາ​ການ​ເຄື່ອນ​ໄຫວນັ້ນແດ່​ເດີ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງ​ທ່ານໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 


ຂ່າວ/ບົດ​ອື່ນ