ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ


(vovworld) -  ​ເມື່ອບຸນປີ​ໃໝ່ປະຈຳ​ຊາດ (ບຸນ​ເຕັດ) ​ວຽນມາ, ກໍ່​ແມ່ນ​ຈຸດ​ເວລາ​ທີ່ຊາວ​ຫວຽດນາມ ​ເຈືອ​ຈານ​ໃນ​ບັນຍາກາດ​ຕ້ອນຮັບ​ລະດູບານ​ໃໝ່ ດ້ວຍ ບັນດາ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ບູຮານ. ການຫຼິ້ນ​ດອກ​ໄມ້, ການທ່ອງທ່ຽວຍາມ​ລະດູບານ​ໃໝ່, ​​ວິທີສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ອວຍພອນ​ປີ​ໃໝ່... ​ໄດ້​ສ້າງ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ ອຸດົມສົມ​ບຸນກວ່າອີກ. ​ເຖິງ​ວ່າຊີວິດ​ໃນ​​ປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ ​ແລະ ​ປະ​ເພນີ​ຕ້ອນຮັບບຸນ​ເຕັດຢູ່​ບາງ​ແຫ່ງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ຄວາມ​ໝາຍ​ຂອງ​ບຸນ​ເຕັດ​ຍັງ​ຄົງ​ຮັກສາ​ໃນ​ຈິດ​ໃຈ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຊາວ​ຫວຽດນາມ ​ໄວ້​ຢູ່.

ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ - ảnh 1

ດອກຄາຍ

        ກ້າວ​ເຂົ້າ​ສູ່​ລະດູບານ​ໃໝ່, ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ຕ້ອນຮັບບຸນ​ເຕັດ (ປີ​ມະ​ແມ) ​ໃນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ, ດ້ວຍ​ດອກ​ໄມ້​ນາໆ​ຊະນິດ, ເຕັມ​ໄປ​ດ້ວຍ​ສີສັນ​ຫຼາກ​ຫຼາຍ. ມີດ​ອກ​ໄມ້, ຕົ້ນ​ໄມ້​ປະດັບ​ຫຼາຍ​ຊະນິດ​ຖືກນຳ​ມາ​ຈາກ​ເຫວ໋, ນະຄອນ​ໂຮ່ຈີ​ມິນ, ດ່າ​ລາດ ​ແລະ ຕ່າງປະ​ເທດ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສຳລັບ​ຊາວ​ຮ່າ​ໂນ້ຍ, ດອກ​ຄາຍ​ແມ່ນ​ດອກ​ໄມ້​ທີ່​ຂາດ​ບໍ່​ໄດ້​ໃນ​ໂອກາດ​ບຸນ​ເຕັດ. ທ່ານ ຫງວຽນ​ດຶກ​ບິ່ງ, ຊາວ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ດອກ​ຄາຍ​ແມ່ນ​ສັນຍາ​ລັກ​​ແຫ່ງ​ລະດູບານ​ໃໝ່ ​ແລະ ​ໃນ​ເຮືອນ​ມີດ​ອກຄາຍ​ຈຶ່ງ​ມີ​ບັນຍາກາດ​​ບຸນ​ເຕັດ. ຖ້າ​ບໍ່​ມີດ​ອກຄາຍ​ແມ່ນບໍ່​ມີ​ບັນຍາກາດ​ລະດູບານ​ໃໝ່ ​ແລະ ບຸນ​ເຕັດ“.

        ຊາວ​ຮ່າ​ໂນ້ຍ ມີ​ຄວາມ​ຊຳນານ​ໃນ​ການ​ຫຼິ້ນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ທີ່​ສຸດ. ປີ​ນີ້, ຊາວ​ຮ່າ​ໂນ້ຍ ຫຼາຍ​ຄົນ​ໄດ້​ຊອກ​ຊື້​ຕົ້ນ​ໄມ້​ປະດັບ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ໂດຍ​ທ່ານ ​ເລ​ດຶກ​ຢາ​ບ, ຊາວ​ກະ​ສີກ​ອນຢູ່​ເມືອງ​ຮ່ວາຍ​ດຶກ ​ເປັນ​ຜູ້​ປະດິດ​ອອກ, ດ້ວຍ​ການ​ຕໍ່​ໝາກ​ໄມ້ 9 ​ຊະນິດ​ເຂົ້າກັນໃນ​ຕົ້ນ​ໄມ້​ດຽວ​ເຊັ່ນ: ໝາກສົ້ມ​ໂອ, ໝາກກ້ຽງ, ໝາກກ້ຽງ​ນ້ອຍ, ໝາກ​ແປ້ນ, ໝາກ​ນາວ... ດ້ວຍ​ຫົວຄິດ​ປະດິດ​ສ້າງ​ຄື​ແນວ​ນັ້ນ​ໄດ້​ສ້າງ​ເປັນ​ຕົ້ນ​ໄມ້​ປະດັບ​ທີ່​ແປກ​ປະຫຼາດ, ທີ່​ມີສີສັນຫຼາກ​ຫຼາຍ ​ແລະ ກິ່ນ​ຫອມ​ຕ່າງ​ກັນ. ​ໃນ​ສວນ​ຂອງ​ທ່ານ​ປູກ​ຕົ້ນ​ໄມ້ປະ​ເພດ​ນີ້​ເກ​ືອບ 200 ຕົ້ນ, ​ແຕ່ກ່ອນ​ບຸນ​ເຕັດລູກຄ້າ​ໄດ້ມາ​ຈ່ອງ​ຊື້​ໝົດ​ແລ້ວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ຊາວ​ຮ່າ​ໂນ້ຍ ມີ​ຄວາມ​ຊຳນານທີ່​ສຸດ​ໃນ​ການ​ຫຼິ້ນດອກ​ໄມ້, ​ຕົ້ນ​ໄມ້​ປະດັບ​. ທ່ານ ​ເລ​ດຶກ​ຢາ​ບ, ​ໃຫ້​ຮູ້​ວ່າ:

        “​ເລກ 9 ​ແມ່ນ​ຕົວ​ເລກດີທີ່​ສຸດ. ​ໃນ​ຕົ້ນ​ໄມ້​ດຽວ​ແຕ່​ມີ​ໝາກ​ໄມ້​ເຖິງ 9 ຊະນິດ​ແມ່ນ​ມີ​ຄວາມ​ອຸດົມສົມ​ບຸນ​ກ່ຽວ​ກັບ​ສີສັນ ​ແລະ ຮູບ​ການ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ປູກ​ຕົ້ນ​ໄມ້​ປະ​ເພດ​ນີ້ ​​ເພື່ອຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ຜູ້​​ນິຍົມ​ຕົ້ນ​ໄມ້​ປະດັບ​ທີ່​ມີ​ລັກສະນະ​ສິລະ​ປະສູງ​ນີ້“.

ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ - ảnh 2

ຕົ້ນໄມ້ປະດັບລວມມີໝາກໄມ້ 9 ຊະນິດ

        ​ໃນ​ໂອກາດ​ບຸນ​ເຕັດ, ຖ້າ​ຫາກ​ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ນິຍົມ​ດອກ​ຄາຍ, ຊາວ​ນະຄອນ​ໂຮ່ຈີ​ມິນ​ ພັດ​ນິຍົມ​ດອກ​ເໝີຍ​ສີ​ເຫຼືອງ. ດອກ​ເໝີຍ​ແມ່ນ​ຂາດ​ບໍ່​ໄດ້​ໃນ​​ໂອກາດ​ບຸນ​ເຕັດ​ຂອງ​ຊາວ​ພາກ​ໃຕ້. ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ບັນດາ​ເຈົ້າ​ຂອງ​ສວນ​ດອກ​ໄມ້​ຕ່າງໆ​ຢູ່​ນະຄອນ​ໂຮ່ຈີ​ມິນ ຕ້ອງ​ຂົນ​ສົ່ງ​ຕົ້ນ​ດອກ​ເໝີຍ​ຈາກ​ບັນດາ​ແຂວງ​ທາງ​ພາກ​ກາງ​ມາ​ເພື່ອ​ບົວລະບັດ​, ຫຼັງ​ຈາດ​ນັ້ນ​ຈຶ່ງ​ສະໜອງ​ໃຫ້​ຕະຫຼາດ. ຍ້ອນ​ເຫດ​ນັ້ນ​, ​ເມື່ອກ້າວ​ເຂົ້າ​ສູ່ລະດູບານ​ໃໝ່, ບຸນ​ເຕັດ, ທັງ​ນະຄອນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ດອກ​ເໝີຍ. ອ້າຍ​ຮີ່ນວັນ​ມິ​ງ, ຢູ່​ເມືອງ 1, ນະຄອນ​ໂຮ່ຈີ​ມິນ, ​ແບ່ງ​ປັນ​ວ່າ:

        “ຖ້າ​ບໍ່​ມີ​ດອກ​ເໝີຍ​ໃນ​ຄອບຄົວ, ​ຈະບໍ່​ແມ່ນ​ບຸນ​ເຕັດ​. ​ໃນ​ເມື່ອ​ກ່ອນ​ຕ້ອງມີ​ໝາກກະ​ໂພ​ກ, ​ແຕ່​ປະຈຸ​ບັນ​ຕ້ອງ​ມີດ​ອກ​ເໝີຍຈຶ່ງ​​ເປັນບຸນ​ເຕັດ

ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ - ảnh 3

ດອກເໝີຍ

ນັບ​​ແຕ່​ຫຼາຍ​ປີ​ມາ​ນີ້, ​ໃນ​ໂອກາດ​ຕ້ອນຮັບ​ບຸນ​ເຕັດ, ທາງນະຄອນ​ຮ່າ​ໂນ້ຍ​ເຄີຍ​ປະດັບ​ປະດາ​ບັນດາຖະໜົນ​ຫົນທາງ, ຈັດ​ຕັ້ງ​ງານ​ບຸນ, ຖະໜົນ​ດອກ​ໄມ້​… ອັນ​ໄດ້​ດຶງ​ດູດ​ປະຊາຊົນ​ມາ​ທ່ຽວ​ຊົມ, ຕ້ອນຮັບ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ເປັນ​ຈຳນວນ​ຫຼວງ​ຫຼາຍ . ປີ​ນີ້​ນະຄອນ​ຮ່າ​ໂນ້ຍ ບໍ່​ຈັດ​ຖະໜົນດອກ​ໄມ້ອີກ, ​ແຕ່​ພັດ​ປະດັບ​ປະດາ​ດອກ​ໄຟ​ທີ່​ມີ​ສີສັນ​ຫຼາກ​ຫຼາຍ​ຕື່ມ​ອີກ​ຢູ່​ເຂດ​ໜອງ​ຮ່ວານ​ກ່ຽມ, ອະນຸສາວະລີ​ເຈົ້າ​ຊີວິດ ຫຼີທ໋າຍ​ໂຕ, ສະໜາມ​ຫຼວງ​ບາ​ບິ່ງ, ບັນດາ​ບ່ອນ​ສາທາ​ລະນະ, ຖະໜົນ​ສາຍ​ຕົ້ນຕໍ. ຂົວ ຍິດ​ເຕິ​ນ ທີ່​ຂ້າມ​ແມ່​ນຳ້​ແດງ, ​ເຊິ່ງ​ແມ່ນ​ຂົວ​ໃຫຍ່ ​ແລະ ສວຍ​ງາມ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່​ຫາ​ກໍ່​ໄດ້​ຮັບ​ການ​​ເປີດ​ສະຫຼອງ​ນັ້ນ ກໍ່​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍລະບົບ​ແສງ​ໄຟຟ້າ, ​ເຮັດ​ໃຫ້​ນະຄອນ​ຮ່າ​ໂນ້ຍ ມີ​ຄວາມ​ສວຍ​ງາມ​ແບບ​ມະຫັດສະຈັນ.

ສ່ວນ​ຢູ່​ນະຄອນ​ໂຮ່ຈີ​ມິນ, ບັນດາ​ຖະໜົນ​ຕົ້ນຕໍ​ຢູ່​ເຂດ​ໃຈກາງ, ສະໜາມ​ຫຼວງ, ບັນດາ​ຕຶກ​ອາຄານ​ຫຼາຍ​ຊັ້ນ​ກໍ່​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ດອກ​ໄຟ​ນາໆ​ສີ. ຖະໜົນ​ດອກ​ໄມ້​ຢູ່​ນະຄອນ​ໂຮ່ຈີ​ມິນ​ ​ໃນ​ປີ​ນີ້​ຖືກ​ຈັດ​ຕັ້ງ​ຢູ່​ຖະໜົນ​ຫ່າ​ມງີ (​ເມືອງ 1) ດ້ວຍ​ຫົວ​ຂໍ້​ວ່າ “ສີສັນ​ຫວຽດນາມ - ບັນຍາກາດ​ຫວຽດນາມ“. ປີ​ນີ້​ແມ່ນ​ປີ​ມະ​ແມ, ດັ່ງ​ຈຶ່ງ​ຖື​ເອົາ​ຮູບ​ໂຕ​ແບ້​ເປັນ​ແຫຼ່ງປະດິດ​ສ້າງ​ເປັນ​ຖະໜົນ​ດອກ​ໄມ້, ຫ້ວຍ​ດອກ​ໄມ້, ​ແມ່​ນຳ້​ດອກ​ໄມ້. ທ່ານ ​ເຈິ່ນບຽນ, ຊາວ​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

ຢູ່​ຖະໜົນ​ດອກ​ໄມ້​ປີ​ນີ້ , ​ໂດຍ​ຜ່ານ​ຫົວຄິດ​ປະດິດ​ສ້າງ ​ແລະ ສີມື​ດີ​ຂອງ​ບັນດາ​ນັກ​ສິລະ​ປະການ​ໄດ້​ສ້າງ​ເປັນ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ, ສ້າງ​ຄວາມ​ນິຍົມ​ໃຫ້​ແກ່​ຜູ້​ມາ​ຊົມ. ຖະໜົນ​ດອກ​ໄມ້​ປີ​ນີ້​ທັງ​ສວຍ​ງາມ ​ແລະ ມະຫັດສະຈັນ, ອັນ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ“.

ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ - ảnh 4

ຖະໜົນດອກໄມ້

​ໃນ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ປີ​ໃໝ່, ຊາວ​ນະຄອນ​ໂຮ່ຈີ​ມິນ ​ເຄີຍ​ພາກັນຍ່າງ​ເລາະ​ໃຈກາງ​ນະຄອນ, ພິ​ເສດ​ແມ່ນ​ຢູ່​ບ່ອນ​ຍິງ​ບັ້ງ​ໄຟ​ດອກ ​ເພື່ອ​ຊົມ​ໃຊ້​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ​ໃນ​ອາກາດ​ທີ່​ໜາວ​ເຢັນ​ນັ້ນ, ຫຼາຍ​ຄອບຄົວ​ມັກ​ນັ່ງ​ອ້ອມ​ກັນ​ໃນ​ເຮືອນ, ບູຊາສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ປີ​ໃໝ່, ​ແລ້ວອວຍພອນກັນ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ກົງ​ກັບ​ເວລາ​ຍິງ​ບັ້ງ​ໄຟ​ດອກ​ດ້ວຍສີສັນ​ຫຼາກ​ຫຼາຍ​ເທິງ​ທ້ອງຟ້າ. ສິ່ງ​ດັ່ງກ່າວ​ເຮັ​ດ​ໃຫ້​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຮ່າ​ໂນ້ຍ ມີ​ລັກສະນະ​ບູຮານ​ເພີດ​ເພີນ.

ຢູ່​ຫວຽດນາມ, ລະດູບານ​ໃໝ່ ​ແມ່ນ​ລະດູ​ແຫ່ງ​ພິທີ​ງານ​ບຸນ, ​ແຕ່​ລະ​ພິທີ​ງານ​ບຸນ, ​​ແລະ ການ​ລະ​ຫຼິ້ນ​ພື້ນ​ເມືອງ​ແຕ່ລະ​ຢ່າງ ລ້ວນ​ແຕ່​ສ້າງ​ເປັນ​ສີສັນ​ວັດທະນະທຳ​ສະ​ເພາະ​ໃຫ້​ແຕ່ລະ​ເຂດ, ພາກ. ​ເອົາ​ບຸນ​ເຕັດ​ຕ້ອນຮັບ​ລະດູບານ​ໃໝ່ ​ແມ່ນ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຕິດ​ພັນ​ກັບ​ຍຸກ​ສະ​ໄໝ. ຍ້ອນ​ເຫດ​ນັ້ນ, ບຸນ​ເຕັດຈຶ່ງມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ຊາວ​ຫວຽດນາມ​ ແຕ່​ລະ​ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ