ນະຄອນໂຮ່ຈີມິນຈັດຕັ້ງພິທີຖະຫວາຍເຂົ້າຕົ້ມແຕັດບູຊາເຈົ້າຊີວິດຮຸ່ງ

ນະຄອນໂຮ່ຈີມິນຈັດຕັ້ງພິທີຖະຫວາຍເຂົ້າຕົ້ມແຕັດບູຊາເຈົ້າຊີວິດຮຸ່ງ - ảnh 1
(​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ ພິທີ​ຖະຫວາຍ​ເຂົ້າ
ຕົ້ມ​​ແຕັດ​ບູຊາ​ເຈົ້າ​ຊີວິດ​ຮຸ່ງຢູ່​ວິຫານ​ເທື້ອງ)

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີວ​ອກ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ ພິທີ​ຖະຫວາຍ​ເຂົ້າຕົ້ມ​​ແຕັດ​ບູຊາ​ເຈົ້າ​ຊີວິດ​ຮຸ່ງຢູ່​ວິຫານ​ເທື້ອງ, ​ໃນ​ເຂດ​ອະນຸສອນ​ສະຖານ​ບັນດາ​ເຈົ້າ​ຊີວິດ ຮຸ່ງ ທີ່​ຂຶ້ນ​ກັບ​ສວນສາທາລະນະ​ປະຫວັດສາດ ວັດທະນະທຳ​ຊົນ​ເຜົ່າ, ​ເມືອງ 9, ນະຄອນ ​ໂຮ່ຈີ​ມິນ. ພິທີ​ດຳ​ເນີນດ້ວຍ​ບັນດາ​ພິທີການ​ທີ່​ເປັນ​ມູນ​ເຊື້ອ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ກົງ​ກັບ​ໂອກາດ​ຕ້ອນຮັບ​ບຸນ​ເຕັດ, ນີ້​​ເປັນ​ການສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປະຊາ​ຄົມ, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ມີ​ມາ​ຫຼາຍ​ລຸ້ນຄົນ, ຢືນຢັນ​​ເຖິງ​ຄຸນງາມ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ເຈົ້າ​ຊີວິດ ຮຸ່ງ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ, ຜ່ານ​ນັ້ນ​ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ປຸກລຸກ​ນຳ້​ໃຈມະຫາ​ສາມັກຄີທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້​ລຸ້ນໜຸ່ມ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ.

 

ຂ່າວ/ບົດ​ອື່ນ