ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ

(VOVWORLD) -ໃນຂອບເຂດ ລາຍການ ເຕັດຫວຽດ - ບຸນເຕັດຢູ່ເຂດຕົວເມືອງ ພວມດຳເນີນຫຼາຍກິດຈະກຳຢ່າງຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມ.

ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ - ảnh 1ພິທີຕັ້ງຕົ້ນໄຊຍະພຶກຢູ່ວິຫານ ກິມເງິນ, ຮ່າໂນ້ຍ.(ພາບ:VOV)
 
 

ຊາຍ:  ມີກິດຈະກຳທາງດ້ານວັດທະນະທຳຫຼາຍຢ່າງໄດ້ຈັດຂຶ້ນໃນໂອກາດບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດ. ນີ້ແມ່ນໂອກາດທີມີຄວາມໝາຍສຳຄັນພິເສດເພື່ອໃຫ້ພວກເຮົາປະຕິບັດບັນດາຄຸນຄ່າທາງດ້ານວັດທະນະທຳ. ຜ່ານນັ້ນ ເຮັດໃຫ້ພວກເຮົາມີຄວາມເຂົ້າໃຈກ່ຽວກັບຄຸນຄ່າວັດທະນະທຳຂອງຊາດຕື່ມອີກ. ສີສັນວັດທະນະທຳຊ່ວຍໃຫ້ພວກເຮົາມີຄວາມໝັ້ນໃຈກວ່າ ເພື່ອເຊື່ອມໂຍງເຂົ້າກັບສາກົນ ໂດຍເລີ່ມຈາກສີສັນວັດທະນະທຳຂອງຊາດ”.

ຊາຍ: ວັດທະນະທຳແມ່ນວິວັດທະນາການຕໍ່ເນື່ອງ, ພວກເຮົາມີຊີວິດການເປັນຢູ່ທີ່ດີງາມໃນປັດຈຸບັນ ແລະ ອະນາຄົດອັນສົດໃສກວ່າ ເມື່ອພວກເຮົາບໍ່ຫຼົງລືມອະດີດຕະການ. ພວກຂ້າພະເຈົ້າໄດ້ພະຍາຍາມວາດພາບ ບໍ່ພຽງແຕ່ບັນຍາກາດຂອງພິທີກຳຕ່າງໆໃນບຸນເຕັດສະໄໝກ່ອນກໍຕາມ ຫາກຍັງຄັດເລືອກເອົາສິ່ງທີ່ສາມາດເສີມຂະຫຍາຍໄດ້ໃນການດຳລົງຊີວິດປັດຈຸບັນ, ສິ່ງທີ່ກະທົບໃສ່ການສຶກສາຄົນລຸ້ນໜຸ່ມຮູ້ຈັກເຄົາລົບອະດີດຕະການ ແລະ ເຄົາລົບສີສັນວັດທະນະທຳຂອງຊາດ.

ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ - ảnh 2ລາຍການສະແດງສິລະລະຂັບຊວານ.(ພາບ:baonhandan)

  ຈຸດຄວາມງາມຂອງ ບຸນເຕັດຫວຽດໃນເມື່ອກ່ອນ - ບຸນເຕັດຢູ່ເຂດຕົວເມືອງປັດຈຸບັນ

ບັນຍາກາດທີ່ຄຶກຄື້ນມ່ວນຊື່ນຂອງພິທີຕັ້ງຕົ້ນໄຊຍະພຶກຢູ່ວິຫານ ກິມເງິນ, ຮ່າໂນ້ຍ ໄດ້ສ້າງບັນຍາກາດພິເສດ, ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດ ຊາດ ຫວຽດນາມ (ບຸນເຕັດ) ໃນຂອບເຂດລາຍການ ເຕັດຫວຽດ - ບຸນເຕັດຢູ່ເຂດຕົວເມືອງ ພວມດຳເນີນໄປຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ກ່ອນໜ້ານັ້ນ, ມີຂະບວນແຫ່ພິທີເກືອບ 100 ຄົນ ດ້ວຍຫຼາຍເກນອາຍຸທີ່ແຕກຕ່າງກັນ ໄດ້ໃສ່ຊຸດເສື້ອຍາວປະຈຳຊາດ ເລີ່ມແຫ່ແຕ່ເຮືອນມໍລະດົກເລກທີ  87 ຖະໜົນມ໊າເມີຍ ມາວິຫານ ກິມເງິນ.

  ໃນບັນຍາກາດທີ່ເຄັ່ງຂຶມ, ສັກກະລະບູຊາ, ພິທີກຳຕ່າງໆທີ່ເປັນມູນເຊື້ອຄື ພິທີຖະຫວາຍປະຕູໂຂງວິຫານ, ພິທີລາຍງານເຈົ້າຊີວິດຮວ່າງ, ພິທີຕັ້ງຕົ້ນໄຊຍະພຶກ... ໄດ້ວາດພາບຄືນຢ່າງສົມຈິງ, ນຳມາເຊິ່ງຄວາມຮູ້ສຶກຫຼາຍຢ່າງໃຫ້ແກ່ປະຊາຊົນນະຄອນຫຼວງ ກໍຄືແຂກທ່ອງທ່ຽວຕ່າງປະເທດ. ເອື້ອຍ ຫງວຽນເຟືອງຖາວ - ຊາວ ຮ່າໂນ້ຍ ແລະ ອ້າຍ Winsly - ແຂກທ່ອງທ່ຽວມາຈາກ ອັງກິດ ໃຫ້ຮູ້ວ່າ:
  “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມບຸນປີໃໝ່ແບບນີ້, ໄດ້ເຫັນດປະຈັກຕາ ກ່ຽວກັບພິທີກຳຕ່າງໆ ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ ແລະ ເຕັມໄປດ້ວຍສີສັນຂອງບຸນເຕັດໃນສະໄໝກ່ອນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຈັບໃຈ ແລະ ຕື້ນຕັນໃຈ. ມາເຂົ້າຮ່ວມກິດຈະກຳທີ່ເຕັມໄປດ້ວຍມູນເຊື້ອນີ້ ຂ້າພະເຈົ້າລ້ວນແຕ່ພະຍາຍາມເອົາລູກມານຳ ເພື່ອຢາກໃຫ້ພວກຫຼານເຂົ້າໃຈຕໍ່ຮີດຄອງປະເພນີອັນດີງາມໃນຍາມບຸນເຕັດ”.

“ນີ້ເປັນຄັ້ງທີ 3 ທີ່ຂ້າພະເຈົ້າ ມາ ຫວຽດນາມ ແຕ່ຄັ້ງນີ້ ຂ້າພະເຈົ້າຈຶ່ງໄດ້ເຂົ້າຮ່ວມບຸນເຕັດຢ່າງແທ້ຈິງ ແລະ ໄດ້ເຫັນກັບຕາການທຳພິທີກຳຕ່າງໆ, ມີຫຼາຍຄົນນຸ່ງຊຸດປະເພນີແຕກຕ່າງກັນ, ຜູ້ໃດກໍຍິ້ມແຍ້ມແຈ່ມໃສ, ເບີກບານມ່ວນຊື່ນ, ກະຕືລືລົ້ນຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ”.

ທ່ານນາງ ເຈິ່ນທິຖຸຍລານ, ຮອງຫົວໜ້າຄະນະຄຸ້ມຄອງໜອງ ຮວ່ານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ ເລື່ອງວາດພາບພິທີກຳທີ່ເປັນມູນເຊື້ອຕ່າງໆໃນບຸນເຕັດ ຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸ່ນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ຊ່ວຍໃຫ້ຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ຮັກມັກບັນດາຄຸນຄ່າທີ່ມີຄ່າຂອງຊາດກວ່າອີກ.

ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ - ảnh 3ພາເຂົ້າບູຊາບັນພະບຸລຸດຂອງຄອບຄົວເອື້ຍ ເຈືອງທູຮ່າ.  (ພາບ:VOV)

ພ້ອມກັບການດຳເນີນພິທີກຳຕ່າງໆຕາມປະເພນີ້ແລ້ວ, ລາຍການ “ເຕັດຫວຽດ - ບຸນເຕັດຢູ່ເຂດຕົວເມືອງ” ຍັງຈັດກິດຈະກຳສະແດງສິລະປະວັນນະຄະດີ “ພົບປະແລກປ່ຽນການສະແດງສິລະປະດົນຕີພື້ນເມືອງທີ່ເປັນມູນເຊື້ອຂອງເຂດພາກ” ດ້ວຍການເຂົ້າຮ່ວມຂອງບັນດາຄະນະນັກສິລະປະກອນທີ່ມາຈາກແຂວງຕ່າງໆຄື ຫາຍຟ່ອງ, ຝູເທາະ,... ອີກດ້ວຍ. ທ່ານນາງ ຫງວຽນທິລິກ, ນັກສິລະປະກອນຂັບຊວານ, ແຂວງ ຝູເທາະ ໃຫ້ຮູ້ວ່າ:

“ສຸດຍອດອີ່ຫຼີ. ນີ້ແມ່ນຄຸ້ມຖະໜົນເກົ່າ ແລະ ກໍເປັນບ່ອນທີ່ພວກຂ້າພະເຈົ້າມັກມາສະແດງລາຍການຕ່າງໆ ດ້ວຍຈຸດປະສົງຢາກຮັກສາຄວາມງາມທີ່ເປັນເອກະລັກຂອງ ຫວຽດນາມໄວ້, ຍິ່ງມີຄວາມພາກພູມໃຈໄປກວ່ານັ້ນ ເມື່ອມີແຂກທ່ອງທ່ຽວສາກົນ ແລະ ແຂກທ່ອງທ່ຽວຈາກທຸກສາລາທິດມາຮັບຊົມການສະແດງຂັບຊວານ ເປັນຈຳນວນຫຼາຍ. ດີໃຈທີ່ ຂັບຊວານ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ທົ່ວໂລກອີກດ້ວຍ”.

ໂດຍເລີ່ມແຕ່ວັນທີ 8 ມັງກອນ (ກົງກັບວັນທີ 17 ເດືອນ 12) ແກ່ຍາວໄປຮອດວັນທີ 28 ກຸມພາ 2023 (ກົງກັບວັນທີ 9 ເດືອນ 2 ປີແມວ), ລາຍການ “ເຕັດຫວຽດ - ບຸນເຕັດເຂດຕົວເມືອງ” ຈຶ່ງອັດລົງ, ເປັນການຊ່ວຍໃຫ້ມະຫາຊົນມີໂອກາດໄດ້ເຂົ້າຮ່ວມຄົ້ນຫາ, ຊອກຮູ້ຫຼາຍຮູບແບບວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ຄຸນຄ່າຂອງບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມ. “ເຕັດຫວຽດ - ບຸນເຕັດເຂດຕົວເມືອງ” ໄດ້ສ້າງໂອກາດເພື່ອໃຫ້ຄົນ ຫວຽດ ຢູ່ທຸກແຖບຖິ່ນໃນທົ່ວປະເທດ ກໍຄື ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ, ມີຄວາມຜູກພັນຮັກໄຄ່ນຳກັນ, ພ້ອມກັນແບ່ງປັນຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງເຂດພາກ ກໍຄື ຮ່ວມແຮງຮ່ວມໃຈອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ໄວ້.

ເຕັດຫວຽດ ໃນຍຸກທັນສະໄໝ

ໃນຂອບເຂດ ລາຍການ ເຕັດຫວຽດ - ບຸນເຕັດຢູ່ເຂດຕົວເມືອງ ພວມດຳເນີນຫຼາຍກິດຈະກຳຢ່າງຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມນັ້ນ, ຢູ່ເຮືອນເລກທີ 29 ຖະໜົນ ຮ່າງດາວ ນັ້ນ, ຄອບຄົວເອື້ອຍ ເຈືອງທິຮ່າ ພວມກະກຽມຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ພາຍຫຼັງເຮັດວຽກຢ່າງອິດເມື່ອຍທັງປີ, ຄອບຄົວເອື້ອຍ ຮ່າ ເລືອກຈັດຮູບການຕ້ອນຮັບບຸນເຕັດແບບລຽບງ່າຍ ເພື່ອບໍ່ເສຍເວລາຫຼາຍໃນການຫ້າງຫາກະກຽມ, ຕ້ອນຮັບບຸນເຕັດ. ເຂົາເຈົ້າຮັກສາຄຸນຄ່າທີ່ເປັນມູນເຊື້ອເຊິ່ງຄົນລຸ້ນກ່ອນປະໄວ້ໃຫ້ ຕາມແບບວິທີຂອງຄົນລຸ້ນໃໝ່, ປະຕິບັດຕາມຮີດຄອງປະເພນີເຕັດ ຫວຽດ.

ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ - ảnh 4ເຂົ້າຕົ້ມແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນເຕັດຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດ. (ພາບ:VOV)

    ຕອນແລງໃນວັນທີ 30 ບຸນເຕັດ, ທັງຄອບຄົວເອື້ອຍ ເຈືອງທູຮ່າ ໄດ້ເຕົ້າໂຮມກັນກະກຽມພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ໃນຊຸມປີຜ່ານມາ, ເມື່ອແມ່ຍ່າຍັງແຂງແຮງ, ເພິ່ນຈະກະກຽມ ອາຫານທີ່ເປັນມູນເຊື້ອທຸກເຍື່ອງ ເພື່ອຖະຫວາຍ, ບູຊາບັນພະບຸລຸດ. ສ່ວນລູກສາວ, ລູກໃພ້ ມີແຕ່ເປັນຜູ້ຊ່ວຍເທົ່ານັ້ນ, ແຕ່ມາບັດນີ້, ການກະກຽມພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະ ເຍື່ອງອາຫານຕ່າງໆ ໃນໂອກາດບຸນເຕັດນັ້ນ ໄດ້ມອບໃຫ້ລູກໃພ້ກົກຮັບຜິດຊອບ, ເອື້ອຍ ເຈືອງທູຮ່າ ລູກໃພ້ກົກຂອງເພິ່ນແບ່ງປັນວ່າ:

“ແມ່ຂ້າພະເຈົ້າ ມັກເວົ້າຢູ່ຕະຫຼອດວ່າ ບຸນເຕັດ ຕ້ອງມີຊາກັບເຂົ້າໜົມໝາກຖົ່ວຂຽວ ກໍຄືກັນກັບການກິນກຸດຕ້ອງມີເຂົ້າຕົ້ມ, ຕ້ອງມີຢໍ່ເຂົ້າເໝົ້າ, ຊີ້ນໄກ່, ຫົວຜັກບົ່ວດອງນີ້ແຫຼະ. ເວົ້າລວມແລ້ວ  ພາເຂົ້າບຸນເຕັດຕ້ອງມີຄົບທຸກເຍື່ອງເພື່ອໃຫ້ຖືກຕາມປະເພນີຂອງຊາວ ຮ່າໂນ້ຍ. ສະນັ້ນ, ເພື່ອຖະຫວາຍ, ບູຊາບັນພະບຸລຸດ, ຂ້າພະເຈົ້າກໍພະຍາຍາມຮຽນເອົານຳແມ່ ແຕ່ກໍມີການປ່ຽນແປງເລັກນ້ອຍ”.

ຕາມເອື້ອຍຮ່າແລ້ວ, ໃນຍຸກ 4.0 ນີ້, ການຊື້ເຄື່ອງຂອງຕ້ອນຮັບບຸນເຕັດ ແມ່ນລຽບງ່າຍທີ່ສຸດ. ບໍ່ຈຳເປັນຕ້ອງໄປຕະຫຼາດ, ພຽງແຕ່ນັ່ງຢູ່ເຮືອນ ເລືອກເອົາສິ່ງທີ່ເຮົາຕ້ອງການ ແລ້ວສັ່ງຊື້ທາງອອນລາຍກໍ່ໄດ້ສິ່ງຂອງນັ້ນໂລດ, ໂດຍບໍ່ເສຍເຫື່ອແຮງ, ບໍ່ເສຍເວລາໄປຕະຫຼາດ ແຕ່ຍັງຖືກໃຈແມ່ອີກດ້ວຍ.

“ປັດຈຸບັນນີ້, ຊີວິດມີການປ່ຽນແປງຫຼາຍແລ້ວ, ການບໍລິການຕ່າງໆກໍພັດທະນາຫຼາຍ, ເຮົາໃຊ້ເງິນແບບປະຢັດ ແຕ່ກໍ່ມີເຄື່ອງຂອງທຸກຢ່າງເພື່ອຕ້ອນຮັບບຸນເຕັດ. ສະມາຊິກທຸກຄົນໃນຄອບຄົວພ້ອມພຽງຮຽງໜ້າກັນ ມາມ້ຽນເຮືອນມ້ຽນຊານ, ຊື້ເຄື່ອງຂອງ ຫຼືວ່າ ແຕ່ງກິນນຳກັນ, ການຕ້ອນຮັບບຸນເຕັດໃຫ້ມີຄວາມເບີກບານມ່ວນຊື່ນ, ຄຶກຄື້ນນັ້ນມັນມີຫຼາຍວິທີ”.

ບຸນປີໃໝ່ປະຈຳຊາດ ມີຄວາມໝາຍພິເສດກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ - ảnh 5ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ ສ. ເກົາຫລີ ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດ ຈັດຂຶ້ນຢູ່ນະຄອນຫລວງເຊີອູນ.(ພາບ:VOV)

 ຄົນ ຫວຽດນາມ ຍາມໃດກໍຖືວ່າ, ກ່ອນຈະຮອດບຸນເຕັດ, ທຸກຢ່າງຕ້ອງພຽບພ້ອມ, ສະອາດງາມຕາ ປີໃໝ່ຈຶ່ງມີແຕ່ສິ່ງທີ່ດີທີ່ງາມເຂົ້າມາໃນຊີວິດ. ຍ້ອນແນວນັ້ນ ຈຶ່ງມີປະເພນີມ້ຽນເຮືອນມ້ຽນຊານເພື່ອຕ້ອນຮັບບຸນເຕັດ. ເຖິງຢ່າງໃດກໍຕາມ, ນັ້ນແມ່ນເລື່ອງຕ້ອນຮັບບຸນເຕັດຂອງຊຸມປີກ່ອນນີ້ແລ້ວ. ແຕ່ມາດຽວນີ້ ຊີວິດແມ່ນທັນສະໄໝແລ້ວ, ຄ້າງຄາກັບວຽກງານກວ່າ ແຕ່ລະດັບຄອງຊີບ  ແລະ ລາຍຮັບກໍດີຂຶ້ນກວ່າເກົ່າແລ້ວ ສະນັ້ນ ການເລືອກເອົາການບໍລິການປັດກວາດ, ມ້ຽນເຮືອນຊານບ້ານຊ່ອງຄືຄອບຄົວເອື້ອຍ ຮ່າ ກໍມີຄວາມນິຍົມຫຼາຍພໍສົມຄວນ. ຕາມນ້ອງຜົວຂອງເອື້ອຍຮ່າແລ້ວ, ເພື່ອໃຫ້ມີຄວາມກົມກຽວລະຫວ່າງບັນຍາກາດຂອງບຸນເຕັດໃນສະໄໝກ່ອນ ກັບ ປັດຈຸບັນ, ເອື້ອຍຈະເລືອກເອົາວີທີຕ້ອນຮັບບຸນເຕັດແບບລຽບງ່າຍ, ການຫ້າງຫາກະກຽມກໍບໍ່ຕ້ອງລະອຽດເກີນໄປ.

ແຜ່ຂະຫຍາຍຄຸນຄ່າບຸນເຕັດ ຫວຽດນາມ ຢູ່ ຕ່າງປະເທດ

ຊາວ ຫວຽດນາມ ດຳລົງຊີວິດຢູ່ບ່ອນໃດ ຢູ່ບ່ອນນັ້ນກໍ່ລ້ວນແຕ່ຈັດຕັ້ງການຕ້ອນຮັບບຸນເຕັດ. ມີຊາວ ຫວຽດນາມ ກວ່າ 5,3 ລ້ານຄົນ ຢູ່ ຕ່າງປະເທດ ໃນຊ່ວງເວລານີ້ ອາດຈະໄດ້ ແລະ ພວມຫ້າງຫາກະກຽມຕ້ອນຮັບບຸນເຕັດ ຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ທີ່ອາໄສຢູ່ ກວ່າ 130 ປະເທດ ແລະ ເຂດແຄ້ວນໃນໂລກ.

          ກົງກັນຂ້າມກັບອາກາດຫນາວຈັດຢູ່ ນະຄອນຫລວງ ເຊີອູນ, ບັນຍາກາດໃນຫ້ອງຮັບແຂກຂອງໂຮງແຮມ Seoul Garden Hotel ແມ່ນຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍຄວາມອົບອຸ່ນໃນວັນທີ 17 ເດືອນ 12 ປີຂານໄລ່ຕາມຈັນທະປະຕິທິນ. ຢູ່ທີ່ນີ້ ພວມດຳເນີນລາຍການ “ຕ້ອນຮັບລະດູບານໃຫມ່ແຫ່ງບ້ານເກີດເມືອງນອນ” ປີແມວ ຂອງວົງຄະນາຍາດຊາວ ຫວຽດນາມອາໄສຢູ່ ສ. ເກົາຫລີ. ພໍ່ແມ່ປະຊາຊົນລ້ວນແຕ່ມີຄວາມເບີກບານມ່ວນຊື່ນເມື່ອໄດ້ພົບກັນຢ່າງຄົບຫນ້າຄົບຕາ ພາຍຫລັງ 2 ປີທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19.

ເອື້ອຍ ຫວໍທິງອັກຕວຽດ, ຊາວຫວຽດນາມອາໄສ ຢູ່ ສ. ເກົາຫລີ ເຂົ້າຮ່ວມລາຍການແບ່ງປັນວ່າ:

 “ແຕ່ລະເທື່ອ ເມືື່ອໄດ້ເຂົ້າຮ່ວມລາຍການຕ້ອນຮັບລະດູບານໃຫມ່ແຫ່ງບ້ານເກີດເມືອງນອນ ຂ້າພະເຈົ້າຮູ້ສຶກຄືວ່າຕົນເອງ ພວມຢູ່ ຫວຽດນາມ ແລະ ມີຄວາມເອກອ້າງທະນົງໃຈຕໍ່ວັດທະນະທຳຂອງຊາວ ຫວຽດນາມ. ບຸນເຕັດ ຫວຽດນາມ ແມ່ນຟົດຟື້ນມ່ວນຊື່ນທີ່ສຸດ, ມີຄວາມໃກ້ຊິດສະຫນິດສະຫນົມ ແລະ ແຕກຕ່າງກັບ ບຸນປີໃຫມ່ຂອງ ສ. ເກົາຫລີ. ເມື່ອໄດ້ເຊື່ອມຕົວກັບບັນຍາກາດນີ້ ຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍແລະ ຄິດເຖິງພີ່ນ້ອງຢູ່ ຫວຽດນາມ”

ໂດຍຫ່າງຈາກນະຄອນຫລວງ ເຊີອູນ ປະມານ 400 ກິໂລແມັດ, ພວກນ້ອງນັກສຶກສາ ຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດ ໂດຍ ໂຮງຮຽນວິທະຍາໄລສອນວິຊາຊີບ Honam ຢູ່ Gwangju ຈັດຕັ້ງ ດ້ວຍຄວາມເບີກບານມ່ວນຊື່ນ. ນ້ອງ ຫງວຽນທິຮົ່ງງອກ ພວມຮຽນອາຊີບແຕ່ງອາຫານ ແບ່ງປັນວ່າ:

“ວັນທີ 30 ຂອງບຸນເຕັດ ພວກນ້ອງກໍ່ກະກຽມພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ຄືດັ່ງຢູ່ ຫວຽດນາມ. ພວກນ້ອງກໍ່ຈະຫໍ່ເຂົ້າຕົ້ມ, ປຸງແຕ່ງອາຫານພື້ນເມືອງ ນ້ອງຢາກມີເຍື່ອງອາຫານທີ່ເຕັມໄປດ້ວຍລົດຊາດ ຫວຽດນາມ ໃນຍາມບຸນເຕັດ ເພື່ອໃຫ້ທຸກຄົນຮູ້ສຶກວ່າຕົນເອງພວມຢູ່ບ້ານເກີດເມືອງນອນຂອງຕົນ”

ໂດຍພ້ອມກັບວົງຄະນາຍາດຊາວ ຫວຽດນາມ ຢູ່ ສ. ເກົາຫລີ ມາເຂົ້າຮ່ວມລາຍການຕ້ອນຮັບລະດູບານໃຫມ່ແຫ່ງບ້ານເກີດເມືອງນອນ, ອ້າຍ Kim Joong Nung ຜົວຂອງເອື້ອຍ ຫງວຽນທິເວິນ ໃຫ້ຮູ້ວ່າ: ບຸນເຕັດຫວຽດນາມ ໄດ້ແຜ່ຂະຫຍາຍໄປຢູ່ໃນໃຈຂອງຊາວ ສ. ເກົາຫລີແລ້ວ. ເມື່ອຍາມເຕັດຫວຽດ ວຽນມາ, ຜົວເມຍອ້າຍກໍ່ໃຫ້ລູກຂອງຕົນນຸ່ງຊຸດເສື້ອຍາວ.

“ບຸນເຕັດຫວຽດນາມ ແລະບຸນປີໃຫມ່ ສ. ເກົາຫລີ ມີຈຸດຄ້າຍຄືກັນ ນັ້ນແມ່ນ ຜູ້ໃດກໍ່ມີຈິດໃຈຫ້າວຫັນມ່ວນຊື່ນ ເພື່ອເລີ່ມຕົ້ນປີໃຫມ່. ບຸນປີໃຫມ່ຂອງ ສ ເກົາຫລີ, ບັນດາສະມາຊິກໃນຄອບຄົວກໍ່ເຕົ້າໂຮມກັນພ້ອມກັນຖະຫວາຍທູບທຽນອາໄລຫາບັນພະບຸລຸດ ແລະ ພ້ອມກັນຮັບປະທານຫານຢ່າງສະຫນິດສະຫນົ. ຢູ່ ຫວຽດນາມ, ນອກຈາກຈຸດວັດທະນະທຳດັ່ງກ່າວນັ້ນ ຍັງໄປຢື້ຢາມຖາມຂ່າວພີ່ນ້ອງ, ເພື່ອນມິດອີກດ້ວຍ. ສະນັ້ນ ຂ້າພະເຈົ້າຮູ້ສຶກວ່າ ແມ່ນສະຫນິດສະຫນົມທີ່ສຸດ, ຄ້າຍຄືຈຸດວັດທະນະທຳຂອງ ສ.ເກົາຫລີ ກ່ອນນີ້.

ກໍ່ມີຊາວຫວຽດນາມ ຢູ່ ຕ່າງປະເທດ ຫລາຍຄົນ ຖືບຸນເຕັດແມ່ນໂອກາດເພື່ອແຜ່ຂະຫຍາຍຈິດໃຈເຕັດຫວຽດ ໄປໃຫ້ປະຊາຊົນປະເທດປະຈຳຖິ່ນ. ເອື້ອຍ ໂຮ່ແຫ້ງ ດຳລົງຊີວິດ ຢູ່ ອັງກິດ ໄດ້ 18 ປີແລ້ວ, ບຸນເຕັດແມ່ນໂອກາດ ເພື່ອໃຫ້ເອື້ອຍໄດ້ແຕ່ງເຍື່ອງອາຫານຫວຽດທີ່ເປັນມູນເຊື້ອ ເພື່ອແນະນຳໃຫ້ເພື່ອນມິດຕ່າງປະເທດ. Louis ເພື່ອນຂອງຄອບຄົວເອື້ອຍແຫ້ງ ແບ່ງປັນວ່າ: ເບື້ອງຕົ້ນກິນເຍື່ອງອາຫານຂອງຫວຽດນາມ ຮູ້ສຶກແປກໃຈໜ້ອຍໜຶ່ງ ແຕ່ເມື່ອກິນແລ້ວຮູ້ສຶກວ່າມີລົດຊາດແຊບຫຼາຍ ແລະ ນັບມື້ນັບນິຍົມອາຫານ ຫວຽດ. ເພື່ອຮັກສາສີສັນບຸນເຕັດຫວຽດຢູ່ ຕ່າງປະເທດ, ເອື້ອຍ ແຫ້ງ ຍາມໃດກໍ່ສອນໃຫ້ລູກຂອງຕົນກ່ຽວກັບຄຸນຄ່າທີ່ເປັນມູນເຊື້ອ ແລະ ບັນດາຮີດຄອງປະເພນີຂອງບຸນເຕັດແຫ່ງບ້ານເກີດເມືອງນອນD

“ຄອບຄົວຂ້າພະເຈົ້າເຖິງວ່າດຳລົງຊີວິດຢູ່ ອັງກິດ, ພວກຫລາລ້ວນແຕ່ໄດ້ເກີດ ແລະເຕີບໃຫຍ່ຢູ່ອັງກິດ ແຕ່ຂ້າພະເຈົ້າຍາມໃດກໍ່ຢາກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຫວຽດນາມໄວ້. ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ບອກສອນໃຫ້ລູກຂອງຕົນເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ເພື່ອໃຫ້ພວກຫລານເມື່ອເຕີບໃຫຍ່ຂຶ້ນມາໃຫ້ ຮູ້ຈັກແລະ ຮັກສາຮີດຄອງປະເພນີ ເຖິງວ່າຈະດຳລົງຊີວິດຢູ່ຕ່າງແດນກໍ່ຕາມ”

ກໍ່ເຊັ່ນດຽວກັນກັບເອື້ອຍ ໂຮ່ແຫ້ງ, ເອື້ອຍ ມິງງວຽດ ເອົາຜົວ ແລະດຳລົງຊີວິດຢູ່ ຍີ່ປຸ່ນມາໄດ້ຫລາຍປີແລ້ວ. ເມື່ອບຸນເຕັດວຽນມາ, ເຖິງວ່າ ຄ້າງຄາກັບວຽກງານຫຼາຍປານໃດກໍຕາມ ແຕ່ ເອື້ອຍຍັງຄົງຮັກສາປະເພນີຂອງບຸນເຕັດ ແລະ ແຜ່ຂະຫຍາຍວັດທະນະທຳຕ້ອນຮັບບຸນເຕັດຫວຽດ ໄປສູ່ຄອບຄົວຂອງຜົວ.

ເຖິງວ່າ ໄປໃສ, ດຳລົງຊີວິດ ຢູ່ແຫ່ງຫົນໃດກໍຕາມ ແຕ່ ຊາວຫວຽດນາມ ດຳລົງຊີວິດຢູ່ຫ່າງຈາກບ້ານເກີດເມືອງນອນ ຍາມໃດກໍ່ອ່ວາຍຫນ້າເມືອຫາປະເທດຊາດ ແລະ ມີສະຕິໃນການຮັກສາ ແລະ ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳ ຫວຽດນາມ, ໃນນັ້ນ ມີຮີດຄອງປະເພນີຕ້ອນຮັບບຸນເຕັດ ໃນວິວັດການເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນ.

ທ່ານຜູ້ຟັງທີ່ເຄົາລົບ! ໃນຊ່ວງເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີແມວ, ພວກຂ້າພະເຈົ້າ ພວມເລົ່າເລື່ອງລາວທີ່ມີຊີວິດຊີວາກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ. ຊາວ ຫວຽດນາມ ຢູ່ ພາຍໃນປະເທດ ແລະ ຊາວຫວຽດນາມ ຢູ່ ຕ່າງປະເທດ ປະຈຸບັນ ໄດ້ ແລະ ພວມເພີ່ມບັນດາປັດໄຈທັນສະໄຫມໃຫ້ແກ່ບຸນເຕັດທີ່ເປັນມູນເຊື້ອຂອງ ຫວຽດນາມ.

ຕ້ອນຮັບບຸນເຕັດ ຕາມວິທີການຂອງ ຊາວຫວຽດນາມ ໃນປະຈຸບັນ ແມ່ນສືບຕໍ່ເສີມສ້າງບັນດາຄຸນຄ່າວັດທະນະທຳທາງດ້ານຈິດໃຈຂອງຊາວ ຫວຽດນາມ, ເພີ່ມຄວາມເອກອ້າງທະນົງໃຈກ່ຽວກັບສີສັນວັດທະນະທຳຂອງຊາດ, ສ້າງກຳລັງແຮງພາຍໃນເພື່ອໃຫ້ປະເທດຊາດພັດທະນາ, ເພີ່ມການເຊື່ອມຕໍ່ ລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ, ນຳຫວຽດນາມເຊື່ອມຕົວກັບໂລກປະຈຸບັນໃຫ້ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ