ບ້ານປູກດອກໄມ້ດຶກທັ໋ງໃນຊຸມວັນກ່ອນບຸນປີໃໝ່


(vovworld) - ເມື່ອ​ທີ່​ດິນ​ສະ​ຫງວນ​ໃຫ້​ແກ່​ການ​ປູກ​ຕົ້ນ​ໝາກ​ແປ້ນ,  ​ແລະດອກ​ຄາຍ​ຂອງ​ຕາ​ແສງ ງີ​ຕ່າມ, ກວາງ​ບ໋າ, ງອກ​ຮ່າ… ເມືອງ ໄຕ​ໂຮ່ ນັບ​ມື້​ນັບ​ຄັບ​ແຄບ​ລົງ​ນັ້ນ, ຢູ່ບັນ​ດາ​ຕາ​ແສງ​ໃໝ່​ໃນ​ເມືອງ​ອ້ອມ​ຂ້າງຄື ​ຕື່​ລຽມ​ເໜືອ, ຕົ້ນ​ໝາກ​ແປ້ນ ແລະດອກ​ຄາຍ​ພັດຂະ​ຫຍາຍ​ຕົວ​​ຢ່າງ​ແຮງ, ສ້າງ​ຄວາມ​ງາມ​ໃຫ້​ແກ່​ນະ​ຄອນຫຼວງ​ເມື່ອລະ​ດູ​ບານ​ໃໝ່​ວຽນ​ມາ.

ບ້ານປູກດອກໄມ້ດຶກທັ໋ງໃນຊຸມວັນກ່ອນບຸນປີໃໝ່ - ảnh 1

ພາບປະກອບ

        ຈາກ​ຕົ້ນ​ໝາກ​ແປ້ນ ​ແລະ​ດອກ​ຄາຍ, ຊີ​ວິດ​ຂອງ​ຊາວ​ກະ​ສິກ​ອນນັບ​ຮ້ອຍ​ຄອບ​ຄົວ​ຢູ່​ທີ່ນີ້​ນັບ​ມື້​ນັບ​ດີ​ຂຶ້ນ. ຕາ​ແສງ​ ດຶກ​ທັ໋ງ, ເມືອງ ຕື່​ລຽມ​ເໜືອ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ປູກດອກ​ໄມ້​ແຫ່ງໃ​ໝ່, ​ເຖິງວ່າ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບໍ່​ທັນ​ຮອດ 1 ປີ, ​ແລະຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ບໍ່​ແມ່ນ​ໜ້ອຍ​​ດ້ານພື້ນ​ຖານ​ໂຄງ​ລ່າງກໍ່ຕາມ, ແຕ່​ທ້ອງ​ຖີ່ນ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊັບ​ຊ້ອນ​ວຽກ​ງານ​ຢ່າງ​ເໝາະ​ສົມ. ພິ​ເສດ​ແມ່ນ​​ໄດ້ຊີ້​ນຳ​ການ​ຜະ​ລິດ​ໃນ​ເນື້ອ​ທີ່​ດິນ​ກະ​ສິ​ກຳ​​ຢູ່ຕາ​ແສງຢ່າງ​​ມີປະ​ສິດ​ທິ​ຜົນ. ສິ່ງ​ທີ່​ໜ້າ​ພາກ​ພູມ​ໃຈ​ນັ້ນ​ແມ່ນ, ໃນ​ເນື້ອ​ທີ່ດິນ​ທີ່​ຄັບ​ແຄບ​ນັ້ນ, ດອກ​ຄາຍ ແລະ ຕົ້ນ​ໝາກ​ແຢ້ນ​ພວມ​ພັດ​ທະ​ນາ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ.

        ໃນ​ຊຸ່ມ​ວັນ​ໃກ້​ຈະ​ຮອດ​ບຸນ​ປີ​ໃໝ່ 2015 ນີ້, ຕາ​ແສງ ດຶກ​ທັ໋ງມີ​ຄວາມ​ຟົດ​ຟື້ນກວ່າ, ລູກ​ຄ້າ​ເປັນ​ຈຳ​ນວນຫຼວງຫຼາຍ​ໄດ້​ພາ​ກັນ​ໄປ​ຍັງ​ສວນດອກ​ຄາຍ ແລະ ຕົ້ນ​ໝາກ​ແປ້ນ​ເພື່ອ​ເລືອກ​ຊື້​ຢູ່​ກັບ​ທີ່. ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຕາ​ແສງ ດຶກ​ທັ໋ງ ຫງວຽນ​ຮື້ວ​ຟຸກ ໃຫ້​ຮູ້​ວ່າ, ​ສຳ​ລັບ​ຊາວ​ກະ​ສິ​ກອນ​ແລ້ວ ”ນີ້​ແມ່ນ​ລະ​ດູ​ການ’’ ຕົ້ນ​ຕໍ​ໃນ​ປີ. ​ໃນ​ຊຸ່ມ​ມື້​ນີ້, ຄອບຄົວ​ທ່ານ ​ເຈືອງ​ງອກ​ກວນ, ໜ່ວຍ 2, ຕາ​ແສງ ດຶກ​ທັ໋ງຍາມ​ໃດ​ກໍ່​ມີໜ້າ​ຢູ່​​ເຂດສວນ​ຂອງ​ຕົນ, ທ່ານ​ໃຫ້​ຮູ້​ວ່າ: “​​ເຂດ​ສວນນີ້ກວ້າງ 3.000 ຕາ​ແມັດ, ຄອບຄົວ​ທ່ານ​ໄດ້​ປູກຕົ້ນໝາກ​ແປ້ນ 100 ຕົ້ນ; ​ກ້ວຍ​ໄມ້ 500 ຕົ້ນ… ​ແລະ ຕົ້ນ​ໄມ້​ປະດັບ​ນັບ​ຮ້ອນ​ຕົ້ນ. ຖ້າ​ຂາຍ​ຕົ້ນ​ໝາກ​ແປ້ນທັງ​ໝົດ ​ແລະ ກ້ວຍ​ໄມ້ສ່ວນ​ໜຶ່ງ, ບຸນປີ​ໃໝ່​ປີ​ນີ້, ຄອບຄົວ​ທ່ານກໍ່​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ພໍ​ສົມຄວນ.

ບ້ານປູກດອກໄມ້ດຶກທັ໋ງໃນຊຸມວັນກ່ອນບຸນປີໃໝ່ - ảnh 2

ພາບປະກອບ

        ຕາ​ແສງ ດຶກ​ທັ໋ງ ມີ 200 ຄອບຄົວ​ຜະລິດກະສິກຳ, ​ເນື້ອ​ທີ່​ດິນ​ກະສິກຳ​ເກືອບ 20 ​ເຮັກຕາ ຖືກ​ຫັນ​ມາ​ປູກ​ດອກ​ຄາຍ ​ແລະ ຕົ້ນ​ໝາກ​ແປ້ນ. ​ເຖິງ​ວ່າ​ເນື້ອ​ທີ່​ດິນ​ທຳ​ການ​ຜະລິດ​ຖືກ​ຈຳກັດ, ຍ້ອນ​ວິວັດ​ແຫ່ງ​ການ​ຫັນ​ເປັນ​ຕົວ​ເມືອງ, ​ແຕ່​ຍ້ອນ​ມີ​ການ​ຄິດ​ໄລ່​ຢ່າງ​ຄ່ອງ​ແຄ້ວ, ພ້ອມ​ກັບຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນຂອງ​ປະຊາຊົນ ​ໄດ້​ສ້າງກາລະ​ໂອກາດຫຼາຍ​ຢ່າງ​​ເພື່ອໃຫ້​ຊາວ​ກະສິກອນ​ໃນ​ຕາ​ແສງ​ບືນ​ຕົວ​ຂຶ້ນ​ພັດທະນາ​ເສດຖະກິດ, ສ້າງ​ຄວາມ​ຮັ່ງມີ. ປະທານ​ສະມາຄົມ​ຊາວ​ກະສິກອນ​ຕາ​ແສງ ຫງວຽນ​ຫື້​ວຟຸກ ​ໃຫ້​ຮູ້​ວ່າ, ຄອບຄົວ​ທ່ານ​ກໍ່​ມີ​ສວນ​ກວ້າງ 3​ ໄຮ່ທີ່​ປູກຕົ້ນໝາກ​ແປ້ນ 500 ຕົ້ນ. ລາຄາຕົ້ນ​ໝາກ​ແປນ​ຍັງ​ເທົ່າ​ກັຍທຸກ​ປີ. ຊຳ້​ບໍ່​ໜຳ​ແມ່ນ​ຫຼຸດ​ລົງ​ນ້ອຍ​ໜຶ່ງ, ​ແຕ່​ຖ້າ​ຂາຍ​ໄດ້​ໝົດ, ຄອບຄົວ​ທ່ານ​ກໍ່​ສ້າງ​ລາຍ​ຮັບ​ໄດ້​ແຕ່ 150 – 200 ລ້ານ​ດົ່ງ. ຕາມ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເກິ໋ມວັນ​ຢວນ ​ແລ້ວ, ​ເພື່ອ​ໜູນ​ຊ່ວຍ​ຊາວ​ກະສິກອນ​ໃນ​ທ້ອງ​ຖີ່​ນຍູ້​ແຮງ​ການ​ຜະລິດ, ທາງ​ຕາ​ແສງ ​ໄດ້​ຂົນຂວາຍ​ປະຊາຊົນ​ລົງທຶນ, ພັດທະນາ​ການ​ຜະລິດ, ຈັດ​ບັນດາຊຸດ​ອົບຮົມ ​ແລະ ນຳ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ​ໃໝ່​ມາ​ໃຫ້​ປະຊາຊົນ​ເພື່ອ​ພັດທະນາ​ການ​ຜະລິດ. ​ໃນ​ປີຜ່ານມາ, ມີ​ບາງ​ຄອບຄົວ​ຊາວ​ກະສິກອນ​ໃນ​ທ້ອງ​ຖີ່​ນ​ໄດ້​ຮັບ​ແນວ​ພັນ​ໄມ້ ​ແລະ ຖ່າຍ​ທອດ​ເຕັກນິກປູກ​ກ້ວຍ​ໄມ້. ປະຈຸ​ບັນ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ໃນ​ຕາ​ແສງ ດຶກ​ທັ໋ງ ພວມ​ປູກ​ກ້ວຍ​ໄມ້​ນັບ​ໝື່ນ​ຕົ້ນ​, ອັນ​ໄດ້​ສ້າງ​ທິດ​ທາງ​ໃໝ່, ປະກອບສ່ວນຫັນ​ຜະລິດ​ຕະພັນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ຂອງ​ຊາວ​ກະສິກອນ ຕາ​ແສງ ດຶກ​ທັ໋ງ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ.

        ​

ຕອບກັບ

ຂ່າວ/ບົດ​ອື່ນ