ປະເພນີຕ້ອນຮັບບຸນເຕັດໃນມື້ຕົ້ນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດ

ບຸນ​ປີ​ໃໝ່ປະ​ຈຳ​ຊາດຫຼື​ເອີ້ນ​ວ່າ ບຸນ​ເຕັດ​ແມ່ນ​ບຸນ​ທຳ​ອິດ​ໃນ​ປີໂດຍ​ໄ​ລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຊຶ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ຊາວ​ຫວຽດ​ນາມ. ວັນ​ທີ 1 ຂອງ​ບຸນ​ເຕັດ​ຄື​ດັ່ງຫຼັກ​ໝາຍ​ຊຶ່ງ​ໃນນັ້ນ​ແມ່ນ​ເຕົ້າ​ໂຮມບັນ​ດາ​ຄວາມ​ຊົງ​ຈຳ​ຂອງ​ການ​ເວ​ລາ, ສະ​ແດງ​ໃຫ້​ຄວາມ​ໃນໃຈ​ເມື່ອເຕົ້າ​ໂຮມ​ຄອບ​ຄົວ, ວົງ​ຕະ​ກູນ​ໃນ​ທ່າມ​ກາງ​ຄວາມ​ອົບ​ອຸ່ນ. ການ​ເຕົ້າ​ໂຮມ​ທຸກໆ​ຄົນ​ໃນ​ຊຸມມື້​ບຸນ​ເຕັດ​ຍາມ​ຕົ້ນ​ປີ ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທີ່​ສຸດ​ຜ່ານ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ ແລະ ປະ​ເພ​ນີ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ. ແຕ່​ເຖິງວ່າ​ມີ​ຊີ​ວິດ​ຢູ່​ຮ່ວມ​ກັນ​ໃນ​ປະ​ເທດດຽວ ແລະ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ໃນ​ຈຸດ​ເວ​ລາ​ດຽວ​ກັນ​ກໍ​ຕາມ, ແຕ່​ປະ​ຊາ​ຊົນ​ຢູ່​ແຕ່​ລະ​ເຂດ​ຂອງ​ປະ​ເທດ ຕ່າງ​ກໍ​ມີ​ວິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ທີ່​ແຕກ​ຕ່າງ​ກັນ.

 

ປະເພນີຕ້ອນຮັບບຸນເຕັດໃນມື້ຕົ້ນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດ - ảnh 1

        ຊາວ​ຫວຽດ​ນາມ​ມີ​ກົກ​ເຄົ້າ​ແມ່ນ​ຊາວ​ກະ​ສີ​ກອນ, ດັ່ງ​ນັ້ນ ນັບ​ແຕ່​ປາງ​ກ່ອນ​ເປັນ​ຕົ້ນ​ມາ, ບຸນ​ເຕັດບໍ່​ພຽງ​ແຕ່​ແມ່ນ​ງານ​ບຸນ​ໃຫຍ່ກວ່າ​ໝູ່​ໃນ​ປີເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ພະ​ບຸ​ລຸດ, ກົກ​ເຄົ້າ​ເຫງົ້າ​ກໍ, ສົມ​ມະ​ນາ​ຄຸນ​ດິນ​ຟ້າ​ອາ​ກາດ​ທີ່​ໄດ້​ເອື້ອ​ອຳ​ນວນ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ. ໃນ​ມື້​ຕົ້ນ​ປີ​ໃໝ່, ລູກຫຼານ​ກໍ​ພ້ອມ​ກັນ​ນັ່ງ​ອ້ອມ​ພາ​ເຂົ້າ​​ຄອບ​ຄົວ​ເພື່ອ​ເລົ່າ​ສູ່​ກັນຟັງກ່ຽວ​ກັບ​ເລື່ອງ​ຕ່າງໆ​ໃນ​ປີ​ເກົ່າ, ອວຍ​ພອນ​ໃຫ້​ກັນ​ເມື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່, ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ການ​ທຳ​ມາ​ຫາ​ກິ​ນ​ໄດ້​ຮັບ​ຜົນ​ດີ, ມີ​ຄວາມ​ໂຊກ​ດີ​ໃນ​ປີ​ໃໝ່. ດ້ວຍ​ຄວາມ​ໝາຍ​ເຊັ່ນ​ນັ້ນ, ເລື່ອງ​ກະ​ກຽມ​ພາ​ເຂົ້າ​ໃນ​ຊຸມມື້​ບຸນ​ເຕັດ​ເພື່ອ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ, ການ​ກິນ​ດື່ມ​ໃນ​ຊຸມມື້​ບຸນ​ເຕັດ​ໄດ້​ຮັບ​ຖື​ເປັນ​ສຳ​ຄັນ. ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ຮີ່ງ​ຫງອກ​ຈ້າງ ໃຫ້​ຮູ້​ວ່າ :

         “ ຕາມ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ເດີມ, ບຸນ​ເຕັດ​ແມ່ນ​ການ​ທຳ​ພິ​ທີ​ກະ​ສີ​ກຳ, ແມ່ນ​ຈຸດ​ເວ​ລາ​ສິ້ນ​ສຸດ​ລະ​ດູ​ການ​ຜະ​ລິດ. ຊາວ​ຫວຽດ​ຖື​ເຂົ້າ​ສານ​ແມ່ນ “ແກ້ວ​ມະ​ນີ​ຢູ່ແດນ​ສະ​ຫວັນ” ໃນ​ນັ້ນ​ສິ່ງ​ທີ່​ປະ​ເສີດ​ທີ່​ສຸດແມ່ນ​ເຂົ້າ​ໜຽວ, ເພາະ​ສະ​ນັ້ນ, ອາ​ຫານ​ເຍື່ອງ​ຕ່າງໆ​​ທີ່ຖະ​ຫວາຍ​ບູ​ຊາເພື່ອ​ສົມ​ມະ​ນາ​ຄຸນ​ຟ້າ​ດິນ, ບັນ​ພະ​ບຸ​ລຸດ​ຢູ່​ເຂດ​ແຄ້ວນ​ຕ່າງໆ​ນັ້ນ, ກໍ​ລ້ວນ​ແຕ່​ຖືກ​ປຸງ​ແຕ່ງ​ຈາກ​ເຂົ້າ​ໜຽວ ”

      ສິ່ງ​ທີ່​ຂາດບໍ່​ໄດ້​ໃນ​ພາ​ເຂົ້າ​ບຸນ​ເຕັດ​ຢູ່​ທຸກ​ແຖບ​ຖິ່ນ​ທົ່ວ​ປະ​ເທດ​ແມ່ນ​ເຂົ້າ​ຕົ້ມ ຊຶ່ງ​ຖືກ​ເຮັດ​ດ້ວຍ​ເຂົ້າ​ໜຽວ. ແຕ່​ຍ້ອນ​ຫວຽດ​ນາມ​ແມ່ນ​ປະ​ເທດ​ມີ​ລວງ​ຍາວ​ລຽບ​ຕາມ​ຝັ່ງ​ທະ​ເລ​ຈາກ​ເໜືອ​ລົງ​ຮອດ​ໃຕ້ ມີ​ທີ່​ຕັ້ງ​ພູມ​ສາດ, ຈຸດ​ພິ​ເສດ​ດິນ​ຟ້າ​ອາ​ກາດ​ທີ່​ແຕກ​ຕ່າ​ງ​ກັນ, ດັ່ງ​ນັ້ນ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ, ວັດ​ທະ​ນະ​ທຳ​ການ​ກິນ​ດື່ມ, ການ​ຈັດ​ວາງ​ພາ​ເຂົ້າ​ບຸນ​ເຕັດ​ຢູ່​ແຕ່​ລະ​ເຂດ​ແຄ້ວນ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ.

    ພາ​ເຂົ້າ​ບຸນ​ເຕັດຢູ່​ພາກ​ເໜືອ​ເຄີຍ​ຖືກ​ກະ​ກຽມ​ຢ່າງ​ລະ​ອຽດ ແລະ ບໍ່​ອາດ​ຂາດ​ເຂົ້າ​ຕົ້ມ​ກິນ​ກັບ​ສົ້ມ​ຜັກ ແລະ ຫົວ​ຜັກ​ບົວ​ດອງ​ໄດ້. ອາ​ກາດ​ໜາວ​ຈັດ​ທີ່​ເປັນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ລະ​ດູໜາວ​ຢູ່​ພາກ​ເໜືອ ກໍ​ພາ​ໃຫ້​ຊາວ​ພາກ​ເໜືອ​ປຸງ​ແຕ່ງ​​ບັນ​ດາ​ເຍື່ອງອາ​ຫານທີ່​ແຕກ​ຕ່າງ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ພາກ​ໃຕ້. ເຍື່ອງ​ອາ​ຫານຢໍ່​ຂົ້ວ, ຊີ້ນ​ໝູ​ໜາວ ໄດ້​ກາຍ​ເປັນ​ບັນ​ດາ​ເຍື່ອງ​ອາ​ຫານ​ຕິດ​ພັນ​ກັບພາ​ເຂົ້າ​ບຸນ​ເຕັດ. ໃນພາ​ເຂົ້າ​ບຸນ​ເຕັດຢູ່​ພາກ​ເໜືອ​, ບັນ​ດາ​ເຍື່ອງ​ອາ​ຫານ​ຖືກ​ຈັດ​ວາງ​ຢ່າງ​ງາມ​ຕາ ມີ​ສີ​ສັນ​ຫຼາກຫຼາຍ. ນາງ ຫງວ​ຽນ​ທິ​ຕວຽດ ແມ່​ຄົວ​ທີ່​ຊື່​ສຽງ​ຢູ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

    “ ໃນ​ຊຸມມື້​ບຸນ​ເຕັດ, ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ​ສຳ​ນຶກວ່າ ຈະ​ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ໂຊກ​ດີ​ມາ​ສູ່​​ເຮົາ, ດັ່ງ​ນັ້ນ ຍາມ​ໃດ​ໃນ​ພາ​ເຂົ້າ​ບຸນ​ເຕັດ​ກໍ​ຕ້ອງ​ມີ​ເຂົ້າ​ໜຽວໝາກ​ເຂົ້າ​ສີ​ແດງ​ຊຶ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ໂຊກ​ດີ​ຈະ​ມາ​ສູ່​ຄອບ​ຄົວໃນຕົ້ນ​ປີ​ໃໝ່ ”

    ເມື່ອ​ທຽບ​ໃສ່​ພາກ​ເໜືອນັ້ນ, ພາ​ເຂົ້າ​ບຸນ​ເຕັດຂອງ​ຊາວ​ພາກ​ໃຕ້ ແລະ ພາກ​ກາງ​ກໍ​ມີ​ຄວາມ​ແຕກ​ຕ່າງ​ໜ້ອຍ​ໜຶ່ງ,ທຳ​ມະ​ດາ​ແລ້ວ ກໍ​ມີ​ອາ​ຫານ​ເຢັນຫຼາຍ​ເຍື່ອງ​ຍ້ອນ​ອາ​ກາດ​ແດດ​ຮ້ອນ. ບັນ​ດາ​ເຍື່ອງ​ອາ​ຫານ​ໃນ ພາ​ເຂົ້າ​ບຸນ​ເຕັດ​ຂອງ​ຊາວ​ພາກ​ກາງ​ເຄີຍ​ມີ ສົ້ມ​ຜັກ, ຢໍ່​ໝູ​ເຫ້ວ, ຍຳ​ຊີ້ນ​ໄກ່, ​ຊີ້​ໝູຕົ້ມ, ແກ່ງ​ໜໍ່​ໄມ້​ແຫ້ງ, ປາ​ຈືນ…    ແລະ ​ຄວາມ​ແຕກ​ຕ່າງ​ກັບ​ພາກ​ເໜືອ​ອີກ​ອັນ​ໜຶ່ງ ນັ້ນ​ແມ່ນ​ອາ​ຫານ​​ເພື່ອ​ຖະ​ຫວາຍ​ບູ​ຊາໃນ​ຊຸມມື້​ບຸນ​ເຕັດ​ຢູ່​ພາກ​ກາງ ແລະ ພາກ​ໃຕ້ ເຄີຍ​ມີ​ຂອງ​ຫວານຫຼາຍ​ກ່​ວາ​ເຊັ່ນ: ນ້ຳ​ຫວານ, ກວນ​ໝາກ​ໄມ້, ເຂົ້າ​ໜົມ​ຊະ​ນິດ​ຕ່າງໆ. ພິ​ເສດ​ຢູ່​ເຫ້ວ ແລະ ບໍ​ລິ​ເວນ​ພາກ​ກາງ​ໃນ​ຊຸມມື້​ບຸນ​ເຕັດ ແມ່ນບໍ່​ອາດ​ຂາດກວນ​ຂີງ​ໄດ້. ລຸງ ຫງວຽນ​ຮິ້ວ​ນາມ ຢູ່​ເຫ້ວ​ໃຫ້​ຮູ້​ວ່າ :

   “ ກວນ​ຂີງ ແມ່ນ​ອາ​ຫານ​ພິ​ເສດ​ຂອງ​ເຫ້ວ, ເພາະ​ຢູ່​ເຫ້ວມີຂີງ​ຊະ​ນິດ​ພິ​ເສດ, ຫອມກວ່າ​ເມື່ອ​ທຽບ​ໃສ່​ທ້ອງ​ຖິ່ນ​ອື່ນໆ. ​ທັງກິນ​ກວນ​ຂີງ ແລະ ດື່ມນ້ຳ​ຊາພ້ອມ ໃນ​ມື້​ບຸນ​ເຕັດ ຈະ​ຮູ້​ສຶກ​ເປັນ​ໜ້າ​ຈັບ​ໃຈ, ເພາະ​ທັງ​ມີ​ລົດ​ເຜັດ ທັງ​ມີ​ລົດ​ຫວານ ”

         ໃນພາ​ເຂົ້າ​ບຸນ​ເຕັດຂອງ​ຊາວ​ພາກ​ໃຕ້ ແມ່ນ​ມີ​ເຂົ້າ​ຕົ້ມ ພ້ອມ​ກັບ​ຫົວ​ຜັກ​ກາດດອງ, ມີ​ແກ່ງ​ໜໍ່ໄມ້​ສົດແທນ​ທີ່​ໜໍ່​ໄມ້​ແຫ້ງ. ຖ້າ​ຫາກວ່າ​ຢູ່​ພາກ​ເໜືອ ຄະ​ລຳກິນ​ໄຂ່​ໃນ​ຊຸມມື້​ບຸນ​ເຕັດ​ນັ້ນ, ໃນພາ​ເຂົ້າ​ບຸນ​ເຕັດຢູ່​ພາກ​ໃຕ້ ຈະ​ບໍ່​ອາດ​ຂາດ​ເຍື່ອງ​ອາ​ຫານ​ອົບ​ຊີ້ນ​ໝູ​ກັບ​ໄຂ່ໄດ້.

     ສຳ​ລັບ​ພາ​ໝາກ​ໄມ້ 5 ຊະ​ນິດ ເທິ່ງ​ແທ່ນ​ບູ​ຊາໃນ​ຊຸມມື້​ບຸນ​ເຕັດຢູ່​ພາກ​ເໜືອນັ້ນ ກໍ​ເຄີຍ​ມີ​ກ້ວຍ, ໝາກ​ກ້ຽງ​ໃຫຍ່, ໝາກ​ຄາຍ, ໝາກ​ຮົ່ງ, ໝາກ​ກ້ຽງ​ນ້ອຍ…ຕ​າມ​ຄວາມ​ສຳ​ນຶກ​ແຕ່​ປາງ​ກ່ອນ, ໝາກ​ໄມ້ 5 ຊະ​ນິດ ກໍ​ໝາຍ​ເຖິງ​ການ​ກຳ​ເນີດ, ການ​ອອກ​ແມ່​ແຜ່​ລູກ. ສ່ວນ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້,  ພາ​ໝາກ​ໄມ້ 5 ຊະ​ນິດ ກໍ​ເຄີຍ​ມີ ໝາກ​ລະ​ມຸດ, ໝາກ​ພ້າວ, ໝາກ​ຫຸ່ງ, ໝາກມວງ ແລະ ໝາກ​ເດື່ອ. ຖ້າ​ຫາກ​ຢູ່​ພາກ​ເໜືອ ປະ​ຊາ​ຊົນ​ມັກ​ເລືອກ​ເອົາ​ງ່າ​ດອກ​ຄາຍ​ແດງ​ເພື່ອ​ປັກ​ເທິ່ງ​ແທ່ນ​ບູ​ຊາຫຼື​ຕົ້ນ​ຄາຍ​ເພື່ອປະ​ດັບປະ​ດາ​ໃນ​ເຮືອນດ້ວຍ​ສີ​ແດງ ປຽບ​ເໝືອນ​ຄຳ​ອວຍໄຊ​ໃຫ້​ພອນໃນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ແຕ່​ສຳ​ລັບ​ພາກ​ກາງ ແລະ ພາກ​ເໜືອ​ພັດ​ປະ​ດັບ​ປະ​ດາ​ດ້ວຍ​ຕົ້ນ​ດອກ​ເໝີຍ, ດອກ​ເບັນ​ຈະ​ມາດ.

     ໃນ​ທຸກວັນ​ນີ້, ຍ້ອນ​ການ​ດຳ​ລົງ​ຊີວ​ິດມີ​ຄວາມ​ຂ້ອງ​ຄາ​ກັບ​ວຽກ​ງານຫຼາຍ​ຢ່າງ, ອັນ​ໄດ້​ເຮັດ​ໃຫ້ຫຼາຍ​ຄອບ​ຄົວ​ບໍ່​ມີ​ເວ​ລາ​ພຽງ​ພ​ໍ​ເພື່ອ​ກະ​ກຽ​ມ​ໃຫ້​ແກ່​ພາ​ເຂົ້າ​ບຸນ​ເຕັດ​ທີ່​ມີ​ອາ​ຫານຫຼາຍ​ເຍື່ອງ ແລະ ອຸ​ດົມ​ສົ​ມ​ບູນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາ​ເຂົ້າ​ໃນ​ຍາມ​ບຸນ​ເຕັດ ຍາມ​ໃດ​ກໍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ເຄົາ​ລົບ​ນັບ​ຖືເພື່ອ​ຖະ​ຫວາຍ​ບູ​ຊາ​ບັນ​ພະ​ບຸ​ລຸດ ແລະ ຮູບ​ພາບ​ມະ​ຫາ​ຄອບ​ຄົວ​ທີ່​ນັ່ງ​ອ້ອມ​ພາ​ເຂົ້າ​ບຸນ​ເຕັດ ຍາມ​ໃດ​ກໍ​ແມ່ນ​ຮູບ​ພາບ​ທີ່​ດີ​ງາມ ແລະ ຈະ​ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວ​ລາ.

ຕອບກັບ

ຂ່າວ/ບົດ​ອື່ນ