ປະເພນີເຊື້ອເຊີນປູ່ຍ່າຕາຍາຍ, ຜູ້ໄດ້ລ່ວງລັບ ມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ພາກໃຕ້

ສຳ​ລັບ​ຊາວ​ພາກ​ໃຕ້​ຫວຽດ​ນາມ​ແລ້ວ, ບຸນ​ເຕັດ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ກະ​ກຽມ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບ, ແລ້ວ​ຈຶ່ງ​ຮອດ​ການ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ພວມ​ມີ​ຊີ​ວິດ. ຍ​ອ້ນ​ເຫດນີ້​ເອງ, ໄລ​ຍະ​ກ່ອນ​ບຸນ​ເຕັດ, ຫຼາຍ​ຄອບ​ຄົວ​ມັກ​ໄປ​ຍັງ​ສຸ​ສານ, ຂຸມ​ຝັງ​ສົບ​ຂອງ​ບັນ​ດາ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ໃນ​ຄອບ​ຄົວ​ຂອງ​ຕົນ​ເພື່ອເຮັດ​ອະ​ນາ​ໄມ, ທຳ​ຄວາມ​ສະ​ອາດຫຼື​ບູ​ລະ​ນະ​ປະ​ຕິ​ສັງ​ຂອນສຸ​ສານ ແລະ ເຊື້ອ​ເຊີນບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບກັບ​ເມືອ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ລູກຫຼານ​ໃນ​ຄອບ​ຄົວ. ທັງ​ນີ້​ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ ຫຼັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ” ຊຶ່ງ​ແມ່ນ​ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ເຕັມ​ໄປດ້ວຍ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດຂອງ​ຊາ​ວ​ພາກ​ໃຕ້​ຫວຽດ​ນາມ.

 

ປະເພນີເຊື້ອເຊີນປູ່ຍ່າຕາຍາຍ, ຜູ້ໄດ້ລ່ວງລັບ ມາຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ພາກໃຕ້ - ảnh 1
ປະ​ເພ​ນີ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບໃນ​ຊຸມມື້​ບຸນ​ເຕັດ

         ເມື່ອຮອດ​ເວ​ລາດອກ​ເໝີຍ, ດອກ​ເບັນ​ຈະ​ມາດ​ພາ​ກັນ​ແຕກດອກ​ອອກ​ໜໍ່​ເອ​້ຄວາມ​ງາມ ກໍບົ່ງ​ບອກ​ເຖິງ​ລະ​ບານ​ໃໝ່​, ບຸນ​ເຕັດໄດ້​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ​ອີກວາ​ລະ​ໜຶ່ງ. ນີ້​ກໍ​ແມ່ນ​ໂອ​ກາດ​​ທີ່​ຊາວ​ພາກ​ໃຕ້ໄດ້​ພັກ​ຜ່ອນ​​ກະ​ກຽມຕ້ອນ​ຮັບ​ບຸນ​ເຕັດ, ລະ​ດູ​ບານ​ໃໝ່​ ພາຍຫຼັງອອກ​ແຮງ​ງານ​ດ້ວຍ​ຄວາມ​ອິດ​ເມືຶ່ອຍ. ​ແຕ່​ປາງ​ກ່ອນ, ຊາວ​ກະ​ສີ​ກອນ​ຢູ່​ດິນ​ແດນ​ພາກ​ໃຕ້ໄດ້​ມີ​ຈຸດ​ພິ​ເສດ​ສະ​ເພາະ​ໃນປະ​ເພ​ນີ​ເຊື້ອ​ເຊີນ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ໄດ້​ລ່ວງ​ລັບມາ​ຕ​້ອນ​ຮັບ​ບຸນ​ເຕັດພ້ອມ​ກັບ​ຄອບ​ຄົວ. ປະ​ເພ​ນີທີ່​ລຽບ​ງ່າຍນີ້ ພັດ​ມີ​ຄວາມ​ໝາຍ​ທີ່ຍ​ິ່ງ​ໃຫຍ່ໃນ​ຊີ​ວິດ​ດ້ານ​ຈິດ​ວິນ​ຍານ​ຂອງ​ຊາວ​ພາກ​ໃຕ້. ມັນ​ປຽບ​ເໝືອນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ອະ​ດີດ​ຕະ​ການ​ກັບ​ປະ​ຈຸ​ບັນ​ໃນ​ແຕ່​ລະ​ຄອບ​ຄົວ​ຢູ່​ດິນ​ແດນ​ພາກ​ໃຕ້.

     ບຸນ​ເຕັດ​ຢູ່ດິນ​ແດນ​ພາກ​ໃຕ້ ເລີ່ມ​ຕົ້ນ​ແຕ່​ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ຕ​າມມື້​ທີ່​ໄດ້​ກຳ​ນົດ​ໄວ້​ນັ້ນ, ບັນ​ດາ​ຄອບ​ຄົວ, ວົງ​ຕະ​ກູນ, ຈາກ​ຜູ້​ເຖົ້າຜູ້​ແກ່​ຕະຫຼອດ​ຮອດ​ໄວ​ໜຸ່ມ​ຕ່າງ​ກໍ​ພາ​ກັນ​ໄປ​ຍັງ​ເຂດ​ປ່າ​ຊ້າ ເພື່ອ​ເຮັດ​ອະ​ນາ​ໄມ, ທຳ​ຄວາມ​ສະ​ອາດຫຼື​ບູ​ລະ​ນະ​ປະ​ຕິ​ສັງ​ຂອນສຸ​ສານ ແລະ ເຊື້ອ​ເຊີນບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບກັບ​ເມືອ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ລູກຫຼານ​ໃນ​ຄອບ​ຄົວ.  ນັກ​ຄົ້ນ​ຄ້​ວາວັດ​ທະ​ນະ​ທຳ​ພື້ນ​ເມືອງ ຮີ່ງ​ຫງອກ​ຈາງ ໃຫ້​ຮູ້​ວ່າ : 

   “ ຕາມສາດ​ສະ​ໜາຂົງ​ຈືແລ້ວ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ສົມ​ມະ​ນາ​ຄຸນຕໍ່ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ, ສະ​ແດງ​ໃຫ້​ເຫັນ​ຄວາມ​ກະ​ຕັນ​ຍູ, ອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ແລະ ສະ​ແດງ​ໃຫ້​ເຫັນຫຼັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ” ຂອງ​ຊາດ​ຫວຽດ​ນາມ. ທັງ​ນີ້​ກໍ​ເພື່ອ​ເປັນ​ສຶກ​ສາ​ອົບ​ຮົມ​ໃຫ້​ລູກຫຼານ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ດີ​ງາມ​ໂດຍບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍໄດ້​ກໍ່​ຕັ້ງ​ຂຶ້ນ​ເພື່ອ​ສືບ​ທອດ​ໃຫ້​ລູກຫຼານ​ຈົ່ງ​ຮັກ​ສາ​ໄວ້ ”

     ປະ​ເພ​ນີ​ເຊື້ອ​ເຊີນ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ໄດ້​ລ່ວງ​ລັບມາ​ຕ​້ອນ​ຮັບ​ບຸນ​ເຕັດພ້ອມ​ກັບ​ຄອບ​ຄົວແມ່ນ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວິນ​ຍານ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດ​ນາມ​ເວົ້າ​ລວມ ແລະ ຊາວ​ພາກ​ໃຕ້​ເວົ້າ​ສະ​ເພາະ. ນີ້ກໍ​ຍັງ​ແມ່ນ​ໂອ​ກາດ​ເພື່ອໃຫ້​ທຸກໆ​ຄົນ​ໃນ​ຄອບ​ຄົວ​ໄປ​ລາຍ​ງາຍ​ຕໍ່ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ,  ຜູ້​ທີ່​ໄດ້​ລ່ວງ​ລັບ​ຮັບ​ຊາບ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ,ອອກ​ແຮງ​ງານໃນ​ຕະຫຼອດ​ປີ ພ້ອມ​ກັບ​ເລື່ອງ​ດີ, ເລື່ອງມ່ວນ, ການ​ເດີນ​ທາງ​ໄປ​ແດນ​ໄກ, ເລື່ອງ​ທຳ​ມາ​ຄ້າ​ຂາຍ, ການ​ແຕ່ງດອງ, ສູ່​ຂໍ…ດ້ວຍ​ຄວາມ​ສຳ​ນຶກ​ດັ່ງ​ກ່າວ, ສຳ​ລັບບຸນ​ເຕັດຂອງ​ຊາວ​ພາກ​ໃຕ້​ຫວຽດ​ນາມ​ແລ້ວ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ກະ​ກຽມ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບ, ແລ້ວ​ຈຶ່ງ​ຮອດ​ການ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ພວມ​ມີ​ຊີ​ວິດ. ນັກ​ຄົ້ນ​ຄ້​ວາວັດ​ທະ​ນະ​ທຳ​ພື້ນ​ເມືອງ ເຈືອງ​ຫງອກ​ເຕືອງ ຢູ່​ແຂວງ​ຕ່ຽນ​ຢາງ ໃຫ້​ຮູ້​ວ່າ :

    “ ຮອດ​ບຸນ​ເຕັດ, ທຸກໆ​ຄົນ​ກໍ​ໄດ້​ພັກ​ຜ່ອນ, ໄດ້​ຮັບ​ປະ​ທານ​ອາ​ຫານຫຼາຍ​ເຍື່ອງ, ໄດ້​ໄປ​ທ່ຽວຫຼີ້ນ, ອວຍ​ພອນ​ປີ​ໃໝ່​ຕໍ່​ກັນ, ແຕ່​ກໍ​ໃນ​ຊຸມມື້​ບຸນ​ເຕັດ ຢູ່​ແຕ່​ລະ​ຄອບ​ຄົວ ກໍ​ລ້ວນ​ແຕ່​ທຳ​ພິ​ທີ​ໄຫວ້​ບູ​ຊາບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ, ຜູ້​ທີ່​ໄດ້​ລ່ວງ​ລັບ. ເມື່ອເຮົາ​ໄດ້​ກິນ​ອີ່​ມ, ນຸ່ງ​ອຸ່ນ, ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ຊຸມມື້​ບຸນ​ເຕັດ​ນັ້ນ, ບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ, ຜູ້​ທີ່​ໄດ້​ລ່ວງ​ລັບໄປ​ແລ້ວ ກໍ​ຕ້ອງໄດ້​ກິນ​ອີ່​ມ, ນຸ່ງ​ອຸ່ນ, ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ໃນ​ຊຸມມື້​ບຸນ​ເຕັດ​ເຊັ່ນ​ກັນ ”

       ດ້ວຍ​ຄວາມ​ໝາຍ​ເຊັ່ນ​ນັ້ນ, ການ​ກະ​ກຽມ​ແທນ​ບູ​ຊາ, ພາ​ເຂົ້າ​ເພື່ອ​ໄຫວ້​ບູ​ຊາບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບໃນ​ຊຸມມື້​ບຸນ​ເຕັດ ໄດ້​ຮັບ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ຈາກ​ຊາວ​ພາກ​ໃຕ້. ແຕ່​ຮຸ່ງ​ເຊົ້າ​ຂອງວັນ​ທີ 30 ຂອງ​ບຸນ​ເຕັດ, ທຸກໆ​ຄົນ​ໃນ​ຄອບ​ຄົວ​ຕ່າງ​ກໍ​ໄປ​ຊື້ເຄື່ອງ​ຂອງ, ກະ​ກຽມ​ໃຫ້​ແກ່​ພິ​ທີ​ໄຫວ້​ບູ​ຊາ​ໃນ​ບຸນ​ເຕັດ. ພວກ​ແມ່​ຍິງ​ແມ່ນ​ກະ​ກຽມ​ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ, ສ່ວນ​ເພດ​ຊາຍ ແມ່ນ​ກະ​ກຽມ​ເຄື່ອງ​ຂອງ​ຖະ​ຫວາຍ​ບູ​ຊາ, ເຮັດ​ອະ​ນາ​ໄມ, ທຳ​ຄວາມ​ສະ​ອາດ, ປະ​ດັບ​ປະ​ດາ​ເຮືອນ​ຊານ​ໃຫ້​ສວຍ​ງາມ​ເພື່ອ​ຕ້ອນ​ຮັບບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບ​ມາ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບ​ຄົວ. ຕອຍ​ບ່າຍວັນ​ທີ 30 ຂອງ​ບຸນ​ເຕັດ, ເມື່ອວຽກ​ງານທຸກ​ຢ່າງ​ໄດ້​ເຮັດ​ສຳ​ເລັດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ, ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ບັນ​ດາ​ຜູ້​ອາ​ຍຸ​ສູງ​ໃນ​ຄອບ​ຄົວ ເລີ່ມ​ທຳ​ພິ​ທີ​ໄຫວ້​ບູ​ຊາ​​ເພື່ອເຊື້ອ​ເຊີນບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ທີ່​ໄດ້​ລ່ວງ​ລັບມາ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ລູກຫຼານ​ໃນຄອບ​ຄົວ. ໃນ​ແທ່ນ​ບູ​ຊາ ກໍ​ຕ້ອງ​ມີ​ພາ​ໝາກ​ໄມ້ 5 ຊະ​ນິດ, ​ມີ​ພາ​ເຂົ້າ​ປະ​ກອບ​ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ຊາວ​ພາກ​ໃຕ້ ນອກ​ຈາກນັ້ນ​ກໍ​ຍັງມີໂຖ​ປັກ​ດອກ​ເບັນ​ຈະ​ມາດ 5 ດອກຊຶ່ງ​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ມີ​ບຸນ, ພ້ອມ​ກັບ​ເຄື່ອງ​ຂອງ​ບູ​ຊາ​ອື່ນໆ​ອີກ. ສຳ​ລັບ​ການ​ໄຫວ້​ບູ​ຊາບັນ​ພະ​ບຸ​ລຸດ ​ປູ່​ຍ່າ​ຕາ​ຍາຍ ແມ່ນ​ຕ້ອງ​ປະ​ຕິ​ບັດ​ໃນ 3 ມື້​ບຸນ​ເຕັດ ແລະ ສຳ​ລັບ​ອາ​ຫານ​ກໍ​ຕ້ອງ​ປ່ຽນ​ເຍື່ອງ​ໃນ​ແຕ່​ລະ​ວັນ. ລຸງ ຮີງວັນ​ຮຶງ ຊາວ ຕ່ຽນ​ຢາງ ໃຫ້​ຮູ້​ວ່າ :

   “ ເຮົາ​ຕ້ອງ​ຖື​ວ່າ​ປູ່​ຍ່າ​ຕາ​ຍາຍ​ພວມ​ມີ​ຊີ​ວິດ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ, ແລ້ວ​ຮອດ​ບຸນ​ເຕັດ, ເຮົາ​ກໍ​ເຊື້ອ​ເຊີນ​ພວກ​ເພິ່ນມາ​ຕ້ອນ​ຮັບ​ບຸນ​ເຕັດ​ກັບ​ຄອບ​ຄົວ, ແລ້ວ ເຮົາ​ກໍ​ຈູດ​ທູບ​ທຽນ, ຖະ​ຫວາຍດອກ​ໄມ້, ອາ​ຫານ​ບູ​ຊາ. ໃນ 3 ມື້​ບຸນ​ເຕັດ​ເຮົາ​ກິນ​ຫຍັງ ກໍ​​ເຊີນ​ປູ່​ຍ່າ​ຕາ​ຍາຍກິນ​ອັນ​ນັ້ນ, ແຕ່​ໃນ​ຊຸມມື້​ບຸນ​ເຕັດ ອາ​ຫານ​ຕ້ອງ​ພິ​ເສດກວ່າ ”

        ດ້ວຍ​ພິ​ທີ​ໄຫວ້​ບູ​ຊາເຊື້ອ​ເຊີນ​ບັນ​ພະ​ບຸ​ລຸດ, ​ປູ່​ຍ່າ​ຕາ​ຍາຍ​, ຜູ້​ໄດ້​ລ່ວງ​ລັບມາ​ຕ​້ອນ​ຮັບ​ບຸນ​ເຕັດພື້ອມ​ກັບ​ຄອບ​ຄົວ​ຄົວ​ນັ້ນ, ບັນ​ພະ​ບຸ​ລຸດ, ​ປູ່​ຍ່າ​ຕາ​ຍາຍກໍ​ໄດ້​ຮັບ​ຖື​ປຽບ​ເໝືອນ​ເຈົ້າ​ຖິ່ນ​ເຈົ້າ​ຖານ ຊຶ່ງ​ໃນ​ແຕ່​ລະ​ວັນ​ໄດ້​ຕິດ​ຕາມ​ວຽກ​ງານ​ທຸກ​ຢ່າງ​ໃນ​ຄອບ​ຄົວ, ບອກ​ເຕືອນ​ລູກຫຼານ​ຈົ່ງ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ໃນ​ວົງ​ຕະ​ກູນ, ຮັກ​ສາ​ວິ​ຖີ​ຊີ​ວິດ​ທີ່​ດີ, ມູນ​ເຊື້ອ​ມັກ​ຮຽນ, ດຸ​ໝັ້ນ​ຂະ​ຫຍັນ​ພຽນ​ທຳ​ມາ​ຫາ​ກິນ, ສ້າງ​ຊີ​ວິດ​ແບບ​ສຸດ​ຈະ​ລິດ, ຢູ່​ໃນ​ສິນ ​ກິນ​ໃນ​ທຳ, ປາ​ສະ​ຈາກ​ສິ່ງ​ທີ່​ຊົ່ວ​ຮ້າຍ…. ນັ້ນ​ກໍ​ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຊຶ່ງ​ຊາວ​ພາກ​ໃຕ້​ຫວຽດ​ນາມ​ໄດ້​ຮັກ​ສາ​ໄວ້​ນັບ​ແຕ່​ໃດໆ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ