ທ່ານ ກີມງອກ ເລຂາພັກແຂວງໆ ຫວິງຟຸກ - ພະນັກງານກ້າທຳ ກ້າຮັບຜິດຊອບ

(VOVWORLD) - ພະລະກິດການປະຕິວັດຂອງປະເທດຊາດ ຂອງພັກຄອມມູນິດ ຫວຽດນາມ ຍາມໃດກໍ່ຕິດພັນກັບພຶດຕິກຳຕົວຈິງທີ່ມີຊີວິດຊີວາ ແລະ ການປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງພະນັກງານສະມາຊິກພັກ ແລະ ປະຊາຊົນ. ປະຫວັດສາດຂອງພັກ ແລະ ປະເທດຊາດຍາມໃດກໍ່ຈາລຶກຄຸນງາມຄວາມດີຂອງບັນດາສະມາຊິກພັກ ເຊິ່ງກ້າຄິດ ກ້າທຳ ກ້າຮັບຜິດຊອບ ເພື່ອຄວາມຜາສຸກ ອີ່ມໜຳສຳລານຂອງປະຊາຊົນ. ໜຶ່ງໃນບັນດາບຸກຄົນເຊັ່ນນັ້ນ ແມ່ນອະດີດເລຂາພັກແຂວງ ແຂວງ ຫວິງຟຸກ ກີມງອກ ດ້ວຍແຜນນະໂຍບາຍມອບເໝົາໃຫ້ຄອບຄົວ ໃນຊຸມປີ 1966 – 1968 ໃນນັ້ນຜົນປະໂຫຍດຂອງຊາວກະສິກອນຕ້ອງຕິດພັນກັບໝາກຜົນຂອງການອອກແຮງງານ.
ທ່ານ ກີມງອກ ເລຂາພັກແຂວງໆ ຫວິງຟຸກ - ພະນັກງານກ້າທຳ ກ້າຮັບຜິດຊອບ - ảnh 1ທ່ານ ກີມງອກ ອະດີດເລຂາພັກແຂວງ ແຂວງ ຫວິງຟຸກ

ເຖິງວ່າປີນີ້ໄດ້ມີອາຍຸ 80 ປີແລ້ວກໍ່ຕາມ ແຕ່ທ່ານ ຫງວຽນງອກຮຶງ ທີ່ຕາແສງ ເຕິນເລິບ ເມືອງ ຊົງໂລ ແຂວງ ຫວິງຟຸກ ຍັງຈື່ດີ ເລື່ອງເປັນຄັ້ງທຳອິດໄດ້ພົບກັບເລຂາພັກແຂວງ ແຂວງ ຫວິງຟຸກ ກີມງອກ ໃນປີ 1968 ຄາວນັ້ນທ່ານແມ່ນເລຂາຄະນະພັກຕາແສງ ເຕິນເລິບ.  ທ່ານໄດ້ຮັບການມອບໝາຍປຸກເຮືອນຫຼັງໜຶ່ງລວມມີ 5 ຫ້ອງຢ່າງຮີບດ່ວນ ເພື່ອໃຫ້ຄະນະພັກແຂວງ ໂຮມປະຊຸມເພື່ອປຶກສາຫາລືກ່ຽວກັບການ ໂຮມສອງແຂວງ ຫວິງຟຸກ ແລະ ຝູເຖາະ ເຂົ້າກັນ ເປັນແຂວງ ຫວິງຝູ. ໃນການພົບປະເທື່ອນັ້ນ  ທ່ານ ຫງວຽນງອກຮຶງ ເປັນຄັ້ງທຳອິດ ໄດ້ຍິນຄຳວ່າ “ມອບເໝົາໃຫ້ຄອບຄົວ” ແລະ ແນວຄວາມຄິດ “ວຽກໃດຍາກ ກໍ່ມອບເໝົາໃຫ້ບັນດາຄອບຄົວເຮັດໂດຍກົງ”. ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ ເຊິ່ງທ້ອງຖິ່ນໄດ້ປະສົບມາແຕ່ດົນນານ. ທ່ານ ຫງວຽນງອກຮຶງ ກ່າວວ່າ:

      “ທ່ານ ກີມງອກ ໄດ້ຖາມຂ່າວສະພາບການຂອງສະຫະກອນ ແມ່ນທຳມາຫາກິນຄືແນວໃດ, ພວກຂ້າພະເຈົ້າໄດ້ຕອບຢ່າງກົງໄປກົງມາວ່າ ການຄຸ້ມຄອງແຮງງານ ແລະ ມະນຸດຂອງພວກຂ້າພະເຈົ້າຍັງອ່ອນແອທີ່ສຸດ. ດັ່ງນັ້ນສະພາບກຳມະສິດສ່ວນຕົວຂອງສະຫະກອນ ຍັງຂະຫຍາຍຕົວ; ຍັງຄົງເກີດມີສະພາບການເຮັດບໍ່ມີຄຸນນະພາບ ເຮັດໃຫ້ມັນແລ້ວໄປຊື່ໆ ດັ່ງນັ້ນການຜະລິດບໍ່ຂະຫຍາຍຕົວໄດ້, ຊີວິດການເປັນຢູ່ຂອງສະມາຊິກສະຫະກອນ ປະສົບກັບຄວາມຫຍຸ້ງຍາກ. ສະຫາຍ ກີມງອກ ໄດ້ເວົ້າວ່າ ປັດຈຸບັນຂອດໃດງ່າຍດາຍ ກໍ່ໃຫ້ສະມາຊິກສະຫະກອນເຮັດ, ຂອດໃດຫຍຸ້ງຍາກກໍ່ມອບເໝົາໃຫ້ຄອບຄົວເຮັດໂດຍກົງ, ເປັນອັນວ່າຈະສາມາດເສີມຂະຫຍາຍຄວາມເປັນເຈົ້າ, ສະມັດຕະພາບກໍ່ສູງກວ່າ. ນີ້ກໍ່ແມ່ນແຜນນະໂຍບາຍເປີດຊ່ອງທາງໃຫ້ແກ່ພວກຂ້າພະເຈົ້າ ກ່ຽວກັບວຽກງານມອບເໝົາ ຄຸ້ມຄອງໃນສະຫະກອນ”.

        ດ້ວຍຄວາມຕັດສິນໃຈ ກ້າຄິດກ້າທຳ, ທ່ານ ກີມງອກ ໄດ້ຄົ້ນຄວ້າທົດລອງ ປະຕິບັດການມອບເໝົາໃຫ້ຄອບຄົວສະມາຊິກສະຫະກອນ. ມະຕິເລກທີ 68 ກ່ຽວກັບ “ບາງບັນຫາຄຸ້ມຄອງແຮງງານກະສິກຳໃນສະຫະກອນ ໃນປັດຈຸບັນ” ໄດ້ຖືກສ້າງຂຶ້ນແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດກະສິກຳ. ການມອບເໝົາໃຫ້ຄອບຄົວ ໄດ້ຮັບຖືວ່າບໍ່ແທດເໝາະກັບສະພາບການລວມຂອງປະເທດຊາດ, ດັ່ງນັ້ນ ໃນໄລຍະໜຶ່ງຖືກຖືວ່າແມ່ນລ່ວງເກີນກຳນົດໃນການພັດທະນາກະສິກຳ. ທ່ານ ກີມງອກ ໄດ້ຍອມຮັບຈຸດອ່ອນ ແລະ ໄດ້ຕັດສິນໃຈແກ້ໄຂຈຸດອ່ອນນີ້ ເພື່ອນຳຂະບວນການສະຫະກອນກະສິກຳຂອງແຂວງ ຫວິງຟຸກ ໃຫ້ກ້າວຂຶ້ນຢ່າງໝັ້ນຄົງ.

      ພາຍຫຼັງການມອບເໝົາຖືກໂຈະໄວ້ເປັນເວລາ 13 ປີ, ແນວຄວາມຄິດຂອງທ່ານ ກີມງອກ ໄດ້ຖືກສັງເກດຕີລາຄາຄືນ. ພ້ອມກັນນັ້ນແມ່ນບາງຮູບແບບພຶດຕິກຳໃນຂົງເຂດກະສິກຳ ໄດ້ບັນລຸປະສິດທິຜົນ. ເດືອນ ເມສາ ປີ 1988 ກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ ໄດ້ອອກມະຕິກ່ຽວກັບການປ່ຽນແປງ ການຄຸ້ມຄອງເສດຖະກິດກະສິກຳ”, ຕາມນັ້ນແລ້ວ ຊາວກະສິກອນ ໄດ້ຮັບສິດເປັນເຈົ້າການຜະລິດ, ນຳໃຊ້ເນື້ອທີ່ດິນນາຍາວນານ, ໄດ້ຈຳໜ່າຍຜະລິດຕະພັນຢ່າງເສລີ... ຄືດັ່ງແນວຄວາມຄິດຂອງທ່ານ ກີມງອກ, ພາຍຫຼັງໄດ້ປະຕິບັດແຜນນະໂຍບາຍຂອງພັກ ພຽງໜຶ່ງປີເທົ່ານັ້ນ, ຫວຽດນາມ ບໍ່ພຽງແຕ່ຫຼຸດພົ້ນອອກຈາກສະພາບຂາດແຄນທັນຍາຫານເທົ່ານັ້ນ, ຫາກຍັງເປັນປະເທດສົ່ງອອກ ແລະ ຄ່ອຍໆບືນຕົວຂຶ້ນກາຍເປັນປະເທດຢືນອັນດັບໜຶ່ງກ່ຽວກັບການສົ່ງອອກເຂົ້າສານໃນໂລກ. ຜົນສຳເລັດນີ້ ກໍ່ມີການປະກອບສ່ວນຂອງທ່ານ ກີມງອກ. ທ່ານ ເລແທັ່ງອີ໊ ສັງກັດສະມາຄົມວິທະຍາສາດພັດທະນາຊົນນະບົດຫວຽດນາມໃຫ້ຮູ້ວ່າ:

       “ທ່ານເລຂາຄະນະພັກແຂວງ ກີມງອກ ໄດ້ຍົກອອກບັນຫາມອບເໝົາໃຫ້ຄອບຄົວນັ້ນ, ຂ້າພະເຈົ້າຄິດວ່າແມ່ນກ້າຫານທີ່ສຸດ ພຽງແຕ່ບັນດາຜູ້ບຸກທະລຸຄືສະຫາຍ ກີມງອກເທົ່ານັ້ນ,  ກະສິກຳຈຶ່ງພັດທະນາຄືວັນນີ້. ເນື້ອໃນຈິດໃຈມອບເໝົາໃຫ້ແກ່ຄອບຄົວ ໄດ້ແຜ່ຂະຫຍາຍອອກສູ່ຫຼາຍທ້ອງຖິ່ນ. ເປັນທີ່ຈະແຈ້ງແລ້ວວ່າ ເມື່ອການພົວພັນການຜະລິດ ກົດໜ່ວງກຳລັງການຜະລິດນັ້ນ, ກຳລັງການຜະລິດຈະແຜ່ຂະຫຍາຍດ້ວຍທຸກວິທີ”.

      ສະພາບຕົວຈິງໃນການດຳລົງຊີວິດ ກໍ່ແມ່ນໄມ້ວັດແທກຢ່າງຊັດເຈນທີ່ສຸດ ເພື່ອຕີລາຄາຄວາມຖືກຕ້ອງ, ຄວາມຜິດພາດ ຂອງບັນດາແຜນນະໂຍບາຍ, ນະໂຍບາຍກໍ່ຄືແນວຄວາມຄິດໃໝ່. ຢາກມີແຜນນະໂຍບາຍ ນະໂຍບາຍທີ່ຖືກຕ້ອງ, ຜູ້ນຳບໍ່ຄວນປະກາດໃຊ້ນະໂຍບາຍໃນຫ້ອງການເທົ່ານັ້ນ ຫາກຍັງຕ້ອງມາຈາກຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງໃນການດຳລົງຊີວິດຂອງປະຊາຊົນ, ແບ່ງທຸກແບ່ງສຸກກັບປະຊາຊົນ, ກ້າລົບລ້າງບັນດາຫຼັກການທີ່ເປັນຮູບການ, ຂໍ້ກຳນົດແບບຫຼັກການ ເພື່ອຊຸກຍູ້ການຜະລິດພັດທະນາ. ພ້ອມກັນນັ້ນກໍ່ຕ້ອງມີຄວາມກ້າຫານ ເພື່ອນຳສິ່ງທີ່ໃໝ່ອ່ຽມ ສິ່ງທີ່ກ້າວໜ້າເຂົ້າສູ່ຊີວິດຕົວຈິງ. ທ່ານ ເລຂາຄະນະພັກແຂວງ ກີມງອກ, ສະມາຊິກພັກຄອມມູນິດ ຫວຽດນາມ ກໍ່ແມ່ນບຸກຄົນຄືດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ