ທ່ານ ເສົາເຢິນ ມີຊີວິດຍືນຍົງພ້ອມກັບປະຊາຊົນເຂດ ສີ່ຫຼ່ຽມລອງຊວຽນ

(VOVWORLD) -ເຂດສີ່ຫຼຽມລອງຊວຽນ ເມື່ອກ່ອນນີ້ແມ່ນເຂດດິນຮົກເຮື້ອວ່າງເປົ່າ     ແມ່ນເຂດດິນສົ້ມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ດ້ວຍລະດັບມອງກວ້າງເຫັນໄກ, ກ້າຄິດກ້າທຳ, ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ເຊິ່ງປະຊາຊົນຢູ່ເຂດນີ້ເຄີຍເອີ້ນທ່ານວ່າ “ລຸງ ເສົາເຢິນ” ໄດ້ຕົກລົງປະຕິບັດແຜນນະໂຍບາຍ ໃຫ້ຂຸດລະບົບລຳຄອງ T4, T5, T6 ເພື່ອລ້າງສົ້ມ, ປ່ອຍນ້ຳແກ່ງອອກສູ່ທະເລທາງທິດຕາເວັນຕົກ, ບຸກເບີກພື້ນທີ່ເຂດສີ່ຫຼຽມລອງຊວຽນ. ຈາກຊີວິດທີ່ທຸກຍາກລຳບາກເມື່ອກ່ອນນີ້ ມາຮອດປັດຈຸບັນປະຊາຊົນນັບລ້ານຄົນຢູ່ເຂດນີ້ ກໍ່ໄດ້ຊີວິດອີ່ມໜຳສາລານ ແລະ ສົມບູນພູນສຸກ
ທ່ານ ເສົາເຢິນ ມີຊີວິດຍືນຍົງພ້ອມກັບປະຊາຊົນເຂດ ສີ່ຫຼ່ຽມລອງຊວຽນ - ảnh 1 ທົ່ງນາທີ່ຮ່ຽວເຫຼືອງໃນເມື່ອກ່ອນ ຫັນມາກາຍເປັນທົ່ງນາສຸກເຫຼືອງອາຮາມ ເຕັມໄປດ້ວຍພະລັງຊີວິດໃນປັດຈຸບັນ

ທ່ານ ເຈິ່ນວັນເຂີຍ ເຊິ່ງແມ່ນຊາວນາຢູ່ຕາແສງ ລາກກ໊ວຍ ເມືອງ ຈີໂຕນ ໃຫ້ຮູ້ວ່າ ເມື່ອກ່ອນນີ້ດິນແດນແຫ່ງນີ້ ແມ່ນພື້ນທີ່ຕ່ຳ ຖືກຕິດສົ້ມມາແຕ່ດົນນານ, ປີໜຶ່ງເກິດໄພແຫ້ງແລ້ງເປັນ 6 ເດືອນ, ນ້ຳຖ້ວມກໍ່ແກ່ຍາວ 6 ເດືອນ, ແຕ່ລະປີພຽງຜະລິດໄດ້ລະດູການດຽວເທົ່ານັ້ນ. ນັບຕັ້ງແຕ່ເມື່ອມີລຳຄອງ T5 ຫຼື ຍັງເອີ້ນວ່າລຳຄອງທ່ານ ກຽດ, ຍ້ອນມີແຫຼ່ງນ້ຳຈືດຈາກລຳຄອງນີ້ ຈິ່ງເຮັດໃຫ້ທົ່ງນາທີ່ຮ່ຽວເຫຼືອງໃນເມື່ອກ່ອນ ຫັນໄປກາຍເປັນທົ່ງນາຂຽວອຸ່ມທຸ່ມ ເຕັມໄປດ້ວຍພະລັງຊີວິດໃນປັດຈຸບັນ ອັນໄດ້ຊ່ວຍໃຫ້ປະຊາຊົນຢູ່ແຫ່ງນີ້ ມີຄວາມຢູ່ເຢັນເປັນສຸກ. ທ່ານ ເຈິ່ນວັນເຂີຍ ເວົ້າວ່າ:

       “ດິນແຫ່ງນີ້ໃນເມື່ອກ່ອນແມ່ນດິນສົ້ມບໍ່ສາມາດປູກຝັ່ງໄດ້ຫຍັງເລີຍ. ແຕ່ຍ້ອນມີລຳຄອງຄື ຄອງ T5 ເຊິ່ງຖືກເອີ້ນວ່າລຳຄອງຂອງທ່ານ ກຽດ, ດິນສົ້ມໄດ້ຖືກຫາຍໄປ, ປັດຈຸບັນດິນອຸດົມສົມບູນທີ່ສຸດ, ຢູ່ທຸກໆບ່ອນກໍ່ສາມາດຜະລິດກະສິກຳໄດ້, ປະຊາຊົນມີຄວາມເບີກບານໃຈຫຼາຍ”.

     ປະຊາຊົນຢູ່ເຂດ ສີຫຼ່ຽມລອງຊວຽນ ໃຫ້ຮູ້ວ່າ, ບໍ່ອາດຫຼົງລືມຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ ໃນການຫັນປ່ຽນເຂດດິນ ຮົກເຮື້ອຫວ່າງເປົ່າຢູ່ແຫ່ງນີ້. ຈາກການຜະລິດກຳສິແຕ່ລະປີພຽງໜຶ່ງລະດູການເທົ່ານັ້ນ, ມາຮອດປັດຈຸບັນກໍ່ສາມາດຜະລິດໄດ້ ແຕ່ສອງຫາສາມລະດູການຕໍ່ປີ, ສະມັດຕະພາບໄດ້ເພີ່ມຂຶ້ນຈາກ 2 ໂຕ່ນຂຶ້ນເປັນ 8 ໂຕ່ນຕໍ່ເຮັກຕາ. ຕາມສາສະດາຈານ ປອ ຫວໍຕົ໋ງຊວນ,  ຜູ້ຊ່ຽວຊານທາງດ້ານກະສິກຳແລ້ວ, ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ແມ່ນຜູ້ທີ່ລະດັບມອງກວ້າງເຫັນໄກກ້າຄິດກ້າທຳ. ກໍ່ຍ້ອນນະໂຍບາຍອັນແຮງກ້າຂອງທ່ານ ກໍ່ໄດ້ເຮັດໃຫ້ເຂດດິນສົ້ມ ສີ່ຫຼ່ຽມລອງຊວຽນ ໄດ້ປ່ຽນແປງໄປ ອັນໄດ້ຊ່ວຍປະຊາຊົນຢູ່ແຫ່ງນີ້ ເປີດກວ້າງການຜະລິດກະສິກຳ, ນຳແຂວງ ອານຢາງ ກາຍເປັນທ້ອງຖິ່ນນຳໜ້າ ກ່ຽວກັບການຜະລິດສະບຽງອາຫານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ສາສະດາຈານ ປອ ຫວໍຕົ໋ງຊວນ ໃຫ້ຮູ້ຕື່ມອີກວ່າ:

     “ມີຫຼາຍເລື່ອງຂອງບັນດາຜູ້ຊ່ຽວຊານ ແລະ ບັນດາການນຳທີ່ຕ້ອງນຳມາປຶກສາຫາລື. ສຸດທ້າຍທ່ານ ຫວໍວັນກຽດ ກໍ່ໄດ້ມີການຕັດສິນຢ່າງແຮງກ້າ, ພາຍຫຼັງທີ່ໄດ້ລົງໄປສຳຫຼວດເຂດດິນນີ້ ທ່ານໄດ້ເຫັນດີສະໜອງງົບປະມານ ເພື່ອໃຫ້ຂຸດລຳຄອງນີ້ ເຮັດໃຫ້ເຂດດິນສົ້ມປ່ຽນແປງໄປ”.

     ເພື່ອຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ວັນທີ 10 ກໍລະກົດ ປີ 2009, ທີ່ກອງປະຊຸມຂອງສະພາປະຊາຊົນແຂວງ ອານຢາງ ກໍ່ໄດ້ຕົກລົງຕັ້ງຊື່ຂອງລຳຄອງ T5 ແມ່ນຊື່ລຳຄອງ ຫວໍວັນກຽດ ແລະ ຕັ້ງແຜ່ນສີລາອາໄລຫາອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ຢູ່ຫົວລຳຄອງນີ້. ທ່ານ ກາວກວາງລຽມ ເລຂາພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງ ຈີໂຕນ ຖືວ່າ:

     “ດ້ວຍຈີນຕະນາການຍຸດທະສາດ, ສາມາດຕັດສິນບັນຫາ, ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການກຳນົດ ແລະ ວາງແນວທາງໃຫ້ແກ່ປະເທດຊາດ, ທ່ານໄດ້ມີການອຸທິດສ່ວນຫຼາຍຢ່າງເຂົ້າໃນພາລະກິດຂອງພັກ ແລະ ຂອງຊາດ”. 

      ປັດຈຸບັນມີຫຼາຍກິດຈະກຳໃຫຍ່ລະດັບສະຕະວັດ ເຊິ່ງເປັນຂີດໝາຍການປະກອບສ່ວນ ຂອງອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ກໍ່ຍັງຄົງຈົດຈຳ ໃນກິດຈະການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດຄື ລະບົບສາຍສົ່ງໄຟຟ້າ 500 ກິໂລໂວນ ເໜືອ - ໃຕ້ຖືກນຳເຂົ້າເຄື່ອນໄຫວໃນເດືອນ ພຶດສະພາ ປີ 1994. ສຳລັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກໍ່ໄດ້ນຳລະບົບລຳຄອງ T4, T5, T6 ເຂົ້າເຄື່ອນໄຫວອັນໄດ້ເຮັດໃຫ້ເຂດດິນຮົກເຮື້ອຫວ່າງເປົ່າ ຖືກປ່ຽນແປງໄປ, ອັນໄດ້ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນແຂວງ ອານຢາງ ເວົ້າສະເພາະ ແລະ ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ