ທ່ານຫງວຽນດຶກດ໋ຽມ ທະຫານເສຍອົງຄະ - ແບບຢ່າງສ້າງເສດຖະກິດເກັ່ງໃນແຂວງຖາຍງວຽນ

(VOVWORLD) -ໂດຍແມ່ນຫົວໜ້າສະຫະກອນຂົນສົ່ງດ້ວຍລົດໂອໂຕ ເຕິນຝູ ດ້ວຍລາຍຮັບນັບ 1.000 ຕື້ດົ່ງຕໍ່ປີ. ທ່ານຫງວຽນດຶກດ໋ຽມ ທະຫານເສຍອົງຄະຢູ່ຕາແສງຝູສາ ນະຄອນຖາຍງວຽນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ໂລກພະຍາດ ບືນຕົວຂຶ້ນສ້າງຄວາມຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນ. ພ້ອມກັນນັ້ນທ່ານກໍ່ໄດ້ສ້າງແຫຼ່ງບັນດານໃຈເຈດຈຳນົງບືນຕົວຂຶ້ນໃຫ້ແກ່ທຸກໆຄົນກ່ຽວກັບຈິດໃຈປະດິດຄິດສ້າງໃນການຜະລິດດຳເນີນທຸລະກິດ.
ທ່ານຫງວຽນດຶກດ໋ຽມ ທະຫານເສຍອົງຄະ -  ແບບຢ່າງສ້າງເສດຖະກິດເກັ່ງໃນແຂວງຖາຍງວຽນ - ảnh 1ທ່ານຫງວຽນດຶກດ໋ຽມ ຕອບສຳພາດນັກຂ່າວ

     ທ່ານຫງວຽນດຶກດ໋ຽມຢູ່ຕາແສງຝູສາ ນະຄອນຖາຍງວຽນ ໄດ້ໃຫ້ຮູ້ດ້ວຍຄວາມຈິງໃຈຂອງຜູ້ເປັນທະຫານເສຍອົງຄະວ່າ:

      “ໃນເບື້ອງຕົ້ນເຮົາຖືກຮັບບາດເຈັບກໍ່ເສຍຫວັງ.ແຕ່ເມື່ອໄດ້ກັບຄືນທ້ອງຖິ່ນ ແລະຜ່ານຄຳສັ່ງສອນຂອງປະທານໂຮ່ຈີມິນ “ທະຫານເສຍອົງຄະແຕ່ບໍ່ເສຍຄຸນ” ດັ່ງນັ້ນຂ້າພະເຈົ້າກໍ່ໄດ້ຕັ້ງໜ້າຊອກວຽກເຮັດງານທຳເພື່ອຫາເງິນລ້ຽງຊີບ.ກ່ອນນັ້ນຂ້າພະເຈົ້າກໍ່ໄດ້ເຄີຍເປັນຊ່າງຕັດຫຍິບຖັດມາກໍ່ຫັນໄປສູ່ເຮັດການຄ້າ, ເຮັດບໍລິການຂົນສົ່ງລົດໂອໂຕ. ຂ້າພະເຈົ້າສາມາດຜ່ານຜ່າຄວາມຫຍຸ້ງຍາກແລະໄດ້ປະສົບຜົນສຳເລັດ”.

     ໂດຍໄດ້ກຳເນີດຂຶ້ນໃນຄອບຄົວເຕັມໄປດ້ວຍມູນເຊື້ອປະຕິວັດ, ປີ 1968 ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາທີ່ເກີດຂຶ້ນຢ່າງດຸເດືອດທີ່ສຸດ,ຫງວຽນດຶກດ໋ຽມໄດ້ສະໝັກໃຈຂໍເຂົ້າເປັນທະຫານສັງກັດກອງພົນ 304 ຕັ້ງທັບຢູ່ແຂວງກວ໋າງບິ່ງ. ປີ 1971 ຢູ່ສະໜາມຮົບທາງຫຼວງເລກແຄແຊັງ ໃນການບຸກໂຈມຕີຄັ້ງໜຶ່ງທ່ານດ໋ຽນໄດ້ຖືກສູນເສຍແຂນເບື້ອງຂວາ. ແລະໄດ້ອອກຈາກຖັນແຖວກອງທັບກັບຄືນສູ່ທ້ອງຖິ່ນ.

           ປີ 1995 ໂດຍໄດ້ຮັບການໜູນຊ່ວຍຈາກສະຫະພັນສະຫະກອນແຂວງຖາຍງວຽນ, ທ່ານດ໋ຽມໄດ້ຂົນຂວາຍ 7 ຄອບຄົວປະກອບທຶນເພື່ອສ້າງຕັ້ງສະຫະກອນຂົນສົ່ງລົດໂອໂຕ ເຕິນຝູ, ຈຳນວນທຶນປະກອບໃນເບື້ອງຕົ້ນມີພຽງ 15 ລ້ານດົ່ງເທົ່ານັ້ນ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກເທື່ອລະກ້າວແລະໄດ້ເຂົ້າສູ່ການເຄື່ອນໄຫວປົກກະຕິ, ສະຫະກອນຂົນສົ່ງລົດໂອໂຕເຕິນຝູ ໄດ້ລົງທຶນເພື່ອຊື້ປະກອບລົດໂອໂຕຫຼາຍປະເພດແລະໄດ້ຂະຫຍາຍໄປສູ່ຂະແໜ່ງອາຊີບດຳເນີນທຸລະກິດເຮັດພັດຕະຄານໂຮງແຮມສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍກວ່າ 150 ຄົນທີ່ມີລາຍຮັບປົກກະຕິສະເລ່ຍ 10 ລ້ານດົ່ງຕໍ່ເດືອນ.  ມາຮອດປັດຈຸບັນລາຍຮັບສະເລ່ຍໃນແຕ່ລະປີຂອງສະຫະກອນບັນລຸປະມານ 2.000ຕື້ດົ່ງຕໍ່ປີ. ທ່ານຟານຮ່າບັກ ເລຂາຄະນະພັກຕາແສງຝູສາ, ນະຄອນຖາຍງວຽນໃຫ້ຮູ້ວ່າ:

      “ທ່ານຫງວຽນດຶກດ໋ຽມໄດ້ມີບັນດາການປະກອບສ່ວນໃຫ້ແກ່ການທ້ອງຖິ່ນໃນການພັດທະນາເສດຖະກິດລວມຂອງນະຄອນ. ສະຫະກອນຂອງທ່ານກໍ່ໄດ້ປະກອບສ່ວນຫຼາຍວຽກງານໜູນຊ່ວຍສັງຄົມຢູ່ທ້ອງຖິ່ນພິເສດໜູນຊ່ວຍບັນດາຄອບຄົວທຸກຍາກຄອບຄົວເປົ້າໝາຍນະໂຍບາຍໃນໂອກາດບຸນເຕັດ, ປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ກິດຈະກຳຫັນວຽກງານເປັນວຽກງານສັງຄົມຢູ່ທ້ອງຖິ່ນ”.

      ດ້ວຍຄຸນທາດຂອງອ້າຍທະຫານລຸງໂຮ່, ເຈດຈຳນົງຂອງນັກຮົບປະຕິວັດ, ນັກຮົບເກົ່າ, ທ່ານຫງວຽນດຶກດ໋ຽມ ທະຫານເສຍອົງຄະພ້ອມກັບຄະນະນຳສະຫະກອນຂົນສົ່ງລົດໂອໂຕເຕິນຝູໄດ້ຂັບເຄື່ອນວິສາຫະກິດໄປສູ່ຜົນສຳເລັດ ແລະ ໄດ້ຮັບການຮັບຮູ້ຈາກພັກ, ລັດ, ຂະແໜງການຂັ້ນຕ່າງໆ. ສະຫະກອນກໍ່ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຈາກປະທານປະເທດ, ໄດ້ຮັບທຸງແຂ່ງຂັນຈາກສະຫະພັນສະຫະກອນຫວຽດນາມແລະໄດ້ຮັບໃບຍ້ອງຍໍຈາກຄະນະພັກແຂວງ. ທ່ານ ບ່ານຟຸກກວາງ ຫົວໜ້າຂະແໜງຜູ້ມີຄຸນງາມຄວາມດີ ພະແນກແຮງງານທະຫານເສຍ ອົງຄະ ແລະ ສັງຄົມແຂວງຖາຍງວຽນໃຫ້ຮູ້ວ່າ:

      “ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ໃນໄລຍະທີ່ຜ່ານມາ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ຫຼາຍແບບຢ່າງທະຫານເສຍອົງຄະ, ທະຫານເຈັບປ່ວຍໄດ້ພັດທະນາເສດຖະກິດຄອບຄົວດ້ວຍການລ້ຽງສັດ, ສ້າງຕັ້ງວິສາຫະກິດເພື່ອສ້າງລາຍຮັບ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຢູ່ທ້ອງຖິ່ນ. ໃນເວລາທີ່ຈະມາເຖິງ, ທາງແຂວງຈະຈັດຕັ້ງການຍ້ອງຍໍຊົມເຊີຍບັນດາແບບຢ່າງທະຫານເສຍອົງຄະ ສ້າງເສດຖະກິດເກັ່ງ, ໃນນັ້ນມີທ່ານດ່ຽມ”.

     ດ້ວຍເຈດຈຳນົງມານະຈິດ ແລະ ຄວາມຕັດສິນໃຈສູ້ຊົນບືນຕົວຂຶ້ນຂອງ ທະຫານລຸງໂຮ່, ໃນຊຸມປີທີ່ຜ່ານມີທະຫານເສຍອົງຄະ, ທະຫານເຈັບປ່ວຍຫຼາຍຄົນໃນແຂວງຖາຍງວຽນ ກໍ່ຄືໃນທົ່ວປະເທດ ປຽບເໝືອນແບບຢ່າງອ້າຍທະຫານເສຍອົງຄະຫງວຽນດຶກດ໋ຽມ ໄດ້ຜ່ານຜ່າສະພາບເປັນຜູ້ເສຍອົງຄະ ເພື່ອເຊື່ອມຕົວເຂົ້າກັບການດຳລົງຊີວິດ, ສຶບຕໍ່ອຸທິດສ່ວນທາງດ້ານກຳລັງເຫື່ອແຮງ ສະຕິປັນຍາເຂົ້າໃນການອອກແຮງງານທຳການຜະລິດ. ໝາກຜົນດັ່ງກ່າວບໍ່ພຽງແຕ່ສາມາດຢັ້ງຢືນຄຸນນະທາດ ຂອງອ້າຍທະຫານໃນໄລຍະສັນຕິພາບເທົ່ານັ້ນ, ຫາກຍັງເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ວົງຄະນາຍາດສັງຄົມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ