ນັກດົນຕີ ຟອງຫຍ໊າ - ຜູ້ສ້າງພື້ນຖານໃຫ້ແກ່ດົນຕີອະນຸຊົນ

(VOVWORLD) -ນັກດົນຕີ ຟອງຫຍ໊າ ແມ່ນໜຶ່ງໃນບັນດາຜູ້ສ້າງພື້ນຖານ ແລະ ນຳໜ້າໃນຂະບວນການປະພັນດົນຕີ ໃຫ້ອະນຸຊົນ ນັບຕັ້ງແຕ່ທົດສະວັດທີ 40 ຂອງສະຕະວັດກ່ອນ. ທ່ານ ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 28 ມີນາ ປີ 2020 ຢູ່ ຮ່າໂນ້ຍ ລວມອາຍຸ 96 ປີ. ຕະຫຼອດຊີວິດຂອງທ່ານ ໄດ້ຕິດພັນກັບການເຄື່ອນໄຫວຂອງເຍົາວະຊົນ ອະນຸຊົນ
ນັກດົນຕີ ຟອງຫຍ໊າ - ຜູ້ສ້າງພື້ນຖານໃຫ້ແກ່ດົນຕີອະນຸຊົນ - ảnh 1 ນັກດົນຕີ ຟອງຫຍ໊າ

ນັກດົນຕີ ຟອງຫຍ໊າ ເກີດວັນທີ 4 ເມສາ ປີ 1924 ບ້ານເກີດຢູ່ເມືອງ ຢຸຍຕຽນ ແຂວງ ຮ່ານາມ, ແຕ່ຄາວຍັງນ້ອຍທ່ານພ້ອມກັບຄອບຄົວດຳລົງຊີວິດຢູ່ ຮ່າໂນ້ຍ. ນັກດົນຕີ ຟອງຫຍ໊າ ໄດ້ປະພັນບັນດາບົດເພງ ໃຫ້ແກ່ຂະບວນການຂັບຮ້ອງຂອງເດັກ ນັບຕັ້ງແຕ່ຊຸມມື້ທຳອິດຂອງການປະຕິວັດເດືອນ ສິງຫາ ປີ 1945. ບັນດາບົດເພງເກືອບທັງໝົດຂອງທ່ານ ລ້ວນແຕ່ສະຫງວນໃຫ້ແກ່ອະນຸຊົນ ເຊິ່ງໄດ້ເລີ່ມຈາກຄວາມໃນໃຈທີ່ຕິດພັນກັບບັນດາອະນຸສອນ ທີ່ບໍ່ອາດຫຼົງລືມໄດ້ຂອງທ່ານ. ບົດເພງທີ່ມີຊື່ສຽງກວ່າໝູ່ຂອງທ່ານ ແມ່ນບົດເພງ “ໃຜຮັກລຸງ ໂຮ່ ເໜືອກວ່າເຍົາວະຊົນ ອະນຸຊົນ”.      

    ນັບຕັ້ງແຕ່ຄາວເປັນນັກຮຽນ, ຟອງຫຍ໊າ ໄດ້ສໍ່ສະແດງໃຫ້ເຫັນຄວາມສາມາດ ແລະ ຄວາມເມົາມົວກັບດົນຕີ. ຕົ້ນທົດສະວັດ 1940 ໃນໄລຍະຮຽນຢູ່ໂຮງຮຽນ ໂດ໊ຫິວວິ ທ່ານໄດ້ເຂົ້າຮ່ວມຂະບວນການຊາວໜຸ່ມ ເຍົາວະຊນົ ອະນຸຊົນທົ່ວໂລກ ແລະ ໄດ້ເລີ່ມເຄື່ອນໄຫວດົນຕີມະຫາຊົນ  ເຖິງວ່າທ່ານຍັງບໍ່ທັນເຂົ້າຮ່ວມໃນຊຸດອົບຮົມດ້ານດົນຕີຈັກຊຸດກໍ່ຕາມ ແລະ ສ່ວນຫຼາຍທ່ານກໍ່ຮຽນດ້ວຍຕົນເອງ. ປີ 1944 ທ່ານໄດ້ກັບຄືນບ້ານເກີດ ເຂົ້າຮ່ວມສ້າງຂະບວນການອະນຸຊົນ ແລະ ເຂົ້າຮ່ວມຂະບວນການ ຫວຽດມິງ ຢູ່ທີ່ນີ້. ຫຼານ ກາວຮີຮວ່າງ ນັກຮຽນ ຮ່າໂນ້ຍ ເປີດເຜີຍວ່າ:

     “ນັບຕັ້ງແຕ່ເມື່ອພວກຫຼານຮຽນຢູ່ໂຮງຮຽນປະຖົມ, ພວກຫຼານໄດ້ຮຽນຂັບຮ້ອງຫຼາຍບົດເພງ ກ່ຽວກັບກອງເຍົາວະຊົນ ໃນນັ້ນກໍ່ມີບາງບົດເພງຂອງນັກດົນຕີ ຟອງຫຍ໊າ ຄື ໃຜຮັກລຸງ ໂຮ່ ເໜືອກວ່າເຍົາວະຊົນ ອະນຸຊົນ, ກອງເຍົາວະຊົນພ້ອມກັນກ້າວຂຶ້ນ… ພວກຫຼານໃນຄາວນັ້ນໃຜໆກໍ່ສາມາດຂັບຮ້ອງໄດ້ໝົດ. ເມື່ອໄດ້ຍິນຂ່າວນັກດົນຕີເຖິງແກ່ມໍລະນະກຳ, ພວກຫຼານໃຜໆກໍ່ໂສກເສົ້າເສຍດາຍຕໍ່ການຈາກໄປຂອງນັກດົນຕີ ຜູ້ທີ່ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ”.

ຕົ້ນປີ 1945, ນັກດົນຕີ ຟອງຫຍ໊າ ໄດ້ຖືກສັບຊ້ອນໄປເຮັດວຽກຢູ່ ຮ່າໂນ້ຍ, ທ່ານຮັບຜິດຊອບວຽກງານ ອະນະຊົນກູ້ຊາດ. ພາຍຫຼັງທີ່ການປະຕິວັດເດືອນ ສິງຫາ ໄດ້ປະສົບຜົນສຳເລັດ, ທ່ານໄດ້ຮັບການບົ່ງຕົວຈາກສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄປຮັບໜ້າທີ່ເປັນເລຂາສະມາຄົມອະນຸຊົນກູ້ຊາດ ຮ່າໂນ້ຍ. ໃນໄລຍະຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນ ຝະລັ່ງ, ທ່ານເຄີຍໄປປະຕິບັດງານ, ເຄື່ອນໄຫວຢູ່ເຂດມີສັດຕູ, ຮັບຜິດຊອບບັນດາກອງຕິດຕໍ່ສື່ສານ,  ປະພັນບັນດາບົດເພງກ່ຽວກັບເຍົາວະຊົນ ອະນຸຊົນ, ເຂດ ກອງຫຼອນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກເດັກທັງຫຼາຍ. ນັກດົນຕີ ຟອງຫຍ໊າ ໄດ້ມີສາງດ້ານດົນຕີ ທີ່ສະຫງວນໃຫ້ແກ່ເດັກຢ່າງມະຫາສານ. ເມື່ອເວົ້າເຖິງຜູ້ເປັນເພື່ອນຂອງຕົນ, ນັກດົນຕີ ຟ້າມຕວຽນ ເລົ່າສູ່ຟັງວ່າ:

    “ນັກດົນຕີ ຟອງຫຍ໊າ ໄດ້ເຂົ້າໃກ້ກັບອະນຸຊົນ ດ້ວຍການເຄື່ອນໄຫວຫຼາຍຢ່າງ, ນັບທັງໄລຍະທ່ານຮັບໜ້າທີ່ເປັນຫົວໜ້າບັນນາທິການໃຫຍ່ຄົນທຳອິດຂອງໜັງສືພິມ ທ໊ຽວນຽນ ຕ່ຽນຟອງ. ທ່ານໄດ້ປະພັນຫຼາຍບົດເພງທີ່ອະມະຕະ ເພື່ອປະໄວ້ໃຫ້ສັງຄົມ. ພວກຂ້າພະເຈົ້າໄດ້ພົບກັນຢູ່ງານມະໂຫລານເຍົາວະຊົນ ທົ່ວປະເທດຫຼາຍຄັ້ງ ແລະ  ໃນການພົບປະເຫຼົ່ານັ້ນ, ທ່ານກໍ່ລ້ວນແຕ່ມີຄວາມຫວັງສືບຕໍ່ປະພັນຫຼາຍບົດເພງໃຫ້ແກ່ເຍົາວະຊົນ ອະນຸຊົນ”.

 ດ້ວຍບັນດາການອຸທິດສ່ວນຂອງຕົນ ໃຫ້ແກ່ພື້ນຖານດົນຕີ ຫວຽດນາມ,  ນັກດົນຕີ ຟອງຫຍ໊າ ມີຄວາມເປັນກຽດ ໄດ້ຮັບລາງວັນແຫ່ງລັດ ກ່ຽວກັບວັນນະຄະດີສິລະປະໄລຍະທີໜຶ່ງປີ 1996 ແລະ ລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີສິລະປະປີ 2001 ຈາກລັດຖະບານ ຫວຽດນາມ. ກວ່າ 70 ປີທີ່ຜ່ານມາ, ບັນດາບົດເພງທີ່ມີຊື່ສຽງຂອງນັກດົນຕີ ຟອງຫຍ໊າ ໄດ້ຝັງເລິກໃນຈິດໃຈຂອງອະນຸຊົນ ຫວຽດນາມທັງຫຼາຍ, ອັນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ ໃນຊີວິດວັດທະນະທຳ ແລະ ຈິດໃຈຂອງຊາວ ຫວຽດນາມ, ພິເສດແມ່ນໄວໜຸ່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ