ນັກແກະສະຫຼັກ ຕະກວາງບ້າວ

(VOVWORLD) -ໃນຈຳນວນນັກປະພັນ 18 ທ່ານ ທີ່ເປັນກຽດໄດ້ຮັບລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ ສິລະປະ ປີ 2016 ນັ້ນ, ວົງການວິຈິດສິນ ມີນັກແກະສະຫຼັກ ພຽງທ່ານດຽວ ທີ່ໄດ້ຮັບລາງວັນອັນສູງສົ່ງນີ້. ນັ້ນແມ່ນ ນັກແກະສະຫຼັກ ຕະກວາບ້າວ. ນອກຈາກໄດ້ຮັບລາງວັນ ໂຮ່ຈີມິນ ແລ້ວ, ທ່ານ ຕະກວາບ້າວ ຍັງໄດ້ຮັບຫຼາຍລາງວັນມີຊື່ສຽງອື່ນໆອີກ. ທ່ານເປັນນັກສິລະປິນທີ່ເກັ່ງຫຼາຍດ້າ, ທັງແຕ້ມຮູບ, ທັງຄວັດແກະສະຫຼັກ, ປະຕິມາກໍາຮູບປັ້ນນຳອີກ.

ນັກແກະສະຫຼັກ ຕະກວາງບ້າວ ເກີດເມື່ອປີ 1941, ຢູ່ແຂວງ ແທັງຮ໋ວາ. ທ່ານ ເປັນກຳມະການຄະນະບໍລິຫານງານ ສະມາຄົມວິຈິດສິນ ຫວຽດນາມ ສະໄໝທີ 2 (1983 – 1989), ເປັນປະທານສະພາສິລະປະ ຂະແໜງປະຕິມາກຳ ສະໄໝທີ 5 (1999 – 2004) ແລະ ສະໄຫມທີ 6 (2004 – 2009). ທ່ານ ຕະກວາງບ້າວ ເລົ່າສູ່ຟັງວ່າ:

        ເມື່ອຂ້າພະເຈົ້າຮຽນຈົບໂຮງຮຽນວິຈິດສິນອຸດສາຫະກຳຊັ້ນກາງ  ແລ້ວ ກໍໄດ້ໄປເຮັດວຽກຢູ່ ຫໍພິພິທະພັນວິຈິດສິນ ຫວຽດນາມ. ຂ້າພະເຈົ້າເປັນຜູ້ທຳອິດທີ່ບູລະນະສ້ອມແປງ ຫໍພິພິທະພັນວິຈິດສິນ ຫວຽດນາມ ພ້ອມກັບ ທ່ານຫົໜ້າສະຖາບັນ ວິຈິດສິນ ຫວຽດນາມ ຫງວຽນໂດ໊ກຸງ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ໄປຮຽນຕໍ່ ແລະ ເຂົ້າເປັນທະຫານຢູ່ ກອງບັນຊາການທະຫານເຂດ 5. ພາຍຫຼັງອອກຈາກການເປັນທະຫານແລ້ວ, ຂ້າພະເຈົ້າກໍໄປເຮັດວຽກຢູ່ ຫໍພິພິທະພັນກອງທັບ ຫວຽດນາມ.

ນັກແກະສະຫຼັກ ຕະກວາງບ້າວ - ảnh 1ທ່ານ ຕະກວາງບ້າວ ກັບ ຮູບປັ້ນ “ຮວ່າງຊາ” (ພາບ:laodong.vn)

ທ່ານ ຕະກວາງບ້າວ ແມ່ນໜຶ່ງໃນຈຳນວນໜ້ອຍບັນດານັກແກະສະຫຼັກທີ່ປະດິດສ້າງອະນຸສາວະລີ ຫຼາຍກວ່າໝູ່ຢູ່ ຫວຽດນາມ. ບັນດາຜົນງານປະດິດສ້າງຮູບປັ້ນ (ອະນຸສາວະລີ) ຂອງທ່ານ ໄດ້ມີຢູ່ເກືອບທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ ເຊິ່ງມີຄຸນຄ່າທາງດ້ານສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ ແລະ ມີຄວາມໝາຍດ້ານການສຶກສາ. ທ່ານກໍເຄີຍເປັນທະຫານຈັບປືນອອກແນວໜ້າໃນຊຸມປີຕໍ່ສູ້ກູ້ຊາດ ຕ້ານຈັກກະພັດອາເມລິກາ. ຍ້ອນແນວນັ້ນ,   ອະນຸສາວະລີເກືອບທັງໝົດ ທີ່ທ່ານປະດິດສ້າງ ແມ່ນມີຫົວເລື່ອງອັນດຽວກັນ ກ່ຽວກັບສົງຄາມ, ການປະຕິວັດ. ໃນນັ້ນ ອາດຈະເວົ້າເຖິງຜົນງານການປະດິດສ້າງຂອງທ່ານຄື: ອະນຸສາວະລີ “ໄຊຊະນະແຫ່ງແມ່ນ້ຳ ໂລ” ຕັ້ງຢູ່ເມືອງ ດວານຮຸ່ງ, ແຂວງ ຝູເຖາະ; ອະນຸສາວະລີ ແລະ ພາບຄວັດແກະສະຫຼັກ “ອາໄລຫາ ໜອງຍາຍ” ຕັ້ງຢູ່ຕາແສງ ແທງເຊືອງ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ; ອະນຸສາວະລີ “ໄຊຊະນະແຫ່ງ ເກວເຊິນ” ຢູ່ຕາແສງ ເກິ້ມເຢີຍ, ເມືອງ ເກວເຊິນ, ແຂວງ ກວ໋າງນາມ; ອະນຸສາວະລີ “ນ້ຳໃຈມິດຕະພາບ ຫວຽດນາມ - ລາວ” ຢູ່ສຸສານເສັ້ນທາງເລກ 9, ແຂວງ ກວ໋າງຈິ… ຄຽງຄູ່ກັນນັ້ນ, ທ່ານກໍປະສົບຜົນສຳເລັດທີ່ສຸດ ດ້ວຍບັນດາການປະດິດສ້າງໃນຫົວເລື່ອງກ່ຽວກັບບ້ານເກີດເມືອງນອນ, ຄອບຄົວ, ຄວາມຮັກອີກດ້ວຍ.

        ດ້ວຍຜົນງານການປະດິດສ້າງ 2 ຢ່າງຄື: “ເກາະດ່ານໜ້າ” ແລະ “ດອນ ວ໊ອງຟູ” (ດອນແຫ່ງການລໍຄອຍ) ນັ້ນ, ນັກແກະສະຫຼັກ ຕະກວາງບ້າວ ໄດ້ເປັນຄົນທຳອິດທີ່ປະດິດສ້າງອະນຸສາວະລີກ່ຽວກັບຫົວຂໍ້ ທະເລໝູ່ເກາະຂອງປະເທດຊາດ. ເຊິ່ງເປັນຜູ້ທີ່ເຄີຍເຂົ້າຮ່ວມໃນການປົດປ່ອຍໝູ່ເກາະ ເຈື່ອງຊາ, ສະນັ້ນ ທ່ານໄດ້ຮັບຮູ້ເຖິງຄວາມສຳຄັນອັນໃຫຍ່ຫຼວງ ແລະ ສັກກະລະບູຊາຂອງທະເລໝູ່ເກາະ ຕໍ່ກັບປະເທດຊາດຢ່າງວ່ອງໄວ.

        ຄະນະໂຄສະນາອົບຮົມ ໄດ້ແຕ່ງຕັ້ງໃຫ້ຂ້າພະເຈົ້າໄປໝູເກາະ ເຈື່ອງຊາ ພ້ອມກັບອ້າຍນ້ອງທະຫານ, ເມື່ອປົດປ່ອຍາກໃຕແລ້ວ ອ້າຍນ້ອງທະຫານກໍອອກໄປປ້ອງກັນໝູເກາະ ເຈື່ອງຊາ ໃນທັນທີ. ເວລານັ້ນ, ຂ້າພະເຈົ້າຄິດວ່າ ປະເທດຫວຽດນາມທີ່ກວ້າງໃຫຍ່ ແລະ ຍາຢຽດ ຕ້ອງປົກປັກຮັກສາເຂດທະເລໝູ່ເກາະ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ປະດິດຄິດສ້າງຫົເລື່ອງກ່ຽວກັບທະຫານ ແລະ ເຂດທະເລໝູ່ເກາະ. ຂ້າພະເຈົ້າສ້າງອະນຸສາວະລີ ເກາະດ່ານໜ້າ 2 3 ປີ ຈຶ່ງເລັດ. ດ້ວຍຜົນງານແຫ່ງການປະດິດສ້າງ ເກາະດ່ານໜ້ານັ້ນ ຂ້າພະເຈົ້າໄດ້ຮັບລາງວັນທີ 1 ໃນປີ 1980.

        ບໍ່ມີເທົ່າໃດຄົນທີ່ສາມາດຄວັດແກະສະຫຼັກດ້ວຍມືເບື້ອງດຽວໄດ້ຄື ທ່ານ ບ້າວ, ຍ້ອນວຽກຄວັດແກະສະຫຼັກແມ່ນວຽກທີ່ໜັກໜ່ວງທີ່ສຸດ. ທ່ານ ໄດ້ສ້າງອະນຸສາວະລີ “ຮວ່າງຊາ” ໃນຊຸມວັນທີ່ທ່ານເປັນອຳມະພາດ, ແຂນລ່ອຍເບື້ອງໜຶ່ງ, ໃນກາງປີ 2014, ເຊິ່ງແມ່ນໄລຍະທີ່ຮ້ານເຈາະນ້ຳມັນຂອງ ຈີນ ໄດ້ລ່ວງລ້ຳອໍານາດອະທິປະໄຕເຂດທະເລຂອງ ຫວຽດນາມ. ປີ 2015, ຜົນງານດັ່ງກ່າວຂອງທ່ານ ກໍເປັນກຽດໄດ້ຮັບລາງວັນທີ 1 ໃນການແຂ່ງຂັນປຸກລະດົມການປະດິດຄິດສ້າງກ່ຽວກັບຫົວເລື່ອງ ກຳລັງປະກອບອາວຸດ ແລະ ສົງຄາມປະຕິວັດ.

        ດ້ວຍບັນດາການປະກອບສ່ວນຂອງຕົນໃນຕະຫຼອດໄລຍະທີ່ເຄືື່ອນໄຫວປະດິດຄິດສ້າງດ້ານສິລະປະ, ປີ 2001 ນັກແກະສະຫຼັກ ຕະກວາງບ້າວ ກໍເປັນກຽດໄດ້ຮັບລາງວັນລະດັບຊາດກ່ຽວກັບວັນນະຄະດີ, ສິລະປະ ສຳລັບບັນດາຜົນງານປະດິດສ້າງຄື: “ນ້ຳໃຈມິດຕະພາບ ຫວຽດນາມ - ລາວ” (ບາສີສູ່ຂວັນ); ອະນຸສາວະລີ “ສຸສານ ບວນມາຖວດ”; ອະນຸສາວະລີ “ໄຊຊະນະແຫ່ງ ຊວນແຈັກ” (ລະດູໃບໄມ້ຫຼົ່ນຕໍ່ໃສ່ລະດູໜາວ ປີ 1947 -  ແຂວງ ຫວິງຟຸກ); ອະນຸສາວະລີ “ໄຊຊະນະແຫ່ງ ຍາຈາງ”. ປີ 2016, ທ່ານກໍເປັນກຽດໄດ້ຮັບລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ ສິລະປະ ສຳລັບ 2 ຜົນງານປະດິດສ້າງຄື: “ອະນຸສາວະລີໄຊຊະນະແຫ່ງ ເກວ໊ເຊິນ” ຢູ່ແຂວງ ກວ໋າງນາມ ແລະ “ອະນຸສາວະລີໄຊຊະນະແຫ່ງແມ່ນ້ຳໂລ” ຢູ່ແຂວງ ຝູເຖາະ.

ນັກແກະສະຫຼັກ ຕະກວາງບ້າວ - ảnh 2 ອະນຸສາວະລີໄຊຊະນະແຫ່ງ ເກວ໊ເຊິນ” ຢູ່ແຂວງ ກວ໋າງນາມ (ພາບ: ape.gov.vn)

ນັກແກະສະຫຼັກ ຕະກວາງບ້າວ ໃຫ້ຮູ້ວ່າ:

        ອະນຸສາວະລີໄຊຊະນະແຫ່ງ ເກວເຊິນ ແລະ ອະນຸສາວະລີໄຊຊະນະແຫ່ງແມ່ນ້ຳໂລ ແມ່ນບັນດາອະນຸສາວະລີທຳອິດຂອງປະເທດຊາດ. ຂ້າພະເຈົ້າເປັນທະຫານເຂົ້າຮ່ວມການຕໍ່ສູ້ຢູ່ດິນແດນ ເກວເຊິນ. ສະຖານທີ່ສ້າງອະນຸສາວະລີໄຊຊະນະແຫ່ງ ເກວເຊິນ ແມ່ນຖານທັບຂອງ ອາເມລິກາ, ຢູ່ທີ່ນັ້ນ ມີທະຫານເສຍສະຫຼະຊີວິດເປັນຳນວນຫຼວງຫຼາຍ ຈຶ່ງສາມາດຕີຍາດເອົາໄຊຊະນະຢູ່ສະໜາມຮົບ ເກວເຊິນ ໄດ້. ໄຊຊະນະແຫ່ງ ເກວເຊິນ ແມ່ນຍ້ອງຍໍສັນລະເສີນນ້ຳໃຈພິລະອາດຫານ, ເຈດຈໍານົງໃນການຕໍ່ສູ້, ການເສຍສະຫຼະຊີວິດຂອງທະຫານ ຫວຽດນາມ. ອະນຸສາວະລີ 2 ແຫ່ງດັ່ງກ່າວ ແມ່ນເຮັດດ້ວຍເບຕົງ. ອະນຸສາວະລີໄຊຊະນະແຫ່ງ ເກວເຊິນ ໄດ້ກໍ່ສ້າງໃນເວລາ 4 ປີ, ສ່ວນອະນຸສາວະລີໄຊຊະນະແຫ່ງແມ່ນ້ຳໂລ ແມ່ນກວ່າ 10 ປີ.

        ປັດຈຸບັນ, ຍ້ອນອາຍຸສູງແລ້ວ, ເລື່ອງຄວັດແກະສະຫຼັກແມ່ນເຮັດບໍ່ໄດ້ອີກແລ້ວ ແຕ່ນັກແກະສະຫຼັກ ຕະກວາງບ້າວ ກໍຍັງມີຄວາມຮັກຕໍ່ດ້ານສິລະປະ. ເຮືອນພັກຂອງທ່ານ ຢູ່ຮ່ອມນ້ອຍຖະໜົນ ຮວາລື, ຮ່າໂນ້ຍ ໄດ້ເກັບຮັກສາເປັນຮ້ອຍໆຜົນງານປະດິດແຕ່ງຂອງທ່ານ ຄືດັ່ງເປັນຫໍພິພິທະພັນຈຳລອງຂະໜາດນ້ອຍ. ທ່ານເປັນນັກສິລະປິນປະດິດສ້າງຜູ້ທຳອິດໃນລຸ້ນຄົນສະໄໝຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ທີ່ໄດ້ຮັບລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ ສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ