ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ

(VOVWORLD) -ບຸນສາລີ (ເກວ່ລາລອງ) ແມ່ນວັນບຸນປະຈຳເຜົ່າຂອງພໍ່ແມ່ປະຊາຊົນເຜົ່າ ກົ໋ງ ຢູ່ຕາແສງ ນ້ຳຄາວ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ. ແຕ່ລະປີ ບຸນສາລີໄດ້ຈັດຕັ້ງເມື່ອລະດູສາລີໄດ້ຮັບການເກັບກ່ຽວໃນທ້າຍເດືອນ 5 ຫາຕົ້ນເດືອນ 6 (ໄລ່ຕາມຈັນທະປະຕິທິນ). ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຕົ້າໂຮມກັນພາຍຫຼັງການອອກແຮງງານທີ່ລຳບາກໃນປີ. ບຸນສາລີ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນໃນໝູ່ບ້ານສົມມະນາຄຸນບັນດາເທວະດາຟ້າແຖນ, ບັນພະບຸລຸດທີ່ໄດ້ໃຫ້ການອຸປະຖຳຄ້ຳຊູ, ປົກປັກຮັກສາໃນຕະຫຼອດປີທີ່ຜ່ານມາ, ພາວະນາຂໍໃຫ້ປີໃໝ່ ດິນຟ້າອາກາດເອື້ອອຳນວຍ, ຄອບຄົວ, ໝູ່ບ້ານມີຄວາມອີ່ມໜໍາສຳລານ ແລະ ຜາສຸກ.


ເຊັ່ນດຽວກັນກັບປະຊາຊົນຊາວກະສິກອນອື່ນໆ, ຊາວເຜົ່າ ກົ໋ງ  ກໍມີປະເພນີຈັດວັນບຸນເຕັດພ້ອມກັບປະຕິທິນໃນການເຮັດກະສິກຳ. ບຸນສາລີ ແມ່ນບຸນໃຫຍ່ທີ່ສຸດໃນປີ ແລະ ຕາມປົກກະຕິ ໄດ້ຈັດຕັ້ງໃນວັນທີ 1 ເດືອນ 6 ໄລ່ຕາມຈັນທະປະຕິທິນ. ບຸນສາລີ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຊົນລະຫຼິ້ນຢ່າງມ່ວນຊື່ນ, ພັກຜ່ອນພາຍຫຼັງລະດູການເກັບກ່ຽວສຳເລັດເທົ່ານັ້ນ ຫາກກໍແມ່ນໂອກາດເພື່ອປະຊາຊົນໃນໝູ່ບ້ານສົມມະນາຄຸນເທວະດາຟ້າແຖນ ທີ່ໄດ້ດົນບັນດານໃຫ້ມີລະດູການຜະລິດທີ່ໄດ້ຮັບຜົນດີ, ມີຄວາມສະດວກ. ງານບຸນຍັງແມ່ນໂອກາດປັບປຸງ ແລະ ເປີດກວ້າງບັນດາສາຍພົວພັນວົງຄະນະຍາດ ແລະ ຮັກສາຄວາມສັກສິດໃນການເຫຼື້ອມໃສໃນຈິດສຳນຶກຂອງປະຊາຊົນ.

ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ - ảnh 1 ການສະແດງສິລະປະທີ່ວັນບຸນສາລີ

(ພາບ:laocai.tintuc,vn)

ສາລີ ແມ່ນຕົ້ນທັນຍາຫານຕົ້ນຕໍຂອງຊາວເຜົ່າ ກົ໋ງ ນັບແຕ່ຫຼາຍຮ້ອຍປີຜ່ານມາ, ສະນັ້ນ ເຄື່ອງບູຊາຕົ້ນຕໍໃນວັນບຸນສາລີ ສ່ວນຫຼາຍແມ່ນໄດ້ປຸງແຕ່ງຈາກສາລີ. ເພື່ອຕ້ອນຮັບວັນບຸນສາລີ, ຕາມປົກກະຕິແລ້ວ ຊາວເຜົ່າ ກົ໋ງຄາວ ຕ້ອງກະກຽມກ່ອນນັ້ນເຄິ່ງປີຄື ລ້ຽງໝູ, ໄກ່ ແລະ ປູກສາລີ ເພື່ອບູຊາໃນວັນບຸນ. ກ່ອນຮອດມື້ວັນບຸນ ໄດ້ມີບັນຍາກາດອັນຄຶກຄື້ນໃນການກະກຽມຂອງບັນດາຄອບຄົວຊາວເຜົ່າ ກົ໋ງ ແຕ່ 3 – 4 ວັນ. ຢູ່ໃນໝູ່ບ້ານ, ເຮືອນໃດກໍກະກຽມວັນບຸນຂອງຄອບຄົວຕົນ ເຮັດແນວໃດໃຫ້ລອບຄອບຖີ່ຖ້ວນທີ່ສຸດ. ເອື້ອຍ ຈູທິລາຍ, ຢູ່ບ້ານ ນ້ຳຄາວ, ຕາແສງ ນ້ຳຄາວ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ: ເຄື່ອງຂອງບູຊາແຕ່ລະຢ່າງທີ່ໄດ້ຖະຫວາຍຂຶ້ນຮ້ານບູຊາບັນພະບຸລຸດໃນວັນບຸນສຳຄັນນີ້ ແມ່ນໂດຍບັນດາສະມາຊິກໃນຄອບຄົວກະກຽມເອງ, ເພື່ອຈຸດປະສົງລາຍງານບັນດາວຽກງານທີ່ໄດ້ເຮັດໃນປີຕໍ່ບັນພະບຸລຸດ ແລະສົມມະນາຄຸນບັນພະບຸລຸດທີ່ ໃຫ້ລູກຫຼານມີສຸຂະພາບແຂງແຮງ, ລ້ຽງສັດທຳການຜະລິດມີຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ເຂົ້າ, ສາລີເຕັມກວຍ.

        “ໃນວັນບຸນສາລີຂອງຊົນເຜົ່າ ກົ໋ງ, ບັນດາສະມາຊິກໃນຄອບຄົວຕ້ອງຈັດແບ່ງກັນໄປຫາຟືນ, ເຂົ້າປ່າຫາໜໍ່, ຫາເຫັດ, ຊອກຍອດຜັກໝາກອຶ, ໄປສວນ ຫັກເອົາສາລີມາເຮັດເຂົ້າໜົມ, ລົງຫ້ວຍຈັບປູ ເພື່ອກະກຽມສຳລັບພິທີບູຊາໃນວັນບຸນສາລີ.ຄົນລະວຽກ”.

        ໂດຍອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ, ພາເຄື່ອງຂອງບູຊາບັນພະບຸລຸດໃນວັນບຸນສາລີຂອງພໍ່ແມ່ປະຊາຊົນ ອາດມີໜ້ອຍ ຫຼື ຫຼາຍເຍື່ອງ. ແຕ່ເຄື່ອງຂອງບູຊາທີ່ບໍ່ອາດຂາດໄດ້ໃນຮ້ານບູຊາຂອງຊາວເຜົ່າ ກົ໋ງ ແມ່ນບັນດາເຍື່ອງທີ່ໄດ້ປຸງແຕ່ງຈາກສາລີ ຄື ເຂົ້າໝົມສາລີ, ເຂົ້າສາລີ, ສາລີຕົ້ມ ຫຼື ບັນດາເຄື່ອງຢູ່ຂອງກິນໃນປ່າ ເພື່ອຖະຫວາຍໃຫ້ເທວະດາຟ້າແຖນຢູ່ ແລະ ບັນພະບຸລຸດ ພາວະນາຂໍໃຫ້ເທວະດາຟ້າແຖນ, ບັນພະບຸລຸດດົນບັນດານໃຫ້ປະຊາຊົນ ຍາມໃດກໍມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ, ມີສຸຂະພາບແຂງແຮງ. ເຂົ້າໝົມສາລີ ໄດ້ເຮັດຈາກສາລີໄຮ່ (ສາລີລາດ) ທີ່ຍັງອ່ອນ ແລະ ແກະເມັດອອກນຳໄປບົດໃຫ້ມຸ່ນລະອຽດ, ເອົານ້ຳເຜິ້ງໃສ່ແລ້ວຄົນໃຫ້ເຂົ້າກັນ. ຫຼັງຈາກນັ້ນ ຫໍ່ດ້ວຍໃບຕອງຈິງ, ເອົາໄປໜຶ້ງໃຫ້ສຸກ ແລ້ວເລືອກເອົາ 4 ອັນທີ່ມົນງາມກວ່າໝູ່ ເຊິ່ງສະແດງເຖິງ 4 ລະດູໃນປີ ມາຈັດເອົາຂຶ້ນຮ້ານບູຊາບັນພະບຸລຸດ.

ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ - ảnh 2 ພາເຄື່ອງບູຊາ

(ພາບ:laocai.tintuc,vn)

ເຂົ້າສາລີ ແມ່ນເອົາສາລີອ່ອນມາຂູດແລ້ວປົນໃສ່ກັບເຂົ້າສານໜຽວ ແລະ ກໍຫໍ່ດ້ວຍໃບຕອງຈິງເປັນຫໍ່ໃຫຍ່, ນຳໄປໜຶ້ງໃນໝໍ້ໜຶ້ງເຂົ້າ, ເມື່ອສຸກກໍມີກິ່ນຫອມທີ່ຈັບໃຈຂອງສາລີໄຮ່ອ່ອນກັບກິ່ນຫອມຂອງເຂົ້າໜຽວ. ນີ້ແມ່ນເຍື່ອງອາຫານແບບດັ້ງເດີມທີ່ມີຄວາມໝາຍສະແດງເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ ເພື່ອຖະຫວາຍຂຶ້ນໃຫ້ເທວະດາຟ້າແຖນ, ບັນພະບຸລຸດ. ໃນພາເຄື່ອງບູຊາຂອງຊາວເຜົ່າ ກົ໋ງຄາວ ຍັງຕ້ອງມີຊີ້ນໝູ ເຊິ່ງສະແດງເຖິງຈິດໃຈອັນບໍລິສຸດຂອງລູກຫຼານຕໍ່ກັບບັນພະບຸລຸດ; ນອກຈາກນັ້ນ ກໍຍັງມີຊີ້ນໄກ່, ເຂົ້າສາລີ, ເຫັດປ່າ, ເຫຼົ້າສາລີ, ຍອດຜັກໝາກອຶ. ພິເສດ ບໍ່ອາດຂາດປູຫີນ 12 ໂຕໄດ້ ເພາະມັນເປັນສັນຍາລັກໃຫ້ 12 ເດືອນໃນປີ. ພໍ່ແມ່ປະຊາຊົນ ກົ໋ງຄາວ ມີຄວາມສຳນຶກວ່າ ປູແມ່ນສັດປົກປັກຮັກສາລະດູການເກັບກ່ຽວ. ອ້າຍ ແສງວັນເງິນ ຊາວຊົນເຜົ່າ ກົ໋ງ ຢູ່ ເມື່ອງແຕ່ ໃຫ້ຮູ້ວ່າ:

        “ຕ້ອງຈັບປູໃຫ້ໄດ້ເພື່ອເອົາຂຶ້ນຮ້ານບູຊາບັນພະບຸລຸດ. ກ່ອນນີ້ ຜູ້ເຖົ້າຜູ້ແກ່ເຄີຍໄດ້ເຮັດແນວນີ້ແລ້ວ, ດຽວນີ້ ຕາມປະເພນີພວກຂ້າພະເຈົ້າກໍເຮັດຕາມ”.

        ຕອນເຊົ້າຂອງມື້ທຳອິດວັນບຸນສາລີ, ຕາມປົກກະຕິ ປະຊາຊົນໃນໝູ່ບ້ານຈະໄປລຳຫ້ວຍຢູ່ຫົວບ້ານ. ເມື່ອເວລາໄປ ເຂົາເຈົ້າຖືຢາເສັ້ນໄປນຳໜ້ອຍໜຶ່ງ ເພື່ອເຊີນຜີສາງໃນປ່າສູບຢາ. ຕາມຄວາມເຊື່ອຖືຂອງຊາວເຜົ່າ ກົ໋ງ ແລ້ວ “ຜີເຈົ້າປ່າ” ແມ່ນຜີມີລິດແຮງທີ່ສຸດ ຫຼື ທຳຮ້າຍຄົນທີ່ໄປເຮັດໄຮ່, ເມື່ອໄດ້ສູບຢາຜີເຈົ້າປ່າເພິ່ງພໍໃຈແລ້ວຈະບໍ່ທຳຮ້າຍຄົນອີກ. ເຖິງວ່າພຽງຈະແມ່ນເລື່ອງເທບນິຍາຍໃນເມື່ອກ່ອນເລົ່າສືບຕໍ່ກັນມາກໍຕາມ, ແຕ່ຊາວເຜົ່າ ກົ໋ງ ຍັງຮັກສາຄືດັ່ງຮີດຄອງປະເພນີທີ່ມີຈຸດສະເພາະຂອງຊົນເຜົ່າຕົນ.

        ບຸນສາລີຂອງຊາວເຜົ່າ ກົ໋ງຄາວ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃນຊຸມປີມໍ່ໆມານີ້ ໄດ້ມີແຂກທ່ອງທ່ຽວຮູ້ຈັກເຖິງ ແລະ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ໃນບັນດາງານບຸນທີ່ໄດ້ຈັດຕັ້ງຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ນັ້ນ, ບຸນສາລີ ກໍໄດ້ຮັບການຟື້ນຟູຄືນໃໝ່, ເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນມີຄວາມຊືື່ນຊົມ,ເຂົ້າຮ່ວມຕົວຈິງ ແລະ ເຈືອຈານເຂົ້າກັບຈັງຫວະຟ້ອນຂອງຊົນເຜົ່າຢ່າງຄຶກຄື້ນ, ໄດ້ຊິມເຫຼົ້າສາລີ ແລະ ບັນດາເຍື່ອງອາຫານທີ່ແຊບນົວຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ