ຜູ້ລ້ຽງເດັກ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ ບ້ານ​ໄຕ​ງວຽນ

(VOVWORLD) -ພາຍຫຼັງໄດ້ຮັບການມອບໝາຍໜ້າທີ່ ໃຫ້ໄປປະຈຳຢູ່ໂຮງຮຽນໝູ່ບ້ານ Ia Tong, ຕາແສງ Ia Der ມາໄດ້ຫຼາຍປີ, ດ້ວຍການໂຄສະນາ, ເກ້ຍກ່ອມຢ່າງຄ່ອງແຄ້ວຂອງຕົນ,  ຄູສອນ Ksor H’Nhiem (ຢູ່ໂຮງຮຽນອະນຸບານ 30 ເມສາ ເມືອງ Ia Grai) ສາມາດລະດົມເດັກນ້ອຍອະນຸບານໄປໂຮງຮຽນໄດ້ 100 ຄົນ, ພ້ອມທັງສາມາດຈັດຕັ້ຫ້ອງຮຽນ ເຄິ່ງກິນນອນຢູ່ໝູ່ບ້ານທຸກຍາກນີ້ໄດ້. ສິ່ງສຳຄັນທີ່ສຸດຢູ່ທີ່ນີ້ ແມ່ນ ປະຊາຊົນໄດ້ປ່ຽນແປງຄວາມຮັບຮູ້  ຄູສອນ  Ksor H’Nhiem ໄດ້ຕັ້ງໜ້າສົມທົບກັບໂຮງຮຽນເບິ່ງແຍງດູແລເດັກນ້ອຍ ດ້ວຍຄວາມສຸດຈິດສຸດໃຈ.
ຜູ້ລ້ຽງເດັກ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ ບ້ານ​ໄຕ​ງວຽນ - ảnh 1 ຄູສອນ Ksor H’Nhiem (ພາບ:  baogialai.com.vn)

ເຖິງວ່າມີຄວາມຟ້າວຟັ່ງກັບວຽກງານເຮັດໄຮ່ໄຖນາກໍ່ຕາມ, ແຕ່ຕອນຄ່ຳຂອງທຸກວັນ, ຜົວເມຍເອື້ອຍ Rơ Com H'Lai ຢູ່ ໝູ່ບ້ານ Ia Tong, ຕາແສງ Ia Der, Ia Grai ແຂວງ ຢາລາຍ, ໄດ້ປ່ຽນກັນພ້ອມກັບລູກສາວ Ro Com H’ Nanh ອາຍຸ  4 ປີ (ຮຽນຢູ່ຫ້ອງອະນຸບານ) ຮຽນບັນດາບົດຮຽນໂດຍ ຄູສອນ Ksor H’Nhiem ສົ່ງມາໃຫ້. ພາຍຫຼັງທີ່ໄດ້ເບິ່ງບົດສອນຂອງ ຄູສອນ Ksor H’Nhiem ໄດ້ 2 – 3 ຄັ້ງ, ເອື້ອຍ H’Lai ໄດ້ຖ່າຍວີດີໂອ ຕາມການແນະນຳ ແລ້ວສົ່ງໄປໃຫ້ຄູສອນເພື່ອກວດກາ. ນັບແຕ່ເດືອນກັນຍາ ປີ 2021 ມາຮອດປັດຈຸບັນ, ຍ້ອນໂລກລະບາດໂຄວິດ - 19, ດັ່ງນັ້ນ ຫຼານ H’Nanh ພ້ອມກັບ ນ້ອງນ້ອຍຜູ້ອື່ນໆ 37 ຄົນ ຢູ່ໂຮງຮຽນອະນຸບານໝູ່ບ້ານ Ia Tong, ຕາແສງ Ia Der, ເມືອງ Ia Grai ຕ້ອງໄດ້ຮຽນແບບທາງໄກ 5 ບົດຕໍ່ອາທິດ.. ເຖິງວ່າບໍ່ໄດ້ພົບປະກັບຄູສອນໂດຍກົງກໍ່ຕາມ, ແຕ່ຜ່ານວິທີການນີ້, H’Nanh ແລະ ເພື່ອນໆຍັງມີການກະທົບຕອບນຳກັນເປັນປະຈຳ ແລະ ໄດ້ຮັບການກວດກາ, ກຳແໜ້ນສະພາບການໃນການຮຽນຈາກຄູສອນ  H’Nhiem. ໂດຍແມ່ນຜູ້ເປັນແມ່, ເອື້ອຍ H’Lai ຮູ້ສຶກເພິ່ງພໍໃຈນັບແຕ່ຕົ້ນປີມານີ້, ລູກຂອງເອື້ອຍຮຽນບົດເພງໄດ້ຫຼາຍບົດ, ແບບ ແລະ ໄດ້ລໍຖ້າບັນດາບົດສອນຂອງ ຄູໃນຍາມຕອນຄ່ຳ, ເອື້ອຍ H’Nhiem ໃຫ້ຮູ້ວ່າ:

ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈ ທີ່ສຸດ ຍ້ອນວ່າມີຄູສັ່ງສອນ, ເອົາໃຈໃສ່ເຖິງນ້ອງໆນັກຮຽນຢ່າງລອບຄອບຖີ່ຖ້ວນ. ປັດຈຸບັນ, ລູກຂອງຂ້າພະເຈົ້າຮູ້ອ່ານ, ຮູ້ຮ້ອງເພງ, ສາມາດເຂົ້າໃຈໄດ້ຫຼາຍສິ່ງຫຼາຍຢ່າງ. ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈເມື່ອຝາກລູກໄວ້ນຳຄູສອນ H’Nhiem ຕອນໄປເຮັດວຽກ

ເອື້ອຍ Ro Cham H'Yui, ຫົວໜ້າສະມາຄົມພໍ່ແມ່ນັກຮຽນ ໂຮງຮຽນອະນຸບານ ໝູ່ບ້ານ Ia Tong,ຕາແສງ  Ia Der, ເມືອງ Ia Grai, ໃຫ້ຮູ້ວ່າ: ຫ່າງຈາກນີ້ 3 ປີ, ໂຮງຮຽນອະນຸບານແມ່ນເຮືອນຫຼັງໜຶ່ງນ້ອຍໆທີ່ມີເນື້ອທີ່ກວ້າງປະມານ 50 ຕາແມັດ. ເຫດຜົນຍ້ອນວ່າ, ມີພໍ່ແມ່ນັກຮຽນໃນໝູ່ບ້ານຫຼາຍຄົນຖືວ່າ ເດັກນ້ອຍທີ່ມີອາຍຸແຕ່ 3 – 5ປີ ບໍ່ຈຳເປັນຕ້ອງໄປຮຽນໜັງສື, ດັ່ງນັ້ນ ການໄປຮຽນອະນຸບານແມ່ນການໄປຫຼິ້ນ.

ນັບແຕ່ສົກປີ 2018 – 2019 ມາຮອດປັດຈຸບັນ, ພາຍຫຼັງຄູສອນ H’Nhiêm ໄດ້ເປັນຄູປະຈຳຫ້ອງ, ຜ່ານການປະຊຸມກັບພໍ່ແມ່ນັກຮຽນ, ປະຊຸມບ້ານຫຼາຍຄັ້ງ, ຄູສອນ H’Nhiem ໄດ້ອະທິບາຍດ້ວຍພາສາ Jrai ເພື່ອຊ່ວຍໃຫ້ພໍ່ແມ່ນັກຮຽນເຂົ້າໃຈວ່າ ການໄປໂຮງຮຽນອະນຸບານບໍ່ພຽງແຕ່ໄປລະຫຼິ້ນບັນເທິງເທົ່ານັ້ນ, ຫາກຍັງໄດ້ຝຶກແອບຫຼາຍທັກສະໃນການເບິ່ງແຍງດູແລຕົນເອງ, ຮ່ຳຮຽນການທັກທາຍດ້ວຍພາສາຫວຽດ ແລະ ທຳຄວາມລື້ງເຄີຍກັບຕົວອັກສອນ ກ່ອນທີ່ຈະໄປເຂົ້າ ໂຮງຮຽນປະຖົມ. ສິ່ງນີ້ຈະຊ່ວຍໃຫ້ເດັກນ້ອຍຊາວ jrai ມີຄວາມເຊື່ອໝັ້ນ, ກໍ່ຮ່າງສ້າງຕົວດ້ວຍຕົນເອງຫຼາຍກ່ວາ. ເມື່ອເຂົ້າໃຈໄດ້ສິ່ງນັ້ນ, ພໍ່ແມ່ນັກຮຽນ ບໍ່ພຽງແຕ່ໃຫ້ລູກໄປໂຮງຮຽນເທົ່ານັ້ນ, ຫາກຍັງໄດ້ຂົນຂວາຍກັນຊື້ດິນຈີ່, ປະກອບແຮງງານ ກໍ່ສ້າງໂຮງຮຽນໃຫ້ແກ່ລູກຫຼານຂອງຕົນ. ເອື້ອຍ Ro Cham H'Yui ໃຫ້ຮູ້ວ່າ:

ເມື່ອກ່ອນນີ້, ໂຮງຮຽນບໍ່ງາມຄືປັດຈຸບັນ. ດຽວນີ້, ສາວຄູໄດ້ຈັດແຈງປະດັບປະດາງາມຫຼາຍ ແລະ ມີເຄື່ອງອຸປະກອນການຮຽນ, ການສອຄົບຖ້ວນ, ນ້ອງໆຜູ້ໃດກໍມັກ. ນັບແຕ່ເມື່ອ ສາວຄູ ຍຽມ ມາສອນຢູູ່ບ້ານ ຕອງນີ້ ຫ້ອງຮຽນ, ເດີຍາມໃດກໍສະອາດ, ງາມຕາ, ເດັກໆໄດ້ລະຫຼີ້ນຢ່າງສະບາຍ. ພວກຂ້າພະເຈົ້າກໍດີໃຈຫຼາຍ ແລະ ຂອບໃຈສາວຄູ ຍຽມ ຫຼາຍໆທີ່ໄດ້ສິດສອນລູກຂ້າພະເຈົ້າ ກໍຄືນ້ອງໆທຸຄົນຢູ່ທີ່ນີ້.”

ທ່ານນາງ ໂດ໊ທິງາ, ຜູ້ອຳນວຍກາໂຮງຮຽນອະນຸບານ 30 ເມສາ, ຕາແສງ Ia Der, ເມືອງ Ia Grai ໃຫ້ຮູ້ວ່າ, ນັບແຕ່ປີ  2018 ຄືນຫຼັງ, ຢູ່ໂຮງຮຽນບ້ານ Ia Tong ມີເດັກ ທີ່ຢູ່ໃນເກນອາຍຸ ແຕ່ 3 ຫາ 5 ປີມາຮຽນບໍ່ຮອດ 10 ຄົນ. ແຕນັບແຕ່ປີ 2019 – 2020 ມາຮອດປັດຈຸບັນ, ຫ້ອງຮຽນໄດ້ມ 38 ຄົນແລ້ວ. ເພື່ອບັນລຸໄດ້ຜົນງານນີ້ ສ່ວນໃຫຍ່ແມ່ນຍ້ອນມີການປະກອບສ່ວນຂອງສາວຄູ Ksor H’Nhiem. ໄປຄຽງຄູ່ກັບວຽກງານຂົນຂວາຍ, ໂຄສະນາເຜີຍແຜ່, ສາວຄູ H’Nhiem ຍັງບັນລຸມາດຕະຖານສາວຄູເກັ່ງຂັ້ນເມືອງ, ຂັ້ນແຂວງໃນຫຼາຍປີຢ່າງລຽນຕິດ. ພິເສດ, ສາວຄູ H’Nhiem ຍາມໃດກໍເອົາໃຈໃສ່ໃນການທັກທາຍເປັນພາສາ ຫວຽດ, ແຕ່ໃນການຫຼີ້ນເກມ, ສາວຄູຍັງໃຫ້ບຸລິມະສິດສົມທົບໃສ່ການແນະນຳກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ Jrai ອີກດ້ວຍ, ຕົວຢ່າງຄື ກອງ - ຄ້ອງ, ເຄື່ອງດົນຕີ, ຊຸດອາພອນປະຈຳເຜົ່າ.

ສາວຄູ H’Nhiem ມີຄວາມຮັກແພງເດັກຫຼາຍ, ບອກສອນນັກຮຽນຢ່າງອ່ອນໂຍນ. ຍາມໃດລາວກໍຍີ້ມແຍ້ມແຈ່ມໃສ. ໃນສົກຮຽນຊຸມປີຜ່ານມາ, ລາວເປັນສາວຄູຫຼັກແຫຼ່ງຂອງໂຮງຮຽນ ແລະ ບັນລຸມາດຕະຖານສາວຄູເກັ່ງຂັ້ນແຂວງ, ຂັ້ນເມືອງ, ເປັນແບບຢ່າງດີເດັ່ນກ່ຽວກັບຄຸນສົມບັດ ແລະ ການສູ້ຊົນພັດທະນາວິຊາສະເພາະ. ນັບແຕ່ເມື່ອ ສາວຄູ H’Nhiem ມາເຮັດວຽກຢູ່ນີ້, ຄຸນນະພາບການສິດສອນນັບມື້ນັບເພີ່ຂຶ້ນສູງ.”

ສາວຄູ Ksor H’Nhiem ແບ່ງປັນວ່າ ລາວມີຄວາມປາດຖະໜາໃຫຍ່ຫຼວງ ນັ້ນແມ່ນ ພໍ່ແມ່ນັກຮຽນຊົນເຜົ່າ Jrai ນັບມື້ນັບເອົາໃຈໃສ່ເຖິງການຮຽນຂອງລູກຫຼາຍຫຼາຍກວ່າອີກ, ຊ່ວຍນ້ອງໆຂອງຕົນຄ່ອຍໆມີຊີວິດທີ່ດີຂຶ້ນຈາກເສັ້ນທາງຮ່ຳຮຽນ.

ຢູ່ນີ້ຫຍຸ້ງຍາກຫຼາຍ, ມີໜ້ອຍຄົນໄປໂຮງຽນ. ເມື່ອເຫັນແນວນັ້ນ, ຂ້າພະເຈົ້າເສຍໃຈຫຼາຍ. ສະນັ້ນ, ຂ້າພະຈົ້ຫວັງວ່າ ນ້ອງໆນັກຮຽນທີ່ເປັນຊົນເຜົ່າສ່ວນໜ້ອຍຈະໄປຮຽນ, ຮູ້ໜັງສື, ເວົ້າພາສາເຜົ່າ ກິງໄດ້. ມີບາງຄົນບໍ່ໃຫ້ລູກໄປໂຮງຮຽນ ຍ້ອນຄອບຄົວປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ, ຂ້າພະເຈົ້າຕ້ອງໄປຂົນຂວາຍປຸກລະດົ, ຊ່ວຍເຫຼືອ ເພື່ອໃຫ້ພວກນ້ອງໄດ້ໄປຮຽນ, ໃຫ້ພວກນ້ອງຮຽນໃຫ້ເກັ່ງ ແລະ ມີຄວາມຮູ້ຫຼາຍກວ່າອີກ”.

ບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງສາວຄູໜຸ່ມ Ksor H’Nhiem ບໍ່ພຽງແຕ່ໄພໍ່ແມ່ນັກຮຽນ ແລະ ນັກຮຽນຢູ່ໂຮງຮຽນອະນຸບານ ບ້ານ Ia Tong, ຕາແສງ Ia Der, ເມືອງ Ia Grai  ຮັບຮູ້ເທົ່ານັ້ນ, ຫາກໄລຍະຜ່ານມາ, ສາວຄູ H’Nhiem ຍັງໄດ້ຮັບ ນາມມະຍົດ ສາວຄູຕົວແບບທີ່ກ້າວໜ້າສົກຮຽນ 2020 – 2021 ຈາກພະແນກສຶກສາທິການ ແລະ ກໍ່ສ້າງແຂວງ ຢາລາຍ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ