ອິດທິພົນອຳນາດຂອງເຈົ້າກົກເຈົ້າເຫຼົ່າຊາວ ບານາ, ເຂດ ໄຕງວຽນ

(VOVWORLD) -ໄດ້ກາຍເປັນປະເພນີນັບຮ້ອຍໆປີມາແລ້ວ, ແຕ່ລະຄຸ້ມບ້ານຂອງບັນດາຊົນເຜົ່າຢູ່ ໄຕງວຽນ (ເຂດພູພຽງທິດຕາເວັນຕົກ) ລ້ວນແຕ່ມີເຈົ້າກົກເຈົ້າເຫຼົ່າຄົນຫນຶ່ງ ເຊິ່ງເປັນຜູ້ນຳໜ້າຂອງຄຸ້ມບ້ານ. ແຕ່ຄາວຍັງໜຸ່ມ ເຂົາເຈົ້າອາດຈະແມ່ນນັກຮົບຜູ້ພິລະອາດຫານ ຫຼື ບັນດາຜູ້ທຳການຜະລິດເກັ່ງ. ເມື່ອມີອາຍຸສູງ, ເຂົາເຈົ້າກາຍເປັນບັນດາເຈົ້າກົກເຈົ້າເຫຼົ່າ ທີ່ມີອິດທິພົນອຳນາດ - ອິດທິພົນອຳນາດທີ່ບໍ່ຖືລັກສະນະຂີດໝາຍຂອງສິດອຳນາດບາດໃຫຍ່ ແຕ່ເລີ່ມມາຈາກຄວາມນິຍົມຊົມຊອບ ແລະ ເຄົາລົບນັບຖື. ເຂົາເຈົ້າແມ່ນສາງບົດຮຽນໃນການຜະລິດ, ການປະພຶດ, ທັກທາຍ ແລະ ເປັນສູນກາງແຫ່ງຄວາມສາມັກຄີວົງຄະນະຍາດໃນຄຸ້ມບ້ານ.

ແຕ່ດົນນານມາແລ້ວ, ບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດໄຕງວຽນ ໄດ້ດຳລົງຊີວິດຢູ່ເຂດປ່າພູສູງ, ຊີວິດການເປັນຢູ່ສ່ວນຫຼາຍແມ່ນອີງໃສ່ທຳມະຊາດ, ຈາກນັ້ນ ກາຍເປັນຮີດຄອງປະເພນີ, ຄວາມເຫຼື້ອມໃສທີ່ເປັນມູນເຊື້ອຄື: ບູຊາເຈົ້າໄຟ, ເຈົ້ານ້ຳ, ເຈົ້າປ່າ, ເຈົ້າເຂົາ, ເຈົ້າຕົ້ນເຂົ້າ… ພໍ່ແມ່ປະຊາຊົນຈັດຕັ້ງພິທີກໍາ, ງານບຸນພາວະນາຂໍ ໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ລະດູການເກັບກ່ຽວໄດ້ຮັບຜົນດີ. ເຖິງຢ່າງໃດກໍຕາມ, ຊີວິດການເປັນຢູ່ໃນເຂດປ່າພູສູງ ຕ້ອງມີຄວາມໄດ້ຕ້ານທານກັບບັນດາສິ່ງທີ່ຜິດປົກກະຕິຂົມຂູ່ຈາກທຳມະຊາດ, ເຊິ່ງມັນຮຽກຮ້ອງໃຫ້ມີບັນດາຜູ້ທີ່ມີຄຸນນະທາດ, ມີບົດຮຽນ, ມີອິດທິພົນຊື່ສຽງ ເພື່ອສ້າງຄວາມສາມັກຄີໃນວົງຄະນະຍາດ ນຳຄຸ້ມບ້ານຜ່ານຜ່າທຸກໆຄວາມຫຍຸ້ງຍາກ… ຈາກສິ່ງດັ່ງກ່າວ ຈຶ່ງແຕ່ງຕັ້ງຜູ້ນຳໜ້າບັນດາຄຸ້ມບ້ານ ເຊິ່ງໃນປັດຈຸບັນ ປະຊາຊົນໃນໝູ່ບ້ານໄດ້ເອີ້ນດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮັກແພງວ່າ ແມ່ນເຈົ້າກົກເຈົ້າເຫຼົ່າ. ຄຸ້ມບ້ານໜຶ່ງອາດຂາດຕຳແຫນ່ງໃດຫນຶ່ງ ແຕ່ ເຈົ້າກົກເຈົ້າເຫຼົ່າແມ່ນຂາດບໍ່ໄດ້, ເຈົ້າກົກເຈົ້າເຫຼົ່າ ແມ່ນສູນກາງເຕົ້າໂຮມ, ຮັກສາຄວາມສາມັກຄີ, ແມ່ນຜູ້ກຳກັບບັນຊາທຸກການເຄື່ອນໄຫວໃນຊີວິດການເປັນຢູ່ ວັດທະນະທຳທາງດ້ານ ຈິດໃຈຂອງພໍ່ແມ່ປະຊາຊົນໃນຄຸ້ມບ້ານ.

ອິດທິພົນອຳນາດຂອງເຈົ້າກົກເຈົ້າເຫຼົ່າຊາວ ບານາ, ເຂດ ໄຕງວຽນ - ảnh 1ພໍ່ເຖົ້າ ອາຮວິງ  ເປັນຄົນທີ່ມີຄວາມຊໍານານໃນຈັກສານ (baokontum.com.vn)

ກໍເຊັ່ນດຽວກັນກັບຊົນເຜົ່າອື່ນໆຢູ່ເຂດໄຕງວຽນ, ສຳລັບຊາວ ເຜົ່າບານາ ແລ້ວ, ອຳນາດສູງສຸດແມ່ນຮີດຄອງປະເພນີ, ໃນນັ້ນ ເຈົ້າກົກເຈົ້າເຫຼົ່າແມ່ນສັນຍາລັກແຫ່ງຄວາມທ່ຽງທຳ, ຊື່ກົງ, ແມ່ນຜູ້ຈັດການວຽກງານຕ່າງໆໃນບ້ານ. ປະຊາຊົນໃນບ້ານຕ້ອງຍອມຮັບທຸກໆການຈັດວາງ, ຊັບຊ້ອນຂອງເຈົ້າກົກເຈົ້າເຫຼົ່າຢ່າງເດັດຂາດ. ທ່ານ ປອ ບູ່ຍວັນດ້າວ ອະດີດຫົວໜ້າສະຖາບັນ ວິທະຍາສາດສັງຄົມເຂດ ໄຕງວຽນ ໃຫ້ຮູ້ວ່າ:

        “ກ່ອນນີ້ໃນບັນດາຮີດຄອງປະເພນີຂອງຄຸ້ມບ້ານຊົນເຜົ່າ ບານາ ແລະ ຮີດຄອງປະເພນີນັ້ນ ແມ່ນສະແດງອອກໃນບົດບາດຂອງຜູ້ເປັນເຈົ້າກົກເຈົ້າເຫຼົ່າ ໃນໜ່ວຍໄກ່ເກ່ຍທີ່ມີສະມາຊິກຫລາຍຄົນ. ອີງຕາມແຕ່ລະວຽກງານ ແລະ ແຕ່ລະກໍລະນີ ເຊິ່ງໜ່ວຍໄກ່ເກ່ຍພິຈາລະນາແກ້ໄຂ. ທ່າອ່ຽງລວມແມ່ນການໄກ່ເກ່ຍ ແລະ ມີບັນດາການສຶກສາອົບຮົມ, ຕັກເຕືອນ ໃນລະດັບໃດໜຶ່ງ ເພື່ອໃຫ້ຜູ້ກ່ຽວ ແລະ ຜູ້ກະທຳຜິດຖອດຖອນບົດຮຽນ”.

        ບັນດາເຈົ້າກົກເຈົ້າເຫຼົ່າບໍ່ແມ່ນເທວະດາຟ້າແຖນ, ແຕ່ຍາມໃດກໍເປັນບ່ອນອີງທາງດ້ານຈິດໃຈໃຫ້ແກ່ທົ່ວວົງຄະນະຍາດ. ຮອດຕອນຄ່ຳ, ໃນເຮືອນຮ້ານທີ່ສະຫງົບງຽບ, ຕາມປົກກະຕິ ບັນດາຜູ້ເຖົ້າຜູ້ແກ່ຈະມາເຮືອນຂອງເຈົ້າກົກເຈົ້າເຫຼົ່ານັ່ງອ້ອມເຕົາໄຟເພື່ອໂອ້ລົມກັນ. ເຈົ້າກົກເຈົ້າເຫຼົ່າແມ່ນສູນເຕົ້າໂຮມຄວາມສາມັກຄີ, ແມ່ນສາງບົດຮຽນກ່ຽວກັບການຜະລິດ ແລະ ບົດຮຽນໃນການປະຕິພຶດ ການທັກທາຍ. ການຮັບມືກັບໄພທຳມະຊາດເມື່ອມີຟ້າຜ່າ, ນ້ຳຖ້ວມ, ຟ້າລົມຝົນຕົກແຮງ, ພາຍຸ, ພູເຈື່ອນ, ແມ່ນ້ຳບົກແຫ້ງ, ເມື່ອມີສັດຮ້າຍເຂົ້າມາທຳຮ້າຍປັ່ນປ່ວນ, ໄພແຫ້ງແລ້ງແກ່ຍາວ… ເຈົ້າກົກເຈົ້າເຫຼົ່າແມ່ນວັດຈະນານຸກົມສັບພະສິ່ງ, ຊ່ວຍໃຫ້ລູກຫຼານຮູ້ສິ່ງໃດດີ, ສິ່ງໃດຄວນ, ຮູ້ສິ່ງທີ່ຖືກທີ່ຜິດ ເພື່ອປະຕິບັດໃນບັນດາການພົວພັນລະຫວ່າງຄົນກັບຄົນ, ລະຫວ່າງຄົນກັບທຳມະຊາດ.

        ໃນຊີວິດປະຈຳວັນ, ຊາວເຜົ່າ ບານາ ຍາມໃດກໍຖືເອົາຮີດຄອງປະເພນີເປັນເຂັມຊີ້ທິດໃຫ້ແກ່ທຸກການເຄື່ອນໄຫວ… ວົງຄະນະຍາດອີງໃສ່ຮີດຄອງປະເພນີເພື່ອຕິດຕາມກວດກາເຊິ່ງກັນ ແລະ ກັນ. ສະມາຊິກຜູ້ໃດລະເມີດຮີດຄອງປະເພນີ ແມ່ນເຈົ້າກົກເຈົ້າເຫຼົ່າອີງໃສ່ຕາມກົດນັ້ນເພື່ອພິຈາລະນາ ແລະ ເວລານັ້ນ ສະມາຊິກທຸກຄົນຕ້ອງເຄົາລົບ ແລະ ປະຕິບັດຕາມ. ແມ່ເຖົ້າ ເຮີດາມ ຊົນເຜົ່າ ບານາ ຢູ່ແຂວງ ຢາລາຍ ໃຫ້ຮູ້ວ່າ:

        “ມີບັນຫາຫຍັງທີ່ຕ້ອງການເຖິງການຕັດສິນສ່ວນລວມ ແມ່ນສະມາຊິກໃນໜ່ວຍໄກ່ເກ່ຍຈະເຕົ້າໂຮມກັນເພື່ອປຶກສາຫາລື. ເຈົ້າກົກເຈົ້າເຫຼົ່າຈະເປັນຜູ້ໄຈ້ແຍກຄວາມຖືກຄວາມຜິດ ຫຼື ວິທີແກ້ໄຂຄືດັ່ງກ່າວຖືກຫຼືບໍ່. ເຈົ້າກົກເຈົ້າເຫຼົ່າຈະແມ່ນຜູ້ຕັດສິນສະຫຼຸບຄືນການແກ້ໄຂວຽກງານຕ່າງໆ”.

        ຕາມທ່ານ ປອ ບູ່ຍວັນດ້າວ ແລ້ວ, ປັດຈຸບັນ ສານຮີດຄອງປະເພນີຂອງວົງຄະນະຍາດເຜົ່າ ບານາ ແມ່ນບໍ່ຄົງຕົວແລ້ວ, ຫາກມີພຽງແຕ່ໃນບົດບາດຂອງເຈົ້າກົກເຈົ້າເຫຼົ່າ. ເຈົ້າກົກເຈົ້າເຫຼົ່າ ແມ່ນຜູ້ເຊື່ອມຕໍ່ລະຫວ່າງປະເພນີ ແລະ ປັດຈຸບັນ. ໃນຊຸມປີຜ່ານມາ, ບັນດາແຂວງຢູ່ເຂດໄຕງວຽນ ໄດ້ມີວິທີເຮັດດີຫຼາຍຢ່າງໃນການເສີມຂະຫຍາຍບົດບາດຂອງເຈົ້າກົກເຈົ້າເຫຼົ່າ ຜູ້ມີອິດທິພົນຊື່ສຽງ ເພື່ອແນໃສ່ສ້າງລະບົບການເມືອງຂັ້ນຮາກຖານເປັນຢ່າງດີ. ໃນໄລຍະກວ່າ 30 ປີແຫ່ງການປ່ຽນແປງໃໝ່, ບົດບາດຂອງເຈົ້າກົກເຈົ້າເຫຼົ່າຜູ້ມີອິດທິພົນຊື່ສຽງ ຢູ່ເຂດໄຕງວຽນ ໄດ້ຮັບການຮັບຮອງ ແລະ ໄດ້ຮັບການເອົາໃຈໃສ່; ແຕ່ລະຄຸ້ມ, ບ້ານລ້ວນແຕ່ໄດ້ຮັບການແນະນຳຄັດເລືອກເອົາ ເຈົ້າກົກເຈົ້າເຫຼົ່າ 1 ຫຼື 2 - 3 ຄົນ ສົມທົບກັບອຳນາດການປົດຄອງ ເພື່ອຂົນຂວາຍປະຊາຊົນ. ຖ້າຫາກກ່ອນນີ້, ເຈົ້າກົກເຈົ້າເຫຼົ່າພຽງແຕ່ມີໜ້າທີ່ໃນການເຫຼື້ອມໃສ ແລະ ຮັກສາຮີດຄອງປະເພນີນັ້ນ ແມ່ນປັດຈຸບັນ ບັນດາເຈົ້າກົກເຈົ້າເຫຼົ່າຢູ່ເຂດໄຕງວຽນ ໄດ້ສົມທົບກັບລະບົບການເມືອງຂັ້ນຮາກຖານ ລະດົມກຳລັງໃຈ ປະຊາຊົນໃນບ້ານປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ./.

ຕອບກັບ

ຂ່າວ/ບົດ​ອື່ນ