ເຈິ່ນແທ່ງອານ - ຊາຍໜຸ່ມຜູ້ເມົາມົວໃນການຂັບແທນ, ພິນຕິ໋ງ

(VOVWORLD) -ງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ VI ຫາກໍດໍາເນີນໄປຫວ່າງແລ້ວນີ້ຢູ່ແຂວງ ຮ່າຢາງ, ໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ, ນັກສະແດງເປັນຮ້ອຍໆຄົນ. ໃນນັ້ນ ກໍມີນັກສິລະປິນໜຸ່ມຫຼາຍຄົນ ອາຍຸບໍ່ເຖິງ 20 ປີ ແລະ ພົ້ນເດັ່ນໃນຈຳນວນນັກສິລະປິນນັ້ນ ມີ ເຈິ່ນແທ່ງອານ, ຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ຊາຍໜຸ່ມອາຍຸ 19 ປີ, ນີ້ແມ່ນຊາວຊົນເຜົ່າ ກິງ ໄດ້ເຮັດໃຫ້ບັນດາຜູ້ຊົມຕົກສະເງີ້ ຍ້ອນການຂັບແທນດ້ວຍພາສາ ໄຕ່ ປະສານກັບສຽງພິນຕິ໋ງ ທີ່ອ່ອນຊ້ອຍດັງກ້ອງໃນແຕ່ລະຕອນຂອງການສະແດງ. 

        ຂັບແທນ ໄດ້ເປັນທີ່ຮູ້ຈັກ ແມ່ນມໍລະດົກວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຢູ່ບັນດາແຂວງເຂດພູດອຍທາງທິດເໜືອ ຫວຽດນາມ. ດ້ວຍຄວາມປາດຖະໜາຢາກອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບແທນນັ້ນ ບັນດາທ້ອງຖິ່ນຢູ່ແຂວງຕ່າງໆເຂດພູດອຍທາງທິດເໜືອ ກໍຈັດຕັ້ງງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ຂຶ້ນສອງປີເທື່ອໜຶ່ງ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສິລະປະການ,ນັກສິລະປິນຂັບແທນໃນທຸກລຸ້ນໄວ ໄດ້ພົບປະແລກປ່ຽນ, ແບ່ງປັນບັນດາຈັງຫວະທຳນອງແທນຂອງຊົນເຜົ່າຕົນ… ມີບາງນັກສິລະປະການທີ່ມີອາຍຸກວ່າ 90 ປີແລ້ວ ແຕ່ກໍມີບັນດານັກສິລະປະການທີ່ຍັງໜຸ່ມນ້ອຍ ອາຍຸຍັງບໍ່ທັນຮອດ 20 ປີ, ໃນນັ້ນ ມີຊາຍໜຸ່ມ ເຈິ່ນແທ່ງອານ, ອາຍຸ 19 ປີ ເຊິ່ງເປັນສະມາຊິກຂອງຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ.

        ເຈິ່ນແທ່ງອານ ເຕີບໃຫຍ່ໃນດິນແດນ ກາວບັ່ງ, ບ່ອນທີ່ບັນດາຈັງຫວະທຳນອງ ແທນ ໄດ້ຝັງເລິກເຂົ້າໃນຈິດສຳນຶກຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້. ແຕ່ປີ 2013, ເວລານັ້ນອາຍຸຫາກໍ 13 - 14 ປີ, ທ້າວ ອານ ໄດ້ເລີ່ມຕົ້ນຮຽນຂັບແທນ. ສຳລັບ ອານ ແລ້ວ, ແທນ ຄືດັ່ງວາດສະໜາ, ຄວາມບັງເອີນທີ່ຮັດແໜ້ນລາວກັບເສັ້ນທາງແຫ່ງສິລະປະ.

        “ນ້ອງໄດ້ຟັງຂັບແທນມາແຕ່ນ້ອຍ, ເນື້ອແທ້ຂອງຂັບແທນໄດ້ຊຶມເຂົ້າໃນຕົວ ແລະ ເມື່ອໃຫຍ່ຂຶ້ນມາຈຶ່ງເຫັນວ່າ ຕົນເອງມັກຂັບແທນ, ຄວາມຮັກຕໍ່ກັບສິລະປະປະເພດນີ້ ນັບມື້ນັບໃຫຍ່ຫຼວງກວ່າເກົ່າ… ນັບແຕ່ນັ້ນມາ ນ້ອງເລີ່ມຕົ້ນໄປຮຽນຂັບແທນ”.

ເຈິ່ນແທ່ງອານ - ຊາຍໜຸ່ມຜູ້ເມົາມົວໃນການຂັບແທນ, ພິນຕິ໋ງ - ảnh 1 (ພາບປະກອບ)

        ເຖິງວ່າເປັນຊາວຊົນເຜົ່າ ກິງ, ຄອບຄົວບໍ່ມີໃຜເຮັດວຽກກ່ຽວກັບສິລະປະ ຫຼື ຂັບແທນກໍຕາມ ແຕ່ນັບແຕ່ເມື່ອເມົາມົວໃນການຂັບແທນ, ເຈິ່ນແທ່ງອານ ກໍເລີ່ມຕົ້ນຮຽນພາສາຊົນເຜົ່າ ໄຕ່ ແລະ ຮຽນດີດພິນຕິ໋ງ. ອານ ໄດ້ໄປຊອກຫາບັນດານັກສິລະປະການຢູ່ ກາວບັ່ງ ດ້ວຍຕົນເອງ ເພື່ອຮຽນຂັບ ເພື່ອຫຼໍ່ລ້ຽງຄວາມເມົາມົວຂອງຕົນ. ອາຈານຄົນທຳອິດ ທີ່ໄດ້ແນະນໍາ, ບອກສອນ ອານ ເຂົ້າສູ່ການຂັບແທນແມ່ນ ນັກສິລະປິນດີເດັ່ນ ຮວ່າງກິມເຕວ້, ຮອງປະທານສະມາຄົມອະນຸລັກຮັກສາເພງພື້ນເມືອງບັນດາເຜົ່າ ແຂວງ ກາວບັ່ງ. ເຈິ່ນແທ່ງອານ ແບ່ງປັນວ່າ:

        “ຍ້ອນແມ່ແມ່ນຊາວເຜົ່າ ໄຕ່, ຟັງຂັບແທນແຕ່ຍັງນ້ອຍ ສະນັ້ນ ການຮຽນກໍງ່າຍກວ່າ. ແຕ່ຄາວຍັງນ້ອຍ ເມື່ອໄດ້ຍິນຂັບແທນແມ່ນແລ່ນມາເພື່ອຟັງ ແລະ ຄວາມຮັກຕໍ່ກັບ ແທນ ກໍເປັນຄືແນວນັ້ນຈົນເຖິງເມື່ອເຕີບໃຫຍ່ຂຶ້ນ ແລະ ຮູ້ສຶກວ່າຮັກ ແທນ ຫຼາຍ. ຍ້ອນແນວນັ້ນ ຂ້າພະເຈົ້າຈຶ່ງໄປຊອກຮຽນຂັບແທນ ເພື່ອໃຫ້ສົມກັບຄວາມເມົາມົວ. ທຳອິດແມ່ນຍາກຫຼາຍ… ຍ້ອນຕົວຂ້າພະເຈົ້າເປັນຊາວເຜົ່າ ກິງ, ຂັບແທນແມ່ນຕ້ອງຮຽນພາສາ ໄຕ່, ພ້ອມທັງຕ້ອງຮຽນດີດພິນຕິ໋ງຕື່ມອີກ”.

        ນອກຈາກປະສົບກັບຄວາມຍາກໃນບັນດາບົດຂັບແທນ ຍ້ອນສ່ວນຫຼາຍບັນດາບົດຂັບລ້ວນແຕ່ເປັນພາສາຊົນເຜົ່າ ໄຕ່ນັ້ນ, ບັນດານັກສິລະປິນຍັງຕ້ອງຮຽນດີດພິນຕິ໋ງນຳອີກ. ເມື່ອຫາກໍເລີ່ມທຳຄວາມລື້ງເຄີຍກັບ ພິນຕິ໋ງ, ບັນດານິ້ວມືຂອງ ອານ ຍັງແຂງຢູ່, ດີດຍັງຂາດຄວາມອ່ອນຊ້ອຍ… ແຕ່ດ້ວຍຄວາມມານະພະຍາຍາມ, ອົດທົນເຝິກແອບ, ມາຮອດປັດຈຸບັນ ບັນດາຈັງຫວະຂອງ ແທນ ປະສານພ້ອມກັບສຽງພິນຂອງ ອານ ໄດ້ໄປເຖິງທຸກພາກໃນທົ່ວປະເທດ.

        “ພິນຕິ໋ງ ແມ່ນພິນບໍ່ມີຂອດຈັບ,ຍ້ອນແນວນັ້ນ ເພື່ອດີດພິນຕິ໋ງໄດ້, ມັນຮຽກຮ້ອງໃຫ້ຜູ້ດີດພິນຕ້ອງມີຄວາມຮູ້ດ້ານດົນຕີ, ຕ້ອງມີເຄື່ອງຫູຟັງ ຈຶ່ງດີດພິນໄດ້ຖືກຕ້ອງ ແລະ ມ່ວນ. ພິເສດ ຕ້ອງເຝິກນິ້ວມືໃຫ້ອ່ອນ ຈຶ່ງມີສຽງພິນອັນນຸ້ມນວນອ່ອນຊ້ອຍໄດ້”.

        ປັດຈຸບັນ ເຈິ່ນແທ່ງອານເປັນສະມາຊິກຂອງຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ດ້ວຍຕາຕະລາງການສະແດງທີ່ຫຼາຍຕໍ່ເນື່ອງ, ແຕ່ລະເດືອນ ອານ ຍັງຊັບຊ້ອນຫາເວລາໄປແຂວງ ລ໋າງເຊີນ ເພື່ອພ້ອມກັບບັນດານັກສິລະປະການ, ນັກສິລະປິນຢູ່ທີ່ນີ້ ຄົ້ນຫາຂັບແທນຕື່ມ ແລະ ຮຽນບັນດາຈັງຫວະທຳນອງ ແທນດັ້ງເດີມ. ໂດຍບໍ່ຢຸດຢູ່ພຽງເທົ່ານັ້ນ, ອານ ຍັງພ້ອມກັບນັກສິລະປະການຈຳນວນໜຶ່ງ ເປີດຫ້ອງຮຽນຂັບແທນໃຫ້ບັນດານ້ອງນ້ອຍ ແລະ ຫ້ອງຮຽນສຳລັບຜູ້ອາຍຸສູງນຳອີກ. ຄວາມມົວເມົາ ແລະ ຄວາມມານະພະຍາຍາມໃນການຊອກຮູ້ຮ່ຳຮຽນຂອງ ເຈິ່ນແທ່ງອານ ນັ້ນ ບັນດານັກສິລະປະການ,ນັກສິລະປິນຂັບແທນໄດ້ຊົມເຊີຍ ແລະ ນັບຖືທີ່ສຸດ. ນັກສິລະປະການຂັບແທນ ຈູທິທ່າ, ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ເລື່ອງບັນດາໄວໜຸ່ມຄື ອານ ສືບທອດຕໍ່ການຂັບແທນ ຈາກລຸ້ນກ່ອນໄດ້ນັ້ນ ແມ່ນສິ່ງດີງາມທີ່ສຸດ, ບັນດານັກສິລະປະການຖ່າຍທອດສອນໃຫ້ຄົນລຸ້ນຫຼັງ ຈະຊ່ວຍໃຫ້ບັນດາລູກຫຼານຮັກສາໄວ້ໄດ້ ຈະເປັນມູນເຊື້ອໃນອະນາຄົດ. ຂ້າພະເຈົ້າພາກພູມໃຈເປັນຢ່າງຍິ່ງຕໍ່ສິ່ງດັ່ງກ່າວ”.

        ເຈິ່ນແທ່ງອານເປັນສະມາຊິກໜຸ່ມນ້ອຍທີ່ສຸດຂອງຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ທີ່ງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ VI ປີ 2018 ຜ່ານມາ, ອານ ພ້ອມກັບຄະນະຍາດໄດ້ 7 ລາງວັນ, ໃນນັ້ນ ລາງວັນ A ໄດ້ 2 ລາງວັນ, ລາງວັນ B ໄດ້ 3 ລາງວັນ, ລາງວັນ C ໄດ້ 2 ລາງວັນ. ເຖິງວ່າເຂົ້າຮ່ວມງານມະໂຫລານເປັນຄັ້ງທຳອິດ ແຕ່ ເຈິ່ນແທ່ງອານ ກໍໄດ້ປະກອບສ່ວນລາງວັນ B,1 ລາງວັນໃຫ້ຄະນະ ກາວບັ່ງ. ນີ້ແມ່ນລາງວັນອັນເໝາະສົມກັບສຳລັບບັນດາຄວາມມານະພະຍາຍາມ ແລະ ເມົາມົວຂອງຊາຍໄວໜຸ່ມ ເຈິ່ນແທ່ງອານ - ຜູ້ທີ່ໃນແຕ່ລະມື້ລະວັນພວມປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງສິລະປະຂັບແທນ, ພິນຕິ໋ງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ