ຄັດສະເຫນີເນື້ອໃນຂອງຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ

​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ໄດ້​ຮັບ​ຈົດໝາຍ​ email ຫລາຍສະບັບ, ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວຫລາຍ​ຄົນ. ​​ເຖິງ​ວ່າ​ ​ຂ້ອງ​ຄາກັບວຽກ​ງານຫຼາຍກໍ​ຕາມ ​ແຕ່ ບັນດາ​ ທ່ານ​ຜູ້​ຟັງ​​ໄດ້ຍາດເວລາ​ເພື່ອ​ສົ່ງ​ຈົດໝາຍ​​ເຖິງ​ລາຍການ ​ເພື່ອ​ປະກອບ​ຄຳ​ຄິດຄຳ​ເຫັນ ​ແລະ ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງແຕ່​ລະລາຍ​ການ ກໍ່​ຄື​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ບາງ​ບັນຫາ    ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​. ​ໃນ​ລາຍການ​​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ ຂໍຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຂອງ​ຈົດໝາຍ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ຍັງ​ລາຍການ ພ້ອມ​ທັງ​ຕອບ​ບາງຄຳ​ຖາມ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ.

                ​​ໃນ​ຈົດໝາຍ​ຝາກ​ມາ​ລາຍການ, ​ເພື່ອນ​ບູນທັນ ຢູ່ ​ແຂວງ ອຸດົມ​​ໄຊ ຊຶ່ງ​ແມ່ນ​ຜູ້​ຕິດ​ຕາມ​ລາຍການ​ພາກ​ພາສາ​ລາວ ​ເປັນ​ປະຈຳ ​ໄດ້​​ເວົ້າ​ວ່າ:  ​ໃນ​ອາທິດ​ຜ່ານ​ມາ ຂ້າພະ​ເຈົ້າ​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມລາຍການ​ຕ່າງໆ​ຂອງ VOV5, ດັ່ງ​ນັ້ນ​ຈຶ່ງ​ຮູ້​ເຖິງ​​ບັນຍາກາດ​ຟົດ​ຟື້ນ​ມ່ວນຊຶ່ນ​ ​ໃນ​ການກະກຽມຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ ຊາວຫວຽດນາມ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຜ່ານ​ລາຍການ ຂ້າພະ​ເຈົ້າ​​ເຂົ້າ​ໃຈ​ໄດ້​ວ່າ ບຸນປີ​ໃຫມ່​ປະຈຳ​ຊາດ ຫວຽດນາມ ​ແມ່ນ​ສິ່ງ​ທີ່​ສັກກະ​ລະ​ບູຊາ​ສຳລັບ​ຊາວຫວຽດນາມ ທຸກ​ຄົນ, ​ເຖິງ​ວ່າ ​ຈະ​ຢູ່ຫ່າງ​​ໄກຈາກ​ຄອບຄົວ, ບ້ານ​ເກີດ​ເມືອງ​ນອນ​ກໍ​ຕາມ ​ແຕ່​ຮອດ​ບຸນ​ເຕັດ ​ເຂົາ​ເຈົ້າ​ກໍ​ຊັບຊ້ອນ​ວຽກ​ງານ,​ ຍາດ​ເວລາ​ເພື່ອ​ກັບ​ຄືນ​​ເມືອ​ເຕົ້າ​​ໂຮມ​ກັບ​ຄອບຄົວ.

        ​ເພື່ອນ ສົມ​ເພັດ ຢູ່ ​ແຂວງ ສະ​ຫວັນນະ​ເຂດ ​ໄດ້ຝາກຈົດໝາຍມາລາຍການ​ໂດຍ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ “ວັດທະນະທຳຫວຽດນາມ ຂອງ VOV5” ຫຼາຍ. ຜ່ານ​ລາຍການ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ໄດ້​​ຮີດຄອງ​ປະ​ເພນີ​ຂອງ​ບັນດາ​​ເຂດ​, ພາກ​ຂອງຫວຽດນາມ, ພິ​ເສດ​ໃນ​ໂອກາດ​ບຸນ​ປີ​ໃຫມ່​ປະຈຳ​ຊາດ. ​ແລະ ​ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ​ໄດ້​ອອກ​ອາກາດ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ປະ​ເພນີ​ຫໍ່​ເຂົ້າຕົ້ມ​ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ” ​ອັນໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ຂ້າພະ​ເຈົ້າຫລາຍ. ​ເຂົ້າຕົ້ມ​ຊຶ່ງ​ປະຊາຊົນ​ຢູ່ ຕາ​ແສງ ​ເຍີນຈີ​ງ ​ເມືອງ ​ແທນ​ຊວນ ຮ່າ​​ໂນ້ຍ ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ ບໍ່​ແມ່ນ​ເຂົ້າຕົ້ມທຳ​ມະ​ດາ​ຄື​ຄວາມ​ຮູ້ສຶກ​ຂອງຂ້າພະ​ເຈົ້າ​, ຫາກ​ແມ່ນ​ເຂົ້າຕົ້ມ​ຫວານຂະຫນາດ​ໃຫຍ່ ​ແລະ ຂັ້ນ​ຕອນ​ຫໍ່​ເຂົ້າຕົ້ມ​ກໍ່​ລະອຽດ​ລະ​ອໍທີ່​ສຸດ.

        ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ​ແລ້ວ​ນັ້ນ ​ແມ່ນ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ຕໍ່​ໄປ​ນີ້ ພວກ​ເຮົາ​ຂໍຕອບ​ຄຳ​ຖາມ​ຂອງ​ເພື່ອນ​ສົມ​ຫວັງ ຢູ່ ​ແຂວງ​ວຽງ​ຈັນ ທີ່ຢາກ​ຊອກ​ຮູ້​ກ່ຽວ​ກັບ ບ້ານ​​ໂດນ ແຂວງ ດັກ​ລັກ (ຫວຽດນາມ).

ຄັດສະເຫນີເນື້ອໃນຂອງຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ - ảnh 1
ຮູບພາບກ່ຽວກັບບ້ານໂດນ
ພາບ:internet

        ​ເພື່ອນ​ສົມ​ຫວັງທີ່​ຮັ​ກ​ແພງ! ບ້ານ​ໂດນ​ ແມ່ນ​ສະຖານ​ທີ​ທີ່​ລື​ຊື່​ຂອງ​ຫວຽດນາມ ​ແລະ ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຫລາຍ​ຄົນ​​ກໍ່​ຮູ້ຈັກ​ເຖິງ ແມ່ນເຂດທີ່ມີມູນເຊື້ອ​ລ່າ​​ເນື້ອ​ ​ແລະຄ້ອງຊ້າງ​ໃນ​ປ່າ. ປະຈຸ​ບັນ, ບ້ານ​ໂດນ ມີ ຫລາຍຊົນ​ເຜົ່າ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ, ​ໃນ​ນັ້ນ ມີ 3 ຊົນ​ເຜົ່າ​ຕົ້ນຕໍ​ນັ້ນ​ແມ່ນ ຊົນ​ເຜົ່າ​ລາວ, E de ​ແລະ Mnong. ບ້ານ​ໂດນ ​​ເອີ້ນຕາມ​ພາສາ​ລາວ​ ​ແມ່ນບ້ານ​ດອນ , ຊື່​ງ​ແມ່ນ​ໝູ່​ບ້ານ​ແຫ່ງ​ຫນື່ງ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເຂດ​ດອນ​​ກາງແມ່​ນ້ຳ Serepok, ສ່ວນ​ຊາວ E de ​ແລະ Mnong ​ເອີ້ນ​ວ່າ ບວນ​ໂດນ. ບ້ານ​​ໂດນ ​ແຕ່​ກ່ອນ​ແມ່ນ​​ແຫ່ງ​ແລກປ່ຽນ​​ຄ້າຂາຍ​ສຳຄັນ​ລະຫວ່າງ​ສາມ​ປະ​ເທດ​ອີນດູ​ຈີນ ​ທາງ​​ນ້ຳ. ຄົນ​​ເຜົ່າລາວ​ໃນ​ຄາວ​ນັ້ນ, ​​ເມື່ອລ່ອງ​ແມ່​ນ້ຳ​ຄ້າຂາຍ​ສິນຄ້າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ເຂດ​ດິນ​ແດນ​ທີ່​ສວຍ​ງາມ​ແຫ່ງ​ນີ້ ​ແລະ ຕັດສິນ​ໃຈ​ດຳລົງ​ຊີວິດ​ຢູ່​ທີ່​ນີ້​ພ້ອມກັບ​ຊາວ E de ປະຈຳ​ຖິ່ນ ​ແລະ ພ້ອມ​ກັນ​ກໍ່ສ້າງ​ໝູ່​ບ້ານ​ຫນື່ງທີ່​ຫນາ​ແຫນ້ນ​, ອຸດົມ​ສົມບູນ  ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ຊົນ​ເຜ່ົາ. ບ້ານ​ໂດນ ກ່ອນ​ນີ້ ​ແມ່ນ​​ເມືອງ​ເອກ​ຂອງ​ແຂວງ ດັກ​ລັກ. ປະຈຸ​ບັນ, ບ້ານ​ໂດນ ​ແມ່ນ​ສະຖານ​ທີ​່ທ່ອງ​ທ່ຽວ​ທີ່​ຂຶ້ນ​ກັບຕາ​ແສງ Ea Wer, ​ເມືອງບວນໂດນ, ​ແຂວງ ດັກລັກ, ຫ່າງ​ຈາກ ບວນມາທວດ ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອປະມານ 40 Km. ບ້ານ​ໂດນ ​ແມ່ນ​ຊື່​ເອີ້ນ​ລວມ​ເພື່ອ​ເວົ້າ​ເຖິງ​​ກຸ່ມປູຊະນີຍະສະຖານ​ທ່ອງ​ທ່ຽວ​ຂອງ​ເມືອງ ບວນໂດນ. ຢູ່ ບ້ານ​ໂດນ ມີ​ເຂດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ທີ່​ສວຍ​ງາມຄື: ນ້ຳຕົກຕາດ ໄບແຍນ (Bảy Nhánh), ຫນອງ ດືກມິນ, ​ເຮືອນ​ຮ້ານ​ທີ່​ເກົ່​າແກ່, ທາ​ດ​ຈຳ Yang Prong Ea Sup, ປ່າ​ສະຫງວນ​ແຫ່ງ​ຊາດ Yok don ທີ່​ລື​ຊື່ ຊື່​ງ​ແມ່ນ​ປ່າ​ສະຫງວນ​ທີ່​ກວ້າງ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດນາມ ​ແລະ ພິ​ເສດ​ແມ່ນ​ສີສັນ​ຊົນ​ເຜົ່າ​ຂອງ​ບັນດາ​ໝູ່​ບ້ານ ດ້ວຍ​ທ່າ​ນ້ຳ​ຕ່າງໆ​ທີ່​ຍັງຄົງ​ຮັກສາ​ຄວາມ​ດັ້ງ​ເດີມ ​ແລະ ​ເທບ​ນິຍາຍ​ກ່ຽວ​ກັບ​ເຈົ້າພະຍາ​ຊ້າງ.

ຄັດສະເຫນີເນື້ອໃນຂອງຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ - ảnh 2
ງານບຸນຢູ່ບ້ານໂດນ
ພາບ:internet

        ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ພວກ​ຂ້າພະ​ເຈົ້າ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ຂອງ​ພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ​ປະ​ກອບຄຳ​ຄິດ​ຄຳ​ເຫັນ​ໃຫ້​ລາຍການ. ​ຍ້ອນ​ເວລາ​ຖືກ​ຈຳກັດ, ສະ​ນັ້ນ​ພວກ​ຂ້າພະ​ເຈົ້າບໍ່​ສາມາດຕອບຄຳ​ຖາມທັງ​ໝົດຂອງ​ທ່ານ​ຜູ້​ຟັງ​ໄດ້. ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມຕອບ​ຄຳ​ຖາມທັງ​ໝົດຊື່​ງທ່ານ​ຜູ້​ຟັງ​ມີ​ຄວາ​ສົນ​ໃຈ ​ແລະ ທ່ານ​ຢ່າ​ລືມ​ຂຽນ​ຈົດໝາຍ​ຝາກມາ​​ລາຍການ​ຂອງ​ພວກ​ເຮົາ​ແດ່​ເດີ! ໂດຍ​ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. email: laovov@yahoo.com. ຂໍ​ຂອບ​ໃຈ​ຫລ່ວງ​ຫນ້າ​.

ທ່ານ​ສາມາດ​ຮັບ​ຟັງ​ຫລື​ເຂົ້າອ່ານ​ລາຍການ​ຂອງ​ພວກ​ເຮົາ​ຜ່ານ​ຫນ້າ​ເວັບ: vovworld.vn ຫລື vov5.vn

ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

 

 

 

ຂ່າວ/ບົດ​ອື່ນ