ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 204 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ ຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນຈົດໝາຍຂອງເພື່ອນ ອາມິນຕາ, ເພື່ອນ ວິຕາຊີ, ເພື່ອນ ອຸດົມໄຊ ທີ່ສົ່ງມາລາຍການດ້ວຍເນື້ອໃນຂຽນວ່າ: “ຂໍຂອບໃຈລາຍການພາກພາສາລາວ, ພະແນກພາສາຕ່າງປະເທດ, VOV ໄດ້ຕອບຂໍ້ຂ້ອງໃຈຂອງພວກຂ້າພະເຈົ້າ ໄດ້ສົ່ງມາລາຍການໃນອາທິດຜ່ານມາ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 (ພາບປະກອບ/KT)

 ເພື່ອນ ເພັດສະຫວັນ ສົມສະນິດ ແລະ ເພື່ອນ ເບັ້ນ ພິມມະສອນ ພວມເປັນນັກສຶກສາປີສຸດທ້າຍພະແນກເສດຖະສາດສັງກັດມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າພວມຂຽນບົດວິທະຍານິພົນ ໃນນັ້ນ ມີບາງເນື້ອໃນແມ່ນກ່ຽວຂ້ອງເຖິງວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ. ດັ່ງນັ້ນ ທາງລາຍການສາມາດຊ່ວຍໃຫ້ພວກຂ້າພະເຈົ້າຮູ້ຂໍ້ມູນຂ່າວຕື່ມອີກໄດ້ບໍ່ ກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ລາວ ໃນຊຸມເດືອນຕົ້ນປີ 2018 ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ແລະ ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ເພື່ອເຂົ້າໃຈລະອຽດກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ພວກເພື່ອນສາມາດຕິດຕໍ່ໂດຍກົງກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫຼື ທູດການຄ້າ ຫວຽດນາມ ປະຈຳ ລາວ. ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ທາງລາຍການຈະແນະນຳໂດຍສັງເກດກ່ຽວກັບສະພາບການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ ເຊິ່ງທາງລາຍການໄດ້ທາບທາມຜ່ານເວັບໄຊຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດ້ວຍລະຫັດ: vinanet.vn ເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ. ເດືອນ ພຶດສະພາ 2018 ວົງເງິນການຄ້າສົ່ງອອກໄປຍັງ ລາວ ບັນລຸ 58,5 ລ້ານ USD, ເພີ່ມຂຶ້ນ 29,73% ເມື່ອທຽບໃສ່ເດືອນ ພຶດສະພາ 2017. ຍົກວົງເງິນການຄ້າສົ່ງອອກໄປຍັງຕະຫລາດ ລາວ ໃນ 5 ເດືອນຕົ້ນປີຂຶ້ນ 244,6 ລ້ານ USD, ເພີ່ມຂຶ້ນ 9,87% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ.

ເຫຼັກກ້າສືບຕໍ່ນຳໜ້າໃນວົງເງິນການຄ້າສົ່ງອອກໄປຍັງ ລາວ, ກວມເອົາ 17,5% ອັດຕາສ່ວນ, ສົ່ງອອກບັນລຸໄດ້ 58.000 ໂຕນ, ປະລິມານເພີ່ມຂຶ້ນ 21,49% ແລະ ມູນຄ່າເພີ່ມຂຶ້ນ 37,65%. ອັນດັບທີ 2 ແມ່ນນ້ຳມັນແອັດຊັງ. ຖັດມາແມ່ນພາຫະນະຂົນສົ່ງ, ເຄື່ອງອາໄຫຼ່, ຜະລິດຕະພັນເຫຼັກກ້າ, ເຄື່ອງຈັກອຸປະກອນ…ສຳລັບກຸ່ມຝຸ່ນເຄມີ - ນີ້ແມ່ນປະເພດສິນຄ້າເຄີຍມີລະດັບເພີ່ມຂຶ້ນ, ເຖິງຢ່າງໃດກໍ່ຕາມ 5 ເດືອນຕົ້ນປີນີ້ ພັດຫລຸດລົງທັງດ້ານປະລິມານ ແລະ ມູນຄ່າຕາມລຳດັບແມ່ນ 30,19% ແລະ 4,55%. ເບິ່ງລວມແລ້ວ, 5 ເດືອນຕົ້ນປີນີ້ ການສົ່ງອອກຂອງ ຫວຽດນາມ ໄປຍັງ ລາວ  ສ່ວນຫລາຍແມ່ນປະເພດສິນຄ້າ ລ້ວນແຕ່ມີວົງເງິນການຄ້າເພີ່ມຂຶ້ນ, ກວມ 58,8% ໃນນັ້ນ ການສົ່ງອອກໝວດສິນຄ້າ ຜະລິດຕະພັນເຄື່ອງເຟີນີເຈີຈາກວັດຖຸດິບທີ່ບໍ່ແມ່ນໄມ້ເພີ່ມຂຶ້ນແຮງທີ່ສຸດ 44,47%, ບັນລຸໄດ້ 417,6 ພັນ USD.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ງານຕະຫລາດນັດການຄ້າ ຫວຽດນາມ - ລາວ 2018

 ເພື່ອນ ແອັນລີ ສີບຸນເຮືອງ ຢູ່ແຂວງ ວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການແບ່ງປັນຄວາມຮູ້ສຶກຂອງຕົນວ່າ: “ອາທິດຜ່ານມາ, ຂ້າພະເຈົ້າໄດ້ເຂົ້າຮ່ວມງານຕະຫລາດນັດການຄ້າ ຫວຽດນາມ - ລາວ ປີ 2018, ຂ້າພະເຈົ້າມີຄວາມປະທັບໃຈ ແລະ ຄວາມນິຍົມຊົມຊອບບັນດາຮ້ານວາງຂາຍສິນຄ້າຂອງ ຫວຽດນາມ ທີ່ໄດ້ແນະນຳຢູ່ງານຕະຫລາດນັດ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບເຫດການສຳຄັນນີ້, ກໍ່ຄືສະພາບການຮ່ວມມື ຫວຽດນາມ - ລາວ ໃນຊຸມປີມໍ່ໆມານີ້. ຫວັງວ່າ ບັນນາທິການລາຍການພາສາລາວ ຈະຕອບຂ້າພະເຈົ້າ ຂໍຂອບໃຈ”.

        ເພື່ອນ ແອັນລີ ສີບຸນເຮືອງ ທີ່ຮັກແພງ! ດ້ວຍຫົວຂໍ້ວ່າ “ມິດຕະພາບ - ການຮ່ວມມື ແລະ ພັດທະນາ”, ງານຕະຫລາດນັດການຄ້າ ຫວຽດນາມ - ລາວ 2018 ຈັດຕັ້ງຢູ່ ລາວ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນຄັ້ງທີ 4 ທີ່ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳການຄ້າ 2 ປະເທດໄດ້ສົມທົບກັນຈັດຕັ້ງງານຕະຫລາດນັດການຄ້າ ຫວຽດນາມ ຢູ່ ລາວ. ກ່ຽວກັບຄວາມສຳຄັນ ແລະ ຄວາມໝາຍຂອງງານຕະຫລາດນັດການຄ້າ ຫວຽດນາມ - ລາວ. ພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ງານຕະຫລາດນັດແມ່ນເຫດການການເມືອງ, ເສດຖະກິດ, ສັງຄົມມີຄວາມໝາຍສຳຄັນ ທັງປະກອບສ່ວນຊຸກຍູ້ການພົວພັນມິດຕະພາບຮ່ວມມືລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ທັງເປັນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເວົ້າລວມ ແລະ ວິສາຫະກິດກອງທັບເວົ້າສະເພາະມີໂອກາດພົບປະແລກປ່ຽນ, ຊອກຫາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ ແລະ ຄູ່ຮ່ວມມືການຄ້າ, ເປີດກ້ວາງການແລກປ່ຽນການຄ້າກັບບັນດາວິສາຫະກິດ ລາວ ຍູ້ແຮງການສົ່ງອອກຜະລິດຕະພັນ, ການບໍລິການ, ການທ່ອງທ່ຽວເຂົ້າຕະຫລາດ ລາວ ແລະ ບັນດາປະເທດ ອາຊຽນ”.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 3 ຮ້ານວາງສະແດງສິນຄ້າ

ກ່ຽວກັບການຮ່ວມມືເສດຖະກິດ, ການລົງທຶນ, ການຄ້າລະຫວ່າງ ຫວຽດນາມ ແລະ ລາວ ໃນຊຸມປີມໍ່ໆມານີ້ ໄດ້ມີບັນດາບາດກ້າວພັດທະນາທີ່ເປັນໜ້າຊື່ນຊົມ. ຫວຽດນາມ ພວມແມ່ນປະເທດຢືນອັນດັບທີ 3 ໃນການລົງທຶນເຂົ້າປະເທດ ລາວ ດ້ວຍໂຄງການລົງທຶນ 300 ໂຄງການ. 2 ປະເທດສູ້ຊົນບັນລຸວົງເງິນການຄ້າ 2 ສົ້ນໃຫ້ໄດ້ປະມານ 5 ຕື້ USD ໃນປີ 2020.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ