ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 261 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 10 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການ ແລະ ສະແດງຄວາມສົນໃຈເຖິງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 1(ພາບປະກອບ) 

ໃນອາທິດຜ່ານມາ, ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: ສະບາຍດີປີໃໝ່, ຂອບໃຈທາງລາຍການພາກພາສາ ລາວ ທີ່ໄດ້ແນະນຳບັນດາບົດຂຽນທີ່ມ່ວນ, ມີຂ່າວຄາວຢ່າງອຸດົມສົມບູນ, ສ້າງຄວາມດຶງດູດ ເຊິ່ງໄດ້ອອກອາກາດໃນຕະຫລອດປີ 2018 ເພື່ອຮັບໃຊ້ຜູ້ຟັງ ລາວ. ພິເສດ ເພື່ອນ ເບັ້ນ ພິມມະສອນ ໄດ້ຂອບໃຈລາຍການທີ່ໄດ້ສົ່ງປະຕິທິນປີໃໝ່ໃຫ້, ລາວໃຫ້ຮູ້ວ່າ: ເຖິງວ່າຂອງຂວັນຈະນ້ອຍກໍ່ຕາມ ແຕ່ມັນພັດມີຄວາມໝາຍຢ່າງໃຫຍ່ຫລວງສຳລັບຕົວລາວເອງໃນໂອກາດປີໃໝ່ນີ້.

ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ! ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານທີ່ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງໃນໂອກາດປີໃໝ່ ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ແລະ ຮອບດ້ານກ່ວາໃຫ້ແກ່ຜູ້ຟັງ ຜູ້ອ່ານ, ຂໍຂອບໃຈ.

ເພື່ອນ ພັນນີ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມຕົ້ນແຕ່ມື້ໃດຮອດມື້ໃດ ແລະ ຂໍໃຫ້ທາງລາຍການແນະນຳບາງການເຄື່ອນໄຫວໃນຊ່ວງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃຫ້ຂ້າພະເຈົ້າຮັບຮູ້ແດ່ໄດ້ບໍ ? ຂໍຂອບໃຈ

        ເພື່ອນ ພັນນີ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ຕາມປົກກະຕິແລ້ວ ແມ່ນເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ວັນພັກບຸນເຕັດໃຫ້ພະນັກງານ, ລັດຖະກອນທັງໝົດແມ່ນ 9 ວັນ (ເຊິ່ງເລີ່ມແຕ່ວັນທີ 02 – 10 ກຸມພາ 2019). ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ພ້ອມກັນຢື້ຢາມຖາມຂ່າວຍາດຕິພີ່ນ້ອງ, ເພື່ອນມິດ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດເຄີຍມີການຄະລຳ. ເພື່ອມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໃນເວັບໄຊ vovworld.vn ໃນໄລຍະຈະມາເຖິງ. ໃນນັ້ນ ຈະມີບັນດາບົດຂຽນກ່ຽວກັບຮີດຄອງປະເພນີໃນຍາມບຸນເຕັດຂອງຊາວ ຫວຽດນາມ .

ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮັກປະເທດ ຫວຽດນາມ ທີ່ສຸດ. ໃນໄລຍະຈະມາເຖິງ ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ 2 ພາກໃຕ້ - ເໜືອ ຂອງປະເທດ ຫວຽດນາມ. ຂ້າພະເຈົ້າຮູ້ວ່າຢູ່ຜືນແຜ່ນດິນຕອນດຽວກັນກໍ່ຕາມ ແຕ່ອາກາດຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ພັດມີຄວາມແຕກຕ່າງກັນຫລາຍ. ໂດຍຜ່ານທາງລາຍການ ຂ້າພະເຈົ້າຫວັງວ່າ ບັນດາອ້າຍເອື້ອຍບັນນາທິການ ຈະແນະນຳໃຫ້ແກ່ຂ້າພະເຈົ້າ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບອາກາດຢູ່ 2 ພາກນີ້.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 2(ພາບປະກອບ) 

ເພື່ອນ ແອນລີ ທີ່ຮັກແພງ ! ອາກາດຢູ່ ຮ່າໂນ້ຍ ມີຈຸດທີ່ພົ້ນເດັ່ນແມ່ນອາກາດໂຊນຮ້ອນລົມມໍລະສຸມຊຸ່ມ ຕາມນັ້ນແລ້ວ ລະດູຮ້ອນແມ່ນຮ້ອນເອົ້າ, ມີຝົນຕົກຫລາຍ,  ສ່ວນລະດູໜາວພັດໜາວໂພດ ແລະ ມີຝົນຕົກໜ້ອຍກ່ວາ. ເນື່ອງຈາກວ່າ ຮ່າໂນ້ຍ ມີ 2 ໄລຍະເວລາປ່ຽນລະດູລະຫວ່າງລະດູຝົນ ແລະ ລະດູແລ້ງ ຍ້ອນເຫດນັ້ນ ຈຶ່ງມີລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ. ໃນຂະນະນັ້ນ ອາກາດຢູ່ ນະຄອນ ໂຮ່ຈີມິນ ມີຄຸນລັກສະນະຢູ່ໃກ້ກັບເສັ້ນສູນສູດ, ສະນັ້ນ ຈຶ່ງມີອຸນຫະພູມຂຶ້ນສູງເປັນປົກກະຕິ, ແລະ ໃນປີມີພຽງແຕ່ 2 ລະດູເທົ່ານັ້ນ ນັ້ນແມ່ນລະດູຝົນ ແລະ ລະດູແລ້ງ.

ປະມານແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ, ຮ່າໂນ້ຍ ກ້າວເຂົ້າສູ່ລະດູຮ້ອນ ດ້ວຍອຸນຫະພູມສະເລ່ຍປະມານແຕ່ 30 – 38 ອົງສາ C. ແຕ່ເດືອນ ພະຈິກ ຫາເດືອນ ມີນາ ປີຕໍ່ໄປ, ຮ່າໂນ້ຍ ຈະປ່ຽນເປັນລະດູໜາວ, ອຸນຫະພູມອາດຈະຫລຸດລົງແຕ່ 9 – 10 ອົງສາ C.

ໃນຂະນະນັ້ນ, ຢູ່ພາກໃຕ້, ນະຄອນ ໂຮ່ຈີມິນ ແຕ່ເດືອນ ພຶດສະພາ ຫາເດືອນ ພະຈິກ ແມ່ນລະດູຝົນ. ແຕ່ເດືອນ ທັນວາ ຫາເດືອນ ເມສາ ປີຕໍ່ໄປ ແມ່ນລະດູແລ້ງ, ອຸນຫະພູມລະເລ່ຍໃນປີປະມານແຕ່ 20 – 30 ອົງສາ C.

ຄວາມແຕກຕ່າງກັນກ່ຽວກັບດິນຟ້າອາກາດລະຫວ່າງບັນດາເຂດພາກນັ້ນ ໄດ້ປະກອບສ່ວນສ້າງພູມອາກາດຫລາຍຮູບຫລາຍແບບ. ຊາວ ຮ່າໂນ້ຍ ຢາກຫລົບຫລີກຈາກຄວາມໜາວກໍ່ສາມາດໄປນະຄອນ ໂຮ່ຈີມິນ ແລະ ກົງກັນຂ້າມ. ພວກຂ້າພະເຈົ້າຫວັງວ່າ, ຂໍ້ມູນຂ່າວດັ່ງກ່າວ ຈະຊ່ວຍໃຫ້ເພື່ອນ ແອນລີ ມີຄວາມສະດວກກ່ວາ ໃນໂອກາດມາທ່ອງທ່ຽວຢູ່ ຫວຽດນາມ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ