ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.

(VOVWORLD) - ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກຜູ້ຢຟັງຢູ່ຫລາຍປະເທດໃນໂລກຝາກມາລາຍການຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ...ໃນນັ້ນ ຜູ້ຟັງລາວຫລາຍທ່ານໄດ້ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືມິດຕະພາບ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນອາທິດຜ່ານມາ, ເພື່ອນ ມາໄລວົງ, ເພື່ອນ ວົງຄຳ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ, ຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ. ຂໍຂອບໃຈ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.  - ảnh 1 ງານວາງສະແດງ ສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ

    ໃນອີແມວສົ່ງເຖິງລາຍການ, ເພື່ອນ ເລືອງກວາງກົງ ອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ຂຽນວ່າ: “ຫວ່າງແລ້ວນີ້, ທີ່ຫໍວັດທະນະທຳແຫ່ງຊາດລາວ ຢູ່ນະຄອນຫລວງ ວຽງຈັນ ໄດ້ດຳເນີນພິທີໄຂງານວາງສະແດງ ສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ. ຂ້າພະເຈົ້າໄດ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື (1977 - 2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (1962 - 2017). ດັ່ງນັ້ນ ຜ່ານທາງລາຍການ ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາ ກ່ຽວກັບເນື້ອໃນຂອງງານວາງສະແດງດັ່ງກ່າວ.”

        ເພື່ອນ ເລືອງກວາງກົງ ທີ່ຮັກແພງ! ງານວາງສະແດງສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັນຈັດຕັ້ງ. ງານວາງສະແດງແມ່ນໂອກາດ ເພື່ອໃຫ້ບັນດາອົງການສື່ມວນຊົນ 2 ປະເທດພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງວຽກງານຖະແຫຼງຂ່າວ, ໂຄສະນາຢ່າງມີປະສິດທິຜົນ ເພື່ອແນໃສ່ປະກອບສ່ວນປັບປຸງສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ດ້ວຍມູນເຊື້ອ “ນ້ຳໃຈມິດຕະພາບ ຫວຽດນາມ - ລາວ ຍືນຍົງຄົງຕົວຈົນຊົ່ວກາລະນານ”. ງານວາງສະແດງໃນປີນີ້ ໄດ້ແນະນຳ 475 ສື່ສິ່ງພິມ; ປື້ມຂຽນກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ - ລາວ ເກືອບ 90 ຫົວ; ຟິມຮູບເງົາເອກະສານກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ພ້ອມກັບຮູບຖ່າຍ 240 ແຜ່ນກ່ຽວກັບການພົວພັນທາງການທູດ, ພາບພົດປະເທດຊາດ, ປະຊາຊົນ, ສະພາບແວດລ້ອມດ້ານເສດຖະກິດ, ວັດທະນະທຳ - ສັງຄົມຂອງ 2 ປະເທດ. ບັນດາປື້ມ, ຮູບຖ່າຍ, ໜັງສືພິມທີ່ງານວາງສະແດງລ້ວນແຕ່ສຸມໃສ່ເນື້ອໃນຕົ້ນຕໍຄື: ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ; ບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ສປປ.ລາວ; ການດຳລົງຊີວິດທີ່ລຽບງ່າຍຂອງພໍ່ແມ່ປະຊາຊົນ ລາວ, ຄວາມງາມອັນຮົກເຮື້ອເປົ່າວ່າງຂອງທຳມະຊາດ; ບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຄວາມງາມຂອງປະເທດຊາດ, ຊາວ ຫວຽດນາມ ແລະ ທຳ ມະຊາດ ຫວຽດນາມ, ໃນນັ້ນ ມີຮູບຖ່າຍຫລາຍແຜ່ນໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມຢ່າງເລິກເຊິ່ງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.  - ảnh 2 ສະແດງສິລະປະ ທີ່ງານວາງສະແດງ ສື່ສິ່ງພິມ ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ

ສ່ວນໃນອີແມວທີ່ສົ່ງມາຍັງລາຍການຂອງເພື່ອນ ເບັ້ນ ພິມມະສອນ ຢູ່ແຂວງ ຈຳປາສັກ ຂຽນວ່າ: “ຂ້າພະເຈົ້າເຄີຍຕິດຕາມລາຍການຊາຍຄາ ອາຊຽນ ຂອງ VOV5, ຜ່ານລາຍການດັ່ງກ່າວ ຂ້າພະເຈົ້າໄດ້ເຂົ້າໃຈແຈ້ງກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ພິເສດແມ່ນພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນປະເທດ ຫວຽດນາມ ທີ່ສວຍສົດງົດງາມ. ຄາດຄະເນວ່າ ບຸນປີໃໝ່ 2018 ຂ້າພະເຈົ້າຈະໄປທ່ອງທ່ຽວ ຫວຽດນາມ ແລະ ຢ້ຽມຢາມ 2 ນະຄອນໃຫຍ່ຂອງ ຫວຽດນາມ ນັ້ນແມ່ນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ດັ່ງນັ້ນ ຜ່ານທາງລາຍການ ຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກ ກ່ຽວກັບການສັນຈອນໄປມາລະຫວ່າງ 2 ນະຄອນດັ່ງກ່າວ. ຂໍຂອບໃຈ”.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ.  - ảnh 3 ລົດໄຟ

        ເພື່ອນ ເບັ້ນ ພິມມະສອນ ທີ່ຮັກເພງ! ຈາກ ຮ່າໂນ້ຍ ໄປນະຄອນ ໂຮ່ຈີມິນ ແມ່ນໄລຍະທາງທີ່ຍາວໄກເຊື່ອມຕໍ່ລະຫວ່າງ 2 ພາກເໜືອ - ໃຕ້, ເຊື່ອມຕໍ່ 2 ໃຈກາງເສດຖະກິດ, ວັດທະນະທຳໃຫຍ່ສຸດ ຫວຽດນາມ. ຈາກ ຮ່າໂນ້ຍ ໄປນະຄອນ ໂຮ່ຈີມິນ ເພື່ອນຕ້ອງຜ່ານໄລຍະທາງຍາວປະມານ 1730 ກມ. ເພື່ອນອາດຈະເຄື່ອນຍ້າຍດ້ວຍລົດເມ, ລົດໄຟ, ເຮືອບິນ ຫຼື ພາຫະນະສ່ວນຕົວກໍ່ໄດ້.

        ຖ້າຫາກເຄື່ອນຍ້າຍດ້ວຍລົດໂອໂຕ, ເພື່ອນສາມາດຂຶ້ນລົດເມ ຢູ່ຄິວລົດໃນ ຮ່າໂນ້ຍ ສາຍ ຮ່າໂນ້ຍ - ນະຄອນ ໂຮ່ຈີມິນ ຫຼື ຮ່າໂນ້ຍ - ໄຊງ່ອນ ເວລາລົດອອກຈາກຄິວລົດແຕ່ 37 – 38 ຊົວໂມງ, ປີ້ແຕ່ລະຖ້ຽວມີລາຄາແຕ່ 600.000 – 900.000 ດົ່ງຕາມຄຸນນະພາບຂອງລົດ.

        ຖ້າຫາກເຄື່ອນຍ້າຍດ້ວຍລົດໄຟ, ເພື່ອນອາດຈະໄປສະຖານີລົດໄຟ ຮ່າໂນ້ຍ ຊື້ປີ້ໄປ ໄຊງ່ອນ ແມ່ນລົດໄຟ SE1. ລາຄາປີ້ແມ່ນຂຶ້ນກັບຄຸນນະພາບຂອງຕູ້ລົດໄຟ, ເພາະສະນັ້ນ ເພື່ອນສາມາດເຂົ້າເວັບໄຊຂອງທາງລົດໄຟ ຫວຽດນາມ (www.dsvn.vn) ເພື່ອເລືອກເອົາປີ້ໃຫ້ເໝາະສົມ.

        ຖ້າຫາກເພື່ອນເຄື່ອນຍ້າຍດ້ວຍເຮືອບິນ, ປະຈຸບັນຢູ່ ຫວຽດນາມ ມີຫລາຍບໍລິສັດການບິນທີ່ມີສາຍການບິນ ຮ່າໂນ້ຍ - ໄຊງ່ອນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອັບແວ VOV Media ໃນໂທລະສັບມືຖື ແລະ ໄອແພັດ

ຕອບກັບ

ຂ່າວ/ບົດ​ອື່ນ