ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກທ່ານຜູ້ຟັງທີ່ຝາກມາລາຍການ ດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ

ພິເສດແມ່ນຂົງເຂດວັດທະນະທຳ - ການສຶກສາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1 ຫາດຊາຍທະເລ ຫວຽດນາມ

ໃນອາທິດຜ່ານມາ, ເພື່ອນ ມອນແສງ, ຄຳຜຸຍ, ພິໄລວົງ, ດອກກູລາບ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, VOV ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບເນື້ອໃນຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ”.

ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ຫວ່າງແລ້ວນີ້, ຂ້າພະເຈົ້າມີການຢ້ຽມຢາມແຂວງ ເຊີນລາ (ຫວຽດນາມ). ຂ້າພະເຈົ້າໄດ້ຮູ້ວ່າ ແຂວງ ເຊີນລາ ມີເສັ້ນຊາຍແດນຮ່ວມ ແລະ ການພົວພັນຮ່ວມມືຫລາຍດ້ານກັບ ລາວ. ດັ່ງນັ້ນ ຂ້າພະເຈົ້າມີຄວາມຫວັງຢາກໃຫ້ລາຍການພາກພາສາລາວ ແນະນຳໃຫ້ຂ້າພະເຈົ້າຮັບຮູ້ຕື່ມອີກ ກ່ຽວກັບການພົວພັນຮ່ວມມືລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງຂອງ ລາວ. ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ຕາມຄວາມຮັບຮູ້ຂອງພວກຂ້າພະເຈົ້າແລ້ວ, ແຂວງ ເຊີນລາ ມີເສັ້ນຊາຍແດນຕິດກັບແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ຂອງ ລາວ ດ້ວຍຄວາມຍາວ 250 ກມ. 2 ຝ່າຍມີການພົວພັນຖານບ້ານໃກ້ເຮືອນຄຽງ, ສະໜິດຕິດພັນມີມາແຕ່ດົນນານມາແລ້ວ. ປະຊາຊົນເຂດຊາຍແດນລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງຂອງ ລາວ ເປັນເຈົ້າການສ້າງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່, ພ້ອມກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສ້າງເຂດຊາຍແດນສະຖຽນລະພາບ ແລະ ພັດທະນາ. ແຂວງ ເຊີນລາ ໄດ້ລົງນາມໃນເອກະສານຮ່ວມມືຮອບດ້ານກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ 8 ແຂວງທາງພາກເໜືອຂອງ ລາວ ລວມມີ: ບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຫົວພັນ, ໄຊຍະບູລີ ແລະ ຊຽງຂວາງ. 2 ຝ່າຍໂດ້ໂຄສະນາໃຫ້ປະຊາຊົນບັນດາເຜົ່າກ່ຽວກັບມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນປະຈຳ, ພ້ອມກັນປະຕິບັດສັນຍາກ່ຽວກັບຂໍ້ກຳນົດຊາຍແດນແຫ່ງຊາດ ຫວຽດນາມ - ລາວ ເປັນຢ່າງດີ ກໍ່ຄືບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຖະບານ 2 ປະເທດ. ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ປີ 2017 ຈະດຳເນີນຢ່າງເປັນທາງການໃນ 3 ວັນ (ແຕ່ວັນທີ 05 – 07/07/2017) ທີ່ນະຄອນ ເຊີນລາ ແຂວງ ເຊີນລາ. ເພື່ອນ ເພັດສະຫວັນ ສົມສະນິດ ແລະ ທ່ານຜູ້ຟັງໃຫ້ສະຫລະເວລາຕິດຕາມເດີ.

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ປີນີ້ ຂ້າພະເຈົ້າຈະພາຄອບຄົວໄປພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ, ແຕ່ຂ້າພະເຈົ້າບໍ່ທັນຮູ້ວ່າຈະໄປຢ້ຽມຢາມເຂດພາກໃດ? ໄປໃນເວລາໃດໃຫ້ເໝາະສົມ? ປາດຖະໜາຢາກລາຍການພາກພາສາລາວແນະນຳໃຫ້ຂ້າພະເຂົ້າຂໍ້ມູນຂ່າວທ່ອງທ່ຽວຢູ່ບັນດາເຂດພາກ ຫວຽດນາມ ແດ່.

ເພື່ອນ ອາມິນຕາ ທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນຢາກຄົ້ນຫາບັນດາງານບຸນ, ການທ່ອງທ່ຽວດ້ານຈິດວິນຍານ ຫຼື ຄົ້ນຫາຄວາມງາມເຂດພູຜາປ່າໄມ້ ເພື່ອນສາມາດໄປທ່ອງທ່ຽວພາກເໜືອ ຫວຽດນາມ ໃນລະດູບານໃໝ່ແຕ່ເດືອນ ມັງກອນ ຫາເດືອນ ເມສາ. ຖ້າຫາກມັກໄປທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ເພື່ອນສາມາດໄປພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຍາວ, ຂາວທີ່ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີມ (ຮ່າຕິງ), ໝີເຄ (ດ່າໜັງ)…ໄລຍະເວລາທີ່ເໝາະສົມພັກພອນບຳລຸງສຸຂະພາບແຕ່ເດື່ອນ ພຶດສະພາ ຫາເດືອນ ກັນຍາ. ຖ້າຫາກເພື່ອນຢາກໄປທ່ອງທ່ຽວວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊສາມາດໄປຢ້ຽມຢາມພາກໃຕ້ ຫວຽດນາມ, ອາກາດຢູ່ພາກໃຕ້ສະດວກສະບາຍໃນຕະຫລອດປີ, ອຸນຫະພູມປານກາງ 27 ອົງສາ, ເພື່ອນສາມາດໄປຢ້ຽມຢາມໃນບໍ່ວ່າເວລາໃດໃນປີກໍ່ừ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ