ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງຝາກມາລາຍການດ້ວຍເນື້ອໃນອວຍພອນປີໃໝ່ສາກົນ, ບຸນເຕັດປະຈຳຊາດຂອງຊາວ ຫວຽດນາມ.

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 (ພາບປະກອບ)

ໃນອາທິດຜ່ານມາ, ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາລາຍການ ດ້ວຍຄຳ ອວຍພອນປີໃໝ່, ຂອບໃຈທາງລາຍການພາກພາສາ ລາວ ມີບັນດາບົດຂຽນທີ່ມ່ວນ, ມີຂ່າວຄາວຢ່າງອຸດົມສົມບູນ, ສ້າງຄວາມດຶງດູດ ເຊິ່ງໄດ້ອອກອາກາດໃນຕະຫລອດປີ 2017 ເພື່ອຮັບໃຊ້ຜູ້ຟັງ ລາວ. ພິເສດ ເພື່ອນ ເບັ້ນ ພິມມະສອນ ໄດ້ຂອບໃຈລາຍການທີ່ໄດ້ສົ່ງປະຕິທິນປີໃໝ່ໃຫ້, ລາວໃຫ້ຮູ້ວ່າ: ເຖິງວ່າຂອງຂວັນຈະນ້ອຍກໍ່ຕາມ ແຕ່ມັນພັດມີຄວາມໝາຍຢ່າງໃຫຍ່ຫລວງສຳລັບຕົວລາວເອງໃນໂອກາດປີໃໝ່ນີ້.

ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ: ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານທີ່ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ແລະ ຮອບດ້ານກ່ວາໃຫ້ແກ່ຜູ້ຟັງ ຜູ້ອ່ານ, ຂໍຂອບໃຈ.

ເພື່ອນ ພັນນີ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມ ຕົ້ນແຕ່ມື້ໃດຮອດມື້ໃດ ແລະ ທາງລາຍການອາດຈະແນະນຳບາງຈຸດກ່ຽວກັບບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃຫ້ຂ້າພະເຈົ້າ ໄດ້ບໍ ?

        ເພື່ອນ ພັນນີ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ເຄີຍເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ວັນພັກບຸນເຕັດໃຫ້ພະນັກງານ, ລັດຖະກອນ ແມ່ນເລີ່ມແຕ່ວັນທີ 29 ເດືອນ 12 ຂອງປີລະກາ ຫາວັນທີ 5 ເດືອນຈຽງປີຈໍ (ເຊິ່ງກົງກັບວັນທີ 14 ກຸມພາ ຫາວັນທີ 20 ກຸມພາ ຕາມສຸລິຍະປະຕິທິນ). ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ພ້ອມກັນຢື້ຢາມຖາມຂ່າວເພື່ອນມິດຍາດຕິພີ່ນ້ອງ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດເຄີຍມີການຄະລຳ. ເພື່ອມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໃນເວັບໄຊ vovworld.vn ໃນໄລຍະຈະມາເຖິງ. ໃນນັ້ນ ຈະມີບັນດາບົດຂຽນກ່ຽວກັບຮີດຄອງປະເພນີຂອງຊາວ ຫວຽດນາມ .

ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການ ໂດຍຖາມວ່າ: ຂ້າພະເຈົ້າຮັກປະເທດ ຫວຽດນາມ ທີ່ສຸດ ແລະ ຂ້າພະເຈົ້າໄດ້ຮູ້ວ່າ ເຖິງວ່າຢູ່ຜືນແຜ່ນດິນຕອນດຽວກັນກໍ່ຕາມ ແຕ່ອາກາດຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ພັດມີຄວາມແຕກຕ່າງກັນຫລາຍ. ໂດຍຜ່ານທາງລາຍການ ຂ້າພະເຈົ້າຫວັງວ່າ ບັນດາອ້າຍເອື້ອຍບັນນາທິການ ຈະແນະນຳໃຫ້ແກ່ຂ້າພະເຈົ້າ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບສິ່ງພິເສດດັ່ງກ່າວ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ (ພາບປະກອບ)

ເພື່ອນ ແອນລີ ທີ່ຮັກແພງ ! ອາກາດຢູ່ ຮ່າໂນ້ຍ ມີ 4 ລະດູຢ່າງຈະແຈ້ງ ໃນນັ້ນລວມມີ: ລະດູບານໃໝ່ - ລະດູຮ້ອນ - ລະດູໃບໄມ້ຫຼົ່ນ - ລະດູໜາວ, ຈຸດທີ່ພົ້ນເດັ່ນທີ່ສຸດ ແມ່ນອາກາດໂຊນຮ້ອນລົມມໍລະສຸມຊຸ່ມ ຕາມນັ້ນແລ້ວ ລະດູຮ້ອນແມ່ນຮ້ອນເອົ້າ ແລະ ມີຝົນຕົກຫລາຍ (ເອີ້ນວ່າລະດູຝົນ), ສ່ວນລະດູໜາວພັດໜາວຈັດ ແລະ ມີຝົນຕົກໜ້ອຍກ່ວາ (ເອີ້ນວ່າລະດູແລ້ງ). ເນື່ອງຈາກວ່າ ຮ່າໂນ້ຍ ມີ 2 ໄລຍະເວລາປ່ຽນລະດູລະຫວ່າງລະດູຝົນ ແລະ ລະດູແລ້ງ ຍ້ອນແນວນັ້ນ ຈຶ່ງມີລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ. ໃນຂະນະນັ້ນ ອາກາດຢູ່ ນະຄອນ ໂຮ່ຈີມິນ ມີຄຸນລັກສະນະຢູ່ໃກ້ກັບເສັ້ນສູນສູດ, ສະນັ້ນ ຈຶ່ງມີອຸນຫະພູມສູງເປັນປົກກະຕິ, ແລະ ໃນປີມີພຽງແຕ່ 2 ລະດູເທົ່ານັ້ນ ນັ້ນແມ່ນລະດູຝົນ ແລະ ລະດູແລ້ງ.

ຄວາມແຕກຕ່າງກັນກ່ຽວກັບອາກາດລະຫວ່າງບັນດາເຂດພາກນັ້ນ ໄດ້ປະກອບສ່ວນສ້າງອາກາດເປັນຫລາຍຮູບຫລາຍແບບ. ຊາວ ຮ່າໂນ້ຍ ຢາກຫລົບຫລີກຈາກຄວາມໜາວກໍ່ສາມາດໄປນະຄອນ ໂຮ່ຈີມິນ ແລະ ຊາວນະຄອນ ໂຮ່ຈີມິນ ຢາກຫລົບຫລີກຄວາມຮ້ອນກໍ່ ສາມາດມາ ຮ່າໂນ້ຍ. ພວກຂ້າພະເຈົ້າຫວັງວ່າ ເພື່ອນ ແອນລີ ຈະມີໂອກາດມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມສິ່ງພິເສດດັ່ງກ່າວນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.2438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ