ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາດທິດຜ່ານມາ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ຫລາຍ​ສະ​ບັບ ແລະ ໂທ​ລະ​ສັບ​ ຈາກທ່ານ​ຜູ້​ຟັງ​ຢູ່ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ 10 ສະ​ບັບ ໂທ​ລະ​ສັບ ຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ຝ​າກ​ມາ​ລາຍ​ການໃນ​ອາດ​ທິດ​ຜ່ານ​ມາ.

            ເພື່ອນ ສຸ​ມະ​ລີ ທຳ​ມະ​ວົງ​ສາ, ຢູ່​ແຂວງ ວຽງຈັນ ໄດ້​ສົ່ງ​ອີ​ແມວມາ​ຍັງ​ລາຍ​ການ ໃຫ້​ຮ​ູ້​ວ່າ: ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ, ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ແມ່ນອາ​ຫານ​​ທາງ​ດ້ານ​ຈິດ​ໃຈທີ່​ຂາດບໍ່​ໄດ້​ສຳ​ລັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ລາຍ​ການ​ຂ່າວ​ ແລະ ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ ເປັນ​ປະ​ຈຳ. ບັນ​ດາ​ຂ່າ​ວ, ບົດ​​ແມ່ນ​ວ່​ອງໄວ ແລະ ​ທັນ​ການ, ໃນ​ນັ້ນ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ລາຍ​ການ​ຊາຍ​ຄາ​ອາ​ຊຽນ. ຂ້າ​ພະ​ເຈົ້າ​ບໍ່​ມີ​ໂອ​ກາດ​ໄປ​ຢ້​ຽມ​ຢາມ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ແຕ່​ຜ່ານ​ລາຍ​ການນີ້, ຂ້າ​ພ​ະ​ເຈົ້າ​ໄດ້​ມີ​ຄວາມ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ, ກ​ໍ​ຄື​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ.

        ເພື່ອນ ທອນ​ສະ​ໄໝ ​ຈະ​ເລີນ​ສຸກ, ຢູ່​ແຂວງ​ຊຽງ​ຂວາງ ໄດ້​ໂທ​ລະ​ສັບ​ມາ​ຍັງລ​າຍ​ການ​ ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ຈະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ຂອງ VOV ເປັນ​ປະ​ຈຳ. ​ຂໍຂອບ​ໃຈ​ລາຍ​ການ​ພາກ​ພາ​ສາ​ລາວທີ່​ໄດ້​ນຳ​ມາ​ໃຫ້​ຂ້າ​ພະ​ເຈົ້າ ກໍ​ຄື​ປະ​ຊາ​ຊົນ​ລາວ ​ຫຼາຍ ​ຄົນບັນ​ດາ​ຂ​ໍ້​ມູນ​ຂ່າວ​ທີ່ມີ​ປະ​ໂຫ​ຍດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ລາຍ​ການ​ໄດ້​ປະ​ກອບ​ສ່ວນບໍ່​ແມ່ນ​​ໜ້ອຍໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ. ເຖິງວ່າ, ບັນ​ດາ​​ອ້າຍ​ເອື້ອຍ​​ບັນ​ນາ​ທິ​ການໃນ​ລາຍ​ການ ​ຄ້າງ​ຄາ​ກັບ​ວຽກ​ງານ​ກໍ່​ຕາມ, ແຕ່​ວ່າ ໃນ​ແຕ່​ລະ​ເທື່ອ​ເມື່ອພວກ​ຂ້​າ​ພະ​ເຈົ້າ​ມີ​ຄຳ​ຖາມ​ສົ່ງ​ເຖິງ​ລາຍ​ການ ໂດຍ​ຢາກ​ຊອກ​ຮູ້​ບັນ​ຫາ​​ໃດ​ໜຶ່ງນັ້ນ, ​ອ້າຍ​ເອື້ອຍບັນ​ນາ​ທິ​ການ​ ​ກໍ່ມີ​ຄຳ​ຕອບ​ໃຫ້​ຢ່າງ​ວ່ອງ​ໄວ ແລະ ທັນ​ການ. ຂໍ​ອວຍ​ພອນ​ໃຫ້ພ​ວກ​ອ້າຍ​ເອື້ອຍ​ບັນ​ນາ​ທິ​ການ​ຈົ່ງ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ​ຂຽນ​​ບັນ​ດາຂ່າ​ວ, ບົດ​ມ່ວນ​ໆ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຊົ​ມ, ຮັບ​ຟັງ​ຢ່າງ​ທັນ​ການ ແລະ ແມ່ນ​ຂົ​ວ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃຫ້ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ລາວ.

        ​ບັນ​ນາ​ທິ​ການ, ນັກ​ຂ່າວ​ລາຍ​ການ​ພາກ​ພາ​ສາ​ລາວ ຂໍ​ຂອບ​ໃຈ​ເພື່ອນ ສຸມະ​ລີ ທຳ​ມະ​ວົງ​ສາ ແລະ ​ເພື່ອນທອນ​ສະ​ໄໝ ​ຈະ​ເລີນ​ສຸກ ກໍ​ຄື​ບັນ​ດ​າ​ທ່ານ​ຜູ້​ຟັງ​ອື່ນ ທີ່​ໄດ້​​ມີ​ຄວາມ​ສົນ​ໃຈ, ຝ​າ​ກ​ຈົດ​ໝາຍ​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການ. ບັນ​ດ​າ​ຄຳ​ເຫັນ​ປະ​ກອບ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຝາກ​ມາ​ລາຍ​ການ ໄດ້​ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີ​ຂຶ້ນ, ຕອບ​ສະ​ໜອງ​ການ​ກຳ​ແໜ້ນ​ຂໍ້​ມູນ​ຂ​່າ​ວ​​ລະ​ຫວ່າງ 2 ປະ​ເທດ​​ຫ​ວຽດ​ນາມ - ລາວ ເວົ້າ​ສະ​ເພາະ ແລະ ບັນ​ດາ​ຂໍ້​ມູນ​ຂ່າວ​​ຂອງ​ໂລກ​ເວົ້າ​ລວ​ມ. ຫວັງ​ວ່າ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ລາຍ​ການ​ພາກ​ພາ​ສາ​ລາວ ຈະ​ໄດ້​ຮັບ​ຈົດ​ໝາຍ, ອີ​ແນວ, ໂທ​ລະ​ສັບ​ຂອງ​ທ່ານ​ຜູ້​ຟັງ​ຫຼາຍກວ່າ​ອີກ, ເພື່ອ​ໃຫ້​ລາຍ​ການ​​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຂໍ້​ມູນ​ຂ່າວ​ຂອງ​ທ່ານ​ຜູ້​ຟັງ​ກວ່າ​ອີກ.



ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາດທິດຜ່ານມາ - ảnh 1
ນະ​ຄອນ​ລາວ​ກາຍ ໄດ້​ຮັບ​ການຄັດ​ເລືອກ​ເປັນ​
ນະ​ຄອນ​ເຈົ້າ​ພາບ​ຈັດ​​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)


ເພື່ອນ ບຸ​ນ​ທະ​ວີ ​ອີນ​ທະ​ວົງ​ສາ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ ໄດ້​ສົ່ງ​ອີ​ແມວມາ​ຍັງ​ລາຍ​ການ ແບ່ງ​ປັນ​ວ່າ: ໃນ​ເດືອນ 04 ຈ​ະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​​​​ພ້ອມ​ກັບ​ຄອບ​ຄົວ​ຈະໄປ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ ແລະ ຢາກ​ເລືອກ​ເອົາແຂວງ, ນະ​ຄອນ​ທີ່​ໄດ້​ຈັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແມ່ນ​​ສະ​ຖານ​ທີ່​ມາ​ຢ້ຽມ​ຢາມ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​​ອ້າຍ​ເອື້ອຍ​​ບັນ​ນາ​ທິ​ການໃນ​ລາຍ​ການພາກ​ພາ​ສາ​ລາວ ຊ່ວຍສະ​ໜອງ​ຂໍ້​ມູນ​ໃຫ້​ຂ້າ​ພະ​ເຈົ້າ​ກ່ຽ​ວ​ກັບ​ແຂວງ, ນະ​ຄອນ​ທີ່​ຈັດ​ປີ​ທ່​ອງ​ທ່ຽວ​ແຫ່ງ​ຊາດນັ້ນ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ບໍ່?

        ເພື່ອນ ບຸ​ນ​ທະ​ວີ ອີນ​ທະ​ວົງ​ສາ ທີ່​ຮັກ​ແພງ, ວັນ​ທີ 11/02 ຜ່ານ​ມາ, ໄດ້​ດຳ​ເນີນ​​ພິ​ທີໄຂ​ປີ​ທ່ອງ​ທ່ຽ​ວ​ແຫ່ງ​ຊາດ 2017. ປີ 2017 ນີ້, ນະ​ຄອນ​ລາວ​ກາຍ ໄດ້​ຮັບ​ການຄັດ​ເລືອກ​ເປັນ​ນະ​ຄອນ​ເຈົ້າ​ພາບ​ຈັດ​​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ດ້ວຍ​ຫົວ​ຂໍ້ “ສີ​ສັນ​ເຂດ​ ໄຕ​ບັ໋ກ”. ດ້​ວຍ​ຫົວ​ຂໍ້ “ສີ​ສັນ​ເຂດ​ ໄຕ​ບັ໋ກ”, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2017 ຈະ​ປະ​ກອບ​ສ່ວນ​ເຊີດ​ຊ​ູ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ພາບ​ພົດ​ ແລະ ຊ່ວຍໃຫ້​ໂລກ​ຮູ້​ຈັກ​ເຖິງ​ເຂດ ໄຕ​ບັ໋ກ ຂອງ​ຫວຽດ​ນາມ, ເຊິ່ງ​ແມ່ນ​ເຂດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ; ​ເປັນບ່ອນ​ດຳ​ລົງ​ຊີ​​ວິດ​ຂອງ​ 30 ຊົນ​ເຜົ່າ​ອ້າຍ​ນ້ອງ ດ້ວຍ​​ວັດ​ທະ​ນະ​ທຳ​​ທີ່​ອຸ​ດົມ​ສົມ​ບູນ ແລະ ​ມີຫຼ​າຍ​ຮູບ​ຫຼາຍ​​ສີ; ມີ​ທິ​ວທັດ​​ທຳ​ມະ​ຊາດ​​ສວຍ​ງາມທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ມີ​ລະ​ບົບ​ຊີ​ວະ​ນາໆ​ພັນ​ທີ່​ອຸ​ດົມ​ສົມ​ບູນ; ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ຊີ​ວະ​ພາບ, ທ່ອງ​ທ່ຽວ​​ດ້ານປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ ຕິດ​ພັນ​ກັບ​ບັນ​ດາ​ງານ​ບຸນ ແລະ ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ; ມີ​​ກຳ​ລັງ​ດຶງ​ດູດ​​ພິ​ເສດສຳ​ລັບ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ແຜ​ນ​ທີ່​ທ່ອງ​ທ່ຽວ. ໃນ​ນັ້ນ​, ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ບັນ​ດາ​ງານ​ບຸນ 4 ລະ​ດູ ລວມ​ມີ: ງານ​ບຸນ​ລະ​ດູ​ບານໃໝ່ວິ​ຫານ ເທື້ອງ, ງານ​ບຸນ​ລະ​ດູ​ແລ້ງ ຊາ​ປາ, ລາຍ​ການ​ຂີີ່ມ້າ​ຢູ່​ເຂດ​ພູ​ພຽງ​ບັ໋ກ​ຮ່າ, ງານ​ບຸນ​ລະ​​ດູໃບ​ໄມ​້​ຫຼົ່ນ​ຢູ່ ອິ​ຕິ໋ (ບ໋າດ​ຊ໋າດ),  ງານ​ບຸນ​ລະ​ດູໜາວຢ​ູ່​ຊາ​ປາ. ຄຽງ​ຂ້າງ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ​ສາ​ກົນ​ກໍ່​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື​ການ​ແຂ່ງ​ຂັນ​ຖີບ​​ລົດ​ຖີບ, ​ການ​ແຂ່ງ​ຂັນ​ແລ່ນ​ມາ​ລາ​ທອນ​ຂ້າ​ມ​ພູ.

​ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ