ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 170 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ.
ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 (ໜ້າແວັບພາກພາສາລາວ, VOV5)

ເພື່ອນ ຣັດທະວົງ, ຢູ່ແຂວງຊຽງຂວາງ; ເພື່ອນ ສຸກມາລີວົງ ຢູ່ແຂວງ ໄຊຍະບູລີ, ໄດ້ສົ່ງອີແມວ ແລະ ໂທລະສັບມາລາຍການພາກພາສາລາວ ເວົ້າວ່າ: ໃນຕົ້ນອາທິດນີ້, ຂ້າພະເຈົ້າໄດ້ຕິດຕາມລາຍການໂອ້ລົມສົນທະນາພິເສດຂອງລາຍການພາກພາສາລາວ, VOV, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ໃນລາຍການພິເສດນັ້ນ, ມີພະນັກງານສະຖານທູດລາວ ປະຈຳຫວຽດນາມ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ທະຫານອາສາສະໝັກຫວຽດນາມ ຢູ່ລາວ ໃນເມື່ອກອນໄດ້ມີຄຳເຫັນ, ອະນຸສອນຕ່າງໆທີ່ໜ້າຕຶ້ນຕັນໃຈ, ພ້ອມກັນນັ້ນຍັງມີບົດຂຽນກ່ຽວກັບການຮ່ວມມືໃນບາງຂົງເຂດລະຫວ່າງ 2 ປະເທດ. ໃນຈຳນວນບົດຂຽນນັ້ນ, ບົດຂຽນແນະນຳກ່ຽວກັບການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ ໄດ້ເຮັດໃຫ້ຂ້າພະເຈົ້າເຫັນວ່າ, ການບຳລຸງສ້າງໃຫ້ນັກສຶກສາ, ພະນັກງານ ຊ່ວຍລາວ ໄດ້ປະກອບສ່ວນບໍ່ແມ່ນນ້ອຍເຂົ້າໃນການຮັກສາ, ເພີ່ມພູນຄຸນສ້າງສາຍພົວພັນທີ່ເປັນມູນເຊື້ອຫວຽດນາມ - ລາວ, ກໍຄືຊ່ວຍບັນດານັກສຶກສາ, ພະນັກງານລາວ ເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຊາດ, ຊາວຫວຽດນາມ. ກ່ຽວກັບດ້ານເສດຖະກິດ, ຂ້າພະເຈົ້າເຫັນວ່າ, ໃນແຕ່ລະປີການແລກປ່ຽນການຄ້າລະຫວ່າງ 2 ປະເທດ ນັບມື້ນັບເພີ່ມຂຶ້ນ ເມື່ອທຽບໃສ່ກ່ອນນີ້ ແລະ ນີ້ແມ່ນສັນຍານທີ່ໜ້າຊົມຊື່ນໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ. ຫວັງວ່າ, ໃນໄລຍະຈະມາເຖິງ ຈະມີການເຄື່ອນໄຫວຫຼາຍຢ່າງກວ່າອີກ, ເພື່ອແນໃສ່ຮັດແໜ້ນສາຍພົວພັນແບບພິເສດລະຫວ່າງລາວ - ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ 2 ປະເທດ. ຂ້າພະເຈົ້າຂໍຂອບໃຈທາງລາຍການພາກພາສາລາວ ທີ່ໄດ້ຜະລິດລາຍການສັງລວມກວ່າກ່ຽວກັບການນຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ.

        ລາຍການພາກພາສາລາວ, VOV, ຂໍຂອບໃຈບັນດາຄຳແບ່ງປັນເຊິ່ງເພື່ອນ ຣັດທະວົງ ແລະ ເພື່ອນ ສຸກມາລີວົງ ທີ່ໄດ້ສົ່ງອີແມວ ແລະ ໂທລະສັບມາລາຍການໃຫ້ພວກເຮົາ. ແຕ່ນີ້ຮອດທ້າຍປີ 2017 ຍັງມີການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ສະເຫຼີມສະຫຼອງ 2 ວັນບຸນໃຫຍ່ຂອງ 2 ປະເທດ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ຂ່າວຢ່າງມີປະໂຫຍດເຖິງບັນດາທ່ານຜູ້ຟັງ, ຜູ້ອ່ານລາວ ແລະ ຫວຽດນາມ ກ່ວາອີກ, ເພື່ອຊ່ວຍໃຫ້ພວກເພື່ອນນັບມື້ນັບມີຄວາມເຂົ້າໃຈກ່ຽວກັບສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ. ແລະພວກຂ້າພະເຈົ້າກໍ່ປາດຖະໜາວ່າ, ໃນໄລຍະຈະມາເຖິງ ຈະໄດ້ຮັບຄຳເຫັນປະກອບຂອງທ່ານຜູ້ຟັງທີ່ຝາກມາລາຍການ, ຊ່ວຍລາຍການໃຫ້ນັບມື້ນັບດີວ່າ.

        ເພື່ອນ ດວງມາລາ, ຢູ່ແຂວງ ຈຳປະສັກ, ໄດ້ໂທລະສັບມາຫາລາຍການ ໃຫ້ຮູ້ວ່າ: ໃນໄລຍະດຳເນີນການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017), ຂ້າພະເຈົ້າໄດ້ອ່ານຂ່າວຂອງພວກເພື່ອນກ່ຽວກັບພິທີດັ່ງກ່າວເຊິ່ງໄດ້ລົງໃນແວັບໄຊ vovworld.vn. ໃນພິທີນັ້ນ, ນອກຈາກການນຳ 2 ປະເທດຕີລາຄາກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ ແລະ ລາວ, ຂ້າພະເຈົ້າຢາກຮູ້ຄຳເຫັນຂອງລຸ້ນໜຸ່ມຫວຽດນາມ ໃນປະຈຸບັນ ມີຄວາມຮູ້ສຶກຄືແນວໃດກ່ຽວກັບສາຍພົວພັນແບບພິເສດນີ້.

ເພື່ອນ ດວງມາລາ ທີ່ຮັກແພງ, ລຸ້ນໜຸ່ມຫວຽດນາມ ກໍຄືລຸ້ນໜຸ່ມລາວ ໃນປະຈຸບັນໄດ້ກຳເນີດ ແລະ ເຕີບໃຫຍ່ເມື່ອປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ, ໄດ້ດຳລົງຊີວິດໃນສະພາບສັນຕິສຸກ, ເອກະລາດ, ໄດ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ອຸທິດສ່ວນ ແລະ ເຕີບໃຫຍ່. ເຖິງວ່າບໍ່ໄດ້ເຫັນປະຈັກຕາພາລະກິດຕໍ່ສູ້ອັນສະງ່າລາສີຂອງ 2 ຊາດ, ແຕ່ຜ່ານບັນດາໜ້າປະຫວັດສາດ, ຮູບເງົາເອກະສານ, ບັນດາບົດປະພັນວັນນະຄະດີ, ການສະແດງສິລະປະ, ບັນດາເລື່ອງລາວຂອງລຸ້ນພໍ່ລຸ້ນອ້າຍ, ບັນດາເພື່ອນໜຸ່ມຫວຽດນາມ ກໍຮູ້ສຶກໄດ້ກ່ຽວກັບຄວາມພິລະອາດຫານໃນຊຸມເດືອນປີທີ່ 2 ປະເທດອ້າຍນ້ອງຫວຽດນາມ - ລາວ ພ້ອມກັນຮຽງບ່າຮຽງໄຫຼ່, ຮ່ວມທຸກຮ່ວມສຸກ, ຮ່ວມສູ້ຮົບໃນພາລະກິດຕໍ່ສູ້ອັນຍືດເຍື້ຍຍາວນານ, ລຳບາກກາກກຳຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ເພື່ອປົກປັກຮັກສາອະທິປະໄຕ, ເອກະລັດ, ເສລີພາບໃຫ້ແກ່ 2 ຊາດ. ພາລະກິດຂອງລຸ້ນໜຸ່ມ 2 ປະເທດໃນໄລຍະຈະມາເຖິງແມ່ນສືບທອດ, ຮັກສາ, ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ກວ່າອີກ. ລຸ້ນໜຸ່ມຫວຽດນາມ ໝັ້ນໝາຍວ່າ ຈະສູ້ຊົນເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ສາຍພົວພັນແບບພິເສດລະຫວ່າງ 2 ປະເທດ, 2 ຊາດ, ມໍລະດົກຂອງລຸ້ນກ່ອນໆ ໄດ້ຮັບການສືບທອດເຖິງລຸ້ນຕໍ່ໆໄປ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ