​​ທ່​ຽວຊົມ​ທັດສະ​ນີ​ຍະ​ພາບ​ໃນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ພາກ​ເໜືອ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 330 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ.
​​ທ່​ຽວຊົມ​ທັດສະ​ນີ​ຍະ​ພາບ​ໃນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ພາກ​ເໜືອ - ảnh 1(ພາບປະກອບອີນເຕີເນັດ)

ໃນອາທິດຜ່ານມາ, ລາຍການພາກພາສາລາວ VOV ສືບຕໍ່ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ Facebook ສົ່ງຄຳອວຍພອນປີໃໝ່ເຖິງພວກອ້າຍ, ເອື້ອຍ, ນ້ອງໃນ ຄະນະບັນນທິການ. ໃນນັ້ນ, ເພື່ອນ ດາລາວັນ ສີຫາລາດ ຢູ່ແຂວງ ຫົວພັນ ໄດ້ແບ່ງປັນວ່າ: ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ, ຂ້າພະເຈົ້າໃນນາມຜູ້ຟັງ ຂໍ ສົ່ງຄຳອວຍພອນປີໃໝ່ເຖິງບັນດາພວກອ້າຍ, ເອື້ອຍ, ນ້ອງຄະນະບັນນທິການ VOV5 ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

        ເພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການ ແລະ ຫວັງວ່າລາຍການພາກພາສາລາວ ຈະນັບມື້ນັບມີເນື້ອໃນອຸດົມສົມບູນກວ່າອີກ. ມີຂ່າວ/ບົດຂຽນ ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ຫຼາຍກວ່າເກົ່າ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ.

        ສ່ວນເພື່ອນ ສີສະມຸດ ຢູ່ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໃນໂອກາດບຸນເຕັດຫວຽດນາມ ເພື່ອນໄດ້ມາທ່ຽວຢູ່ຫວຽດນາມ ແລະ ໄດ້ເຂົ້າຮ່ວມພິທີຕ້ອນຮັບບຸນເຕັດພ້ອມກັບຊາວຫວຽດນາມ. ເພື່ອນແບ່ງປັນວ່າ, ບັນດາຮີດຄອງປະເພນີໃນວັນບຸນເຕັດ ຢູ່ຫວຽດນາມ ມີຄວາມແຕກຕ່າງກັນກັບຢູ່ລາວ, ຢູ່ຫວຽດນາມ ໃນຊຸມວັນບຸນເຕັດ ທຸກຄົນໄດ້ມາຢ້ຽມຢາມເຊິ່ງກັນ ແລະ ກັນ, ອວຍພອນກັນໃນສິ່ງທີ່ດີງາມ. ນອກນັ້ນ, ເພື່ອນຍັງໃຫ້ຮູ້ວ່າ, ບັນດາພິທີກຳທີ່ເປັນມູນເຊື້ອ, ອາຫານການກິນໃນໂອກາດບຸນເຕັດຂອງຫວຽດນາມ ກໍ່ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ເພື່ອນ.

        ລາຍການພາກພາສາລາວ, VOV ຂໍຂອບໃຈບັນດາເພື່ອນຜູ້ຟັງທີ່ໄດ້ສົ່ງຄຳອວຍພອນ, ກໍ່ຄືການແບ່ງບັນຜ່ານທາງໂທລະສັບ, ສົ່ງອີເມວ ແລະ Facebook ມາຍັງລາຍການ. ຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

​​ທ່​ຽວຊົມ​ທັດສະ​ນີ​ຍະ​ພາບ​ໃນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ພາກ​ເໜືອ - ảnh 2 ເຂດປູຊະນີຍະສະຖານອຽນຕື

(ພາບ: zing.vn)

ໃນອາທິດຜ່ານມາ, ເພື່ອນ ສຸຂະວົງ, ນັກສຶກສາຢູ່ມະຫາວິທະຍາໄລສັງຄົມສາດ ແລະ ມະນຸດສາດ, ທີ່ຮ່າໂນ້ຍ ໄດ້ໂທລະສັບມາຍັງລາຍການ ຢາກໃຫ້ລາຍການພາກພາສາລາວ ແນະນຳບາງສະຖານທີ່ທ່ອງທ່ຽວເພື່ອໄປທ່ຽວຊົມທັດສະນີຍະພາບລະດູບານໃໝ່ໃນໂອກາດຕົ້ນປີໃໝ່ຢູ່ພາກເໜືອຫວຽດນາມ?

        ເພື່ອນ ສຸຂະວົງ ທີ່ຮັກແພງ! ໃນຊຸມມື້ຕົ້ນລະດູບານໃໝ່ ບຸນເຕັດ 2019, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ເພື່ອນ ແລະ ໝູ່ເພື່ອນສາມາດໄປທ່ຽວຊົມທັດສະນີຍະພາບໃນຍາມຕົ້ນລະດູບານໃໝ່ຢູ່ເຂດພາກເໜືອ. ລາຍການພາກພາສາລາວ VOV, ຂໍ້ແນະນຳເຖິງເພື່ອນບາງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື:

+ ວິຫານ ບ່າຈົວຄໍ: ຢູ່ເຂດບ້ານນາທາງພາກເໜືອ ອັນເກົ່າແກ່ ແລະ ອະລິຍະທຳນັ້ນ ກໍມີວັດບູຊາພະແມ່ທີ່ສັກກະລະບູຊາຫຼາຍແຫ່ງ, ໃນນັ້ນມີວິຫານບູຊາ ບ່າຈົວຄໍ ຢູ່ບ້ານ ໂກເມ້, ເຊິ່ງແມ່ນໝູ່ບ້ານແຫ່ງໜຶ່ງທີ່ຕັ້ງຢູ່ອ້ອມຕີນພູ, ເຊິ່ງນອນຢູ່ຂ້າງແມ່ນ້ຳ ເກົ່າ, ຂຶ້ນກັບເທດສະບານແຂວງ ບັ໊ກນິງ. ວັດ ບ່າຈົວຄໍ ບໍ່ພຽງແຕ່ແມ່ນເຂດປູຊະນີຍະສະຖານປະຫວັດສາດທີ່ມີຄຸນຄ່າເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເຊິ່ງບັນດາແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດບໍ່ອາດບໍ່ໄປສະຖານແຫ່ງນີ້ ເພື່ອປາດຖະໜານຳເອົາໂຊກລາບມາສູ່ຄອບຄົວ ແລະ ຍາດຕິພີ່ນ້ອງ. ສະນັ້ນ, ນັບແຕ່ວັນທີ 10 (ໄລ່ຕາມຈັນທະປະຕິທິນ) ຂອງແຕ່ລະປີ, ມີຫຼາຍຄົນມາວັດ ບ່າຈົວຄໍ ເພື່ອຂໍໃຫ້ມີຄວາມຈະເລີນກ້າວໜ້າ ແລະ ມີໂຊກລາບ.

+ ວັດ ກົນເຊີນ - ກ໊ຽບບາກ: ນີ້ແມ່ນ 2 ເຂດປູຊະນີຍະສະຖານທີ່ມີຊື່ສຽງຢູ່ເມືອງ ຈິ໊ລິງ, ແຂວງຫາຍເຢືອງ. ວັດ ກົນເຊີນ ຕັ້ງຢູ່ຕາແສງ ກົ້ງຮ່ວາ, ຫ່າງຈາກນະຄອນຮ່າໂນ້ຍ ປະມານ 70 ກ.ມ. ວັດ ແມ່ນໜຶ່ງໃນຈຳນວນ 3 ສູນສາສະໜາພຸດນິກາຍຈຸກເລິມ ໃນສະໄໝ ເຈົ້າຊີວິດ ເຈິ່ນ, ໄດ້ຮັບການບູລະນະປະຕິສັງຂອນ ແລະ ເປີດກວ້າງເມື່ອປີ 1304 ແລະ ໄດ້ຮັບໃບຢັ້ງຢືນລະດັບຊາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ. ໃນລະຫວ່າງວັນທີ 15 – 20 ເດືອນ 8 ໄລ່ຕາມຈັນທະປະຕິທິນຂອງແຕ່ລະປີແມ່ນມີການຈັດຕັ້ງງານບຸນວິຫານ ກົນເຊີນ - ກ໊ຽບບາກ ຂຶ້ນ.

+ ເຂດປູຊະນີຍະສະຖານອຽນຕື: ເຂດປູຊະນີຍະສະຖານອຽນຕື ລວມມີລະບົບວັດວາອາຮາມ, ທາດເຈດີ ແລະ ພູຜາປ່າໄມ້ຢູ່ລຽບຕາມຕີນພູ ດໍ ເຖິງພູອຽນຕື, ເຂດປູຊະນີຍະສະຖານອຽນຕືຂຶ້ນກັບເມືອງ ເທືອງອຽນກົງ, ເທດສະບານ ອວງບິ໊, ແຂວງກວາງນິງ. ໂດຍນອນຢູ່ເຂດພູ ຂອງເຂດພູຕາເວັນອອກສ່ຽງເໜືອ, ຈອມພູ ອຽນຕື ມີວັດ ດົ່ງຢູ່ລະດັບສູງ 1.068 ມ ເມື່ອທຽບໃສ່ລະດັບໜ້ານ້ຳທະເລ. ນັບແຕ່ກ່ອນມາຮອດປະຈຸບັນ, ອຽນຕື ໄດ້ມີຊື່ສຽງດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະ ໄດ້ຖືກຮັບຮອງວ່າແມ່ນເຂດປູຊະນີຍະສະຖານຂອງດິນແດນຫວຽດນາມ. ງານບຸນ ອຽນຕື ໄດ້ເລີ່ມຈັດຂຶ້ນແຕ່ວັນທີ 10 ເດືອນຈຽງ ຫາທ້າຍເດືອນ 03 ໄລ່ຕາມຈັນທະປະຕິທິນ.

        ດັ່ງທີ່ກ່າວມາຂ້າງເທິງນັ້ນແມ່ນການແນະນຳບາງສະຖານທີ່ທ່ອງທ່ຽວຈາກລາຍການເພື່ອໃຫ້ບັນດາທ່ານຜູ້ຟັງໄປທ່ຽວຊົມທັດສະນີຍະພາບລະດູບານໃໝ່ໃນຍາມຕົ້ນປີໃໝ່. ເນື່ອງໃນໂອກາດບຸນເຕັດຫວຽດນາມ, ຂໍອວຍພອນໃຫ້ບັນດາທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ ແລະ ໄປທ່ຽວຈົ່ງພົບແຕ່ຄວາມສະດວກ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ