ບໍລິສັດລົດແທັກຊີໄຟຟ້າ SM Lao ໄດ້ເປີດກວ້າງການບໍລິການລົດແທັກຊີໄຟຟ້າຢູ່ແຂວງ ສະຫວັນນະເຂດ

(VOVWORLD) - ເລື່ອງເປີດຕົວລົດແທັກຊີໄຟຟ້າ ໄດ້ຊ່ວຍໃຫ້ປະຊາຊົນ, ແຂກທ່ອງທ່ຽວມີທາງເລືອກໃນການໄປມາໃໝ່, ເປັນມິດກັບສິ່ງແວດລ້ອມ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 435 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ບໍລິສັດລົດແທັກຊີໄຟຟ້າ SM Lao ໄດ້ເປີດກວ້າງການບໍລິການລົດແທັກຊີໄຟຟ້າຢູ່ແຂວງ ສະຫວັນນະເຂດ  - ảnh 1(ພາບອີນເຕີເນັດ)

ເພື່ອນ ແກ້ວສົມບູນ, ອະນຸລັກ ຢູ່ແຂວງ ຊຽງຂວາງ, ເພື່ອນ ນິລະພອນ, ບຸນມີ ຢູ່ນະຄອນຫຼວງ ວຽງຈັນ… ໄດ້ສົ່ງອີເມວ, ໂທລະສັບມາຫາລາຍການ, ສົ່ງຄຳອວຍພອນວັນແມ່ຍິງສາກົນ 08/03. ໃນນັ້ນ, ເພື່ອນ ບຸນມີ ໄດ້ສົ່ງອີເມວດ້ວຍເນື້ອໃນທີ່ວ່າ: “ວັນແມ່ຍິງສາກົນ ຫຼື ເອີ້ນວ່າ ວັນສະຫະປະຊາຊາດເພື່ອສິດຂອງແມ່ຍິງ ແລະ ສັນຕິພາບສາກົນ ໄດ້ຈັດຂຶ້ນໃນວັນທີ 08 ມີນາ ຂອງແຕ່ລະປີ, ດ້ວຍບົດບາດແມ່ນຈຸດສຸມໃນຂະບວນການຕໍ່ສູ້ເພື່ອສິດຂອງແມ່ຍິງ, ດຶງດູດຄວາມສົນໃຈຕໍ່ບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາເອື້ອຍ, ນ້ອງແມ່ຍິງທີ່ພວມເຮັດວຽກຢູ່ VOV, ກໍຄືໃນລາຍການພາກພາສາລາວ ມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ, ເຮັດສຳເລັດໜ້າທີ່ການງານ ແລະ ມີຄວາມເມົາມົວຕໍ່ວຽກງານ”.

ບໍລິສັດລົດແທັກຊີໄຟຟ້າ SM Lao ໄດ້ເປີດກວ້າງການບໍລິການລົດແທັກຊີໄຟຟ້າຢູ່ແຂວງ ສະຫວັນນະເຂດ  - ảnh 2ເຫດການໄດ້ສ້າງຂີດໝາຍພັດທະນາຕໍ່ໄປຂອງລົດແທັກຊີໄຟຟ້າ SM
(ພາບ: vietnamnet.vn)

ໃນຈົດໝາຍທີ່ສົ່ງທາງອີເມວມາຫາລາຍການ, ເພື່ອນ ຈິດຕະວົງ ຢູ່ແຂວງ ຄຳມ່ວນ ໄດ້ແບ່ງປັນວ່າ: ໃນໄລຍະຜ່ານມາ, ບໍລິສັດລົດແທັກຊີໄຟຟ້າ SM Lao ໄດ້ເປີດກວ້າງການບໍລິການລົດແທັກຊີໄຟຟ້າຢູ່ແຂວງ ສະຫວັນນະເຂດ ຢ່າງເປັນທາງການ. ເຫດການໄດ້ສ້າງຂີດໝາຍພັດທະນາຕໍ່ໄປຂອງລົດແທັກຊີໄຟຟ້າ SM, ພາຍຫຼັງທີ່ເປີດຕົວຢູ່ນະຄອນຫຼວງ ວຽງຈັນ ແລະ ເທດສະບານທ່ອງທ່ຽວ ວັງວຽງ ແລ້ວ ກໍ່ໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຊາວທ້ອງຖິ່ນນັບຮ້ອຍຄົນ. ເລື່ອງເປີດຕົວລົດແທັກຊີໄຟຟ້າ ໄດ້ຊ່ວຍໃຫ້ປະຊາຊົນ, ແຂກທ່ອງທ່ຽວມີທາງເລືອກໃນການໄປມາໃໝ່, ເປັນມິດກັບສິ່ງແວດລ້ອມ. ຂ້າພະເຈົ້າຫວັງວ່າ, ໃນອະນາຄົດ ຈະມີຫຼາຍບໍລິສັດຂອງ ຫວຽດນາມ ສືບຕໍ່ມາລົງທຶນຢູ່ ລາວ ຕື່ມອີກ, ຊ່ວຍຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນປະເທດ ລ້ານຊ້າງ.

ເພື່ອນ ບຸນທັດ, ນັກສຶກສາມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ, ໂດຍໃຫຮູ້ວ່າ: ໃນເວລາຮ່ຳຮຽນຢູ່ ຮ່າໂນ້ຍ, ຂ້າພະເຈົ້າໄດ້ໄປຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ເຂົ້າຮ່ວມງານບຸນຢູ່ເຂດບ້ານນາຈຳນວນໜຶ່ງ. ຂ້າພະເຈົ້າໄດ້ຮູ້ວ່າ, ງານບຸນ ບາດຈ່າງ, ຮ່າໂນ້ຍ ຈະໄດ້ຈັດຂຶ້ນໃນເດືອນ ມີນາ ນີ້. ຜ່ານລາຍການ, ຂ້າພະເຈົ້າຢາກໄດຮັບການແນະນຳກ່ຽວກັບງານບຸນນີ້ ແລະ ເພື່ອມາແຫ່ງນີ້ແມ່ນຕ້ອງນຳໃຊ້ພາຫະນະໃດຈິ່ງສະດວກທີ່ສຸດ.

ເພື່ອນ ບຸນທັດ ທີ່ຮັກແພງ, ງານບຸນບ້ານ ບາດຈ່າງ, ເມືອງ ຢາເລິມ ໄດ້ຈັດຂຶ້ນໃນມື້ວັນເພັງ ເດືອນຍີ່ ຂອງແຕ່ລະປີ (ຕາມຈັນທະປະຕິທິນ). ນີ້ແມ່ນໂອກາດເພື່ອເຊີດຊູອາຊີບປັ້ນດິນເຜົາ ແລະ ຖະຫວາຍເຄື່ອງບູຊາຕໍ່ບັນດາເທວະດາຄຸ້ມຄອງບ້ານ ຂໍໃຫ້ຊາວບ້ານມີຄວາມອິ່ມໜຳສຳລານ, ສົມບູນພູນສຸກ. ເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມພິທີກຳບູຊາທີ່ເຄັ່ງຂຶມ ແລະ ເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງມ່ວນໆ, ຄື: ໝາກຮຸກຈີນ, ໝາກຮຸກຄົນ, ດຶງເຊືອກ… ພ້ອມກັບບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ, ງານບຸນບ້ານ ບາດຈ່າງ ກໍ່ແມ່ນໂອກາດເພື່ອໂຄສະນາຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ສູ່ແຂກທ່ອງທ່ຽວ. ນອກນັ້ນ, ເມື່ອເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຍັງໄດ້ຮັບຊົມບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ລະອຽດອ່ອນ ຈາກສີມືທີ່ຄ່ອງແຄ້ວໂດຍນັກສິລະປະການຢູ່ທີ່ນີ້ຜະລິດ. ບ້ານ ບາດຈ່າງ ນອນໃນທີ່ຕັ້ງທີ່ສະດວກຕໍ່ການໄປມາ, ຍ້ອນໃກ້ກັບເຂດຕົວເມືອງ, ສະນັ້ນ, ແຂກສາມາດເດີນທາງມາແຫ່ງນີ້ດ້ວຍຫຼາຍພາຫະນະທີ່ແຕກຕ່າງກັນ. ສຳລັບບັນດາເພື່ອນນັກສຶກສາ ຫຼື ຜູ້ອາຍຸສູງ, ຂີ່ດ້ວຍລົດເມແມ່ນເໝາະສົມທີ່ສຸດ. ນອກນັ້ນ, ແຂກກໍ່ສາມາດຂັບລົດຈັກໄປ, ຍ້ອນເສັ້ນທາງມາຫາເຂດບ້ານ ບາດຈ່າງ ແມ່ນສະດວກດີ.

ບໍລິສັດລົດແທັກຊີໄຟຟ້າ SM Lao ໄດ້ເປີດກວ້າງການບໍລິການລົດແທັກຊີໄຟຟ້າຢູ່ແຂວງ ສະຫວັນນະເຂດ  - ảnh 3ບ້ານແພໄໝ ວ້ານຟຸກ
(ພາບ: luavanphuchadong)

ເພື່ອນ ສຸກມາລີວົງ, ຢູ່ແຂວງ ໄຊຍະບູລີ, ໄດ້ສົ່ງຈົດໝາຍມາຫາລາຍການ, ໂດຍແບ່ງປັນວ່າ: ້າພະເຈົ້າໄດ້ຕິດຕາມລາຍການ ຜູ້ຟັງກັບເພື່ອນ ລາວ, ໃນນັ້ນ, ທາງລາຍການໄດ້ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ. ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ສ້າງຄວາມດຶງດູດໃຈ ແລະ ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ລະອຽດກວ່າກ່ຽວກັບບ້ານແພໄໝ ວ້ານຟຸກ.

ເພື່ອນ ສຸກມາລີວົງ ທີ່ຮັກແພງ, ບ້ານແພໄໝ ວ້ານຟຸກ (ຫຼື ເອີ້ນວ່າ ບ້ານແພໄໝ ຮ່າດົງ), ຕັ້ງຢູ່ບ້ານ ວ້ານຟຸກ, ເມືອງ ຮ່າດົງ, ຫ່າງຈາກໃຈກາງ ຮ່າໂນ້ຍ ກວ່າ 10 ກມ, ເຊິ່ງໄດ້ຄົງຕົວມາເປັນເວລາພັນປີແລ້ວ, ບ້ານນີ້ແມ່ນໜຶ່ງໃນບັນດາເຂດບ້ານຕ່ຳແພໄໝງາມ ແລະ ມີຊື່ສຽງທີ່ສຸດຂອງ ຫວຽດນາມ.

ໃນເມື່ອກ່ອນ, ບ້ານແພໄໝ ວ້ານຟຸກ ມີຊື່ວ່າ ຫວ້ານບາວ ແລະ ປະຈຸບັນໄດ້ປ່ຽນຊື່ເປັນ ວ້ານຟຸກ. ປີ 1931, ເປັນຄັ້ງທຳອິດທີ່ແພໄໝ ວ້ານຟຸກ ໄດ້ນຳອອກສູ່ຕະຫຼາດສາກົນຢູ່ງານຕະຫຼາດນັດ Marseille ແລະ ຊາວ ຝລັ່ງ ໄດ້ຕີລາຄາວ່າແມ່ນຜະລິດຕະພັນລະອຽດອ່ອນ ແລະ ຍອດຍິ່ງທີ່ສຸດຢູ່ເຂດ ອິນດູຈີນ. ຮອດປີ 1958, ແພໄໝ ວ້ານຟຸຸກ ໄດ້ສົ່ງໄປຍັງບັນດາປະເທດ ເອີລົບຕາເວັນອອກ ແລະ ມາຮອດປະຈຸບັນ ກໍ່ໄດ້ຮັບຄວາມນິຍົມຈາກຫຼາຍປະເທດໃນໂລກ. ແພໄໝຂອງບ້ານ ວ້ານຟຸກ ໄດ້ຮັບການຕີລາຄາວ່າແມ່ນແພທີ່ທົນ ແລະ ງາມ. ລວດລາຍຕ່ຳໃນແພໄໝກໍ່ມີຫຼາຍຮູບຫຼາຍແບບ. ປະຈຸບັນ, ຢູ່ເຂດບ້ານນີ້ຍັງມີເກືອບ 30 ຄອບຄົວຕ່ຳ ແລະ ດຳເນີນທຸລະກິດແຜ່ນແພໄໝນີ້. ແຕ່ລະປີ, ເຂດບ້ານໄດ້ສົ່ງອອກແພໄໝແຕ່ 2,5 ຫາ 3 ລ້ານຕາແມັດ. ພ້ອມກັບການຮັກສາ ແລະ ພັດທະນາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ເປັນມູນເຊື້ອ, ບ້ານແພໄໝ ວ້ານຟຸກ ພວມຄ່ອຍໆປ່ຽນແປງໃໝ່, ດຶງດູກແຂກທ່ອງທ່ຽວ. ບັນດາສະຖານທີ່ແຂກທ່ອງທ່ຽວສາມາດໄປຢ້ຽມຢາມຢູ່ບ້ານແພໄໝ ວ້ານຟຸກ, ຄື: ວັດ ວ້ານຟຸກ, ຫໍບູຊາຜູ້ກໍ່ຕັ້ງອາຊີບ, ສູນອະນຸລັກຮັກສາແພໄໝ ວ້ານຟຸກ, ຫໍໄຫວ້ອາໄລປະທານ ໂຮ່ຈີມິນ…

ຕອບກັບ

ຂ່າວ/ບົດ​ອື່ນ