ມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 343 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ.

ເພື່ອນ ດາລາວັນ, ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມທາງ Facebook ມາລາຍການໂດຍໃຫ້ຮູ້ວ່າ, ຍັງເຫຼືອເວລາບໍ່ຮອດ 1 ອາທິດເທົ່ານັ້ນ ກໍ່ຈະຮອດບຸນປີໃໝ່ປະຈຳຊາດຂອງຫວຽດນາມ (ບຸນເຕັດ). ຜ່ານລາຍການພາກພາສາລາວ, ເພື່ອນ ດາລາວັນ ຂໍອວຍພອນໃຫ້ພວກອ້າຍ, ເອື້ອຍບັນນາທິການ VOV, ກໍຄືອ້າຍ, ເອື້ອຍ, ນ້ອງໃນລາຍການພາກພາສາລາວ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸຜົນສຳເລັດໃນວຽກງານຫຼາຍກວ່າອີກ.

ນອກນັ້ນ, ເພື່ອນ ຈັນສະໝອນ, ຢູ່ແຂວງ ຫຼວງພະບາງ ກໍ່ໄດ້ໂທລະສັບມາລາຍການ ເພື່ອອວຍພອນປີໃໝ່ປີກຸນ 2019. ເພື່ອນ ຈັນສະໝອນ, ອວຍພອນໃຫ້ພະນັກງານ, ບັນນາທິການຂອງ VOV ເວົ້າລວມ ແລະ VOV5 ເວົ້າສະເພາະ, ປີໃໝ່ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສົມດັ່ງປາດຖະໜາທຸກຢ່າງ ແລະ ມີຫຼາຍລາຍການມ່ວນໆ, ດຶງດູດຜູ້ຟັງກວ່າອີກ.

ລາຍການພາກພາສາລາວ VOV ຂໍຂອບໃຈທ່ານຜູ້ຟັງໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍ່ຂໍອວຍພອນໃຫ້ຜູ້ຟັງທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ຢ່າລືມຕິດຕາມຮັບຟັງລາຍການພາກພາສາລາວ ຂອງພວກຂ້າພະເຈົ້າ, ກໍຄືສົ່ງຈົດໝາຍປະກອບຄຳເຫັນມາຍັງລາຍການ, ຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນທີ່ອຸດົມສົມບູນກວ່າ.

ມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ - ảnh 1 ພິທີມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ

(ພາບ: vietnamplus.vn)

ເພື່ອນ ວິໄລສຸກ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີແມວ ມາລາຍການໂດຍແບ່ງປັນວ່າ: ໃນອາທິດຜ່ານມາ, ບໍລິສັດປະກັນໄພຫວຽດນາມ ຮ່ວມທຸລະກິດກັບລາວ ໄດ້ຈັດພິທີມອບທຶນການສຶກສາ ແລະ ບັດປະກັນອຸບັດຕິເຫດ ຢູ່ລາວ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງສຳລັບນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວ. ຜ່ານລາຍການ, ຂ້າພະເຈົ້າຢາກເຂົ້າໃຈແຈ້ງກວ່າກ່ຽວກັບເຫດການດັ່ງກ່າວນັ້ນ, ຂໍຂອບໃຈ.

ເພື່ອນ ວິໄລສຸກ ທີ່ຮັກແພງ, ໃນອາທິດຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) - ເຊິ່ງແມ່ນບໍລິສັດຮ່ວມທຸລະກິດລະຫວ່າງບໍລິສັດໃຫຍ່ໄປສະນີຫວຽດນາມ (PTI) ແລະ ທະນາຄານພັດທະນາລາວ (LDB), ພ້ອມກັບຄູ່ຮ່ວມມືຍຸດທະສາດ, ໄດ້ຈັດພິທີມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ. ທີ່ພິທີມອບທຶນການສຶກສາ, ທ່ານ ໂດ້ດັງຄາງ, ຜູ້ອຳນວຍການໃຫຍ່ LAP ໃຫ້ຮູ້ວ່າ, ໃນການມອບທຶນການສຶກສາໃນຄັ້ງນີ້ ລວມມີທຶນສຶກສາ 10 ທຶນ, ແຕ່ລະທຶນມີມູນຄ່າ 4 ລ້ານກີບ ໄດ້ມອບໃຫ້ນັກສຶກສາລາວ ແລະ ນັກສຶກສາຫວຽດນາມ ທີ່ຮຽນເກັ່ງແຕ່ປະສົບກັບຄວາມຫຍຸ້ງຍາກ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດ. ທ່ານ ໂດ້ດັງຄາງ ປາດຖະໜາວ່າ, ບັນດາທຶນການສຶກສາທີ່ໄດ້ມອບໃນຄັ້ງນີ້ ຈະປະກອບສ່ວນໜູນຊ່ວຍໃຫ້ນັກສຶກສາ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ ເພື່ອບັນລຸໄດ້ຜົນງານສູງກວ່າໃນການຮ່ຳຮຽນ. ນອກນັ້ນ, LAP ແລະ ຄູ່ຮ່ວມມືຍຸດທະສາດ ກໍ່ໄດ້ມອບບັດປະກັນອຸບັດຕິເຫດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 4.656 ຄົນ ແລະ ມອບເຂົ້າສານ 5 ລ້ານໂຕນ ໃຫ້ 901 ຄອບຄົວຢູ່ 2 ບ້ານ ປາກຊ່ອງ ແລະ ວັດຫຼວງ, ເມືອງ ປາຊ່ອງ, ແຂວງ ຈຳປາສັກ, ລວມມູນຄ່າ 33.000 USD.

ເພື່ອນຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ, ໃນໂອກາດບຸນເຕັດຫວຽດນາມ, ເພື່ອນຈະມາທ່ຽວຫວຽດນາມ ແລະ ຕ້ອນຮັບບຸນເຕັດ ພ້ອມກັບເພື່ອນມິດຊາວຫວຽດນາມ ແລະ ຢາກໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ. ເພື່ອກະກຽມໃຫ້ແກ່ການມາຢ້ຽມຢາມຄັ້ງນີ້, ເພື່ອນປາດຖາຢາກໃຫ້ ບັນນາທິການລາຍການພາກພາສາລາວ ແນະນຳໃຫ້ພວກຂ້າພະເຈົ້າບາງສະຖານທີ່ທ່ອງທ່ຽວຢູ່ເຂດດັ່ງກ່າວ, ເພື່ອໃຫ້ພວກຂ້າພະເຈົ້າພ້ອມກັບເພື່ອນຊາວຫວຽດນາມ ໄປຢ້ຽມຢາມຢ່າງສະດວກກວ່າ.

ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ, ຢູ່ເຂດທາງທິດຕາເວັນຕົກພາກໃຕ້ຫວຽດນາມ ມີສະຖານທີ່ທ່ອງທ່ຽວດູດດື່ມເປັນຈຳນວນຫຼາຍ. ໃນລາຍການໂອ້ລ ົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຈະແນະນຳໃຫ້ເພື່ອນ ກໍ່ຄືບັນດາທ່ານຜູ້ຟັງສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງຄືດັ່ງນີ້.

ທຳອິດແມ່ນ ທົ່ງກັນຫັນລົມຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ເຊິ່ງຕັ້ງຢູ່ແຂວງ ບາກລຽວ ແລະ ຫ່າງຈາກນະຄອນບາກລຽວ ໄປບໍ່ຮອດ 20 ກ.ມ; ປ່າສະເມັດ ຈ່າສື, ຂຶ້ນກັບເມືອງ ຕິ້ງບຽນ, ມີເນື້ອທີປະມານ 850 ເຮັກຕາ ດ້ວຍລະບົບຊີວະນາໆພັນທີ່ອຸດົມສົມບູນ, ແມ່ນສັນຍາລັກໃຫ້ແກ່ຄວາມງາມຂອງລະດູນ້ຳທະເລຂຶ້ນສູງຂອງແຂວງ ອານຢາງ; ບ້ານຕັ້ງຢູ່ໜ້ານ້ຳ ເຕີນເລີບ ຫຼື ເອີ້ນວ່າ ປ່າສະເມັດ ເຕີບເລີບ, ຂຶ້ນກັບເມືອງ ໂມກຮ໊ວາ, ແຂວງ ລອງອານ; ເຂດອະນຸລັກຮັກສາປ່າສະຫງວນແຫ່ງຊາດ ຈ່າມຈິມ ຂຶ້ນກັບເມືອງ ຕາມນົງ, ແຂວງດົ່ງທ໊າບ; ຕະຫຼາດໜ້ານ້ຳ ກ໊າຍຣັງ ຢູ່ເກິນເທີ ເຊິ່ງແມ່ນ 1 ໃນຈຳນວນ 5 ຕະຫຼາດໜ້ານ້ຳໃຫຍ່ກວ່າໝູ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ…

ດັ່ງທີ່ກ່າວມາຂ້າງເທິງແມ່ນສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງຢູ່ທິດຕາເວັນຕົກສ່ຽງໃຕ້ຫວຽດນາມ. ຫວັງວ່າ, ໃນການໄປທ່ອງທ່ຽວຄັ້ງນີ້ ເພື່ອນ ຄຳພັນ ວິໄລຈິດ ແລະ ໝູ່ເພື່ອນຂອງຕົນຈະຊອກຫາໄດ້ສິ່ງໃໝ່ໆດຶງດູດໃຈກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ